ສປປ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດ REX ນັບແຕ່ວັນທີ 01/01/2017 ເປັນຕົ້ນມາ ໂດຍໄດ້ຊຸກຍູ້ໃຫ້ຜູ້ສົ່ງອອກ ລົງທະບຽນເປັນຜູ້ຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ປ່ຽນແທນຟອມ A ທີ່ອອກໃຫ້ໂດຍເຈົ້າໜ້າທີ່ລັດ.ຊຶ່ງໄລຍະເວລາດັ່ງກ່າວແມ່ນ ເປັນໄລຍະທົດລອງການຢັ້ງຢືນແຫຼ່ງກຳເນີດສິນຄ້າໄດ້ດ້ວຍຕົນເອງພາຍໃຕ້ໂຄງການທົດລອງຂອງສະຫະພາບເອີຣົບ. ສະນັ້ນ, ມີບາງບໍລິສັດກໍ່ໄດ້ເຂົ້າຮ່ວມລະບົບດັ່ງກ່າວ ແລະ ບາງບໍລິສັດກໍ່ບໍ່ໄດ້ເຂົ້າຮ່ວມ. ນັບແຕ່ວັນທີ 01/01/2018 ເປັນຕົ້ນໄປ ຜູ້ສົ່ງອອກໃນຂອບເຂດທົ່ວປະເທດ ຕ້ອງໄດ້ຫັນໄປນຳໃຊ້ລະບົບ REX ແທນການຂໍຟອມ A ເພື່ອສົ່ງສິນຄ້າໄປຍັງ ສະຫະພາບເອີຣົບ (28 ປະເທດ(, ນອກແວ ແລະ ສະວິດ ພາຍໃຕ້ ສິດທິພິເສດທາງດ້ານການຄ້າ. ສຳລັບຜູ້ສົ່ງອອກ ທີ່ຈະສົ່ງສິນຄ້າໄປຍັງບັນດາປະເທດດັ່ງກ່າວ ຕ້ອງໄດ້ແຈ້ງເຈດຈຳນົງຂອງຕົນມາຍັງ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອລົງທະບຽນໃນລະບົບ REX, ໂດຍເອກະສານທີ່ຕ້ອງປະກອບມາມີຄື: ໃບສະເໜີ (ມີຮ່າງໃບສະເໜີທີ່ປັນເອກະພາບໄດ້ກະກຽມໄວ້ແລ້ວ, ຊຶ່ງສາມາດດາວໂຫຼດເອົາໃນເວັບໄຊທ໌ www.laotradeportal.gov.la), ພ້ອມທັງຄັດຕິດສຳເນົາໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ (CPE) ແລະ ໃບແຈ້ງຂີດຄວາມສາມາດໃນການສົ່ງອອກປະຈຳປີ. ພາຍຫຼັງກົມ ການນຳເຂົ້າ ແລະ ສົ່ງອອກ ໄດ້ຮັບໃບສະເໜີ ພ້ອມດ້ວຍເອກະສານຄັດຕິດທີ່ຖືກຕ້ອງ ແລະ ຄົບຖ້ວນແລ້ວ ຈະໄດ້ແນະນຳໃຫ້ຜູ້ສົ່ງອອກລົງທະບຽນເບື້ອງຕົ້ນ (Pre-Application) ໄດ້ທີ່ https:customs.ec.europa.eu/rex-pa-ui/#/create-preapplication/ (ການລົງທະບຽນເບື້ອງຕົ້ນແມ່ນ ຜູ້ສົ່ງອອກສາມາດລົງທະບຽນເອງໄດ້ ຫຼື ຖ້າບໍ່ເຂົ້າໃຈກໍ່ສາມາດມາຫາເຈົ້າໜ້າທີ່ຊ່ວຍລົງທະບຽນໃຫ້ໄດ້). ຫຼັງຈາກນັ້ນ,  ກົມການນຳເຂົ້າ ແລະ ສົ່ງອອກ ຈະລົງທະບຽນໃນລະບົບ REX ໃນນາມປະເທດ (Decision on Application) ໃຫ້ແກ່ຜູ້ສົ່ງອອກ.
ສຳລັບການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສີນຄ້າດ້ວຍຕົນເອງຂອງ ສະຫະພາບເອີຣົບ ແມ່ນ ຜູ້ສົ່ງອອກສາມາດສົ່ງອອກດ້ວຍຕົນເອງໂດຍໃຊ້ Statement on Origin ແທນຟອມ A ໄດ້ເລີຍ.  ການຈັດຕັ້ງປະຕິບັດລະບົບດັ່ງກ່າວແມ່ນ ອີງໃສ່ຂໍ້ຕົກລົງສະບັບເລກທີ 0087/ອຄ.ກຂອ, ລົງວັນທີ 19 ມັງກອນ 2017 ວ່າດ້ວຍການຈັດຕັ້ງປະຕິບັດ ການຢັ້ງຢືນແຫຼ່ງກໍາເນີດຂອງສິນຄ້າດ້ວຍຕົນເອງພາຍໃຕ້ໂຄງການທົດລອງຂອງສະຫະ ພາບເອີຣົບ.

ໝາຍເຫດ: ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໂທ: 021 450255, ຫຼື ສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່ ເວັບໄຊທ໌: www.laotradeportal.gov.la

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.