ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ         ເລກທີ 1559/ກງ
ນະຄອນຫຼວງວຽງຈັນ, ວັນທີ 24 ພຶດສະພາ 2016

ບົດແນະນຳ

ຂອງລັດຖະມົນຕີກະຊວງການເງິນ ກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງບາງມາດຕາ ເລກທີ 57/ສພຊ ລົງວັນທີ 24 ທັນວາ 2014;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ, ລົງວັນທີ 28 ກຸມພາ 2007 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມ ການຄົ້ນຄວ້າ ນຳສະເໜີຂອງກົມພາສີ ສະບັບເລກທີ 03343/ກພສ, ລົງວັນທີ 03 ກຸມພາ 2016.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ອອກບົດແນະນຳ:

ມາດຕາ 1 : ຈຸດປະສົງ

ບົດແນະນຳສະບັບນີ້ ກຳນົດ ຫຼັກການ, ນະໂຍບາຍ, ລະບຽບການ, ວິທີການ ແລະ ມາດຕະການ ເພື່ອຜັນຂະຫຍາຍເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍພາສີ ແນໃສ່ເຮັດໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການສົ່ງອອກ-ນຳເຂົ້າ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ໃນ ສປປ ລາວ ໃຫ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ມາດຕາ 2 : ອານາເຂດພາສີ

ອານາເຂດພາສີ ທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງກົດໝາຍວ່າດ້ວຍພາສີ ແມ່ນຜືນແຜ່ນດິນອັນຄົບຖ້ວນ ຂອງ ສປປ ລາວ ຊຶ່ງກວມເອົາທັງເຂດນ່ານຟ້າ, ນ່ານນ້ຳ, ຊາຍແດນຕິດກັບຕ່າງປະເທດ ທີ່ມີບົດບັນທຶກຄວາມເຂົ້າໃຈໃນການຮັບຮູ້ຂອງສາກົນ ເພື່ອກຳນົດຂອບເຂດການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີ.

ເຈົ້າໜ້າທີ່ພາສີ ສາມາດເຂົ້າມາປະຕິບັດໜ້າທີ່ຂອງຕົນ ນອກອານາເຂດພາສີໄດ້ ແລະ ເຈົ້າໜ້າທີ່ພາສີຂອງປະເທດ ຄູ່ສັນຍາ ຫຼື ອະນຸສັນຍາ ຫຼື ຂໍ້ຕົກລົງວ່າດ້ວຍການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຜ່ານດ່ານຊາຍແດນ ເຂົ້າ-ອອກ ກັບບັນດາປະເທດໃນອານຸພາກພື້ນລຸ່ມແມ່ນ້ຳຂອງ ກ່ຽວກັບການກວດກາສິນຄ້າ, ເຄື່ອງຂອງ ຢູ່ຈຸດດຽວ, ຄັ້ງດຽວ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ຮ່ວມລົງນາມ.

ມາດຕາ 3 : ການຄວບຄຸມທາງພາສີ

ການຄວບຄຸມທາງພາສີ ທີ່ໄດ້ກຳນົດໄວ້ໃນ ມາດຕາ 8 ຂອງກົດໝາຍວ່າດ້ວຍພາສີ ແມ່ນການປະຕິບັດຂັ້ນຕອນ, ວິທີການ, ລະບຽບການ ແລະ ມາດຕະການ ໂດຍລັດຖະການພາສີ ເພື່ອຄວບຄຸມ ການສົ່ງອອກ-ນຳເຂົ້າ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ດັ່ງນີ້:

3.1 ການດຳເນີນຂັ້ນຕອນການແຈ້ງພາສີ ແມ່ນປະຕິບັດຕາມ ລະບຽບການ ແລະ ຂັ້ນຕອນການແຈ້ງພາສີ ທີ່ກຳນົດໄວ້ໃນ ພາກທີ II ຂອງກົດໝາຍວ່າດ້ວຍພາສີ, ຊຶ່ງການນຳເຂົ້າໂດຍລວມ ປະກອບມີ 4 ຂັນຕອນ ເຊັ່ນ: ຂັ້ນຕອນການແຈ້ງເອກະສານຂົນສົ່ງ, ຂັ້ນຕອນການແຈ້ງພາສີເປັນລາຍລະອຽດ, ຂັ້ນຕອນການກວດກາ ແລະ ຄວບຄຸມຂອງເຈົ້າໜ້າທີ່ພາສີ ແລະ ຂັ້ນຕອນການກວດປ່ອຍສິນຄ້າ, ເຄື່ອງຂອງ ອອກຈາດ່ານພາສີ ຫຼື ສາງ; ການສົ່ງອອກໂດຍລວມ ປະກອບມີ 3 ຂັ້ນຕອນ: ຂັ້ນຕອນການປະກອບຂໍ້ມູນການແຈ້ງພາສີເປັນລາຍລະອຽດ, ຂັ້ນຕອນການແຈ້ງພາສີເປັນລາຍລະອຽດ ແລະ ຂັ້ນຕອນການຄວບຄຸມຂອງເຈົ້າໜ້າທີ່ພາສີ ແລະ ການກວດປ່ອຍສິນຄ້າ, ເຄື່ອງຂອງ ກ່ອນອອກຈາກດ່ານພາສີ ຫຼື ສາງ. ພາຍຫຼັງທີ່ໄດ້ຮັບເອກະສານ ເຈົ້າໜ້າທີ່ພາສີ ຕ້ອງກວດກາ ຂໍ້ມູນໃນລະບົບການແຈ້ງພາສີ ໂດຍສົມທຽບໃສ່ກັບເອກະສານຕົວຈິງ, ລະບົບບໍລິຫານຂໍ້ມູນການແຈ້ງພາສີແບບອັດຕະໂນມັດ ຈະດຳເນີນການວິເຄາະບໍລິຫານຄວາມສ່ຽງ ໃນການແຈ້ງພາສີເປັນລາຍລະອຽດ ຕາມສາມລະດັບຄື: ລະດັບທີໜຶ່ງ (ສີຂຽວ), ລະດັບທີສອງ (ສີເຫຼືອງ) ແລະ ລະດັບທີສາມ (ສີແດງ). ຂັ້ນຕອນການແຈ້ງພາສີ ຈະໄດ້ມີການປັບປຸງເປັນແຕ່ລະໄລຍະ ເພື່ອໃຫ້ມີຄວາມກະທັດຮັດ, ງ່າຍດາຍ ແລະ ສອດຄ່ອງກັບລະບຽບການສາກົນ.

3.2 ວິທີການ: ຜູ້ແຈ້ງພາສີ ຕ້ອງແຈ້ງຂໍ້ມູນຂອງສິນຄ້າ, ເຄື່ອງຂອງ ໃຫ້ຖືກຕ້ອງ ລົງໃນໃບແຈ້ງພາສີເປັນລາຍລະອຽດ ຕາມລະບຽບການກຳນົດໄວ້ຢ່າງຄົບຖ້ວນ. ໃນກໍລະນີທີ່ຈະນຳເອົາສິນຄ້າ, ເຄື່ອງຂອງ ອອກຈາກດ່ານພາສີ ຫຼື ສາງ ກ່ອນການແຈ້ງພາສີເປັນລາຍລະອຽດ, ຜູ້ແຈ້ງພາສີ ຕ້ອງປະກອບຄຳຮ້ອງຂໍອະນຸຍາດຄ້ຳປະກັນນຳລັດຖະການພາສີ. ການຄ້ຳປະກັນ ສາມາດປະຕິບັດໄດ້ດ້ວຍເງິນສົດ ຫຼື ໜັງສືຄ້ຳປະກັນ ຈາກທະນາຄານ ຫຼື ນິຕິບຸກຄົນ.

3.3 ລະບຽບການ ແລະ ມາດຕະການ ໃນການຄວບຄຸມຂອງເຈົ້າໜ້າທີ່ພາສີ ພາຍຫຼັງທີ່ໄດ້ດຳເນີນຕາມຂັ້ນຕອນ ແລະ ວິທີການ ໃນຂໍ້ 3.1, 3.2 ຂ້າງເທິງ ຍັງຕ້ອງໄດ້ດຳເນີນການຄວບຄຸມ ສຳລັບສິນຄ້າປະເພດຄວບຄຸມ ແລະ ເກືອດຫ້າມ, ສາງສິນຄ້າ ແລະ ການເຄື່ອນຍ້າຍໃນລະບອບສາງ, ການສົ່ງອອກ-ນຳເຂົ້າ ສິນຄ້າຊົ່ວຄາວ, ການຍົກເວັ້ນ, ການງົດເກັບພາສີ-ອາກອນ ແລະ ພັນທະອື່ນ, ການຜ່ານແດນ, ສິນຄ້າ-ເຄື່ອງຂອງ ທີ່ມີການຄຸ້ມຄອງການເຄື່ອນຍ້າຍ, ພາຫະນະຂົນສົ່ງທຸກປະເພດ ຕ້ອງຢູ່ພາຍໃຕ້ການຄວບຄຸມ ຂອງເຈົ້າໜ້າທີ່ພາສີ.

ໃນກໍລະນີ ຜູ້ແຈ້ງພາສີ ບໍ່ປະຕິບັດຕາມ ຂັ້ນຕອນ, ວິທີການ, ລະບຽບການ ແລະ ມາດຕະການໃນການຄວບຄຸມ ກ່ຽວກັບການສົ່ງອອກ-ນຳເຂົ້າ, ການຜ່ານແດນ, ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ຈະຖືກດຳເນີນຄະດີທາງພາສີ, ກວດສອບຄືນການແຈ້ງພາສີ ແລະ/ຫຼື ຢູ່ໃນໄລຍະດຳເນີນຄະດີທາງພາສີ, ຫົວໜ້າກົມພາສີ ມີສິດອອກຄຳສັ່ງ ໂຈະຊົ່ວຄາວ ຫຼື ຢຸດຕິການສົ່ງອອກ-ນຳເຂົ້າ, ການຜ່ານແດນ ຫຼື ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ.

ມອບໃຫ້ກົມພາສີ ອອກຄຳແນະນຳດ້ານວິຊາການລະອຽດ ໃນການຈັດຕັ້ງປະຕິບັດ.

ມາດຕາ 4: ການຈັດລະຫັດສິນຄ້າ, ເຄື່ອງຂອງ

ການຈັດລະຫັດສິນຄ້າ, ເຄື່ອງຂອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 10 ຂອງກົດໝາຍວ່າດ້ວຍພາສີ ແມ່ນຄວາມຮັບຜິດຊອບຂອງຜູ້ແຈ້ງພາສີ ທີ່ຕ້ອງປະຕິບັດໃຫ້ຖືກຕ້ອງຕາມເລກລະຫັດ ຂອງແຕ່ລະຊະນິດສິນຄ້າ, ເຄື່ອງຂອງ ຊຶ່ງໄດ້ກຳນົດໄວ້ໃນປື້ມສາລະບານອັດຕາພາສີລະບົບເອກະພາບ ຂອງ ສປປ ລາວ ທີ່ມີການປັບປຸງໃນແຕ່ລະໄລຍະ. ການນຳເຂົ້າສິນຄ້າຊະນິດດຽວກັນ ເຖິງແມ່ນວ່າຈະຢູ່ໃນເລກລະຫັດດຽວກໍ່ຕາມ ແຕ່ຕ້ອງໄດ້ແຈ້ງເປັນແຕ່ລະເລກລະຫັດຍ່ອຍ ຊຶ່ງເປັນຕົວກຳນົດອັດຕາພາສີ ເພື່ອຄິດໄລ່ຄ່າພາສີ-ອາກອນ ໃຫ້ຖືກຕ້ອງຕາມລະບຽບການ.

ມອບໃຫ້ກົມພາສີ ອອກຄຳແນະນຳທາງດ້ານວິຊາການລະອຽດ ກ່ຽວກັບລະບຽບການການຈັດລະຫັດສິນຄ້າ, ເຄື່ອງຂອງ.

