ສາລະບານ

ໝວດທີ 1 ບົດບັນຍັດທົ່ວໄປ
ມາດຕາ 1 ຈຸດປະສົງ
ມາດຕາ 2 ການຄ້າຊາຍແດນ
ມາດຕາ 3 ອະທິບາຍຄຳສັບ
ມາດຕາ 4 ຂອບເຂດການນໍາໃຊ້

ໝວດທີ 2 ຮູບແບບການຄ້າຊາຍແດນ
ມາດຕາ 5 ຮູບແບບການຄ້າຊາຍແດນ
ມາດຕາ 6 ການຄ້າຊາຍແດນທົ່ວໄປ
ມາດຕາ 7 ການຄ້າຊາຍແດນຕາມຂອບສັນຍາ
ມາດຕາ 8 ການຄ້າຊາຍແດນຂອງປະຊາຊົນ

ໝວດທີ ການດຳເນີນການຄ້າຊາຍແດນ
ມາດຕາ 9 ການດຳເນີນການຄ້າຊາຍແດນທົ່ວໄປ
ມາດຕາ 10  ການດຳເນີນການຄ້າຊາຍແດນຕາມຂອບສັນຍາ
ມາດຕາ 11  ການດຳເນີນການຄ້າຊາຍແດນຂອງປະຊາຊົນ

ໝວດທີ 4 ຂໍ້ຫ້າມ
ມາດຕາ 12  ຂໍ້ຫ້າມທົ່ວໄປ
ມາດຕາ 13  ຂໍ້ຫ້າມສຳລັບພະນັກງານ ຫຼື ເຈົ້າໜ້າທີ່
ມາດຕາ 14  ຂໍ້ຫ້າມສຳລັບຜູ້ດຳເນີນການຄ້າຊາຍແດນ

ໝວດທີ 5 ອົງການຄຸ້ມຄອງການຄ້າຊາຍແດນ
ມາດຕາ 15   ອົງການຄຸ້ມຄອງການຄ້າຊາຍແດນ
ມາດຕາ 16  ສິດ ແລະ ໜ້າທີ່ ຂອງ ກົມການນຳເຂົ້າ ແລະ ສົ່ງອອກ
ມາດຕາ 17  ສິດ ແລະ ໜ້າທີ່ ຂອງ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ

ໝວດທີ 6 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 19   ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 20   ມາດຕະການຕໍ່ຜູ້ລະເມີດ

ໝວດທີ 7 ບົດບັນຍັດສຸດທ້າຍ
ມາດຕາ 21   ການຈັດຕັ້ງປະຕິບັດ
ມາດຕາ 22   ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາແລະການຄ້າ             ເລກທີ 1953 /ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 05 ທັນວາ 2017

ຂໍ້ຕົກລົງ
ວ່າດ້ວຍການຄ້າຊາຍແດນ

  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
  • ອີງຕາມ ໜັງສືສະເໜີ ຂອງກົມການນຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 4738/ກຂອ.ຊດ, ລົງວັນທີ 09 ພະຈິກ 2017.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄ້າຊາຍແດນ ເພື່ອຄຸ້ມຄອງການຄ້າຊາຍແດນ ໃຫ້ດໍາເນີນໂດຍຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແນໃສ່ສ້າງຄວາມສະດວກໃນການຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ, ສົ່ງເສີມການຄ້າຊາຍແດນແບບມີແຜນການ ແລະ ມີຈຸດສຸມ ປະກອບສ່ວນສ້າງວຽກເຮັດງານທໍາ, ສ້າງລາຍໄດ້ ແລະ ແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ. 

ມາດຕາ 2 ການຄ້າຊາຍແດນ
ການຄ້າຊາຍແດນ ແມ່ນ ການພົວພັນຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ ລະຫວ່າງ ສປປ ລາວ ກັບບັນດາປະເທດທີ່ມີຊາຍແດນຕິດຈອດກັນ ໂດຍຜ່ານດ່ານຊາຍແດນ.

