ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືກ່ຽວກັບການຈັດໝວດບັນດາມາດຕະການທາງດ້ານການຄ້າທີ່ນອນໃນສັນຍາອຳນວຍຄວາມສະດວກທາງການຄ້າ. ໂດຍສະເພາະແມ່ນ:

1.    ຢັ້ງຢືນມາດຕະການທີ່ນອນໃນໝວດ B ແລະ ກຳນົດເວລາໃນການຈັດຕັ້ງປະຕິບັດມາດຕະການດັ່ງກ່າວ.

2.    ກຳນົດມາດຕະການໃນໝວດ C ທີ່ຕ້ອງການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ງົບປະມານໃນການຈັດຕັ້ງປະຕິບັດບັນດາມາດຕະການດັ່ງກ່າວ ເພື່ອແຈ້ງຫາຫ້ອງການອົງການການຄ້າໂລກຢ່າງເປັນທາງການຕາມກຳນົດເວລາ.

 

ເພື່ອແນໃສ່ເຮັດໃຫ້ກອງປະຊຸມໄດ້ຮັບໝາກຜົນຕາມຄາດໝາຍທີ່ວາງໄວ້ ຈຶ່ງສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງທົບທວນ ແລະ ປຶກສາຫາລືພາຍໃນເພື່ອເປັນເອກະພາບກັນຕໍ່ກັບ 02 ບັນຫາດັ່ງທີ່ກ່າວຂ້າງເທິງ ເພື່ອຢັ້ງຢືນໃນກອງປະຊຸມປຶກສາຫາລືຄັ້ງນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.