ມາດຕາ 5: ມູນຄ່າແຈ້ງພາສີ ສົ່ງອອກ-ນຳເຂົ້າ

ມູນຄ່າແຈ້ງພາສີ ສົ່ງອອກ-ນຳເຂົ້າ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 12, 13 ຂອງກົດໝາຍວ່າດ້ວຍພາສີ ແມ່ນມູນຄ່າສິນຄ້າ, ເຄື່ອງຂອງ ລວມທັງຄ່າຂົນສົ່ງ ແລະ/ຫຼື ຄ່າປະກັນໄພ ທີ່ນຳສົ່ງຮອດດ່ານພາສີຊາຍແດນບ່ອນສົ່ງອອກ ຫຼື ນຳເຂົ້າ ເຖິງແມ່ນວ່າສິນຄ້າ, ເຄື່ອງຂອງ ດັ່ງກ່າວ ຈະຖືກມອບ-ຮັບ ຢູ່ໃນຈຸດໃດກໍ່ຕາມແມ່ນໃຫ້ກຳນົດເອົາມູນຄ່າຊື້-ຂາຍ ທີ່ໄດ້ຊຳລະຕົວຈິງ ຫຼື ລາຄາທີ່ຈະຕ້ອງຊຳລະ ຕາມສັນຍາຊື້-ຂາຍ ຫຼື ທີ່ມີການຊຳລະສະສາງຜ່ານລະບົບທະນາຄານ.

5.1 ມູນຄ່າແຈ້ງພາສີສົ່ງອອກ ສິນຄ້າ, ເຄື່ອງຂອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 12 ຂອງກົດໝາຍວ່າດ້ວຍພາສີ ແມ່ນມູນຄ່າສິນຄ້າ, ເຄື່ອງຂອງ ຕົວຈິງ ລວມທັງຄ່າຂົນສົ່ງ ທີ່ນຳສົ່ງຮອດດ່ານພາສີຊາຍແດນບ່ອນສົ່ງອອກ [(FOB) = ລາຄາໂຮງງານຜະລິດ ຫຼື ລາຄາຮອດດ່ານພາສີຊາຍແດນ ບວກ (+) ຄ່າປະກັນໄພ ບວກ (+) ຄ່າຂົນສົ່ງ (ຖ້າມີ, ເພາະວ່າຄ່າຂົນສົ່ງ ຫຼື ຄ່າປະກັນໄພ ຈະມີຂຶ້ນໄດ້ ກໍຕໍ່ເມື່ອມີການສົມຍອມກັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍ)];

5.2 ມູນຄ່າແຈ້ງພາສີນຳເຂົ້າ ສິນຄ້າ, ເຄື່ອງຂອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 13 ຂອງກົດໝາຍວ່າດ້ວຍພາສີ ແມ່ນໃຫ້ປະຕິບັດຕາມບົດແນະນຳຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 1537/ກງ, ລົງວັນທີ 04 ມິຖຸນາ 2012 ວ່າດ້ວຍການກຳນົດມູນຄ່າແຈ້ງພາສີ ສຳລັບການນຳເຂົ້າ.

ມາດຕາ 6: ການບໍລິຫານຄວາມສ່ຽງທາງພາສີ

ການບໍລິຫານຄວາມສ່ຽງທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 16, 17 ຂອງກົດໝາຍວ່າດ້ວຍພາສີ ແມ່ນແນໃສ່ ເພື່ອອຳນວຍຄວາມສະດວກໃນການສົ່ງອອກ-ນຳເຂົ້າ, ການຜ່ານແດນ, ການເຄື່ອນຍ້າຍ, ການກວດກາສິນຄ້າ, ເຄື່ອງຂອງ ໂດຍນຳໃຊ້ລະບົບບໍລິຫານຄວາມສ່ຽງ ເພື່ອດຳເນີນການວິເຄາະ, ວິໄຈຂໍ້ມູນຂ່າວສານ ກ່ຽວກັບ ແຫຼ່ງກຳເນີດສິນຄ້າ, ເລກລະຫັດ, ມູນຄ່າແຈ້ງພາສີ, ການແຈ້ງສິນຄ້າຫຼາຍລາຍການ, ປະເພດສິນຄ້າທີ່ມີອັດຕາ ພາສີ-ອາກອນສູງ, ການແຈ້ງລາຍການສິນຄ້າທີ່ຢູ່ໃນການຈົດທະບຽນຄຸ້ມຄອງຊັບສິນທາງປັນຍາ ແລະ ການກະທຳຜິດທາງພາສີຄັ້ງກ່ອນ ຫຼື ອື່ນໆ ທີ່ເຫັນວ່າມີຄວາມສ່ຽງ ຊຶ່ງໃນລະບົບການບໍລິຫານຄວາມສ່ຽງໄດ້ຖືກກຳນົດໄວ້ ສາມ (3) ລະດັບ ດັ່ງນີ້:

  • ລະດັບທີໜຶ່ງ (ສີຂຽວ) ໝາຍເຖິງ ຂໍ້ມູນປະກອບການແຈ້ງພາສີເປັນລາຍລະອຽດ ແລະ ສິນຄ້າ, ເຄື່ອງຂອງ ທີ່ມີຄວາມສ່ຽງລະດັບຕ່ຳ;
  • ລະດັບທີສອງ (ສີເຫຼືອງ) ໝາຍເຖິງ ຂໍ້ມູນປະກອບການແຈ້ງພາສີເປັນລາຍລະອຽດ ແລະ ສິນຄ້າ, ເຄື່ອງຂອງ ທີ່ມີຄວາມສ່ຽງລະດັບກາງ;
  • ລະດັບທີສາມ (ສີແດງ) ໝາຍເຖິງ ຂໍ້ມູນປະກອບການແຈ້ງພາສີເປັນລາຍລະອຽດ ແລະ ສິນຄ້າ, ເຄື່ອງຂອງ ທີ່ມີຄວາມສ່ຽງລະດັບສູງ.

ເຈົ້າໜ້າທີ່ພາສີ ທີ່ຮັບຜິດຊອບວຽກງານຂັ້ນຕອນການແຈ້ງພາສີ ຢູ່ດ່ານພາສີຊາຍແດນ ບໍ່ມີສິດດັດປັບຖານຂໍ້ມູນຢູ່ໃນລະບົບການບໍລິຫານຄວາມສ່ຽງຢ່າງເດັດຂາດ. ໂດຍອີງຕາມຫຼັກການບໍລິຫານຄວາມສ່ຽງທາງພາສີ ເຈົ້າໜ້າທີ່ພາສີ ທີ່ຮັບຜິດຊອບລະບົບບໍລິຫານຂໍ້ມູນດ້ານພາສີ ຈະຕ້ອງດຳເນີນການດັດປັບຖານຂໍ້ມູນ ໃນລະບົບການບໍລິຫານຄວາມສ່ຽງ ໃນທຸກໆ ຫົກ (6) ເດືອນ ຕາມການມອບໝາຍຂອງກົມພາສີ.

ມອບໃຫ້ກົມພາສີ ອອກຄຳແນະນຳດ້ານວິຊາການລະອຽດ ກ່ຽວກັບລະບົບບໍລິຫານຄວາມສ່ຽງ.

ມາດຕາ 7: ວິທີການແຈ້ງເອກະສານຂົນສົ່ງ ແລະ ພາຫະນະຂົນສົ່ງ

ການແຈ້ງເອກະສານຂົນສົ່ງ ແລະ ພາຫະນະຂົນສົ່ງ ຊຶ່ງຜູ້ແຈ້ງພາສີ ຫຼື ຜູ້ຂົນສົ່ງສິນຄ້າ, ເຄື່ອງຂອງ ຕ້ອງດຳເນີນການແຈ້ງເອກະສານຂົນສົ່ງໂດຍສັງເຂບ ໃນເວລາສິນຄ້າ, ເຄື່ອງຂອງ ມາຮອດດ່ານພາສີຊາຍແດນບ່ອນ ສົ່ງອອກ-ນຳເຂົ້າ ພາຍໃນຊາວສີ (24) ຊົ່ວໂມງ ຕໍ່ເຈົ້າໜ້າທີ່ພາສີ ຕາມທີ່ໄດ້ດຳນົດໄວ້ໃນ ມາດຕາ 19 ຂອງກົດໝາຍວ່າດ້ວຍພາສີ.

ຜູ້ແຈ້ງພາສີ ຫຼື ຜູ້ຂົນສົ່ງ ມີຄວາມຮັບຜິດຊອບຕໍ່ຂໍ້ມູນໃນເອກະສານກຳກັບການຂົນສົ່ງໂດຍສັງເຂບ ກ່ຽວກັບສິນຄ້າ, ເຄື່ອງຂອງ ເຊັ່ນ: ການຂົນສົ່ງທາງອາກາດ, ທາງບົກ ແລະ ທາງນ້ຳ ທີ່ນຳໄປແຈ້ງຕໍ່ເຈົ້າໜ້າທີ່ພາສີຢູ່ດ່ານພາສີຊາຍແດນ, ຖ້າຜູ້ແຈ້ງພາສີ ຫຼື ຜູ້ຂົນສົ່ງ ບໍ່ປະຕິບັດຕາມລະບຽບການທີ່ໄດ້ກຳນົດໄວ້ ຈະຖືວ່າມີເຈດຕະນາ ຫຼົບຫຼີກພາສີ ແລະ ຈະຖືກປະຕິບັດມາດຕະການຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ.

ມາດຕາ 8: ການແຈ້ງສິນຄ້າ, ເຄື່ອງຂອງທາງໄປສະນີ

ການແຈ້ງສິນຄ້າ, ເຄື່ອງຂອງທາງໄປສະນີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 21 ຂອງກົດໝາຍວ່າດ້ວຍພາສີ ບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດ ທີ່ສົ່ງອອກ-ນຳເຂົ້າ ຫຼື ຜ່ານແດນ ພັດສະດຸພັນ, ຖົງເມ ທາງໄປສະນີ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີ ແລະ ໃຫ້ດຳເນີນການ ຕາມຂັ້ນຕອນ ດັ່ງນີ້:

  • ບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດ ທີ່ສົ່ງອອກ-ນຳເຂົ້າ ພັດສະດຸພັນ, ຖົງເມທາງໄປສະນີ ຈາກຕ່າງປະເທດ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານ ເພື່ອດຳເນີນຂັ້ນຕອນທາງພາສີ ກ່ອນອະນຸຍາດອອກຈາກດ່ານພາສີ ຫຼື ຫ້ອງການໄປສະນີ;
  • ບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດ ທີ່ສົ່ງອອກ-ນຳເຂົ້າ ພັດສະດຸພັນ, ຖົງເມທາງໄປສະນີ ທີ່ມີລັກສະນະທາງການຄ້າ ໄປຕ່າງປະເທດ ຕ້ອງດຳເນີນການແຈ້ງພາສີເປັນລາຍລະອຽດ ຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານ ບ່ອນທີ່ມີການສົ່ງອອກ-ນຳເຂົ້າ ເພື່ອທຳການກວດກາ, ຢັ້ງຢືນ ແລະ ຊຳລະຄ່າພາສີ-ອາກອນ ແລະ ພັນທະອື່ນ ຕາມລະບຽບການກຳນົດ;
  • ການຜ່ານແດນ ພັດສະດຸພັນ, ຖົງເມທາງໄປສະນີ ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ ແລະ ໃນກໍລະນີທີ່ມີແຫຼ່ງຂ່າວ ແລະ ຂໍ້ມູນ ທີ່ໜ້າເຊື່ອຖືໄດ້ ເຈົ້າໜ້າທີ່ພາສີ ສາມາດດຳເນີນການກວດກາ ໂດຍຊ້ອງໜ້າກັບນິຕິບຸກຄົນ ທີ່ດຳເນີນທຸລະກິດບໍລິການຈັດສົ່ງ ແລະ ແຈກຢາຍ ພັດສະດຸພັນ ແລະ ເຈົ້າໜ້າທີ່ລັດຂອງຂະແໜງການກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການກຳນົດ.

