ອີງຕາມ ຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016, ຂໍ້ຕົກລົງວ່າດ້ວຍ ລາຍການ (ບັນຊີ) ຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ເລກທີ 1833/ອຄ, ລົງວັນທີ 03 ຕຸລາ 2016 ແລະ ຜົນຂອງການຈັດປະຊຸມປຶກສາຫາລືຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຄັ້ງວັນທີ 04 ຕຸລາ 2017. ດັ່ງນັ້ນ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ແຈ້ງມາເພື່ອປະຕິບັດດັ່ງນີ້:

1.  ການສົ່ງອອກ ໄມ້ປ່ອງ ແລະ ຖ່ານຂາວ ໄປຕ່າງປະເທດ ນອກຈາກໂຮງງານປຸງແຕ່ງໄມ້ ແລະ ໂຮງງານຜະລິດຖ່ານຂາວແລ້ວ, ບໍລິສັດນຳເຂົ້າ-ສົ່ງອອກ ທີ່ມີເອກະສານອະນຸຍາດຖືກຕ້ອງຈາກຂະແໜງການກ່ຽວຂ້ອງໃຫ້ດຳເນີນກິດ ຈະການສົ່ງອອກຜະລິດຕະພັນປ່າໄມ້ ສາມາດຂໍສະເໜີສົ່ງອອກໄດ້, ແຕ່ຕ້ອງໄດ້ເຊັນສັນຍາວ່າຈ້າງການຜະລິດ ຫຼື ສັນຍາຊື້-ຂາຍກັບໂຮງງານປຸງແຕ່ງໄມ້ປ່ອງ, ໂຮງງານຜະລິດຖ່ານຂາວ ທີ່ເຄື່ອນໄຫວ ແລະ ດໍາເນີນການຜະລິດຕົວຈິງຢ່າງຖືກຕ້ອງ;

2.  ຜະລິດຕະພັນໄມ້ປ່ອງທີ່ຈະສົ່ງອອກຕ່າງປະເທດ ຕ້ອງໄດ້ຜ່ານການປຸງແຕ່ງຈາກໂຮງງານປຸງແຕ່ງໄມ້ປ່ອງຕາມລາຍ ການ (ບັນຊີ) ຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ;

3.  ການເຄື່ອນຍ້າຍຖ່ານຂາວຜະລິດຈາກໄມ້ຕິ້ວ ແລະ ຜະລິດຕະພັນໄມ້ປ່ອງ ຢູ່ພາຍໃນ ແລະ ສົ່ງອອກ ຕ່າງປະເທດ ແມ່ນໃຫ້ປະຕິບັດຕາມ ນິຕິກໍາຂອງຂະແໜງການທີ່ກ່ຽວຂ້ອງວາງອອກ;

4.  ການເກັບພັນທະຄ່າທໍານຽມ, ຄ່າຊັບພະຍາກອນປ່າໄມ້ ແລະ ພັນທະພາສີອາກອນຕ່າງໆ ຈາກໄມ້ທີ່ຂຸດຄົ້ນມາຜະລິດເປັນຖ່ານຂາວ ແມ່ນໃຫ້ຄິດໄລ່ ແລະ ຈັດເກັບດັ່ງນີ້:

- ການຄິດໄລ່ຄ່າອັດຕາຊັບພະຍາກອນທຳມະຊາດໃຫ້ປະຕິບັດຕາມຂໍ້ 15 ມາດຕາ 6 ຂອງລັດຖະບັນຍັດ 001/ປປທ;
- ການຄິດໄລ່ອັດຕາພາສີຂາອອກ ໃຫ້ປະຕິບັດຕາມ ລຳດັບ 33, ມາດຕາ 2 ຂອງລັດຖະບັນຍັດ 002/ປປທ;
- ການເກັບຄ່າທໍານຽມ ແລະ ຄ່າບໍລິການທາງດ້ານວິຊາການ ໃຫ້ປະຕິບັດຕາມ ລັດຖະບັນຍັດ 003/ປປທ.

 

ກົດທີ່ນີ້ ເພື່ອເບິ່ງແຈ້ງການສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.