ມາດຕາ 3  ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍ ດັ່ງນີ້:
1.    ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ໝາຍເຖິງ  ຣາຊະອານາຈັກໄທ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສາທາລະນະລັດ ປະຊາຊົນ ຈີນ, ຣາຊະອານາຈັກກຳປູເຈຍ  ແລະ ສາທາລະນະລັດແຫ່ງ ສະຫະພາບມຽນມາ;
2.    ດ່ານຊາຍແດນ ໝາຍເຖິງ ດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີຂອງ ສປປ ລາວທີ່ຖືກຮັບຮູ້ ແລະ ຍອມຮັບຮ່ວມກັນ ລະຫວ່າງ ສປປ ລາວ ແລະ ບັນດາປະເທດທີ່ມີຊາຍແດນຕິດຈອດກັນ;
3.    ຜູ້ດໍາເນີນການຄ້າຊາຍແດນ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ ສປປ ລາວ ທີ່ພົວພັນຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ ຜ່ານດ່ານຊາຍແດນ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

ມາດຕາ 4 ຂອບເຂດການນໍາໃຊ້
ຂໍ້ຕົກລົງສະບັບນີ້ ນໍາໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວດໍາເນີນການຄ້າຊາຍແດນຢູ່ ສປປ ລາວ.

ໝວດທີ 2
ຮູບແບບການຄ້າຊາຍແດນ

ມາດຕາ 5 ຮູບແບບການຄ້າຊາຍແດນ
ຮູບແບບການຄ້າຊາຍແດນ ຂອງ ສປປ ລາວ ປະກອບມີ: ການຄ້າຊາຍແດນທົ່ວໄປ, ການຄ້າຊາຍແດນຕາມຂອບສັນຍາ ແລະ ການຄ້າຊາຍແດນຂອງປະຊາຊົນ. 

ມາດຕາ 6 ການຄ້າຊາຍແດນທົ່ວໄປ
ການຄ້າຊາຍແດນທົ່ວໄປແມ່ນການຄ້າ ລະຫວ່າງ ຜູ້ດຳເນີນທຸລະກິດຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ກັບ ຜູ້ດໍາເນີນທຸລະກິດຂອງບັນດາປະເທດທີ່ມີຊາຍແດນຕິດຈອດ ກັບ ສປປ ລາວ ເຊິ່ງມີການພົວພັນຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ ໂດຍປະຕິບັດຕາມເງື່ອນໄຂ ແລະ ຂັ້ນຕອນການຄ້າຂອງສອງປະເທດ.

ມາດຕາ 7 ການຄ້າຊາຍແດນຕາມຂອບສັນຍາ
ການຄ້າຊາຍແດນຕາມຂອບສັນຍາແມ່ນການຄ້າ ລະຫວ່າງ ສປປ ລາວ ກັບປະເທດທີ່ມີຊາຍແດນຕິດຈອດກັນ ທີ່ໄດ້ລົງນາມໃນສັນຍາ, ຂໍ້ຕົກລົງ ຫຼື ບົດບັນທຶກຮ່ວມກັນ ໃນການພົວພັນຊື້-ຂາຍ, ແລກປ່ຽນ ແລະ ນຳເຂົ້າ-ສົ່ງອອກສິນຄ້າ ຕາມເງື່ອນໄຂທີ່ໄດ້ກໍານົດໃນຂໍ້ຜູກພັນສອງຝ່າຍ.

ມາດຕາ 8 ການຄ້າຊາຍແດນຂອງປະຊາຊົນ
ການຄ້າຊາຍແດນຂອງປະຊາຊົນແມ່ນການຊື້-ຂາຍ ຫຼື ແລກປ່ຽນສິນຄ້າຂອງປະຊາຊົນ ໂດຍຜ່ານດ່ານຊາຍແດນ ກັບປະເທດທີ່ມີຊາຍແດນຕິດຈອດ ເຊິ່ງສ່ວນໃຫຍ່ແມ່ນສິນຄ້າທີ່ຜະລິດໃນທ້ອງຖິ່ນຕາມເຂດຊາຍແດນ.

