ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເຖິງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນ ຫຼວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາ ຫະກຳແຂວງ, ເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ, ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແລະ ສະມາຄົມຕັດຫຍິບ ເພື່ອໃຫ້ຢຸດເຊົາການອອກ ຟອມ A ໄປ ສະຫະພາບເອີຣົບ (28 ປະເທດ), ນອກແວ ແລະ ສະວິດສະບັບເລກທີ 3231/ຫອຄ.ກຂອ, ລົງວັນທີ 25/12/2017.

ແຈ້ງການສະບັບດັ່ງກ່າວ ໄດ້ກໍານົດໃຫ້ຜູ້ສົ່ງອອກ ຫຼື ຜູ້ປະກອບການ ຫັນມາຢັ້ງຢືນແຫຼ່ງກຳເນີດສິນຄ້າ ຟອມ A ດ້ວຍຕົນເອງພຽງຢ່າງດຽວ ພາຍໃຕ້ໂຄງການທົດລອງຂອງສະຫະພາບເອີຣົບ Registered Exporters System (REX). ການຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ ແມ່ນຈະຊ່ວຍໃຫ້ຜູ້ສົ່ງອອກ ຫຼື ຜູ້ປະກອບການ ປະຫຍັດເວລາ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ແລະ ມີຄວາມສະດວກວ່ອງໄວ ເພາະບໍ່ຈໍາເປັນຕ້ອງໄປຫາຂະແໜງການກ່ຽວຂ້ອງຢັ້ງຢືນແຫຼ່ງກຳເນີດສິນຄ້າໃຫ້ອີກ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.