ກະຊວງອຸດສາຫະກໍາ ແລະ ການຄ້າ ກຽມປະຕິຮູບວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດຂັ້ນທ້ອງຖິ່ນ ໃຫ້ເຂົ້າສູ່ລະບົບ ແລະ ປະຕິບັດເປັນມາດຖານດຽວກັນໃນຂອບເຂດທົ່ວປະເທດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ  ແລະ ລະບຽບການ ໂດຍສະເພາະ ແມ່ນໃຕ້ການຊີ້ນໍາຂອງກະຊວງອຸດກະສາຫະກໍາ ແລະ ການຄ້າ ໃນນັ້ນໄດ້ເນັ້ນປັບປຸງສາມໜ້າວຽກຫຼັກ ຄື: 1) ການບໍລິການຂື້ນ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດ; 2) ການຄຸ້ມຄອງທະບຽນວິສາຫະກິດ; ແລະ 3) ວຽກງານເກັບກໍາ, ປົກປັກຮັກສາ ແລະ ສະໜອງຂໍ້ມູນວິສາຫະກິດ. ການປັບປຸງວຽກງານດັ່ງກ່າວ ມີຈຸດປະສົງ ແນໃສ່ຮັບປະກັນການບໍລິການທີ່ສະດວກ ແລະ ວ່ອງໄວ ພ້ອມນັ້ນ ທັງເປັນການຍົກສູງພາລະບົດບາດ ແລະ ຄວາມສັກສິດໃນການຄຸ້ມຄອງ, ຕິດຕາມ, ແລະ ກວດກາ ຕໍ່ບັນດາຫົວໜ່ວຍທຸລະກິດ ໃຫ້ມີການເຄື່ອນໄຫວທຸລະກິດສອດຄ່ອງກັບແນວທາງ ແລະ ລະບຽບກົດໝາຍ.
ຕໍ່ກັບວຽກງານນີ້ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມອບໃຫ້ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຮັບຜິດຊອບຄົ້ນຄວ້າຜັນຂະຫຍາຍແນວທາງ ແລະ ກົດໝາຍທີ່ກ່ຽວຂ້ອງ ແລ້ວສ້າງເປັນແຜນການ ແລະ ນິຕິກໍາຄຸ້ມຄອງສະເພາະ ເພື່ອເປັນບ່ອນອີງແກ່ຂັ້ນທ້ອງຖິ່ນໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ.
ການປະຕິຮູບວຽກງານດັ່ງກ່າວ ເບື້ອງຕົ້ນ ແມ່ນເລີ່ມຈາກພະແນກ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ ເພື່ອເປັນແບບຢ່າງໃນການປັບປຸງ ແລະ ຈັດຕັ້ງປະຕິບັດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.