ໃນວັນທີ 19 ກຸມພາ 2018, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການຈັດປະຊຸມແລກປ່ຽນຄຳຄິດເຫັນພາຍຫຼັງສປປ ລາວ ເຂົ້າເປັນສະມາຊິກອົງການການຄ້າໂລກຄົບຮອບ 5 ປີ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ມີຜູ້ເຂົ້າຮ່ວມຈຳນວນຫຼາຍກວ່າ 100 ທ່ານ ຈາກພາກລັດ ແລະ ພາກທຸລະກິດ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອສົນທະນາແລກປ່ຽນຄຳຄິດເຫັນລະຫວ່າງພາກລັດ ແລະ ເອກະຊົນ ກ່ຽວກັບການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ທຸລະກິດລາວ ສາມາດຂະຫຍາຍຕະຫຼາດສູ່ສາກົນ ໂດຍສະເພາະແມ່ນວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ. ສປປ ລາວ ກໍເປັນປະເທດໜຶ່ງທີ່ເປັນສະມາຊິກຂອງອົງການການຄ້າໂລກ ແລະ ເປັນ ປະເທດທີ 158 ໃນສະມາຊິກທັງໝົດ 164 ສະມາຊິກ. ໃນນີ້, ຜົນງານທີ່ພົ້ນເດັ່ນເຫັນໄດ້ຢ່າງຈະແຈ້ງໃນ 05 ປີ ຜ່ານມາຄື: ການສ້າງເວັບໄຊເຜີຍແຜ່ຂໍ້ມູນທີ່ຕິດພັນກັບການຄ້າ ແລະ ການບໍລິການເຊັ່ນ: Lao Trade Portal ແລະ Lao Service Portal ເພື່ອສ້າງເງື່ອນໄຂສະດວກໃຫ້ພາກທຸລະກິດໃນການເຂົ້າເຖິງຂໍ້ມູນທີ່ກ່ຽວຂ້ອງກັບລະບຽບການນຳເຂົ້າ-ສົ່ງອອກສິນຄ້າ ແລະ ການຄ້າດ້ານການບໍລິການ ຂອງ ສປປ ລາວ. ນອກຈາກນີ້, ໃນທ້າຍປີ 2019, ສປປ ລາວ ຈະມີການກະກຽມການທົບທວນນະໂຍບາຍການຄ້າ ຫຼື Trade Policy Review ຄັ້ງທຳອິດໃນຂອບອົງການການຄ້າໂລກ.

ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວ່າ: “ອົງການການຄ້າໂລກປຽບສະເໝືອນປະຕູສູ່ສາກົນການຄ້າ ແລະ ການເຂົ້າເປັນສະມາຊິກຂອງອົງງການການຄ້າໂລກກໍປຽບເໝືອນລູກກະແຈທີ່ພ້ອມຈະໄຂປະຕູເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ທຸລະກິດລາວກ້າວສູ່ເສດຖະກິດໂລກຈາກການເຊື່ອມໂຍງເສດຖະກິດກັບສາກົນ”.
 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.