ກອງປະຊຸມສຳມະນາ ຍຸດທະສາດການຂົນສົ່ງ ແລະ ການບໍລິຫານຈັດການຕ່ອງໂສ້ການສະໜອງສິນຄ້າ ໄດ້ດຳເນີນໄປເປັນເວລາ 3 ວັນ ຄືວັນທີ 12-14 ກັນຍາ 2017 ໂດຍມີຈຸດປະສົງເພື່ອຍົກສູງຂີດຄວາມສາມາດຂອງບັນດາຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ ໃຫ້ມີຄວາມຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບລະບຽບຫຼັກການ ການຂົນສົ່ງພາຍໃນ ແລະ ຕ່າງປະເທດ ພ້ອມກັບ ການບໍລິຫານຈັດການຕ່ອງໂສ້ການສະໜອງສິນຄ້າ.

ປະຈຸບັນ, ການຂົນສົ່ງແລະຕ່ອງໂສ້ການຜະລິດ ໄດ້ເຂົ້າມາມີບົດບາດສຳຄັນໃຫ້ແກ່ການເຊື່ອມໂຍງໃນລະດັບພາກພື້ນ ແລະ ສາກົນເຂົ້າດ້ວຍກັນ. ດັ່ງນັ້ນ, ການພັດທະນາບຸກຄະລາກອນທາງດ້ານການຂົນສົ່ງໃນລາວ ທັງພາກລັດ ແລະ ເອກະຊົນ ຈຶ່ງຈຳເປັນທີ່ຈະຕ້ອງຮູ້ ວຽກງານການຂົນສົ່ງ, ການບໍລິຫານຈັດການລະບົບການຂົນສົ່ງສິນຄ້າ, ລະບົບຕ່ອງໂສ້ການຈໍລະຈອນສິນຄ້າ, ລະບຽບການ ແລະ ຂັ້ນຕອນການຂົນສົ່ງຕ່າງໆ.

ຫົວໜ້າກົມຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ທ່ານ ບົວເພັດ ໄຊຍະສານ ກ່າວວ່າ ໂລຈິສຕິກໄດ້ເຂົ້າມາມີອິດທິພົນຫຼາຍຕໍ່ມູນຄ່າຂອງສິນຄ້າ ທີ່ໄດ້ຂົນສົ່ງຈາກຖານການຜະລິດໄປສູ່ຕະຫຼາດ. ສັງເກດເຫັນໄດ້ວ່າ ໃນບັນດາປະເທດທີ່ດ້ອຍພັດທະນາ ຜູ້ປະກອບການຕ້ອງໃຊ້ຕົ້ນທຶນໃນການຂົນສົ່ງ 15% ຫາ 20% ຂອງມູນຄ່າຜະລິດຕະພັນ ໃນຂະນະທີ່ ປະເທດທີ່ພັດທະນາແລ້ວສ່ວນຫຼາຍ ໃຊ້ຕົ້ນທຶນໃນການຂົນສົ່ງພຽງແຕ່ 4% ຫາ 9% ເທົ່ານັ້ນ.

ຕໍ່ກັບບັນຫາດັ່ງກ່າວ, ເພື່ອເປັນການຫຼຸດຜ່ອນຕົ້ນທຶນການຂົນສົ່ງ, ສະນັ້ນແລ້ວ ຈຳເປັນທີ່ສຸດທີ່ຕ້ອງເລັ່ງໃສ່ບັນຫາຕ່ອງໂສ້ການຈໍລະຈອນສິນຄ້າເປັນຕົ້ນຕໍ, ພ້ອມດຽວກັນນັ້ນ ກໍ່ຕ້ອງໄດ້ມີລະບົບການບໍລິຫານການຈັດທີ່ດີພໍສົມຄວນ ໂດຍເນັ້ນໜັກໃສ່ຂະບວນການຜະລິດທີ່ມີຄວາມຫຼາກຫຼາຍ, ການປະກອບສ່ວນຂອງບັນດາຫົວໜ່ວຍທຸລະກິດ ແລະ ສິນຄ້າທີ່ຜະລິດ ລວມໄປເຖິງຜູ້ຈັດຈຳໜ່າຍສິນຄ້າ ແລະ ຜູ້ບໍລິໂພກ.

ຈາກນັ້ນ, ຮອງປະທານສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ ທ່ານ ວັນທອງ  ສິດທິກຸນ ໄດ້ກ່າວວ່າ ການຂະຫຍາຍຕົວທາງດ້ານເສດຖະກິດທີ່ມີຄວາມສະຖຽນລະພາບຂອງ ສປປ ລາວ ນັ້ນ ຕ້ອງໄດ້ອາໃສຂໍ້ໄດ້ປຽບຂອງການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ແລະ ປະຊາຄົມເສດຖະກິດອາຊຽນ ເພື່ອໃຫ້ ສປປ ລາວ ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກການເຂົ້າເປັນສະມາຊິກ.

ທ່ານ ຍັງກ່າວຕື່ມອີກວ່າ ກອງປະຊຸມສຳມະນາໃນຄັ້ງນີ້ ຜູ້ບັນຍາຍທີ່ມີປະສົບການຈະສາມາດໃຫ້ຂໍ້ມູນທີ່ເປັນປະໂຫຍດກ່ຽວກັບວຽກງານໂລຈິສຕິກ ໃຫ້ແກ່ຜູ້ເຂົ້າຮ່ວມບໍ່ຫຼາຍກໍ່ໜ້ອຍ ແລະ ຜູ້ເຂົ້າຮ່ວມກອງປະຊຸມສຳມະນາໃນຄັ້ງນີ້ ບໍ່ພຽງແຕ່ຈະໄດ້ຮຽນຮູ້ເລື່ອງການບໍລິການການຂົນສົ່ງເທົ່ານັ້ນ ແຕ່ຍັງສາມາດຮຽນຮູ້ເຖິງ ວິວັດທະນາການຂອງການຂົນສົ່ງ ແລະ ການບໍລິຫານຈັດການຕ່ອງໂສ້ການຈໍລະຈອນສິນຄ້າ ພ້ອມກັບການນຳໃຊ້ ຍຸດທະວິທີ ລະຫວ່າງການຄ້າ ແລະ ການຂົນສົ່ງເຂົ້າໃນຕ່ອງໂສ້ການສະໜອງສິນຄ້າ.

ແຫຼ່ງຂ່າວ: ໝັງສືພິມວຽງຈັນທາມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.