ໝວດທີ 3
ການດຳເນີນການຄ້າຊາຍແດນ

ມາດຕາ 9 ການດຳເນີນການຄ້າຊາຍແດນທົ່ວໄປ
ຜູ້ດຳເນີນການຄ້າຊາຍແດນທົ່ວໄປ ທີ່ພົວພັນຊື້-ຂາຍ, ແລກປ່ຽນ ແລະ ນຳເຂົ້າ-ສົ່ງອອກສິນຄ້າ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ທີ່ຕິດພັນກັບການຄຸ້ມຄອງການຄ້າ ຂອງ ສປປ ລາວ ແລະ ປະເທດທີ່ມີຊາຍແດນຕິດຈອດກັນ.

ມາດຕາ 10  ການດຳເນີນການຄ້າຊາຍແດນຕາມຂອບສັນຍາ
ຜູ້ດຳເນີນການຄ້າຊາຍແດນຕາມຂອບສັນຍາທີ່ພົວພັນຊື້-ຂາຍ, ແລກປ່ຽນ ແລະ ນໍາເຂົ້າ-ສົ່ງອອກສິນຄ້າ ຕ້ອງປະຕິບັດຕາມເງື່ອນໄຂ ແລະ ຂໍ້ຜູກພັນທີ່ກໍານົດໃນສັນຍາ, ຂໍ້ຕົກລົງ ຫຼື ບົດບັນທຶກ ທີ່ໄດ້ລົງນາມຮ່ວມກັນ ລະຫວ່າງ ສປປ ລາວ ກັບປະເທດທີ່ມີຊາຍແດນຕິດຈອດກັນ ໂດຍສອດຄ່ອງຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ແລະ ປະເທດທີ່ມີຊາຍແດນຕິດຈອດກັນສອງຝ່າຍ. 

ມາດຕາ 11    ການດຳເນີນການຄ້າຊາຍແດນຂອງປະຊາຊົນ
ປະຊາຊົນທີ່ດໍາເນີນການຄ້າຊາຍແດນ ໃນການພົວພັນຊື້-ຂາຍ ແລະ ແລກປ່ຽນສິນຄ້າ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ແລະ ປະເທດທີ່ມີຊາຍແດນຕິດຈອດກັນ ຫຼື ປະຕິບັດຕາມເງື່ອນໄຂ ແລະ ຂໍ້ຜູກພັນທີ່ກໍານົດໃນສັນຍາ, ຂໍ້ຕົກລົງ ຫຼື ບົດບັນທຶກ ທີ່ລັດຖະບານຂອງສອງປະເທດໄດ້ລົງນາມຮ່ວມກັນ.

ໝວດທີ 4
ຂໍ້ຫ້າມ

ມາດຕາ 12   ຂໍ້ຫ້າມທົ່ວໄປ
ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທົ່ວໄປ ມີພຶດຕິກໍາດັ່ງນີ້:
1.    ສວຍໃຊ້ອໍານາດ, ຕໍາແຫນ່ງ, ຫນ້າທີ່ ເພື່ອຮຽກຮ້ອງຜົນປະໂຫຍດຈາກວຽກງານການຄ້າຊາຍແດນ;
2.    ໃຫ້ການຊ່ວຍເຫລືອ, ປົກປ້ອງຜູ້ລະເມີດກົດໝາຍ ແລະ ລະບຽບການ;
3.    ເປັນສື່ກາງ, ໃຫ້ສິນບົນ ແລະ ຮັບສິນບົນ ເພື່ອຜົນປະໂຫຍດໃນວຽກງານການຄ້າຊາຍແດນ;
4.    ມີພຶດຕິກໍາອື່ນ ທີ່ຜິດກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ແລະ ປະເທດທີ່ມີຊາຍແດນຕິດຈອດກັນ.

