ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກາສະບັບເລກທີ 0002/ອຄ, ລົງວັນທີ 03 ທັນວາ 2017 ເພື່ອປ່ຽນແທນ  ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງເອົາລາຍການ (ບັນຊີ) ຜະະລິດຕະພັນໄມ້ ເພື່ອສົ່ງອອກ ສະບັບເລກທີ 1833/ອຄ, ລົງວັນທີ 3 ຕຸລາ 2016.

ຂໍ້ຕົກລົງສະບັບນີ້ ໄດ້ຮັບຮອງເອົາລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ (ສະບັບປັບປຸງ) ເຊິ່ງປະກອບມີ:

-       ລາຍການ (ບັນຊີ) ຜະລິດຕະພັນ “ໄມ້ທໍາມະຊາດ” ເພື່ອສົ່ງອອກ (ເອກະສານຊ້ອນທ້າຍ 01)

-       ລາຍການ (ບັນຊີ) ຜະລິດຕະພັນ “ໄມ້ປູກ” ເພື່ອສົ່ງອອກ (ເອກະສານຊ້ອນທ້າຍ 02)

-       ລາຍການ (ບັນຊີ) ຜະລິດຕະພັນ “ໄມ້ປ໋ອງ ແລະ ຫວາຍ” ເພື່ອສົ່ງອອກ (ເອກະສານຊ້ອນທ້າຍ 03)

ການຈັດຕັ້ງປະຕິບັດ: ມອບໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ ອອກຄໍາແນະນໍາ ກ່ຽວກັບລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ (ສະບັບປັບປຸງ) ແລະ ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້.

 

ຂ້ໍຕົກລົງສະບັບນີ້ມີຜົນສັກສິດເລີ່ມແຕ່ວັນທີ 03 ມັງກອນ 2018.

# ຫົວຂໍ້ ດາວໂຫຼດ
1 Ministry of Industry and Commerce issues the Decision on the Approval of the List of Wooden Products for Export No. 0002/MOIC.DIH, dated 03 January 2018. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.