ກົມການນໍາເຂົ້າ ແລະ ສົ່ງອອກ ໃນນາມເປັນຫ້ອງການປະຈໍາກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດກອງປະຊຸມກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າຄັ້ງທີ 06 ຂື້ນທີ່ ໂຮງແຮມ ດອນຈັນ ພາເລສ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ ຈາກບັນດາກົມກອງທີ່ເປັນສະມາຊິກກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ.

ກອງປະຊຸມ ໄດ້ລາຍງານ ບົດທົບທວນຄືນການຈັດຕັ້ງປະຕິບັດແຜນຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໄລຍະ 2011-2015 ຕໍ່ທີ່ປະຊຸມຊາບ ກ່ຽວກັບ ຜົນງານທີ່ໄດ້ເຮັດສໍາເລັດໃນໄລຍະຜ່ານມາ ເຊັ່ນ: ບັນດາກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດ, ຄວາມຄືບໜ້າ, ອຸກປະສັກ, ແລະ ຂໍ້ຄົງຄ້າງ ຕ່າງໆ.  ຫຼັງຈາກນັ້ນ, ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ນໍາສະເໜີ ຕໍ່ທີ່ປະຊຸມ ເພື່ອມີຄໍາເຫັນ ແລະ ຮັບຮອງເອົາແຜນດໍາເນີນງານວຽກອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ສໍາລັບປີ 2017-2022 ກ່ອນສະເໜີຄະນະນໍາຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຮອງ ແລະ ປະກາດຈັດຕັ້ງປະຕິບັດ ໃນພາຍຫຼັງ.

ແຜນດໍາເນີນງານວຽກອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໄລຍະ 2017-2022 ກໍານົດບັນດາ ວິໄສທັດ, ມາດຕະການຍຸດທະສາດ, ວິທີການຈັດຕັ້ງປະຕິບັດ, ຄາດໝາຍຜົນໄດ້ຮັບ, ກົນໄກການຕິດຕາມກວດກາ, ການລາຍງານ ແລະ ການປະເມີນຜົນ, ໂຄງຮ່າງ ແລະ ໄລຍະເວລາການຈັດຕັ້ງປະຕິບັດຂອງແຜນດໍາເນີນງານ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍຂອງວຽກອໍານວຍຄວາມສະດວກທາງດ້ານການຄ້າຕາມທີ່ໄດ້ວາງໄວ້.

ໃນຕອນທ້າຍຂອງກອງປະຊຸມ, ສະມາຊິກກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າໄດ້ເປັນເອກະພາບກັນຮັບຮອງເອົາແຜນດໍາເນີນງານວຽກອໍານວຍຄວາມສະດວກທາງດ້ານການຄ້າ ໄລຍະ 2017-2022 ຢ່າງເປັນທາງການ. ທ່ານ ບຸນມີ ມະນີວົງ,ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງ ບັນດາຂະແໜງການ ທີ່ປິ່ນອ້ອມວຽກງານປັບປຸງການຄ້າຂອງ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການປະຕິບັດຕາມພັນທະສັນຍາທາງດ້ານການຄ້າ ຕໍ່ພາກພື້ນ ແລະ ສາກົນ  ໂດຍມີເປົ້າໝາຍ ປັບປຸງສະພາບການດໍາເນີນທຸລະກິດໃຫ້ມີຄວາມງ່າຍດາຍ, ຫຼຸດຜ່ອນຕົ້ນທຶນທາງການຄ້າທີ່ບໍ່ຈໍາເປັນໃຫ້ກັບພາກທຸລະກິດທັງພາຍໃນ ແລະ ດຶງດູດເອົາການລົງທຶນຈາກຕ່າງປະເທດ. ກອງປະຊຸມໄດ້ສະແດງຄວາມຊົມເຊີຍ ມາຍັງສະມາຊິກກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ທັງພາກລັດ ແລະ ພາກເອກະຊົນ ທີ່ໄດ້ປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ເພື່ອປັບປຸງແຜນດໍາເນີນງານດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.