ສາທາລະນະລັດ  ປະຊາທິປະໄຕ  ປະຊາຊົນລາວ
ສັນຕິພາບ  ເອກະລາດ  ປະຊາທິປະໄຕ  ເອກະພາບ  ວັດທະນະຖາວອນ

ກະຊວງການເງິນ         ເລກທີ 0060/ກງ
ນະຄອນຫລວງວຽງຈັນ, ວັນທີ່ 11 ມັງກອນ 2018

     ເຖິງ: ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທຸກໆຂັ້ນ, ພະນັກງານ, ທະຫານ, ຕໍາຫລວດ, ປະຊາຊົນ, ຊາວຕ່າງດ້າວ ຊາວຕ່າງປະເທດ ທີ່ເຄື່ອນໄຫວດຳເນິນທຸລະກິດ ແລະ ດຳລົງຊິວິດ ຢູ່ໃນດິນແດນ ສປປ ລາວ.

   ເລຶ່ອງ: ການຈັດຕັ້ງປະຕິບັດອາກອນຊົມໃຊ້ຂອງບາງປະເທດ ສິນຄ້າ ແລະການບໍລິການ ຕາມ ກົດໝາຍວ່າດ້ວຍສ່ວຍສາອາກອນ (ສະບັບປັບປຸງ) ສະບັບເລກທີ່ 70/ສພຊ, ລົງວັນທີ່ 15ທັນວາ 2015.

  • ອິງຕາມ ມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 019/ສພຊ, ລົງວັນທີ່ 15 ທັນວາ 2015;
  • ອິງຕາມ ກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບທີ 70/ສພຊ, ລົງວັນທີ 15 ທັນວາ 2015;
  • ອິງຕາມ ລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 023/ປປທ, ລົງວັນທີ 28 ມັງກອນ 2016

     ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດພັນທະອາກອນຖຶກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍວ່າດ້ວຍສ່ວຍສາອາກອນໄດ້ກຳນົດໄວ້ ໂດຍສະເພາະແມ່ນອາກອນຊົມໃຊ້ ຊຶ່່ງມີບາງປະເພດ ສິນຄ້າ ແລະ ບໍລິການ ໄດ້ກຳນົດອັດຕາເພິ່ມຂຶ້ນເປັນໄລ່ຍະ, ທັງນິ້ກໍເພຶ່ອເປັນການທົດແທນອັດຕາພາສີທີ່ນັບມື້ນັບຫລຸດລົງ.

     ສະນັ້ນ, ເພຶ່ອສຶບຕໍ່ປະຕິບັດພັນທະອາກອນຊົມໃຊ້ໃຫ້ຖຶກຕ້ອງ ກະຊວງການການເງິນ ຂໍ້ຖຶເປັນກຽດແຈ້ງມາຍັງບັນດາທ່ານເພຶ່ອຊາບວ່າ ອາກອນຊົມໃຊ້ຂອງປະເພດ ນ້ຳມັນເຊຶ້ອໄຟ, ເຫຼົ້າ ຫຼື ເຄຶ່ອງດຶ່ມທີ່ມີທາດເຫຼົ້າ, ປະເພດຢາສູບ ແລະ ການບໍລິການດ້ານການບັນເທິງ ໃຫ້ປະຕິບັດຕາມອັດຕາທີ່ໄດ້ກຳນົດໄວ້ເປັນແຕ່ລະໄລ່ຍະຕາມມາດຕາ 20 ຂອງ ກົດໝາຍວ່າດ້ວຍສ່ວຍສາອາກອນ (ສະບັບປັບປຸງ) ອັດຕາອາກອນຊົມໃຊ້ ທີ່ໄດ້ກໍານົດຢູ່ໃນກົດໝາຍ ມີຢູ່ຕາຕະລາງຄັດຕິດມາພ້ອມນິ້). ແຕ່ເນຶ່ອງຈາກວ່າສິນຄ້າປະເພດນ້ຳມັນເຊຶ່ອໄຟ ເປັນສິນຄ້າທີ່ກຳນົດລາຄາຕາມໂຄງສ້າງ ຈຶ່ງໃຫ້ຈັດຕັ້ງປະຕິບັດພາຍຫລັງໄດ້ປັບໂຄງສ້າງລາຄາສຳເລັດແລ້ວ.

 ດັ່ງນັ້ນ, ຈຶ່ງຂໍແຈ້ງມາເພຶ່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການເງິນ

(ເຊັນ ແລະ ປະທັບຕາ)
ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 Notification on Specific Goods and Services that are Subjected to Excise Tax, No. 0060/MOF, Dated 11 Jan 2018, in Accordance with Tax Law (Amended) No. 70/NA, Dated 15 Dec 2015. PDF
2 ແຈ້ງການ ສະບັບເລກທີ 0060/ກງ, ລົງວັນທີ 11 ມັງກອນ 2018 ການຈັດຕັ້ງປະຕິບັດອາກອນຊົມໃຊ້ຂອງບາງປະເພດສິນຄ້າ ແລະ ການບໍລິການ ຕາມກົດໝາຍວ່າດ້ວຍສ່ວຍສາອາກອນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015; PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.