ໂດຍອີງໃສ່ຂໍ້ມູນຈາກ ກົມພາສີ, ກະຊວງ ການເງິນ ແລະ ຫ້ອງການ, ກະຊວງ ພະລັງງານ ແລະ ບໍ່ແຮ່, ໃນ 9 ເດືອນຂອງປີ 2017 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ສາມາດບັນລຸໄດ້ທັງໝົດ 6,942 ລ້ານໂດລາສະຫະລັດ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 10.2%. ໃນນັ້ນ, ມູນຄ່າການສົ່ງອອກປະຕິບັດໄດ້ 3,615.6 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13.4%. ສິນຄ້າສົ່ງອອກທັງໝົດ ມີ 749 ລາຍການ (ຕາມລະຫັດພາສີ 8 ຕົວເລກ), ໃນນັ້ນ, ສົ່ງອອກຕົ້ນຕໍແມ່ນໄຟຟ້າ, ແຮ່ທາດ,  (ທອງ, ຄໍາປະສົມ), ອຸດສາຫະກໍາປຸງແຕ່ງ (ໂຄງຮ່າງກ້ອງບັນທຶກພາບ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ, ນໍ້າຕານ...), ກະສິກໍາ (ໝາກກ້ວຍ, ມັນຕົ້ນ, ກາເຟ, ຢາງພາລາ, ສາລີ ແລະ ເຂົ້າ).

ສປປ ລາວ ສົ່ງອອກສິນຄ້າໄປຍັງ 74 ປະເທດ/ຂົງເຂດ ໃນໂລກ. ໃນນັ້ນ, ຕະຫລາດຕົ້ນຕໍ ແມ່ນ ລຊ ໄທ, ສປ ຈີນ, ສສ ຫວຽດນາມ, ອິນເດຍ, ຍີ່ປຸ່ນ, ເຢຍລະມັນ ແລະ ສະຫະລັດອາເມລິກາ ຊຶ່ງກວມເອົາ 46.9%, 24.5%, 23.6%, 13.6%, 3.8%, 1.6%, 1.2% ຕາມລຳດັບ.

ມູນຄ່າການນໍາເຂົ້າ ແມ່ນບັນລຸໄດ້ 3,401 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 9.5% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ. ສິນຄ້ານຳເຂົ້າທັງໝົດ 4227 ລາຍການ (ຕາມລະຫັດອັດຕາພາສີ 8 ຕົວເລກ),  ນຳເຂົ້າຕົ້ນຕໍ ແມ່ນ ພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ນໍ້າມັນເຊຶ້ອໄຟ (ນໍ້າມັນແອັດຊັງ, ກາຊວນ ແລະ ກາດ), ເຄື່ອງໃຊ້ໄຟຟ້າ, ເຫຼັກ ແລະ ອຸປະກອນທີ່ເຮັດດ້ວຍເຫຼັກ, ອຸປະກອນກົນຈັກ.

ສປປ ລາວ ນໍາເຂົ້າສິນຄ້າມາຈາກ 72 ປະເທດ/ຂົງເຂດ ໃນໂລກ, ແຕ່ນໍາເຂົ້າຫລາຍກວ່າໝູ່ແມ່ນມາຈາກປະເທດເພື່ອນບ້ານ ເຊັ່ນ: ລຊ ໄທ, ສປ ຈີນ ແລະ ສສ ຫວຽດນາມ. ນອກນັ້ນ, ຍັງນໍາເຂົ້າມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ອິນໂດເນເຊຍ, ສິງກະໂປ ແລະ ເຢຍລະມັນ.

ຈາກສະຖິຕິທີ່ກ່າວມາຂ້າງເທິງ ແລະ ອີງໃສ່ຕົວເລກຂອງການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ມູນຄ່າ ການນຳເຂົ້າ ແລະ ສົ່ງອອກທັງໝົດຂອງ ປີ 2017 ຄາດວ່າຈະປະຕິບັດໄດ້ທັງໝົດ ປະມານ 9,345 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 10.5% ເມື່ອທຽບໃສ່ປີ 2016. ໃນນີ້, ມູນຄ່າການສົ່ງອອກຄາດວ່າຈະບັນລຸ 4,803 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13.4%, ສ່ວນມູນ ຄ່າການນຳເຂົ້າຄາດວ່າປະຕິບັດໄດ້ 4,542 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 7.6%.

         ຄາດໝາຍສູ້ຊົນຂອງ ລັດຖະບານແຫ່ງ ສປປ ລາວ ແມ່ນເຮັດໃຫ້ມູນຄ່າການນໍາເຂົ້າ ແລະ ສົ່ງອອກທັງໝົດໃນ ປີ 2018 ບັນລຸໄດ້ 9,993 ລ້ານໂດລາສະຫະລັດ. ໃນນີ້, ການສົ່ງອອກໃຫ້ບັນລຸໄດ້ 5,015 ລ້ານ ໂດລາສະຫະລັດ, ສິນຄ້າທີ່ສົ່ງອອກຕົ້ນຕໍຍັງແມ່ນ ໄຟຟ້າ, ແຮ່ທາດ, ສິນຄ້າອຸດສາຫະກໍາ ແລະ ສິນຄ້າກະສິກໍາ. ສຳລັບມູນຄ່າການນຳເຂົ້າໃຫ້ປະຕິບັດໄດ້ 4,978 ລ້ານໂດລາສະຫະລັດ, ສິນຄ້າທີ່ນໍາເຂົ້າຕົ້ນຕໍແມ່ນ ພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ນໍ້າມັນເຊື້ອໄຟ, ເຄື່ອງໃຊ້ໄຟຟ້າ, ອຸປະກອນກົນຈັກ ແລະ ອຸປະກອນເຄື່ອງກໍ່ສ້າງ. ຕະຫຼາດນໍາເຂົ້າ ແລະ ສົ່ງອອກຕົ້ນຕໍ ຍັງແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ເຊັ່ນ: ລຊ ໄທ, ສສ ຫວຽດນາມ ແລະ ສປ ຈີນ.

ໂດຍ: ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.