ແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າປີ 2017-2022 ສະບັບນີ້ ໄດ້ຖືກສ້າງຂື້ນ ໂດຍສຶບເນື່ອງມາຈາກຜົນການທົບທວນຄືນ ການຈັດຕັ້ງປະຕິບັດຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ປີ 2011-2015. ເນື້ອໃນແຜນດໍາເນີນງານສະບັບນີ້ ໄດ້ຜ່ານການຄົ້ນຄວ້າ ແລະ ປະກອບສ່ວນຢ່າງຫຼວງຫຼາຍຈາກຂະແໜງການກ່ຽວຂ້ອງ ລວມທັງຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ໂດຍຜ່ານການປະຊຸມ, ສໍາມະນາ, ການປຶກສາຫາລື ແລະ ປະກອບຄໍາເຫັນທາງດ້ານວິຊາການຫຼາຍຄັ້ງ ເພື່ອເຮັດໃຫ້ແຜນດໍາເນີນງານສະບັບນີ້ ສອດຄ່ອງກັບນະໂຍບາຍ ຂອງລັດຖະບານ ກໍ່ຄືກັນກັບຂອງຂະແໜງການກ່ຽວຂ້ອງ ກ່ອນຈະໄດ້ມີການຮັບຮອງ.

ແຜນດໍາເນີນງານສະບັບນີ້ ປະກອບມີ XII ພາກ ແລະ V ເອກະສານຊ້ອນທ້າຍ ດັ່ງນີ້:

ພາກທີ I ພາກສະເໜີ

ພາກທີ II ຂ້ໍມູນພື້ນຖານ

ພາກທີ III ສະພາບລວມ

ພາກທີ IV ວິໄສທັດ

ພາກທີ V ມາດຕະການຍຸດທະສາດ

ພາກທີ VI ວິທີການຈັດຕັ້ງປະຕິບັດ ແລະ ຄາດໝາຍຜົນໄດ້ຮັບ

ພາກທີ VII ໄລຍະການຈັດຕັ້ງປະຕິບັດ

ພາກທີ VIII ແຜນການຈັດຕັ້ງປະຕິບັດແຜນດໍາເນີນວຽກງານ ອຄ ປີ 2017-2022

ພາກທີ IX ການຕິດຕາມກວດກາການຈັດຕັ້ງປະຕິບັດ

ພາກທີ X ກົນໄກການຈັດຕັ້ງປະຕິບັດແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ

ພາກທີ XI ງົບປະມານ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດແຜນດໍາເນີນງານວຽກງານ ອຄ

ພາກທີ XII ສະຫຼຸບ

ເອກະສານຊ້ອນທ້າຍ I: ຕາຕະລາງສະແດງກ່ຽວກັບມູນຄ່າການສົ່ງອອກຂອງ ສປປ ລາວ (ໂດລາສະຫາລັດ) ໃນລະຫວ່າງປີ 2010-2016;

ເອກະສານຊ້ອນທ້າຍ II: ສະຫຼຸບຂ້ໍມູນການຄ້າຂ້າມແດນ (ຄວາມງ່າຍໃນການດໍາເນີນທຸລະກິດ) ຂອງ ສປປ ລາວ ປີ 2016;

ເອກະສານຊ້ອນທ້າຍ III: ສັນຍາການອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ;

ເອກະສານຊ້ອນທ້າຍ IV: ລາຍລະອຽດໂຕຊີ້ວັດການຈັດຕັ້ງປະຕິບັດແຜນດໍາເນີນງານວຽກງານ ອຄ;

ເອກະສານຊ້ອນທ້າຍ V: ບັນດາມາດຕະການໃນສັນຍາການອໍານວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ.

# ຫົວຂໍ້ ດາວໂຫຼດ
1 Trade Facilitation Road Map of Lao PDR for 2017-2022 PDF
2 ແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.