ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການນຳໃຊ້ເຄື່ອງບິນບໍ່ມີຄົນຂັບ ສະບັບເລກທີ 3374/ປທສ, ລົງວັນທີ 14 ພະຈິກ 2017 ເຄື່ອງບິນບໍ່ມີຄົນຂັບໝາຍເຖິງ ອຸປະກອນຄື້ນຄວາມຖີ່ວິທະຍຸສືສານ ທີ່ບິນເທິງອາກາດ ແລະ ບໍ່ມີຄົນຂັບ ເຊິ່ງສະຫະພາບໂທລະຄົມມະນາຄົມສາກົນ (ITU) ເອີ້ນວ່າ “Unmanned Aircraft System (UAS)” ຫຼື ເອີ້ນແບບທົ່ວໄປວ່າ “ໂດຣນ (Drone)”. ເຄື່ອງບິນບໍ່ມີຄົນຂັບ ໄດ້ແບ່ງອອກເປັນ 03 ປະເພດດັ່ງນີ້: 1) ເຄື່ອງບິນບໍ່ມີຄົນຂັບທີ່ມີນໍ້າໜັກບໍ່ເກີນ 200 ກຮາມ, 2) ເຄື່ອງບິນບໍ່ມີຄົນຂັບທີ່ມີນໍ້າໜັກເກີນ 200 ກຣາມ, 3) ເຄື່ອງບິນບໍ່ມີຄົນຂັບທີ່ມີນໍ້າໜັກເກີນ 2 ກິໂລກຣາມ. ສຳລັບເຄື່ອງບິນບໍ່ມີຄົນຂັບທີ່ມີນໍ້າໜັກເກີນ 200 ກຣາມ ຂື້ນໄປ ຕ້ອງນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ 2400 – 2500 (MHz) ແລະ 5725 – 5875 ((MHz)) ໂດຍໃຊ້ຄວາມແຮງຂອງກຳລັງສົ່ງ 100 mW (E.I.R.P);  ແລະ ການນຳເຂົ້້າກໍ່ຕ້ອງໄດ້ຂໍອະນຸຍາດນຳຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ນອກນີ້ກໍ່ຍັງມີມາດຕະການຕໍ່ຜູ້ລະເມີດ ເຊັ່ນ: ການນຳເຂົ້້າ, ຜະລິດ, ຕິດຕັ້ງ ແລະ ຈຳໜ່າຍ ເຄື່ອງບິນບໍ່ມີຄົນຂັບທີ່ມີນໍ້າໜັກເກີນ 200 ກຣາມ ຂື້ນໄປ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 1,000,000 ກີບ ຕໍ່ ເຄື່ອງ; ແລະ ມາດຕະການປັບໃໝອື່ນໆ ທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບດັ່ງກ່າວ.

ສຳລັບການຈັດຕັ້ງປະຕິບັດ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ມອບໃຫ້ກົມຄື້ນຄວາມຖີ່ວິທະຍຸສື່ສານ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງສະບັບດ່ັງກ່າວ ຢ່າງເຂັ້ມງວດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.