ມາດຕາ 9: ມາດຕະການໃນການແຈ້ງພາສີ ກ່ຽວກັບສິນຄ້າ, ເຄື່ອງຂອງ ເພື່ອຮັບໃຊ້ໂຄງການຂອງລັດ

ຜູ້ແຈ້ງພາສີ ຕ້ອງແຈ້ງສິນຄ້າ, ເຄື່ອງຂອງ ເປັນລາຍລະອຽດ ພາຍໃນກຳນົດ ສິບຫ້າ (15) ວັນລັດຖະການ ນັບແຕ່ວັນທີ່ເຈົ້າໜ້າທີ່ພາສີ ໄດ້ບັນທຶກສິນຄ້າ, ເຄື່ອງຂອງ ຕາມເອກະສານຂົນສົ່ງ ເປັນຕົ້ນໄປ, ໃນກໍລະນີ ທີ່ການແຈ້ງພາສີເປັນລາຍລະອຽດ ສິນຄ້າ, ເຄື່ອງຂອງ ເພື່ອຮັບໃຊ້ໂຄງການຂອງລັດ ບໍ່ທັນຕາມກຳນົດເວລາ ທີ່ໄດ້ກຳນົດໄວ້ໃນ ມາດຕາ 24 ຂອງກົດໝາຍວ່າດ້ວຍພາສີ ແມ່ນໃຫ້ດຳເນີນການດັ່ງນີ້:

  • ໃຫ້ມາແຈ້ງພາສີເປັນລາຍລະອຽດ ພາຍໃນ ສີ່ສິນຫ້າ (45) ວັນລັດຖະການ ຖ້າມີການຢັ້ງຢືນຈາກຂະແໜງການຂອງລັດ ທີ່ເປັນເຈົ້າຂອງສິນຄ້າ, ເຄື່ອງຂອງດັ່ງກ່າວ ໄດ້ຈັດເຂົ້າຢູ່ໃນເງື່ອນໄຂການງົດ, ຍົກເວັ້ນ ຫຼື ນຳເຂົ້າຊົ່ວຄາວ ແມ່ນຈະບໍ່ຖືກປັບໃໝ. ໃນກໍລະນີໄດ້ຮັບໜັງສືທາງລັດຖະການ ຈາກກົມພາສີແລ້ວ, ຜູ້ແຈ້ງພາສີ ຫຼື ຂະແໜງການຂອງລັດທີ່ເປັນເຈົ້າຂອງໂຄງການ ຕ້ອງໄດ້ແຈ້ງພາສີເປັນລາຍລະອຽດ ລົບລ້າງລະບອບຄ້ຳປະກັນຊົ່ວຄາວ ພາຍໃນກຳນົດ ສິບຫ້າ (15) ວັນລັດຖະການ. ຖ້າກາຍກຳນົດເວລາດັ່ງກ່າວ ຈະໄດ້ຖືກປະຕິບັດມາດຕະການ ຕາມກົດໝາຍ ແລະ ລະບຽບການ;
  • ຖ້າກາຍກຳນົດເວລາ ສີ່ສິບຫ້າ (45) ວັນ, ຫົວໜ້າດ່ານພາສີສາກົນ ຕ້ອງອອກແຈ້ງການເຊີນ ຜູ້ແຈ້ງພາສີ ແລະ/ຫຼື ຂະແໜງການຂອງລັດທີ່ກ່ຽວຂ້ອງ ມາຊີ້ແຈງເຫດຜົນ ພາຍໃນກຳນົດເວລາ ຊາວເອັດ (21) ວັນລັດຖະການ ແລະ ຈະບໍ່ໄດ້ຮັບການອຳນວຍຄວາມສະດວກ ໃນການສົ່ງອອກ-ນຳເຂົ້າ ຄັ້ງຕໍ່ໄປ;
  • ຖ້າກາຍກຳນົດເວລາ ຊາວເອັດ (21) ວັນ ລັດຖະການພາສີ ຈະນຳໃຊ້ມາດຕະການທາງບໍລິຫານ ຕໍ່ຫົວໜ່ວຍງົບປະມານທີ່ເປັນເຈົ້າຂອງໂຄງການ ດ້ວຍການປັບໃໝ ຫຼື ນຳສະເໜີຕໍ່ຂັ້ນເທິງ ຕັດແຜນງົບປະມານລາຍຈ່າຍຂອງຂະແໜງການນັ້ນ ແລະ ຈະບໍ່ໄດ້ຮັບການອຳນວຍຄວາມສະດວກໃນການສົ່ງອອກ-ນຳເຂົ້າ ຄັ້ງຕໍ່ໄປ.

ມາດຕາ 10:​ ວິທີຄິດໄລ່ ຄ່າພາສີ-ອາກອນ ແລະ ພັນທະອື່ນ

10.1 ການຄິດໄລ່ຄ່າພາສີ-ອາກອນ

ຄ່າພາສີ-ອາກອນ ຕ້ອງຄິດໄລ່ແບບທະວີຄູນ ໃນວັນທີ່ໄດ້ຮັບຂໍ້ມູນເຂົ້າໃນລະບົບການແຈ້ງພາສີເປັນລາຍລະອຽດ ໂດຍເອົາມູນຄ່າແຈ້ງພາສີ ສິນຄ້າ, ເຄື່ອງຂອງ ຄູນ (x) ອັດຕາພາສີ, ອັດຕາອາກອນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ.

ພື້ນຖານໃນການຄິດໄລ່ຄ່າພາສີ-ອາກອນ ແມ່ນມູນຄ່າແຈ້ງພາສີ ສິນຄ້າ, ເຄື່ອງຂອງຕົວຈິງ ທີ່ເປັນສະກຸນເງິນຕາຕ່າງປະເທດ ຕ້ອງຄິດໄລ່ເປັນສະກຸນເງິນໂດລາສະຫະລັດ ແລ້ວຄູນ (x) ອັດຕາແລກປ່ຽນຂອງທະນາຄານເປັນສະກຸນເງິນກີບ. ເພື່ອຄວາມສະດວກໃນການຄິດໄລ່ຄ່າພາສີ-ອາກອນ, ພື້ນຖານຄິດໄລ່ຄ່າພາສີ-ອາກອນ ຕ້ອງເປັນຕົວເລກມົນ.

10.2 ການຄິດໄລ່ຄ່າພັນທະອື່ນ

ຄ່າພັນທະອື່ນ ຊຶ່ງປະກອບມີ ຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ຕ້ອງຄິດໄລ່ ແລະ ຈັດເກັບ ຕາມອັດຕາເດັດຖານ ຫຼື ອັດຕາທຽບຖານ ທີ່ກຳນົດໄວ້ໃນລະບຫຽບການສະເພາະ. ໃນກໍລະນີທີ່ຄ່າພັນທະອື່ນ ກຳນົດເປັນອັດຕາທຽບຖານ ແມ່ນໃຫ້ຄິດໄລ່ດ້ວຍວິທີການ ທີ່ໄດ້ກຳນົດໄວ້ໃນຂໍ້ 10.1 ຂ້າງເທິງນັ້ນ.

ຄ່າພາສີ-ອາກອນ ແລະ ພັນທະອື່ນ ຕ້ອງຖືກຊຳລະເປັນເງິນກີບ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ ທີ່ລະບຽບການໄດ້ກຳນົດໄວ້.

ມອບໃຫ້ກົມພາສີ ອອກຄຳແນະນຳ ກ່ຽວກັບວິທີ່ຄິດໄລ່ ຄ່າພາສີ-ອາກອນ ແລະ ພັນທະອື່ນ ໃນເວລາແຈ້ງພາສີເປັນລາຍລະອຽດ ໂດຍຍົກຕົວຢ່າງການຄິດໄລ່ຢ່າງລະອຽດ ເພື່ອຮັບປະກັນປະສິດທິຜົນ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ.

ມາດຕາ 11: ວິທີການກວດກາສິນຄ້າ, ເຄື່ອງຂອງ

ການກວດກາສິນຄ້າ, ເຄື່ອງຂອງ ຕ້ອງດຳເນີນການ ຕາມທີ່ກຳນົດໄວ້ໃນ ມາດຕາ 26 ຂອງກົດໝາຍວ່າດ້ວຍພາສີຢ່າງເຂັ້ມງວດ.

ໃນການກວດກາແຕ່ລະເທື່ອນັ້ນ ເຈົ້າໜ໊າທີ່ພາສີ ສາມາດກວດກາສິນຄ້າ, ເຄີື່ອງຂອງ ທັງໝົດ ຫຼື ບາງສ່ວນກໍ່ໄດ້ ແລ້ວແຕ່ກໍລະນີ ໂດຍນຳໃຊ້ວິທີການກວດກາຕາມລະບົບບໍລິຫານຄວາມສ່ຽງ ຫຼື ນຳໃຊ້ເຕັກນິກ, ເຄື່ອງອຸປະກອນທັນສະໄໝ ໃນການກວດກາອື່ນໆ ໃຫ້ມີຄວາມຖືກຕ້ອງ, ລະອຽດຊັດເຈນ.

ຖ້າຫາກຜົນຂອງການກວດກາສິນຄ້າ, ເຄື່ອງຂອງຕົວຈິງ ບໍ່ຖືກຕ້ອງກັບຂໍ້ມູນການແຈ້ງພາສີເປັນລາຍລະອຽດ ແລະ ເອກະສານປະກອບ ເຊັ່ນ: ຈຳນວນຫີບຫໍ່, ຊະນິດສິນຄ້າ, ນ້ຳໜັກລວມ, ນ້ຳໜັກຈິງ, ປະເທດຜະລິດ, ເລກລະຫັດ ຫຼື ມູນຄ່າແຈ້ງພາສີ; ເຈົາໜ້າທີ່ພາສີ ຜູ້ກວດກາ ຕ້ອງເຮັດຈົດໝາຍບັນທຶກຄະດີທາງພາສີໃນທັນທີ ແລ້ວ ເຊັນຮັບຮູ້ຮ່ວມກັນກັບເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ບໍລິການແຈ້ງພາສີ ເພື່ອເປັນຫຼັກຖານດຳເນີນຄະດີທາງພາສີ ຕາມລະບຽບການກຳນົດ, ພາຍຫຼັງສຳເລັດຕາມຂັ້ນຕອນແລ້ວ ຈຶ່ງອະນຸຍາດໃຫ້ນຳເອົາສິນ້າ, ເຄື່ອງຂອງ ອອກຈາກດ່ານພາສີ ຫຼື ສາງ ໄດ້.

ໃນກໍລະນີດ່ານພາສີຊາຍແດນ ບໍ່ມີເຄື່ອງກວດກາດ້ວຍລະບົບສາຍແສງ ຫຼື ບໍ່ມີສາງ ໃຫ້ນຳໃຊ້ວິທີການກວດກາສິນຄ້າ, ເຄື່ອງຂອງຕົວຈິງ ຕາມເຕັກນິກວິຊາການ ໂດຍວິທີການເປີດຜ້າບັດ ຫຼື ໄຂຕູ້ບັນຈຸສິນຄ້າ ເພື່ອກວດນັບທັງໝົດ ຫຼື ບາງສ່ວນ ແລ້ວແຕ່ກໍລະນີ ເພື່ອຮັບປະກັນຄວາມຖືກຕ້ອງ, ຊັດເຈນ.

ສຳລັບດ່ານພາສີຊາຍແດນ ທີ່ມີເຄື່ອງກວດກາດ້ວຍລະບົບສາຍແສງ ໃຫ້ເຈົ້າໜ້າທີ່ພາສີ ທຳການກວດກາດ້ວຍລະບົບດັ່ງກ່າວ ໃນເບື້ອງຕົ້ນ ໂດຍມີການວິເຄາະ, ວິໄຈ ຢ່າງລະອຽດ ຕາມຫຼັກກການບໍລິຫານຄວາມສ່ຽງທາງພາສີ.

ຄ່າໃຊ້ຈ່າຍສິ້ນເປືອງຕ່າງໆ ທີ່ກ່ຽວຂ້ອງກັບການກວດກາສິນຄ້າ, ເຄື່ອງຂອງ ເຊັ່ນ: ຄ່າຂົນສົ່ງ, ຄ່າຍົກຖ່າຍ ແລະ ຄ່າອື່ນໆ ແມ່ນພາລະຄວາມຮັບຜິດຊອບຂອງຜູ້ແຈ້ງພາສີທັງໝົດ.

ມາດຕາ 12: ການຄຸ້ມຄອງ ແລະ ມາດຕະການໃນການຄ້ຳປະກັນ

ການຄ້ຳປະກັນ ຕາມທີ່ໄດ້ກຳນົດໄວ້ຢູ່ໃນ ມາດຕາ 27 ຂອງກົດໝາຍວ່າດ້ວຍພາສີ ແມ່ນໃຫ້ດຳເນີນການດັ່ງນີ້:

  1. ການຄຸ້ມຄອງການຄ້ຳປະກັນເປັນເງິນສົດ

ໃນກໍລະນີຜູ້ແຈ້ງພາສີ ມີການຄ້ຳປະກັນດ້ວຍເງິນສົດ, ເຈົ້າໜ້າທີ່ພາສີ ຕ້ອງນຳເອົາເງິນຄ້ຳປະກັນ ໄປຝາກໄວ້ຢູ່ທະນາຄານ, ບໍ່ອະນຸຍາດໃຫ້ເກັບຮັກສາເງິນຄ້ຳປະກັນເຫຼົ່ານັ້ນໄວ້ຢູ່ລັດຖະການພາສີແຕ່ລະຂັ້ນ.

