ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 2633/ຫອຄ.ກທຄວ, ລົງວັນທີ 07 ພະຈິກ 2017 ກ່ຽວກັບການຍົກເລີກເງື່ອນໄຂ ການກໍານົດທຶນຈົດທະບຽນຕໍ່າສຸດ ສໍາລັບຜູ້ລົງທຶນຕ່າງປະເທດ ທີ່ໄດ້ລະບຸຸໄວ້ໃນແຈ້ງການສະບັບເລກທີ 1129/ທຄວ.ອຄ, ລົງວັນທີ 21 ຕຸລາ 2013 ກ່ຽວກັບການຈັດຕັ້ງປະຕິບັດວັກສອງ ມາດຕາ 17 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບປີ 2009 ທີ່ລະບຸວ່າ: ຜູ້ລົງທຶນຕ່າງປະເທດໃນກິດຈະການທົ່ວໄປ ຕ້ອງມີທຶນທັງໝົດບໍ່ໃຫ້ຫຼຸດໜຶ່ງຕື້ກີບ.
ຕາມແຈ້ງການສະບັບນີ້ ໃຫ້ມີຜົນຕໍ່ທຸກຄໍາຮ້ອງຂອງຜູ້ລົງທຶນຕ່າງປະເທດ ທີ່ໄດ້ຍື່ນຄໍາຮ້ອງແຈ້ງຂື້ນທະບຽນວິສາຫະກິດ ແຕ່ຍັງບໍ່ທັນໄດ້ຮັບການອອກທະບຽນວິສາຫະກິດໃຫ້ ເວັ້ນເສຍແຕ່ຜູ້ລົງທຶນຕ່າງປະເທດ ບໍ່ປະສົງທີ່ຈະປ່ຽນແປງທຶນຈົດທະບຽນວິສາຫະກິດ ທີ່ໄດ້ແຈ້ງຂື້ນທະບຽນວິສາຫະກິດໄວ້ແລ້ວນັ້ນ. ການແຈ້ງຍົກເລີກເງື່ອນໄຂການກໍານົດທຶນຈົດທະບຽນຕໍ່າສຸດ ສໍາລັບຜູ້ລົງທຶນຕ່າງປະເທດ ສະແດງໃຫ້ເຫັນວ່າ ລັດຖະບານແຫ່ງ ສປປ ລາວ ໃຫ້ຄວາມສໍາຄັນຕໍ່ການສ້າງສິງແວດລ້ອມການລົງທຶນທີ່ດີໃນ ສປປ ລາວ ໂດຍບໍ່ຈໍາແນກຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ ສໍາລັບກິດຈະການທົ່ວໄປ ແຕ່ບໍ່ລວມເອົາກິດຈະການຕ່າງໆ ທີ່ລະບຽບກົດໝາຍ ກໍານົດໄວ້ເປັນຢ່າງອື່ນ.
ໃນການຈັດຕັ້ງປະຕິບັດຕົວຈິງ ຫາກຜູ້ຍື່ນຄໍາຮ້ອງຂື້ນທະບຽນວິສາຫະກິດທັງພາຍໃນ ແລະ ຕ່າງປະເທດຍັງບໍ່ເຂົ້າໃຈຈະແຈ້ງ ແມ່ນສາມາດຕິດຕໍ່ສອບຖາມນໍາເຈົ້າໜ້າທີ່ທະບຽນວິສາຫະກິດ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ເບີໂທ: 021 412011 ເວັບໄຊທ໌ www.erm.gov.la

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.