ກອງປະຊຸມຝຶກອົບຮົມ ໃນຫົວຂໍ້ “ສ້າງຄວາມເຂັ້ມແຂງ ກ່ຽວກັບ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ” ຈະຈັດຂື້ນ ໃນວັນທີ 02-04 ສິງຫາ 2017, ທີ່ໂຮງແຮມ ເມືອງແທ່ງ, ນະຄອນຫຼວງວຽງຈັນ, ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ໂດຍຈະເຊື້ອເຊີນຜູ້ຕາງໜ້າຈາກກົມກອງພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ມີຄວາມເຂົ້າໃຈ ກ່ຽວກັບ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າຢ່າງເລິກເຊິ່ງ ພ້ອມທັງນຳເອົາຄວາມຮູ້ດັ່ງກ່າວໄປຜັນຂະຫຍາຍເຂົ້າໃນວຽກງານຂອງຕົນໃຫ້ມີປະສິດຕິພາບ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.