  1. ການຄຸ້ມຄອງເງິນຄ້ຳປະກັນເປັນແຊັກ ຫຼື ໜັງສືຄ້ຳປະກັນຈາກສະຖາບັນການເງິນ ຫຼື ທະນາຄານ

ກ່ອນຈະຮັບການຄ້ຳປະກັນທີ່ເປັນແຊັກ ຫຼື ໜັງສືຄ້ຳປະກັນຈາກສະຖາບັນການເງິນ ຫຼື ທະນາຄານ ເຈົ້າໜ້າທີ່ພາສີ ຕ້ອງປະສານສົມທົບກັບສະຖາບັນການເງິນ ຫຼື ທະນາຄານທີ່ກ່ຽວຂ້ອງ ເພື່ອກວດກາ ຢັ້ງຢືນຄວາມຖືກຕ້ອງເສຍກ່ອນ ຈຶ່ງຮັບແຊັກ ຫຼື ໜັງສືຄ້ຳປະກັນດັ່ງກ່າວ ແລະ ຕ້ອງໄດ້ມີການບັນທຶກຕິດຕາມລາຍລະອຽດ ເພື່ອດຳເນີນການເລັ່ງທວງໃຫ້ມາຊຳລະສະສາງ ຕາມກຳນົດເວລາທີ່ໄດ້ລະບຸໄວ້ໃນສັນຍາຄ້ຳປະກັນ.

  1. ການຄຸ້ມຄອງເອກະສານຄ້ຳປະກັນດ້ວຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ

ໃນກໍລະນີມີການຄ້ຳປະກັນດ້ວຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເຈົ້າໜ້າທີ່ພາສີ ຕ້ອງມີການບັນທຶກຕິດຕາມລາຍລະອຽດ ເພື່ອດຳເນີນການເລັ່ງທວງ ແລະ ຊຳລະສະສາງ ລະບອບຄ້ຳປະກັນ ຕາມກຳນົດເວລາທີ່ໄດ້ລະບຸໄວ້ໃນສັນຍາການຄ້ຳປະກັນ.

  1. ມາດຕະການ
  • ໃນກໍລະນີທີ່ຄ້ຳປະກັນດ້ວຍເງິນສົດ ຫຼື ໜັງສືຄ້ຳປະກັນຈາກທະນາຄານ ຫຼື ສະຖາບັນການເງິນ ຖ້າກາຍກຳນົດເວລາ ທີ່ລະບຸໄວ້ໃນລະບຽບການ ຫຼື ສັນຍາຄ້ຳປະກັນ ຈະຕ້ອງຖືກປັບໃໝຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ ແລະ ໃຫ້ຫົວໜ້າດ່ານພາສີຊາຍແດນ ຫຼື ຫົວໜ້າກອງກວດກາພາສີເລັ່ງທວງໜຶ່ງຄັ້ງ, ຖ້າກາຍກຳນົດນີ້ແລ້ວ ແມ່ນໃຫ້ລາຍງານມາຍັງກົມພາສີ ເພື່ອອກຄຳສັ່ງມອບເງິນຄ້ຳປະກັນດັ່ງກ່າວ ເຂົ້າງົບປະມານແຫ່ງລັດ.
  • ສຳລັບການຄ້ຳປະກັນ ສິນຄ້າ, ເຄື່ອງຂອງ ຕາມນະໂຍບາຍສົ່ງເສີມການລົງທຶນ ທີ່ນຳເຂົ້າໃນລະບອບຍົກເວັ້ນ ແລະ ງົດເກັບພາສີ, ນຳເຂົ້າຊົວຄາວ ທີ່ມີການຄ້ຳປະກັນດ້ວຍເງິນສົດ ຫຼື ໜັງສືຄ້ຳປະກັນຈາກທະນາຄານ, ບຸກຄົນ ຫຼື ນິຕິບຸກຄົນ ຖ້າກາຍໄລຍະເວລາຄ້ຳປະກັນທີ່ກຳນົດໄວ້ ມອບໃຫ້ດ່ານພາສີຊາຍແດນທີ່ກ່ຽວຂ້ອງ ຫຼື ຫົວໜ້າກອງກວດກາພາສີ ເລັ່ງທວງ ໜຶ່ງຄັ້ງ, ຖ້າກາຍກຳນົດເວລານີ້ແລ້ວ ແມ່ນໃຫ້ລາຍງານມາຍັງກົມພາສີ ເພື່ອອອກຄຳສັ່ງມອບເງິນຄ້ຳປະກັນດັ່ງກ່າວ ເຂົ້າງົບປະມານແຫ່ງລັດ ແລະ ແກ້ໄຂເປັນແຕ່ລະກໍລະນີ ຕາມລະບຽບການ.

ການຄ້ຳປະກັນສິນຄາ, ເຄື່ອງຂອງ ທີ່ນຳເຂົ້າມາຊົມໃຊ້ພາຍໃນ ຕ້ອງໄດ້ຮັບການອະນຸມັດຈາກກົມພາສີ, ບໍ່ອະນຸຍາດໃຫ້ດ່ານພາສີຊາຍແດນ ອອກໜັງສືຄ້ຳປະກັນດ້ວຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢ່າງເດັດຂາດ.

ມາດຕາ 13: ການຄຸ້ມຄອງສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າເພື່ອສົ່ງອອກຕໍ່

ການນຳເຂົ້າເພື່ອສົ່ງອອດ ແມ່ນການນຳເອົາສິນຄ້າ, ເຄື່ອງຂອງ ເຂົ້າມາໃນ ສປປ ລາວ ເພື່ອປັບປຸງ, ຫຸ້ມຫໍ່, ສັບປ່ຽນສິນຄ້າ ໃສ່ພາຫະນະຂົນສົ່ງ ແລະ ອື່ນໆ ເພື່ອລໍຖ້າຂະບວນການການສົ່ງອອກ ຕໍ່ໄປຍັງອີກປະເທດໜຶ່ງ ຊຶ່ງຢູ່ພາຍໃຕ້ການຄວບຄຸມຂອງລັດຖະການພາສີ, ຕ້ອງມີສະຖານທີ່ ຫຼື ສາງ ທີ່ໄດ້ຮັບອະນຸຍາດຈາກລັດຖະການພາສີ ໃນການຮັກສາສິນຄ້າຊົ່ວຄາວ, ປະຕິບັດຕາມກຳນົດເວລາໃນການສົ່ງອອກ ຕາມທີ່ໄດ້ລະບຸໄວ້. ໃນເວລາສົ່ງອອກ ຕ້ອງໄປຕາມເສັ້ນທາງສະເພາະ ແລະ ຜ່ານດ່ານພາສີສາກົນເທົ່ານັ້ນ.

ສິນຄ້າ, ເຄື່ອງຂອງ ທີ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າເພື່ອສົ່ງອອກ ຕ້ອງປະຕິບັດພັນທະຕ່າງໆ ເຂົ້າງົບປະມານແຫ່ງລັດ ຕາມລະບຽບການກຳນົດ.

ມາດຕາ 14: ການຄຸ້ມຄອງການຂົນສົ່ງສິນຄ້າ, ເຄື່ອງຂອງ ຜ່ານແດນສາກົນ

14.1 ເງື່ອນໄຂໃນການດຳເນີນການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນສາກົນ

  • ຜູ້ປະກອບການຂົນສົ່ງ ຕ້ອງມີອະນຸຍາດດຳເນີນທຸລະກິດຂົນສົ່ງ ທີ່ຂຶ້ນທະບຽນຢູ່ປະເທດພາຄີ ຊຶ່ງລັດຖະບານ ສປປ ລາວ ໄດ້ເຂົ້າເປັນພາສີ ຫຼື ຮ່ວມລົງນາມ ຕ້ອງປະຕິບັດຕາມກົດໝາຍຂອງ ສປປ ລາວ ແລະ ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນສັນຍາ ຫຼື ລະບຽບການຂົນສົ່ງສາກົນ;
  • ຕ້ອງໄດ້ເຮັດສັນຍາຄ້ຳປະກັນນຳລັດຖະການພາສີ ຫຼື ສອດຄ່ອງກັບເນື້ອໃນສັນຍາ ລະຫວ່າງ ກົມພາສີ ກັບ ສະມາຄົມຂົນສົ່ງແຫ່ງຊາດ ທີ່ໄດ້ລົງນາມຮ່ວມກັນ ກ່ຽວກັບສິນຄ້າ, ເຄື່ອງຂອງ, ພາຫະນະຂົນສົ່ງ, ຕູ້ບັນຈຸສິນຄ້າ ແລະ ປະຕິບັດຕາມກົດໝາຍວ່າດ້ວຍພາສີ ແລະ ລະບຽບການທີ່ກ່ຽວຂ້ອງ;
  • ບໍ່ອະນຸຍາດໃຫ້ນຳເອົາສິນຄ້າ, ເຄື່ອງຂອງ ຜ່ານດິນແດນ ສປປ ລາວ ໂດຍສະເພາະລາຍການສິນຄ້າລັດເກືອດຫ້າມ, ລະເມີດຊັບສິນທາງປັນຍາ, ບັນຊີລາຍການຢູ່ໃນສົນທິສັນຍາ ວ່າດ້ວຍການຄຸ້ມຄອງພືດ, ສັດ, ທີ່ໃກ້ສູນພັນ (CITES), ສິ່ງເສດເຫຼືອທາງອຸດສາຫະກຳ ຊຶ່ງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ຢູ່ໃນລາຍການຄວບຄຸມສິ່ງເວດລ້ອມ ທີ່ຕ້ອງມີການອະນຸຍາດຂອງຂະແໜງການ ແລະ ລາຍການສິນຄ້າອື່ນ ທີ່ລະບຽບການຂອງສາກົນ ແລະ ພາກພື້ນ ບໍ່ອະນຸຍາດ.

