“ກອງປະຊຸມກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຄັ້ງທີ VI” ຈະຈັດຂື້ນ ໃນວັນທີ 11 ສິງຫາ 2017, ທີ່ໂຮງແຮມ ດອນຈັນ ພາເລສ, ນະຄອນຫຼວງວຽງຈັນ, ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ. ໂດຍຈະເຊື້ອເຊີນສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຮັບຮອງ (1) ສະຫຼຸບຜົນການຈັດຕັ້ງປະຕິບັດແຜນຍຸດທະສາດອຳນວຍຄວາມສະດວກທາງດ້ານການຄ້າ 2011-2015; (2) ແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໄລຍະ 2017-2022. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.