ກະຊວງສາທາລະນະສຸກ ອອກ ຂ້ໍຕົກລົງ ວ່າດ້ວຍ ການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ເລກທີ 1820/ສທ, ລົງວັນທີ 25 ສິງຫາ 2017 ປ່ຽນແທນ ຂໍ້ກໍານົດ ວ່າດ້ວຍການ ສ້າງຕັ້ງບໍລິສັດຂາອອກ-ຂາເຂົ້າຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 1442/ກຊສ, ລົງວັນທີ 13 ສິງຫາ 2003 ເຊິ່ງໄດ້ກໍານົດຫຼັກການ, ລະບຽບການ, ມາດຕະການ ໃນການຄຸ້ມຄອງການເຄື່ອນໄຫວຂອງບໍລິສັດ ທີ່ດໍາເນີນທຸລະກິດ ດ້ານຢາ ຫຼື / ແລະ ຜະລິດຕະພັນການແພດ ໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ຫຼັກການດ້ານວິຊາສະເພາະການແພດ.

ອີງຕາມຂໍ້ຕົກລົງສະບັບນີ້ ສໍາລັບບຸກຄົນ ຫຼື ນິຕິບຸກຄົນ ທີ່ເປັນຄົນລາວ ຫຼື ຄົນຕ່າງປະເທດ ທີ່ມີຈຸດປະສົງ ສ້າງຕັ້ງບໍລິສັດຂາອອກ-ຂາເຂົ້າ ດ້ານຢາ ແລະ/ຫຼື ຜະລິດຕະພັນການແພດ ຕ້ອງມີເພສັດຊະກອນທີ່ເປັນສັນຊາດລາວ  ຊຶ່ງມີໃບປະກາສະນິຍາບັດ ຫຼື ໃບຢັ້ງຢືນສໍາເລັດ ການສຶກສາ ວິຊາຊີບ ເພສັດຊະກໍາ ທີ່ອອກໃຫ້ໂດຍ ສະຖາບັນການສືກສາທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງໄດ້ຮັບອະນຸຍາດ ວິຊາຊີບເພສັດຊະກໍາຈາກກະຊວງສາທາລະນະສຸກ ແລະ ຕ້ອງມີປະສົບປະການຮັບໃຊ້ວຽກງານດ້ານເພສັດຊະກໍາ 05 ປີ ຂຶ້ນໄປ ໂດຍມີໃບຢັ້ງຢືນການຮັບໃຊ້ວິຊາສະເພາະຈາກພາກສ່ວນທີ່ກ່ຽວຂ້ອງ, ຖ້າແມ່ນພະນັກງານລັດຕ້ອງມີໃບແຕ່ງຕັ້ງຢ່າງເປັນທາງການ.

ສ່ວນບໍລິສັດທີ່ດໍາເນີນທຸລະກິດດ້ານຜະລິດຕະພັນການແພດ ນອກຈາກທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້ ຍັງຕ້ອງປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້ໃນລະບຽບການສະເພາະ ໂດຍສະເພາະການດໍາເນີນທຸລະກິດດ້ານເຄື່ອງສໍາອາງ.

ຂ້ໍຕົກລົງ ສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 25 ສິງຫາ 2017.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.