14.2 ການດຳເນີນພິທີການທາງພາສີ ແລະ ການຕິດຕາມ ກວດກາ

  • ສິນຄ້າ, ເຄື່ອງຂອງ ທີ່ຢູ່ໃນລະບອບຂົນສົ່ງຜ່ານແດນສາກົນ ແມ່ນຖືກຈັດເຂົ້າໃນລະບອບງົດເກັບພາສີ ໃນເວລານຳເຂົ້າຜ່ານດິນແດນ ສປປ ລາວ ຊຶ່ງຕ້ອງຫຸ້ມຫໍ່ໃຫ້ໄດ້ຕາມມາດຕະຖານ ຫຼື ຕ້ອງບັນຈຸໃນຕູ້ສິນຄ້າ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້;
  • ການແຈ້ງພາສີເປັນລາຍລະອຽດໃນລະບອບຄ້ຳປະກັນ ສຳລັບສິນຄາຜ່ານແດນ ແມ່ນໃຫ້ດຳເນີນການຢູ່ດ່ານພາສີຊາຍແດນບ່ອນນຳເຂົ້າສິນຄ້າ, ເຄື່ອງຂອງ;
  • ການຊຳລະຄ່າທຳນຽມບໍລິການແຈ້ງເອກະສານສິນຄ້າຜ່ານແດນສາກົນ ແມ່ນໃຫ້ຊຳລະໃນເວບາປະກອບໃບແຈ້ງພາສີເປັນລາຍລະອຽດ ຢູ່ດ່ານພາສີຊາຍແດນ ບ່ອນນຳເຂົ້າສິນຄ້າ;
  • ເຈົ້າໜ້າທີ່ພາສີ ຢູ່ດ່ານພາສີບ່ອນນຳເຂົ້າ ຕ້ອງໄດ້ກວດກາບໍລິຫານຄວາມສ່ຽງ, ການໜີບສາຍຮັດຕູ້ບັນຈຸສິນຄ້າ ແລະ ບັນທຶກຜົນການກວດກາຕາມລະບຽບການ;
  • ເມື່ອສິນຄ້າ, ເຄື່ອງຂອງ ໄປຮອດດ່ານພາສີສາກົນຢູ່ປາຍທາງບ່ອນສົ່ງອອກ ຜູ້ຂົນສົ່ງ ຫຼື ຜູ້ແຈ້ງພາສີ ຕ້ອງນຳເອົາໃບແຈ້ງພາສີເປັນລາຍລະອຽດ ທີ່ໄດ້ປະກອບຢູ່ດ່ານພາສີຕົ້ນທາງ, ແຈ້ງຕໍ່ເຈົ້າໜ້າທີ່ພາສີຜູ້ກວດກາສິນຄ້າ ຢູ່ດ່ານພາສີບ່ອນສິນຄ້າສົ່ງອອກ ເພື່ອດຳເນີນການກວດກາ ຕາມລະບຽບການ, ຖືວ່າໄດ້ປະຕິບັດຢ່າງຄົບຖ້ວນ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນສັນຍາຄ້ຳປະກັນການຂົນສົ່ງຜ່ານແດນ;
  • ໃນກໍລະນີເຄື່ອງໝາຍສະເພາະຂອງຕູ້ບັນຈຸສິນຄ້າ ຜິດປົກກະຕິ ຫຼື ມີແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ ກ່ຽວກັບສິນຄ້າ, ເຄື່ອງຂອງທີ່ບໍ່ຖືກຕ້ອງ, ເຈົ້າໜ້າທີ່ພາສີ ສາມາດກວດກາສິນຄ້າ, ເຄື່ອງຂອງຜ່ານແດນໄດ້ ໂດຍຊ້ອງໜ້າຜຸ້ຂົນສົ່ງ ຫຼື ຜູ້ໄດ້ຮັບມອບສິດ;
  • ຜູ້ປະກອບການ ທີ່ບໍລິການຂົນສົ່ງຜ່ານແດນ ນອກຈາກຄ້ຳປະກັນຕໍ່ກັບສິນຄ້າ, ເຄື່ອງຂອງແລ້ວ, ຍັງຕ້ອງຄ້ຳປະກັນ ກ່ຽວກັບຕູ້ບັນຈຸສິນຄ້າ ຕໍ່ເຈົ້າໜ້າທີ່ພາສີ ຢູ່ດ່ານພາສີຊາຍແດນບ່ອນນຳເຂົ້າ, ຊຶ່ງຕູ້ບັນຈຸສິນຄ້າ ຕ້ອງຖືກສົ່ງອອກຄືນ ພາຍໃນກຳນົດ ສາມສິບ (30) ວັນ, ຖ້າຕ້ອງການຊົມໃຊ້ພາຍໃນ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍພາສີຢ່າງເຂັ້ມງວດ.

14.3 ການຄຸ້ມຄອງ ພາຫະນະຂົນສົ່ງສິນຄ້າຜ່ານແດນ ທາງບົກ, ທາງນ້ຳ

  • ຕ້ອງນຳໃຊ້ປຶ້ມອະນຸຍາດຂົນສົ່ງລະຫວ່າງປະເທດ ແລະ ມີໃບປະກັນໄພທີ່ມີອາຍຸການນຳໃຊ້ ຂອງບັນດາປະເທດທີ່ໄດ້ລົງນາມຮ່ວມກັນ ໃນສັນຍາ ຫຼື ຂໍ້ຜູກພັນ ວ່າດ້ວຍການອຳນວຍຄວາສະດວກຂົນສົ່ງ ສິນຄ້າ ແລະ ຄົນຂ້າມແດນ;
  • ໃນກໍລະນີ ທີ່ບໍ່ມີປຶ້ມອະນຸຍາດຂົນສົ່ງລະຫວ່າງປະເທດ ແມ່ນໃຫ້ນຳໃຊ້ໃບແຈ້ງພາຫະນະເຂົ້າ-ອອກ ຊົ່ວຄາວ ແລະ ອີງໃສ່ເອກະສານແຈ້ງອອກຂອງເຈົ້າໜ້າທີ່ ປະເທດໃຫ້ຜ່ານສຸດທ້າຍ ແລະ ຕ້ອງມີໃບກວດກາເຕັກນິກ, ໃບປະກັນໄພທີ່ມີອາຍຸການນຳໃຊ້;
  • ການຄ່ຽນຖ່າຍສິນຄ້າ, ເຄື່ອງຂອງ ອອກຈາກພາຫະນະຂົນສົ່ງ ຢູ່ໃນດິນແດນ ສປປ ລາວ ບໍ່ເກີນ ໜຶ່ງເທື່ອ;
  • ເຮືອຕ່າງໆ ທີ່ດຳເນີນການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນ ຕາມແມ່ນ້ຳຊາຍແດນ ຕ້ອງດຳເນີນການແຈ້ງເອກະສານ ກ່ຽວກັບເຮືອຕໍ່ເຈົ້າໜ້າທີ່ພາສີຊາຍແດນ ທີ່ໄດ້ກຳນົດໄວ້ ເພື່ອດຳເນີນການກວດກາຕາມລະບຽບການ;
  • ເຮືອຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນ ແມ່ນບໍ່ອະນຸຍາດໃຫ້ມີການຄ່ຽນຖ່າຍສິນຄ້າ, ເຄື່ອງຂອງອອກຈາກເຮືອໂດຍເດັດຂາດ;
  • ການຊຳລະຄ່າທຳນຽມບໍລິການແຈ້ງເອກະສານສິນຄ້າ, ເຄື່ອງຂອງຜ່ານແດນສາກົນ ແມ່ນໃຫ້ຊຳລະໃນເວລາທີ່ເຮືອຈອດທຽບທ່ານ ຢູ່ດ່ານພາສີຊາຍແດນ ບ່ອນທີ່ລັດຖະການພາສີກຳນົດໃຫ້;
  • ການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນທາງບົກ ແລະ ທາງນ້ຳ ໃນກໍລະນີເກີດອຸບັດຕິເຫດ ຫຼື ມີເຫດການສຸດວິໄສ ຕ້ອງໄດ້ແຈ້ງຕໍ່ເຈົ້າໜ້າທີ່ພາສີ ບ່ອນໃກ້ທີ່ສຸດ ເພື່ອດຳເນີນການຄຸ້ມຄອງການຄ່ຽນຖ່າຍສິນຄ້າ, ເຄື່ອງຂອງ. ໃນກໍລະນີມີການລະເມີດກົດໝາຍວ່າດ້ວຍພາສີ ແລະ ລະບຽບການຂອງ ສປປ ລາວ ເຊັ່ນ: ພາຫະນະຂົນສົ່ງສິນຄ້າ, ເຄື່ອງຂອງ ບໍ່ໄປຕາມເສັ້ນທາງທີ່ກຳນົດໄວ້, ການໜີບກົ່ວ ຫຼື ສາຍຮັດບໍ່ຢູ່ໃນສະພາບເດີມ ແລະ ມີການລັກລອບເອົາສິນຄ້າ, ເຄື່ອງຂອງ ຂຶ້ນ ຫຼື ລົງຈາກພາຫະນະຂົນສົ່ງ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ພາສີ ຈະຖືກດຳເນີນຄະດີ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 15: ລະບຽບການ ສ້າງຕັ້ງສາງສິນຄ້າ, ເຄື່ອງຂອງ

15.1 ຫຼັກການໃນການສ້າງຕັ້ງສາງ

  • ບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງຈະສ້າງຕັ້ງລະບົບສາງເກັບມ້ຽນສິນຄ້າ, ເຄື່ອງຂອງ ໂດຍສອດຄ່ອງກັບເນື້ອໃນທີ່ກຳນົດໄວ້ໃນ ມາດຕາ 37, 38 ຂອງກົດໝາຍວ່າດ້ວຍພາສີ, ຊຶ່ງຕ້ອງໄດ້ຮັບການອະນຸມັດຈາກກະຊວງການເງິນ;
  • ສະຖານທີ່ສ້າງຕັ້ງຂອງສາງ ຕ້ອງຕັ້ງຢູ່ບໍລິເວນດ່ານພາສີສາກົນ, ຊຶ່ງມີເນື້ອທີ່ພຽງພໍ ແລະ ມີສິ່ງອຳນວຍຄວາມສະດວກໃນການເກັບມ້ຽນ, ຍົກຖ່າຍ ແລະ ຕິດຊັ່ງ ສຳລັບສິນຄ້າ, ເຄື່ອງຂອງ ທີ່ຈະນຳເຂົ້າ-ສົ່ງອອກ, ມີລະບົບປ້ອງກັນຄວາມປອດໄພ ແລະ ສິ່ງອຳນວຍຄວາມສະດວກອື່ນໆ;
  • ອາຄານຂອງສາງ ຕ້ອງມີສະຖານທີ່ພຽງພໍໃນການເກັບຮັກສາສິນຄ້າ, ເຄື່ອງຂອງຊົ່ວຄາວ, ທັງຮັບປະກັນການຈັດສັນໃຫ້ສອດຄ່ອງກັບລະບົບສາງ ສີ່ (4) ປະເພດ. ພ້ອມນັ້ນ, ກໍມີສະຖານທີ່ອຳນວຍຄວາມສະດວກໃນການເຮັດວຽກຂອງເຈົ້າໜ້າທີ່ພາສີ, ສຳລັບການປຸກສ້າງ ຕ້ອງໄດ້ຖືກຮັບຮອງຈາກຂະແໜງການກ່ຽວຂ້ອງ ກ່ຽວກັບມາດຕະຖານເຕັກນິກ.

15.2 ເງື່ອນໄຂ ໃນການສ້າງຕັ້ງລະບົບສາງ

  • ຜູ້ມີຈຸດປະສົງ ຈະສ້າງຕັ້ງລະບົບສາງ ຕ້ອງຍື່ນໃບສະເໜີ ຕໍ່ກະຊວງການເງິນ ເພື່ອຂໍອະນຸມັດທາງດ້ານຫຼັກການ ກ່ຽວກັບການສ້າງຕັ້ງລະບົບສາງ ພ້ອມເອກະສານປະກອບ ເຊັ່ນ: ບົດວິພາກເສດຖະກິດເຕັກນິກ ແລະ ອື່ນໆ ທີ່ເຫັນວ່າມີຄວາມຈຳເປັນໃນການດຳເນີນທຸລະກິດຂອງຜູ້ປະກອບການ ໂດຍສອດຄ່ອງກັບກົດໝາຍ ແລະລະບຽບການ;
  • ສະຖານທີ່ສ້າງຕັ້ງລະບົບສາງ ຕ້ອງແມ່ນບ່ອນທີ່ມີຄວາມຈຳເປັນ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງລັດຖະການພາສີ, ບໍ່ແມ່ນດ່ານພາສີສາກົນ ທີ່ເຂົ້າຮ່ວມການປະຕິບັດຂໍ້ຕົກລົງຂອງບັນດາປະເທດອະນຸພາກພື້ນລຸ່ມແມ່ນນ້ຳຂອງ (GMS) ໃນການກວດກາຮ່ວມກັນຈຸດດຽວ ສຳລັບການຂົນສົ່ງສິນຄ້າຜ່ານແດນ;
  • ການສ້າງຕັ້ງລະບົບສາງ ຕ້ອງຮັບປະກັນປະສິດທິຜົນ, ບໍ່ເປັນການເພີ່ມຕົ້ນທຶນທຸລະກິດຂອງຜູ້ປະກອບການສົ່ງອອກ-ນຳເຂົ້າ ແນໃສ່ການອຳນວຍຄວາມສະດວກທາງດ້ານການຄ້າ;
  • ຜູ້ທີ່ໄດ້ຮັບອະນຸມັດຈາກກະຊວງການເງິນ ໃຫ້ດຳເນີນທຸລະກິດລະບົບສາງ ຕ້ອງເຮັດສັນຍາຄ້ຳປະກັນນຳກົມພາສີ ເພື່ອດຳເນີນການບໍລິການ ຕາມລະບຽບການ.