ມາດຕາ 13  ຂໍ້ຫ້າມສຳລັບພະນັກງານ ຫຼື ເຈົ້າໜ້າທີ່
ໃນການປະຕິບັດໜ້າທີ່ຫ້າມພະນັກງານ ຫຼື ເຈົ້າໜ້າທີ່ມີພຶດຕິກຳດັ່ງນີ້:
1.   ປະຕິບັດໜ້າທີ່ໂດຍບໍ່ມີຄວາມເປັນທຳ, ສວຍໃຊ້ອຳນາດ, ໜ້າທີ່, ຕໍາແໜ່ງ ເພື່ອຮຽກຮ້ອງຜົນປະໂຫຍດສ່ວນຕົວ ຫຼື ກຸ່ມກ້ອນ;
2.   ປອມແປງເອກະສານ ຫຼື ນໍາໃຊ້ເອກະສານປອມ, ເປີດເຜີຍຄວາມລັບ, ກົດໜ່ວງຖ່ວງດຶງ ແລະ ໃຫ້ຄວາມຮ່ວມມືແກ່ຜູ້ກະທຳຄວາມຜິດ ດ້ວຍການຮັບສິນບົນ ຫຼື ຜົນປະໂຫຍດອື່ນ;
3.   ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.

ມາດຕາ 14  ຂໍ້ຫ້າມສຳລັບຜູ້ດຳເນີນການຄ້າຊາຍແດນ
ຫ້າມຜູ້ດຳເນີນການຄ້າຊາຍແດນມີພຶດຕິກຳ ດັ່ງນີ້:
1.   ເຄື່ອນໄຫວພົວພັນຊື້-ຂາຍ, ແລກປ່ຽນ ແລະ ນຳເຂົ້າ-ສົ່ງອອກສິນຄ້າ ທີ່ຜິດກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ;
2.   ສະໜອງຂໍ້ມູນ, ຂ່າວສານທີ່ບໍ່ຖືກຕ້ອງ, ປອມແປງເອກະສານ ຫຼື ນໍາໃຊ້ເອກະສານປອມ ກ່ຽວກັບ ການດໍາເນີນການຄ້າຊາຍແດນ, ເປັນສື່ກາງໃນການສໍ້ໂກງ ແລະ ໃຫ້ສິນບົນແກ່ເຈົ້າໜ້າທີ່;
3.   ຫຼົບຫຼີກການປະຕິບັດພັນທະ, ເຊື່ອງອຳລາຍການ ຫຼື ປົກປິດປະລິມານສິນຄ້າທີ່ຈະນຳເຂົ້າ-ສົ່ງອອກ;
4.   ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ ຂອງ ສປປ ລາວແລະ ປະເທດທີ່ມີຊາຍແດນຕິດຈອດກັນ. 

ໝວດທີ 5
ອົງການຄຸ້ມຄອງການຄ້າຊາຍແດນ

ມາດຕາ 15   ອົງການຄຸ້ມຄອງການຄ້າຊາຍແດນ
ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການໃນການຄຸ້ມຄອງວຽກງານການຄ້າຊາຍແດນ ໃນຂອບເຂດທົ່ວປະເທດ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຕາມສິດ ແລະ ພາລະບົດບາດຂອງຕົນ.

ອົງການຄຸ້ມຄອງການຄ້າຊາຍແດນແບ່ງເປັນ 03 ຂັ້ນດັ່ງນີ້:
1.   ຂັ້ນສູນກາງແມ່ນກົມການນຳເຂົ້າ ແລະ ສົ່ງອອກ;
2.   ຂັ້ນແຂວງແມ່ນພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ;
3.   ຂັ້ນເມືອງແມ່ນຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ.

