ຊຸດຝຶກອົບຮົມ ກ່ຽວກັບ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (Non-Tariff Measures: NTMs) ຈະຈັດຂື້ນ ໃນລະຫວ່າງວັນທີ 18-19 ຕຸລາ 2017, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ພາຍໃຕ້ທຶນສະໜັບສະໜູນຂອງ ໂຄງການ LUNA II, USAID. ກອງປະຊຸມນີ້ ຈະໄດ້ຮັບກຽດເປັນປະທານໂດຍ ທ່ານ ເຂັັມເດັດ ສີຫາວົງ, ຮອງຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ Michael Kleine, ຮອງເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຂີດຄວາມສາມາດໃນການຈັດປະເພດ, ວິທີການທົບທວນ ແລະ ປະເມີນຜົນກະທົບຂອງມາດຕະການ NTMs ໃຫ້ແກ່ພະນັກງານລັດທີ່ເປັນຈຸດປະສານງານຂອງໜ່ວຍງານ NTMs ແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມ ສາມາດຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນຕໍ່ໜ້າ.

# ຫົວຂໍ້ ດາວໂຫຼດ
1 Training on Non-Tariff Measures for Lao Government Officials. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.