15.3 ການຄຸ້ມຄອງສາງສິນຄ້າ, ເຄື່ອງຂອງ

  • ລັດຖະການພາສີ ເປັນຜູ້ຄຸ້ມຄອງລະບົບສາງ ຕາມກົດໝາຍວ່າດ້ວຍພາສີກຳນົດ;
  • ການບໍລິການເປີດ-ປິດ ສາງ ຕ້ອງປະຕິບັດຕາມໂມງ, ເວລາ ທີ່ລັດຖະການພາສີ ປະຈຳການ ຊຶ່ງມີກຸນແຈ ສອງ ໜ່ວຍ, ໜຶ່ງໜ່ວຍ ແມ່ນເຈົ້າໜ້າທີ່ພາສີ ແລະ ອີກໜຶ່ງໜ່ວຍ ແມ່ນເຈົ້າໜ້າທີ່ສາງ;
  • ການຈັດເກັບຄ່າບໍລິການພາຍໃນສາງ ຕ້ອງປະຕິບັດຕາມລະບຽບການກຳນົດໄວ້, ຊຶ່ງບໍ່ອະນຸຍາດໃຫ້ເພີ່ມ ຫຼື ຫຼຸດຄ່າບໍລິການ ໂດຍບໍ່ໄດ້ຮັບອະນຸຍາດ;
  • ການຖືບັນຊີ ຕ້ອງປະຕິບັດໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການບັນຊີ ແລະ ລະບຽບການກຳນົດ;
  • ໃນກໍລະນີສິນຄ້າ, ເຄື່ອງຂອງທີ່ເສຍຄຸນ, ເໜົ່າເປື່ອຍ ຫຼື ຖືກເສຍຫາຍ ໂດຍອຸປະຕິເຫດ ຫຼື ເຫດສຸດວິໃສໃນເວລາການເກັບມ້ຽນຊົ່ວຄາວ ຊຶ່ງໄດ້ຮັບການຊັນນະສູດ ແລະ ມີການຢັ້ງຢືນເປັນລາຍລັກອັກສອນຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເຫັນວ່ານຳໃຊ້ບໍ່ໄດ້ ຫຼື ບໍ່ເໝາະສົມ ສຳລັບການບໍລິໂພກ ຕ້ອງສ້າງບັດບັນທຶກໂດຍຊ້ອງໜ້າເຈົ້າຂອງສິນຄ້າ ຫຼື ຜູ້ຕາງໜ້າ ເພື່ອເປັນຫຼັກຖານ ກ່ອນຈະນຳເອົາສິນຄ້າ, ເຄື່ອງຂອງໄປທຳລາຍ.

15.4 ຄວາມຮັບຜິດຊອບຂອງເຈົ້າຂອງສາງ

  • ເຈົ້າຂອງສາງ ມີຄວາມຮັບຜິດຊອບໂດຍກົງ ຕໍ່ໜ້າກົດໝາຍ ແລະ ລະບຽບການກຳນົດໄວ້ ໃນການດຳເນີນບໍລິການພາຍໃນສາງ, ເກັບຮັກສາສິນຄ້າ, ເຄື່ອງຂອງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນການເປ່ເພ, ການຕົກເຮ່ຍ ເສຍຫາຍ ແລະ ຮັບຜິດຊອບຕໍ່ຄ່າພາສີ-ອາກອນ ແລະ ພັນທະອື່ນ ທີ່ເກີດຂຶ້ນ;
  • ມີໜ້າທີ່ໃນການຈັດສັນເອົາສິນຄ້າ, ເຄື່ອງຂອງ ລົງເກັບໄວ້ໃນສາງຕາມຄວາມເໝາະສົມ ຂອງແຕ່ລະປະເພດສິນຄ້າ ແລະ ຕິດຕາມ, ກວດກາ ສິນຄ້າ, ເຄື່ອງຂອງ ທີ່ຢູ່ໃນສາງ ພ້ອມທັງສະຫຼຸບລາຍງານ ບັນຊີສິນຄ້າ ທີ່ເກັບມ້ຽນຢູ່ໃນສາງເປັນແຕ່ລະວັນ;
  • ຕ້ອງໄດ້ຖືບັນຊີໃຫ້ຄົບຖ້ວນ, ລາຍງານສະຖິຕິ ສິນຄ້າ, ເຄື່ອງຂອງເຂົ້າ-ອອກສາງ ເປັນແຕ່ລະວັນ, ອາທິດ, ເດືອນ, ງວດ ແລະ ສົກປີ ຕາມແບບຟອມ ທີ່ລັດຖະການພາສີກຳນົດ ໃຫ້ແກ່ເຈົ້າໜ້າທີ່ພາສີ;
  • ການເຄື່ອຍ້າຍສິນຄ້າ, ເຄື່ອງຂອງ ພາຍໃນລະບົບສາງ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ພາສີ;
  • ຈັດສັນສະຖານທີ່ເກັບມ້ຽນສິນຄ້າ, ເຄື່ອງຂອງ ທີ່ຢູ່ໃນການຄວບຄຸມສະເພາະຂອງລັດຖະການພາສີ;
  • ຄຸ້ມຄອງພະນັກງານ, ກຳມະກອນ ທີ່ຢູ່ໃນຄວາມຮັບຜິດຊອບ ລວມທັງຮັບປະກັນຄວາມປອດໄພໃນລະບົບສາງ;
  • ຫ້າມບໍ່ໃຫ້ຜູ້ຄຸ້ມຄອງສາງ ດຳເນີນການປ່ຽນກຳມະສິດ ເຈົ້າຂອງສິນຄ້າ, ເຄື່ອງຂອງ ຢູ່ພາຍໃນສາງ ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະການພາສີ;
  • ຕ້ອງປະຕິບັດສັນຍາຄ້ຳປະກັນ ກັບ ລັດຖະການພາສີ ຢ່າງເຂັ້ມງວດ.

15.5 ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີ ຄຸ້ມຄອງສາງ

  • ຄຸ້ມຄອງ, ສົມທຽບບັນຊີສິນຄ້າ, ເຄື່ອງຂອງ ຮ່ວມກັບຜູ້ປະກອບການສາງ ເພື່ອປະຕິບັດກຳນົດເວລາໃຫ້ຖືກຕ້ອງ ຕາມລະບຽບການທາງພາສີ ແລະ ການແຈ້ງພາສີ ຕາມທີ່ກຳນົດໄວ້ໃນ ໝວດທີ 5 ຂອງກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011;
  • ຄຸ້ມຄອງ, ຕິດຕາມ ໃບຂົນສົ່ງ, ບັນຊີ, ການເກັບມ້ຽນ, ການເຄື່ອນຍ້າຍ ສິນຄ້າ, ເຄື່ອງຂອງ ເຂົ້າ-ອອກ ສາງ;
  • ດຳເນີນການ ຕາມລະບຽບ ກ່ຽວກັບສິນຄ້າ, ເຄື່ອງຂອງ ທີ່ນອນໃນບັນຊີຄວບຄຸມສະເພາະທາງພາສີ ແລະ ການ ກາຍກຳນົດເວລາ ໃນການແຈ້ງພາສີເປັນລາຍລະອຽດ;
  • ຄວບຄຸມ ສິນຄ້າ, ເຄື່ອງຂອງ ທີ່ຢູ່ໃນລະບົບສາງ ໃນກໍລະນີມີການປ່ຽນກຳມະສິດ ເພື່ອດຳເນີນການແຈ້ງພາສີເປັນລາຍລະອຽດ;
  • ສະຫຼຸບບັນຊີ ສິນຄ້າ, ເຄື່ອງຂອງ ເຂົ້າ-ອອກ ສາງ ປະຈຳວັນ, ອາທິດ, ເດືອນ, ງວດ ແລະ ສົກປີ.

ມາດຕາ 16 ການຄຸ້ມຄອງ ວັດຖຸສິ່ງຂອງ ເພື່ອການຜະລິດ, ປຸງແຕ່ງ, ປະກອບ, ດັດແປງ ຫຼື ສ້ອມແປງ

ເພື່ອໃຫ້ສອດຄ່ອງຕາມທີ່ກຳນົດໄວ້ໃນ ມາດຕາ 43 ຂອງກົດໝາຍວ່າດ້ວຍພາສີ, ໃນການງົດເກັບພາສີ ຜູ້ປະກອບການ ຕ້ອງໄດ້ປະຕິບັດຕາມລະບຽບການຢ່າງເຂັ້ມງວດ ແລະ ໃຫ້ດຳເນີນການ ດັ່ງນີ້:

  • ຕ້ອງໄດ້ເຮັດສັນຍາຄ້ຳປະກັນກັບລັດຖະການພາສີແຕ່ລະຂັ້ນ ເພື່ອຮັບປະກັນວ່າວັດຖຸສິ່ງຂອງ, ລວມທັງພາຊະນະບັນຈຸ ແລະ ວັດສະດຸຫຸ້ມຫໍ່ ເພື່ອການຜະລິດ, ປຸງແຕ່ງ, ປະກອບ, ດັດແປງ ຫຼື ສ້ອມແປງ ທີ່ນຳເຂົ້າ ມາຕາມແຜນການຜະລິດ ຕ້ອງສົ່ງອອກຄືນຕາມກຳນົດເວລາ;
  • ກຳນົດເວລານຳເຂົ້າຊົ່ວຄາວ ແມ່ນບໍ່ເກີນ ໜຶ່ງ (1) ປີ ແລະ ສາມາດຕໍ່ອາຍຸໄດ້ ສາມ (3) ຫາ ຫົກ (6) ເດືອນ ແຕ່ຕ້ອງມີການຄ້ຳປະກັນກັບລັດຖະການພາສີ;
  • ຖ້າບໍ່ສາມາດສົ່ງອອກຄືນໄດ້ ຕາມກຳນົດເວລາເທິງນີ້ ເຈົ້າຂອງສິນຄ້າ, ເຄື່ອງຂອງ ຕ້ອງໄດ້ສະເໜີລັດຖະການພາສີ ແລະ ຂະແໜງການກ່ຽວຂ້ອງ ກ່ຽວກັບເຫດຜົນທີ່ບໍ່ສາມາດສົ່ງອອກໄດ້ ເພື່ອດຳເນີນຕາມກົດໝາຍ ແລະ ລະບຽບການ;
  • ໃນກໍລະນີ ວັດຖຸສິ່ງຂອງ ລວມທັງພາຊະນະບັນຈຸ ແລະ ວັດສະດຸຫຸ້ມຫໍ່ ຫາກຂາດຫາຍຈາກບັນຊີນໍາເຂົ້າໃນເບື້ອງຕົ້ນ ຫຼື ມີການຊື້-ຂາຍ ໂດຍບໍ່ໄດ້ຮັບອະນຸຍາດຈສກເຈົ້າໜ້າທີ່ພາສີ ເຈົ້າຂອງສິນຄ້າ, ເຄື່ອງຂອງ ຕ້ອງຮັບຜິດຊອບຕາມກົດໝາຍ ແລະ ລະບຽບການກຳນົດ;
  • ຖ້າມີຈຸດປະສົງຊົມໃຊ້ພາຍໃນ ຕ້ອງໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ;
  • ປະກອບເອກະສານເຄື່ອນຍ້າຍນຳລັດຖະການພາສີ ໃນກໍລະນີ ມີການເຄື່ອນຍ້າຍຈາກບ່ອນຜະລິດໜຶ່ງ ໄປຫາບ່ອນຜະລິດໃໝ່ ຊຶ່ງເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ທີ່ໄດ້ຮັບມອບສິດ ຕຕ້ອງມີສັນຍາການຜະລິດຮ່ວມກັນ;
  • ເຈົ້າຂອງສິນຄ້າ, ເຄື່ອງຂອງ ຈະຖືກດຳເນີນຄະດີທາງພາສີ ໃນກໍລະນີສັນຍາຄ້ຳປະກັນໝົດກຳນົດ ໂດຍບໍແຈ້ງຕໍ່ອາຍຸສັນຍາຄ້ຳປະກັນກັບລັດຖະການພາສີ.

