ກົມສ່ວຍສາອາກອນອອກແຈ້ງການ ສະບັບເລກທີ0169/ກສອ, ລົງວັນທີ 11 ມັງກອນ 2018 ກ່ຽວກັບການຈັດຕັ້ງປະຕິບັດອາກອນຊົມໃຊ້ຂອງບາງປະເພດສິນຄ້າ ແລະ ການບໍລິການ ຕາມກົດໝາຍວ່າດ້ວຍສ່ວຍສາອາກອນ (ສະບັບປັບປຸງ),  ເພື່ອປະຕິບັດຕາມມາດຕາ 20 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ (ສະບັບປັບປຸງ) ໃຫ້ຖືກຕ້ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ຊຶ່ງເລີ່ມຈັດຕັ້ງບປະຕິບັດແຕ່ວັນທີ 01 ມັງກອນ 2018 ເປັນຕົ້ນໄປ. ໂດຍແຍກເປັນປະເພດສິນຄ້າ ແລະ ການບໍລິການດັ່ງນີ້:

1.    ອັດຕາອາກອນຊົມໃຊ້ສິນຄ້າທົ່ວໄປ:

o   ນ້ຳມັນເຊື້ອໄຟ: ນ້ຳມັນແອັດຊັງພິເສດ 39%, ນ້ຳມັນແອັດຊັງທຳມະດາ 34%, ນ້ຳມັນກາຊວນ 24%, ນ້ຳມັນກາດຍົນ 14%, ນ້ຳມັນເຄື່ອງ, ນ້ຳມັນໄຮໂດລິກ, ນ້ຳມັນໜຽວ, ນ້ຳມັນຫ້າມລໍ້ 9%.

o   ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ: ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ ແຕ່ ຊາວອົງສາຂຶ້ນໄປ 50%, ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າຕ່ຳກວ່າຊາວອົງສາ 45%.

o   ປະເພດຢາສູບ: ຢາຊີກາ 45%, ຢາສູບເປັນກອກ ຫຼື ຊອງ 45%, ຢາເສັ້ນສຳເລັດຮູບ 25%, ຢາສູບປະເພດອື່ນໆ 45%.

2.    ອັດຕາອາກອນຊົມໃຊ້ສຳລັບບໍລິການ: ການບັນເທິງ: ໂຮງເຕັ້ນລຳ, ດິດສະໂກເທັກ, ຄາຣາໂອເກະ 20%

ສ່ວນບັນດາປະເພດສິນຄ້າ ແລະ ການບໍລິການ ທີ່ບໍ່ໄດ້ກຳນົດຂ້າງເທິງນີ້ ໃຫ້ປະຕິບັດອັດຕາທີ່ໄດ້ປະກາດໃຊ້ຜ່ານມາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 20 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ (ສະບັບປັບປຸງ).

ແຈ້ງການສະບັບນີ້ມີຜົນສັກສິດເລີ່ມແຕ່ວັນທີ 01 ມັງກອນ 2018

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.