ມາດຕາ 16  ສິດ ແລະ ໜ້າທີ່ ຂອງ ກົມການນຳເຂົ້າ ແລະ ສົ່ງອອກ
ກົມການນໍາເຂົ້າ ແລະ ສົ່ງອອກ ມີສິດ ແລະ ໜ້າທີ່ດັ່ງນີ້:
1.    ເປັນເສນາທິການໃຫ້ແກ່ ລັດຖະມົນຕີ ໃນການຄຸ້ມຄອງ, ພົວພັນ, ຮ່ວມມື ແລະ ພັດທະນາວຽກງານການຄ້າຊາຍແດນ;
2.    ຄົ້ນຄວ້າສ້າງນະໂຍບາຍ ແລະ ແຜນຍຸດທະສາດ ກ່ຽວກັບວຽກງານການຄ້າຊາຍແດນ ເພື່ອນໍາສະເໜີຂັ້ນເທິງພິຈາລະນາແລະ ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ;
3.    ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ ທີ່ຕິດພັນກັບການຄ້າຊາຍແດນ ເພື່ອສະເໜີຂັ້ນເທິງພິຈາລະນາຮັບຮອງ;
4.    ຝຶກອົບຮົມ, ເຜີຍແຜ່ບັນດານິຕິກຳ ແລະ ຂໍ້ມູນຂ່າວສານທີ່ຕິດພັນກັບວຽກງານການຄ້າຊາຍແດນ;
5.    ຕິດຕາມ, ກວດກາ, ປະເມີນຜົນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຄ້າຊາຍແດນໃຫ້ສອດຄ່ອງກັບນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກຳທີ່ວາງອອກໃນແຕ່ລະໄລຍະ;
6.    ເກັບກຳ, ສັງລວມ ແລະ ວິເຄາະ ສະຖິຕິຂໍ້ມູນການຄ້າຊາຍແດນທົ່ວປະເທດ ລາຍງານໃຫ້ແກ່ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ;
7.    ເປັນຈຸດປະສານງານທັງພາຍໃນ ແລະ ຕ່າງປະເທດຕໍ່ວຽກງານການຄ້າຊາຍແດນ;
8.    ຕາງໜ້າກະຊວງເຂົ້າຮ່ວມໃນຄະນະວິຊາການຕ່າງໆ ຕາມກົນໄກປະສານງານ ລະຫວ່າງ ກະຊວງກ່ຽວຂ້ອງຕໍ່ວຽກງານການຄ້າຊາຍແດນ;
9.    ພົວພັນກັບພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພື່ອລະດົມຂົນຂວາຍເອົາການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນເຂົ້າໃນວຽກງານການຄ້າຊາຍແດນ;
10. ຊຸກຍູ້ ແລະ ແນະນຳທາງດ້ານວິຊາການ ກ່ຽວກັບວຽກງານການຄ້າຊາຍແດນໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ,  ແຂວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ. 

ມາດຕາ 17  ສິດ ແລະ ໜ້າທີ່ ຂອງ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ
ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ, ແຂວງ ມີສິດ ແລະ ໜ້າທີ່ດັ່ງນີ້:
1.    ເຜີຍແຜ່ນິຕິກຳ ແລະ ຂໍ້ມູນຂ່າວສານທີ່ຕິດພັນກັບວຽກງານການຄ້າຊາຍແດນ ໃຫ້ແກ່ພາກສ່ວນກ່ຽວຂ້ອງ ແລະ ສັງຄົມ ໄດ້ຮັບຊາບ ແລະ ປະຕິບັດໃຫ້ຖືກຕ້ອງ;
2.    ຕິດຕາມ, ກວດກາ, ປະເມີນຜົນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຄ້າຊາຍແດນໃຫ້ສອດຄ່ອງກັບນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກຳທີ່ວາງອອກໃນແຕ່ລະໄລຍະ;
3.    ເກັບກຳ, ສັງລວມ ແລະ ວິເຄາະ ສະຖິຕິຂໍ້ມູນການຄ້າຊາຍແດນລາຍງານໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ, ອົງການປົກຄອງນະຄອນຫຼວງ, ແຂວງ ຢ່າງເປັນປົກກະຕິ;
4.    ເປັນຈຸດປະສານງານຂັ້ນນະຄອນຫຼວງ, ແຂວງ ໃນວຽກງານການຄ້າຊາຍແດນ;
5.    ເຂົ້າຮ່ວມໃນຄະນະວິຊາການຕ່າງໆ ຕາມກົນໄກປະສານງານໃນວຽກງານການຄ້າຊາຍແດນ;
6.    ພົວພັນຮ່ວມມື, ພົບປະແລກປ່ຽນຂໍ້ມູນຂ່າວສານ ແລະ ປະສານງານກັບພາກສ່ວນຕ່າງໆພາຍໃນແຂວງ ແລະ ບັນດາແຂວງຂອງປະເທດທີ່ມີຊາຍແດນຕິດຈອດກັນ ເພື່ອລະດົມຂົນຂວາຍເອົາການຮ່ວມມື, ການຊ່ວຍເຫຼືອ ແລະ ສະໜັບສະໜູນເຂົ້າໃນວຽກງານການຄ້າຊາຍແດນ;
7.    ຊຸກຍູ້ ແລະ ແນະນຳທາງດ້ານວິຊາການ ກ່ຽວກັບວຽກງານການຄ້າຊາຍແດນໃຫ້ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ.