ມາດຕາ 17: ການຄຸ້ມຄອງການນຳເຂົ້າ ພາຫະນະ ເພື່ອການທ່ອງທ່ຽວ ຢ້ຽມຢາມ

ຜູ້ມີຈຸດປະສົງນຳພາຫະນະເຂົ້າມາ ເພື່ອການທ່ອງທ່ຽວ ຢ້ຽມຢາມ ຫຼື ພົວພັນວຽກງານ ຕ້ອງປະຕິບັດຢ່າງເຂັ້ມງວດ ຕາມີທ່ໄດ້ກຳນົດໄວ້ໃນ ມາດຕາ 45 ຂອງກົດໝາຍວ່າດ້ວຍພາສີ ແລະ ຈະໄດ້ດຳເນີນມາດຕະການ ດັ່ງນີ້:

  • ການນຳພາຫະນະ ເຂົ້າມາຊົ່ວຄາວ ເພື່ອການທ່ອງທ່ຽວ ຢ້ຽມຢາມ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຂອງເຈົ້າໜ້າທີ່ພາສີ;
  • ກຳນົດເວລາໃນການນຳເຂົ້າພາຫະນະດັ່ງກ່າວ ແມ່ນປະຕິບັດຕາມການອະນຸຍາດຂອງເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໃຫ້ແກ່ຜູ້ຂັບຂີ່;
  • ຜູ້ຂັບຂີ່ພາຫະນະ ຕ້ອງນຳເອົາພາຫະນະອອກຄືນ ຕາມກຳນົດເວລາທີ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ພາສີ, ບໍ່ອະນຸຍາດໃຫ້ຜູ້ຂັບຂີ່ແຈ້ງອອກເມືອງ ໂດຍບໍ່ນຳເອົາພາຫະນະດັ່ງກ່າວອອກຄືນ ພ້ອມທັງຈະຖືກດຳເນີນມາດຕະການ ຕາມກົດໝາຍຂອງ ສປປ ລາວ;
  • ໃນກໍລະນີທີ່ມີການຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອຢູ່ເກີນກຳນົດເວລາ ທີ່ລັດຖະການພາສີອະນຸຍາດໃຫ້ ຈະໄດ້ເກັບຄ່າທຳນຽມເພີ່ມ ຫ້າ (5) ໂດລາສະຫະລັດ ຕໍ່ວັນ, ຖ້າບໍ່ມີການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ເກັບຄ່າທຳນຽມ ສິບ (10) ໂດລາສະຫະລັດ ຕໍ່ວັນ;
  • ການພິຈາລະນາຕໍ່ອະນຸຍາດ ແມ່ນບໍ່ເກີນໜຶ່ງຄັ້ງ ໂດຍມີການຢັ້ງຢືນເຖິງເຫດຜົນ ໃນການຂໍຕໍ່ອາຍຸ, ແຕ່ຕ້ອງນຳພາຫະນະ ພ້ອມດ້ວຍໜັງສືເດີນທາງ ໄປແຈ້ງຕໍ່ເຈົ້າໜ້າທີ່ພາສີ ຢູ່ດ່ານພາສີຊາຍແດນ, ກອງກວດກາພາສີ ບ່ອນໃກ້ສຸດ ເພື່ອພິຈາລະນາອະນຸມັດ ແລະ ເກັບຄ່າທຳນຽມເພີ່ມ ຕາມລະບຽບການ;
  • ໃນກໍລະນີ ທີ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກບໍ່ນຳເອົາພາຫະນະອອກຄືນ ຕາມກຳນົດເວລາທີ່ລະບຸໄວ້ ຈະຖືກດຳເນີນຄະດີທາງພາສີ ຕາມກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ. ພ້ອມກັນນີ້, ລັດຖະການພາສີ ຈະບໍ່ອະນຸຍາດໃຫ້ພວກກ່ຽວ ນຳພາຫະນະ ເຂົ້າມາອີກໃນຄັ້ງຕໍ່ໄປ.

ມາດຕາ 18: ການນຳເຂົ້າສິນຄ້າ, ເຄື່ອງຂອງ ເພື່ອການວາງສະແດງ, ການສຶກສາ ແລະ ການທົດລອງ

ການນຳເຂົ້າສິນຄ້າ, ເຄື່ອງຂອງ ເປັນການຊົ່ວຄາວ ເພື່ອການ ວາງສະແດງ, ການສຶກສາ ແລະ ການທົດລອງ ຕ້ອງປະຕິບັດໃຫ້ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 47, 48 ຂອງກົດໝາຍວ່າດ້ວຍພາສີ ແລະ ໃຫ້ດໍາເນີນການແຈ້ງພາສີ ດັ່ງນີ້:

18.1 ການວາງສະແດງເພື່ອການສຶກສາ ແລະ ທົດລອງ

  • ຂະແໜງການທີ່ກ່ຽວຂ້ອງ ຕ້ອງປະກອບເອກະສານຢັ້ງຢືນ ກ່ຽວກັບການນຳເຂົ້າເຄື່ອງຂອງ ຮັບໃຊ້ວຽກງານການສຶກສາ ແລະ ການທົດລອງ ເພື່ອແຈ້ງພາສີເປັນລາຍລະອຽດ;
  • ເຄື່ອງຂອງ ທີ່ນຳເຂົ້າມາວາງສະແດງ ເພື່ອການສຶກສາ ແລະ ການທົດລອງ ຕ້ອງບໍ່ມີລັກສະນະທາງການຄ້າ ຊຶ່ງບໍລິມາດຂອງການນຳເຂົ້າ ຕ້ອງສອດຄ່ອງກັບການວາງສະແດງ ແລະ ການທົດລອງ ແລະ ຕ້ອງນຳອອກຄືນຕາມຈຳນວນເດີມພາຍຫຼັງໝົດກຳນົດ;
  • ເຄື່ອງຂອງ ທີ່ນຳເຂົ້າມາຫາກມີຈຳນວນຫຼາຍ ຕ້ອງໄດ້ດຳເນີນການຄ້ຳປະກັນ ເທົ່າກັບຄ່າພາສີ-ອາກອນ ແລະ ພັນທະອື່ນ ໂດຍບວກເພີ່ມ ຊາວສ່ວນຮ້ອຍ (20%) ແລະ ຕ້ອງນຳອອກຄືນຕາມກຳນົດເວລາ, ຖ້າກາຍກຳນົດ ຈະຖືກໄລ່ລຽງການຄ້ຳປະກັນ ເພື່ອມອບຄ່າພາສີ-ອາກອນ ແລະ ພັນທະອື່ນ ເຂົ້າງົບປະມານ ຕາມລະບຽບການທີ່ກຳນົດໄວ້;
  • ໃນກໍລະນີ ມີຄວາມຕ້ອງການຊົມໃຊ້ພາຍໃນ ຫຼື ມີການຊື້-ຂາຍ ຕ້ອງໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ.

18.2 ການວາງສະແງດສິນຄ້າທົ່ວໄປ ເພື່ອໂຄສະນາ ແລະ/ຫຼື ເພື່ອຈຳໜ່າຍ

  • ຕ້ອງມີເອກະສານຢັ້ງຢືນ ຫຼື ມີການຄ້ຳປະກັນ ຈາກຂະແໜງການທີ່ກ່ຽວຂ້ອງ;
  • ຜູ້ຮັບຜິດຊອບງານວາງສະແດງ ຕ້ອງເຮັດໜັງສືຄ້ຳປະກັນນຳລັດຖະການພາສີ;
  • ຕ້ອງມີເອກະສານຢັ້ງຢືນ ກ່ຽວກັບລາຍຊື່ຂອງຜູ້ທີ່ຈະເຂົ້າຮ່ວມງານວາງສະແດງ;
  • ຕ້ອງໄດ້ກຳນົດແຈ້ງປະເພດສິນຄ້າ ທີ່ນຳມາວາງສະແດງ;
  • ໃນເມື່ອສິ້ນສຸດງານວາງສະແດງ ເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຮັບຜິດຊອບງານວາງສະແດງ ຕ້ອງໄດ້ສະຫຼຸບບັນຊີ ສົມທຽບຈຳນວນທີ່ນຳເຂົ້າມາ ກັບຈຳນວນທີ່ຍັງເຫຼືອຕົວຈິງ ຍື່ນຕໍ່ເຈົ້າໜ້າທີ່ພາສີ. ສິນຄ້າ, ເຄື່ອງຂອງ ທີ່ນຳມາວາງສະແດງ ຕ້ອງຖືກສົ່ງອອກຄືນ ຕາມຈຳນວນ ແລະ ສະພາບເດີມ. ໃນກໍລະນີ ມີຄວາມຕ້ອງການຊົມໃຊ້ພາຍໃນ ຫຼື ມີການຊື້-ຂາຍ ຕ້ອງໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ.

ມາດຕາ 19: ການຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນ ທົ່ວໄປ

ການຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນ ທົ່ວໄປ ຕ້ອງປະຕິບັດຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 54 ຂອງກົດໝາຍວ່າດ້ວຍພາສີ ແລະ ຈະໄດ້ຮັບການຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນ ດັ່ງນີ້:

  • ສຳລັບສະບຽງອາຫານຂອງຜູ້ເດີນທາງ, ນັກທ່ອງທ່ຽວ ຕ້ອງຢູ່ໃນບໍລິມາດ ແລະ ປະລິມານທີ່ຈຳເປັນໃຫ້ແກ່ການຊົມໃຊ້ແກ່ຜູ້ໂດຍສານ ແລະ ເປັນສະບຽງອາຫານທີ່ປອດເຊື້ອໂລກ;
  • ເຄື່ອງປະດັບເອ້ຍ້ອງ ທີ່ຕິດຕົວຜູ້ໂດຍສານ, ກ້ອງຖ່າຍຮູບ, ກ້ອງຖ່າຍວີດີໂອ, ຄອມພິວເຕີ ທີ່ໃຊ້ແລ້ວຢ່າງລະ ໜຶ່ງໜ່ວຍ;
  • ເຄື່ອງຂອງທີ່ມີມູນຄ່າບໍ່ເກີນ ຫ້າສິບ (50) ໂດລາສະຫະລັດ/ຄົນ ຫຼື ສິນຄ້າຕົວຢ່າງ ທີ່ບໍ່ມີລັກສະນະທາງການຄ້າ;
  • ນ້ຳມັນເຊື້ອໄຟ ຄ້າງຖັງສະເພາະລົດຂົນສົ່ງ, ລົດໂດຍສານທີ່ມາຈາກຕ່າງປະເທດບໍ່ເກີນ ແປດສິບ (80) ລິດ/ຄັນ/ຖ້ຽວ.

ມາດຕາ 20: ການຍົກເວັ້ນ ຫຼື ງົດເກັບພາສີທາງການທູດ ແລະ ອັງການຈັດຕັ້ງສາກົນ

ວັດຖຸອຸປະກອນ, ເຄື່ອງຂອງ ຮັບໃຊ້ຂອງບັນດາສະຖານທູດ ແລະ ອົງການຈັດຕັ້ງສາກົນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 50, 51 ຂອງກົດໝາຍວ່າດ້ວຍພາສີ ຈະໄດ້ຮັບການຍົກເວັ້ນພາສີ ແລະ ງົດເກັບພາສີ-ອາກອນ ແລະ ພັນທະອື່ນ ຕາມການອະນຸມັດຂອງກະຊວງການຕ່າງປະເທດແຫ່ງ ສປປ ລາວ ໂດຍສອດຄ່ອງກັບສົນທິສັນຍາກຸງວຽນ ວ່າດ້ວຍການພັວພັນທາງການທູດ ສະບັບລົງວັນທີ 18 ເມສາ 1961 ແລະ ສັນຍາທີ່ໄດ້ເຊັນກັນລະຫວ່າງລັດຖະບານ ສປປ ລາວ ກັບອົງການຈັດຕັ້ງ ຂອງຕ່າງປະເທດ ເຊັ່ນ: ເຄື່ອງຂອງ, ພາຫະນະ ທີ່ຮັບໃຊ້ວຽກງານທາງການທູດ ແລະ ອົງການຈັດຕັ້ງສາກົນ, ເຄື່ອງຂອງໃຊ້ສ່ວນຕົວຂອງນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານຕ່າງປະເທດ ຫຼື ສະມາຊິກຄອບຄົວ ລວມທັງເຄື່ອງຂອງທີ່ຮັບໃຊ້ໃນຄົວເຮືອນ.

ການງົດເກັບພາສີ ຕາມລະບຽບການແລ້ວແມ່ນມີກຳນົດບໍ່ເກີນ ສອງ (2) ປີ ແຕ່ສາມາດຕໍ່ໄດ້ ຕາມການອະນຸມັດຂອງກະຊວງການຕ່າງປະເທດ. ເມື່ອໝົດກຳນົດດັ່ງກ່າວ ຫຼື ໝົດໜ້າທີ່ ຢູ່ ສປປ ລາວ ຕ້ອງນຳອອກຄືນຕາມຈຳນວນ ແລະ ສະພາບເດີມ, ທຸກການມອບໂອນ ຫຼື ປ່ຽນກຳມະສິດ ຕ້ອງຂໍອະນຸຍາດຈາກກະຊວງການຕ່າງປະເທດ ແລະ ປະຕິບັດຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ. ສ່ວນການຂາຍ, ມອບໂອນ ໃຫ້ບຸກຄົນທົ່ວໄປ ຕ້ອງໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ຕາມລະບຽບການກຳນົດ.

