ເວັບໄຊ໌ນີ້ ຖືວ່າເປັນເວທີໜຶ່ງ ທີ່ຈະເປີດໂອກາດໃຫ້ແກ່ບັນດາວິສາຫະກິດຂອງລາວ ສາມາດນໍາສະເໜີສິນຄ້າທີ່ຕົນມີ ຜ່ານທາງອອນລາຍ ອອກສູ່ຕະຫຼາດທີ່ກວ້າງຂວາງກວ່າເກົ່າ ໂດຍສະເພາະຕະຫຼາດອາຊຽນ ແລະ ປະເທດພາຄີຂອງ ອາຊຽນ. ພ້ອມດຽວກັນນີ້, ປັດຈຸບັນຫຼາຍປະເທດ ແມ່ນໄດ້ວາງແຜນໃນການຍົກລະດັບການນໍາໃຊ້ບັນດາສັນຍາການຄ້າເສລີອາຊຽນ ແລະ ອາຊຽນກັບຄູ່ເຈລະຈາ (FTAs) ໃຫ້ຫຼາຍຂື້ນ. ສະນັ້ນ, ການສ້າງເວັບໄຊ໌ດັ່ງກ່າວນີ້ ກໍ່ຈະກາຍເປັນຊ່ອງທາງໜຶ່ງເພື່ອສົ່ງເສີມໃຫ້ນັກທຸລະກິດຂອງລາວ ສາມາດເຂົ້າເຖິງ ແລະ ຮູ້ໝູນໃຊ້ ໃຫ້ຫຼາຍຂື້ນຕີື່ມ.
ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ກວມເອົາ 99.8% ຂອງຈໍານວນວິສາຫະກິດທັງໝົດໃນ ສປປ ລາວ ຊຶ່ງມີບົດບາດສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະການສ້າງວຽກເຮັດງານທໍາ ແລະ ການສ້າງລາຍຮັບໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາດເທື່ອລະກ້າວ. ເວັບໄຊ໌ນີ້ນອກຈາກຈະຊ່ວຍ SMEs ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການເຮັດທຸລະກິດທາງອອນລາຍ ທັງຍັງເປັນການສົ່ງເສີມ ແລະ ສ້າງບັນຍາກາດທີ່ດີໃຫ້ແກ່ການລົງທຶນອີກດ້ວຍ. ສະນັ້ນ, ຄະນະນໍາກະຊວງກໍຄືລັດຖະບານລາວ  ຈິ່ງໄດ້ຕັດສິນໃຈສ້າງເວັບໄຊ໌ E-commerce ພາຍໃຕ້ຊື່ໂຄງການຊຸກຍູ້ສົ່ງເສີມ SMEs ຂອງລາວໃນການເຂົ້າເຖິງຕະຫຼາດອາຊີ ໂດຍຜ່ານຮູບແບບລະບົບການຄ້າທາງອີເລັກໂທຣນິກ (Enhance SMEs Access to Asian Market through E-commerce Platform) ເຊິ່ງໂຄງການດັ່ງກ່າວນີ້ ແມ່ນອົງປະກອບທີ 3 ພາຍໃຕ້ໂຄງການພັດທະນາ SMEs ໄລຍະ II  ແລະ ປະກອບມີ 03 ຂະແໜງການທີ່ມີສ່ວນຮ່ວມ ຄື: ກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົມການນໍາເຂົ້າ ແລະ ສົ່ງອອກ, ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ
ການສ້າງເວັບໄຊ໌ www.plaomse.com ໄດ້ຮັບທຶນກູ້ຢືມຈາກ ADB ມູນຄ່າ 562.000 ໂດລາສະຫະລັດ. ເວັບໄຊ໌ ປະກອບມີສອງພາສາ ຄື: ພາສາລາວ ແລະ ອັງກິດ ຊຶ່ງໄດ້ສະໜອງຂໍ້ມູນກ່ຽວກັບຜູ້ຂາຍ ຫຼື ຜູ້ຜະລິດສີິນຄ້າ, ເງື່ອນໄຂຂອງສັນຍາການຄ້າເສລີ, ການຈັດຝຶກອົບຮົມບັນຫາທີ່ຕິດພັນກັບການຄ້າ ແລະ ອື່ນໆ. ມາຮອດປັດຈຸບັນ, ມີ 82 ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ສປປ ລາວ ທີ່ມາຈົດທະບຽນເປັນສະມາຊິກ ຂອງເວັບໄຊ໌ ແລະ ລວມມີ 300 ລາຍການສິນຄ້າ ເພື່ອຄ້າຂາຍຜ່ານລະບົບດັ່ງກ່າວ.
ຖ້າຫາກຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງໃດ ທີ່ສົນໃຈຢາກລົງສະໜັກເປັນສະມາຊິກຂອງເວັບໄຊ໌ ດັ່ງກ່າວ ແມ່ນສາມາດເຂົ້າເບີ່ງບົດແນະນໍາລາຍລະອຽດໃນເວັບໄຊ໌ ຫຼື ສອບຖາມຂໍ້ມູນເພີ່ມເຕີມໂດຍກົງ ນໍາກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

ແຫຼ່ງຂໍ້ມູນ: ພະແນກສັງລວມ, ກົມການນໍາເຂົ້າ ແລະ ສົ່ງອອກ

ຮຽບຮຽງໂດຍ: ວົງຄໍາ ມະນີຈັນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.