ພາຍຫຼັງຫ້ອງວ່າການລັດຖະບານອອກແຈ້ງການສະບັບເລກທີ 1355/ຫສນຍ.ກລຂ, ລົງວັນທີ 09 ກັນຍາ 2016 ກ່ຽວກັບ ການຄຸ້ມຄອງ ແລະ ສົ່ງອອກເຄຶື່ອງປ່າຂອງດົງ ແລະ ໄມ້ຜະລິດຖ່ານ ແລະ ແຈ້ງການ ເລກທີ 1818/ຫສນຍ.ກສສ, ລົງວັນທີ 18 ພະຈິກ 2019 ກ່ຽວກັບຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ (ຂຶ້ນລົດ) ເພື່ອສົ່ງອອກໄປຕ່າງປະເທດ ໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ. ເພື່ອຈັດຕັ້ງປະຕິບັດແຈ້ງການດັ່ງກ່າວ ກະຊວງກະສິກໍາ ແລະ ປ່າໄມ້ ຈິ່ງໄດ້ອອກ ຄໍາແນະນໍາສະບັບເລກທີ 0050/ກປ, ລົງວັນທີ 18 ກັນຍາ 2017 ກ່ຽວກັບການຂຸດຄົ້ນໄມ້ ແລະ ເຄື່ອນຍ້າຍໄມ້ຕີ້ວ, ການເຄື່ອນຍ້າຍຖ່ານຂາວ ທີ່ຜະລິດມາຈາກໄມ້ຕິ້ວ ພາຍໃນ ແລະ ສົ່ງອອກຕ່າງປະເທດ ເພື່ອກໍານົດຫຼັກການການຊຸກຍູ້ສົ່ງເສີມການປູກໄມ້ຕິ້ວ, ລະບຽບການຂຸດຄົ້ນ ແລະ ການເຄື່ອນຍ້າຍໄມ້ຕິ້ວ, ແລະ ການເຄື່ອນຍ້າຍຖ່ານຂາວທີ່ຜະລິດຈາກໄມ້ຕິ້ວຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ເພື່ອເຮັດໃຫ້ການດໍາເນີນທຸລະກິດການຜະລິດ ແລະ ສົ່ງອອກຖ່ານຂາວ ໃຫ້ເຂົ້າສູ່ລະບົບລະບຽບ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ເຊິ່ງຈະເປັນບ່ອນອີງໃຫ້ແກ່ອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ແລະ ທັງສ້າງຄວາມກະຈາງແຈ້ງໃຫ້ຜູ້ປະກອບການ ກ່ຽວກັບຂັ້ນຕອນ ແລະ ລະບຽບການດໍາເນີນທຸລະກິດດັ່ງກ່າວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.