ມາດຕາ 21: ການຄຸ້ມຄອງ ການນຳເຂົ້າ ວັດຖຸອຸປະກອນ, ສິນຄ້າ, ເຄື່ອງຂອງ ສຳລັບເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ

ການນຳເຂົ້າ ວັດຖຸອຸປະກອນ, ສິນຄ້າ, ເຄື່ອງຂອງ ເພື່ອມາພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ຕາມນະໂຍບາຍສົ່ງເສີມການລົງທຶນ ທີ່ໄດ້ກຳນົດໄວ້ໃນ ມາດຕາ 61 ຂອງກົດໝາຍວ່າດ້ວຍພາສີ ໃຫ້ດຳເນີນການ ດັ່ງນີ້:

21.1 ການນຳເຂົ້າວັດຖຸອຸປະກອນ, ສິນຄ້າ, ເຄື່ອງຂອງ ສຳລັບເຂດເສດຖະກິດພິເສດ

  • ຄະນະບໍລິຫານງານເຂດເສດຖະກິດພິເສດ ທີ່ໄດ້ຖືກແຕ່ງຕັ້ງຢ່າງເປັນທາງການ ຕ້ອງໄດ້ຂຶ້ນແຜນຄວາມຕ້ອງການ ການນຳເຂົ້າວັດຖຸອຸປະກອນ ເພື່ອມາຮັບໃຊ້ການກໍ່ສ້າງພື້ນຖານໂຄງລ່າງຕາມບົດວິພາກເສດຖະກິດ-ເຕັກນິກ ແລະ ແຜນພັດທະນາຂອງເຂດ ເປັນແຕ່ລະປີ ຕາມທີ່ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ລະບຽບການຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດຂັ້ນສູນກາງ ໄດ້ວາງອອກ, ສະເໜີຕໍ່ລັດຖະການພາສີແຕ່ລະຂັ້ນ ເພື່ອອຳນວຍຄວາມສະດວກໃນການນຳເຂົ້າໃຫ້ສອດຄ່ອງຕາມກົດໝາຍ ແລະ ລະ-ຍບການກຳນົດໄວ້;
  • ການນຳເຂົ້າວັດຖຸອຸປະກອນພາຍໃນເຂດເສດຖະກິດພິເສດ ເຖິງວ່າຈະໄດ້ຮັບການຍົກເວັ້ນ, ງົດເກັບພາສີ ຫຼື ຫຼຸດຜ່ອນຄ່າພາສີ-ອາກອນ ແລະ ພັນທະອື່ນ ຕ້ອງຢູ່ພາຍໃຕ້ການຄວບຄຸມ, ຕິດຕາມ, ກວດກາຂອງເຈົ້າໜ້າທີ່ພາສີ;
  • ການນຳເຂົ້າພາຫະນະ ມາຮັບໃຊ້ການຜະລິດທາງກົງ ເພື່ອມາພັດທະນາເຂດເສດຖະກິດພິເສດ ຕ້ອງໄດ້ຮັບການອະນຸຍາດຈາກຄະນະຄຸ້ມຄອງເຂດເສດຖະກິດພິເສດຂັ້ນສູນກາງ ຈຶ່ງສາມາດນຳເຂົ້າໄດ້.

21.2 ການນຳເຂົ້າວັດຖຸອຸປະກອນ, ສິນຄ້າ, ເຄື່ອງຂອງ ສຳລັບເຂດເສດຖະກິດສະເພາະ

  • ຄະນະບໍລິຫານງານເຂດເສດຖະກິດສະເພາະ ທີ່ໄດ້ຖືກແຕ່ງຕັ້ງຢ່າງເປັນທາງການ ຕ້ອງໄດ້ຂຶ້ນແຜນຄວາມຕ້ອງການ ການນຳເຂົ້າວັດຖຸອຸປະກອນ, ສິນຄ້າ, ເຄື່ອງຂອງ ເພື່ອມາຮັບໃຊ້ການກໍ່ສ້າງພື້ນຖານໂຄງລ່າງ ຕາມບົດວິພາກເສດຖະກິດ-ເຕັກນິກ ແລະ ແຜນພັດທະນາຂອງເຂດ ເປັນແຕ່ລະປີ ຕາມທີ່ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ລະບຽບການຂອງຄະນະຄຸ້ມຄອງເຂດເສດຖະກິດສະເພາະຂັ້ນສູນກາງ ໄດ້ວາງອອກ, ສະເໜີຕໍ່ລັດຖະການພາສີແຕ່ລະຂັ້ນ ເພື່ອອຳນວຍຄວາມສະດວກໃນການນຳເຂົ້າໃຫ້ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການກຳນົດໄວ້;
  • ການນຳເຂົ້າວັດຖຸອຸປະກອນ, ສິນຄ້າ, ເຄື່ອງຂອງ ສຳລັບເຂດເສດຖະກິດສະເພາະ ເຖິງວ່າຈະໄດ້ຮັບການຍົກເວັ້ນ, ງົດເກັບພາສີ ຫຼື ຫຼຸດຜ່ອນຄ່າພາສີ-ອາກອນ ແລະ ພັນທະອື່ນ ຕ້ອງຢູ່ພາຍໃຕ້ການຄວບຄຸມ, ຕິດຕາມ, ກວດກາຂອງເຈົ້າໜ້າທີ່ພາສີ;
  • ການນຳເຂົ້າວັດຖຸອຸປະກອນ, ສິນຄ້າ, ເຄື່ອງຂອງ ສຳລັບເຂດເສດຖະກິດສະເພາະ ຕ້ອງໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ສັນຍາທີ່ໄດ້ເຊັນກັບລັດຖະບານ.

ມາດຕາ 22: ການແບ່ງສ່ວນ ກ່ຽວກັບເງິນຄ່າປັບໃໝ ຫຼື ຂາຍເຄື່ອງຮິບ

ເງິນຄ່າປັບໃໝ ຫຼື ຂາຍເຄື່ອງຮິບ ທີ່ໄດ້ກຳນົດໄວ້ໃນ ມາດຕາ 108 ຂອງກົດໝາຍວ່າດ້ວຍພາສີ ພາຍຫຼັງການດຳເນີນຄະດີທາງພາສີ ສິ້ນສຸດ ແລະ ໄດ້ຫັກຄ່າສິ້ນເປືອງຕາງໆ ອອກແລ້ວ ຈະຖືກແບ່ງສ່ວນ ດັ່ງນີ້:

  • ຫົກສິບສ່ວນຮ້ອຍ (60%) ຂອງເງິນຄ່າປັບໃໝ ຫຼື ຂາຍເຄື່ອງຮິບທັງໝົດ ໃຫ້ມອບເຂົ້າງົບປະມານແຫ່ງລັດ;
  • ສີ່ສິບສ່ວນຮ້ອຍ (40%) ຂອງເງິນຄ່າປັບໃໝ ຫຼື ຂາຍເຄື່ອງຮິບ ໃຫ້ມອບເຂົ້າຄັງວິຊາການ ເພື່ອນຳໃຊ້ເຂົາໃນການບູລະນະກົງຈັກຂອງລັດຖະການພາສີ ແລະ ຕ້ອງໄດ້ຄິດໄລ່ແບ່ງປັນເປັນພູດລາຍຈ່າຍຕ່າງໆ ເພື່ອປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ຜູ້ທີ່ໄດ້ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ, ການຄ້າຂາຍເຖື່ອນ, ການໃຫ້ຂໍ້ມູນຂ່າວສານ, ການເຂົ້າຮ່ວມຈັບກຸມ ແລະ ດຳເນີນຄະດີ ໂດຍທາງກົງ ຫຼື ທາງອ້ອມ, ການກໍ່ສ້າງພື້ນຖານແຫຼ່ງຂ່າວ, ອຸດໜູນພະນັກງານ ແລະ ເຈົ້າໜ້າທີ່ພາສີ, ບຳລຸງຮັກສາອຸປະກອນເຄື່ອງມືທັນສະໄໝ ແລະ ພາຫະນະຮັບໃຊ້ວຽກງານທາງລັດຖະການ, ປັບປຸງບູລະນະ ສຳນັກງານຫ້ອງການ, ພັດທະນາບຸກຄະລາກອນ ແລະ ການເຄື່ອນໄຫວວຍກງານວິຊາສະເພາະ.

ການແບ່ງປັນຮ່ວງລາຍຈ່າຍຕ່າງໆ ໃນພູດສ່ວນສີ່ສິບສ່ວນຮ້ອຍ (40%) ມີດັ່ງນີ້:

  • ຜູ້ບອກຂ່າວ         25%
  • ບໍລິຫານຂ່າວ        5%
  • ຜູ້ຈັບກຸມ, ກວດພົບ ແລະດຳເນີນຄະດີທາງກົງ ຫຼື ທາງອ້ອມ        35%
  • ບູລະນະກົງຈັກລັດຖະການພາສີ         35%
  • ກໍລະນີຂະແໜງການ ຫຼື ເຈົ້າໜ້າທີ່ອື່ນ ນຳເອົາສິນຄ້າ, ເຄື່ອງຂອງ ລັກລອບໜີພາສີ ມາມອບໃຫ້ລັດຖະການພາສີເປັນຜູ້ດຳເນີນຄະດີ, ເງິນຄ່າປັບໃໝ ຫຼື ຂາຍເຄື່ອງຮິບ ພາຍຫຼັງທີ່ມີການແບ່ງສ່ວນ ຫົກສິບສ່ວນຮ້ອຍ (60%) ມອບເຂົ້າງົບປະມານປຫ່ງລັດແລ້ວ, ສີ່ສິບສ່ວນຮ້ອຍ (40%) ໃຫ້ນຳມາແບ່ງປັນຄືນໃໝ່ ຄື: ຊາວສ່ວນຮ້ອຍ (20%) ແມ່ນມອບເຂົ້າຄັງວິຊາການຂອງລັດຖະການພາສີ ແລະ ແປດສິບສ່ວນຮ້ອຍ (80%) ແມ່ນມອບໃຫ້ພາກສ່ວນຈັບກຸມສິນຄ້າ, ເຄື່ອງຂອງ;
  • ສຳລັບລາຍຮັບຈາກການຂາຍໄມ້ ແລະ ແຮ່ທາດ ທີ່ເປັນຄະດີທາງພາສີ ແມ່ນບໍ່ອະນຸຍາດໃຫ້ຄິດໄລ່ຄ່າບຳເນັດ ແລະ ມອບເຂົ້າເປັນລາຍຮັບງົບປະມານ ຂອງລັດຖະການພາສີ.

ມາດຕາ 23: ການຈັດຕັ້ງປະຕິບັດ

ກົມພາສີ ມີໜ້າທີ່ໃນການອອກລະບຽບການລະອຽດ ໃນການຈັດຕັ້ງຜັນຂະຫຍາຍບົດແນະນຳສະບັບນີ້ ແລະ ຈັດຕັ້ງການໂຄສະນາເຜີຍແຜ່ ໃຫ້ພະນັກງານ ແລະ ເຈົ້າໜ້າທີ່ພາສີ, ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ ຂອງລັດ ແລະ ທົ່ວສັງຄົມ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມຕື່ນຕົວ ໃນການຈັດຕັ້ງປະຕິບັດບົດແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ.

ບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ, ກົມອ້ອມຂ້າງກະຊວງການເງິນ, ພະແນກການເງິນແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ແລະ ທຸກພາກສ່ວນກ່ຽວຂ້ອງ ຈົ່ງຮັບຮູ້, ໃຫ້ການຮ່ວມມື ແລະ ຈັດຕັ້ງປະຕິບັດບົດແນະນຳສະບັບນີ້ ຕາມໜ້າທີ່ຂອງໃຜລາວຢ່າງເຂັ້ມງວດ.

ມາດຕາ 24: ຜົນສັກສິດ

ບົດແນະນຳສະບັບນີ້ ປ່ຽນແທນບົດແນະນຳຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 049/ກງ, ລົງວັນທີ 12 ມີນາ 2009 ແລະ ມີຜົນສັກສິດນັບແຕ່ວັນທີ່ໄດ້ລົງລາຍເຊັນ ເປັນຕົ້ນໄປ.

ຮອງນາຍົກລັດຖະມົນຕີ

ລັດຖະມົນຕີກະຊວງການເງິນ
ສົມດີ ດວງດີ

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.