ມາດຕາ 18  ສິດ ແລະ ໜ້າທີ່ ຂອງ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ
ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ມີສິດ ແລະ ໜ້າທີ່ດັ່ງນີ້:
1.    ເຜີຍແຜ່ນິຕິກຳ ແລະ ຂໍ້ມູນຂ່າວສານທີ່ຕິດພັນກັບວຽກງານການຄ້າຊາຍແດນ ໃຫ້ແກ່ພາກສ່ວນກ່ຽວຂ້ອງ ແລະ ສັງຄົມ ໄດ້ຮັບຊາບ ແລະ ປະຕິບັດໃຫ້ຖືກຕ້ອງ;
2.    ເປັນເຈົ້າການຈັດຕັ້ງປະຕິບັດວຽກງານການຄ້າຊາຍແດນໃຫ້ສອດຄ່ອງກັບນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກຳທີ່ວາງອອກໃນແຕ່ລະໄລຍະ;
3.    ປະສານສົມທົບກັບອໍານາດການປົກຄອງເມືອງ, ກຸ່ມບ້ານ, ບ້ານເພື່ອຕິດຕາມ, ເກັບກໍາ ຂໍ້ມູນສະຖິຕິການຄ້າຊາຍແດນໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ ແລະ ອົງການປົກຄອງເມືອງ ຢ່າງເປັນປົກກະຕິ;
4.    ເກັບກຳ, ສັງລວມສະຖິຕິຂໍ້ມູນການຄ້າຊາຍແດນລາຍງານໃຫ້ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ, ແຂວງ ແລະ ອົງການປົກຄອງເມືອງ ຢ່າງເປັນປົກກະຕິ;
5.    ພົວພັນຮ່ວມມື, ພົບປະແລກປ່ຽນ ແລະ ປະສານງານກັບພາກສ່ວນຕ່າງໆພາຍໃນເມືອງ ແລະ ບັນດາເມືອງຂອງປະເທດທີ່ມີຊາຍແດນຕິດຈອດ ເພື່ອລະດົມຂົນຂວາຍເອົາການຮ່ວມມື, ການຊ່ວຍເຫຼືອ ແລະ ສະໜັບສະໜູນເຂົ້າໃນວຽກງານການຄ້າຊາຍແດນ. 

ໝວດທີ 6
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 19   ນະໂຍບາຍຕໍ່ຜູ້ມີຜົນງານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ, ຊົມເຊີຍ ຫຼື ປະຕິບັດນະໂຍບາຍຕາມຄວາມເໝາະສົມ.

ມາດຕາ 20   ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກໍລະນີໜັກ ຫຼື ເບົາ.

ໝວດທີ 7
ບົດບັນຍັດສຸດທ້າຍ

ມາດຕາ 21   ການຈັດຕັ້ງປະຕິບັດ
ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ເກີດປະສິດທິຜົນສູງສຸດ.

ມາດຕາ 22  ຜົນສັກສິດ
ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. 

ລັດຖະມົນຕີ

(ເຊັນ ແລະ ປະທັບຕາ)
ເຂັມມະນີ ພົນເສນາ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.