ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ              ເລກທີ 258 /ລບ
ນະຄອນຫຼວງວຽງຈັນ, ວັນທີ 24 ສິງຫາ 2017

ດໍາລັດ
ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ

  • ອີງຕາມກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
  • ອີງຕາມກົດໝາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ (ສະບັບ​ປັບປຸງ) ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016;
  • ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016;
  • ອີງຕາມໜັງສືສະເໜີ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0482/ກປ, ລົງວັນທີ 12 ພືດ​ສະພາ 2017.

ລັດຖະບານ ອອກດໍາລັດ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ  1   ຈຸດປະສົງ

     ດຳລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ນໍາໃຊ້ ແລະ ການຕິດຕາມ ກວດກາ ການ​ເຄື່ອນ​ໄຫວ​ວຽກງານຢາປາບສັດຕູພືດ ເພື່ອຮັບປະກັນ​ຄຸນ​ນະພາ​ບ,    ປະສິດທິພາບ ແລະ ຄວາມປອດໄພຂອງຢາປາບສັດຕູພືດ ຕໍ່ ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ແນໃສ່​ເຮັດໃຫ້ ການຜະລິດກະສິກໍາ ແລະ ປ່າໄມ້ ​ໄປຕາມທິດກະສິກຳ ສະອາດ ສີຂຽວ ຍືນຍົງ, ສາມາດ​ເຊື່ອມ​ໂຍງກັບ​ພາກ​ພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ມາດຕາ 2  ການຄຸ້ມຄອງຢາປາບສັດຕູພືດ

       ການຄຸ້ມຄອງຢາປາບສັດຕູພືດ ແມ່ນ ການຈັດຕັ້ງປະຕິບັດມາດຕະການ ກ່ຽວກັບການນຳໃຊ້ ແລະ ດຳເນີນທຸລະກິດ ຢາປາບສັດຕູພືດ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ ເພື່ອຮັບປະກັນຄວາມປອດໄພ ຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ສັງຄົມ.

ມາດຕາ  3  ການອະທິບາຍຄຳສັບ

ຄຳສັບທີ່ນໍາໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ຢາ​ປາບ​ສັດຕູ​ພືດ​ ໝາຍເຖິງ ທາດ ຫຼື ​ ທາດ​ປະສົມເຄມີ  ລວມທັງຊີວະພາບ ທີ່ນຳໃຊ້ ເພື່ອ    ຂັບໄລ່, ທຳລາຍ, ຄວບ​ຄຸມ​ສັດຕູ​ພືດ ແລະ ພາຫະ​​ນໍາເຊື້ອພະຍາດ  ຫຼື ເພື່ອຄວບຄຸມ ການຈະ​ເລີນ​ເຕີບ​ໂຕ​ຂອງ​ພືດ;
  2. ສັດຕູພືດ ໝາຍເຖິງ ພືດທີ່ບໍ່ຕ້ອງການ, ແມງໄມ້, ສັດ ແລະ ເຊື້ອຈຸລິນຊີ ​ທີ່ສ້າງຄວາມເສຍຫາຍແກ່ພືດ, ຜະລິດຕະພັນພືດ ແລະ ສິ່ງແວດລ້ອມ;
  3. ການຂຶ້ນທະບຽນວິຊາການຢາປາບສັດຕູພືດ ​ໝາຍ​ເຖິງ ​ຂະ​ບວນການ​ຮັບຮອງ​ເອົາຢາ​ປາບ​ສັດຕູ​ພືດ ​ຕາມການ​ປະ​ເມີນ​ຂໍ້​ມູນທາງ​ດ້ານ​ວິທະຍາສາດ  ​​​ໃຫ້​ເຫັນ​ວ່າ​ຜະລິດ​ຕະພັນ​ນັ້ນ​ມີ​ປະສິດທິພາບ  ຕໍ່​ເປົ້າ​ໝາຍແລະ ບໍ່​ມີຄວາມ​ສ່ຽງ​ຕໍ່​ສຸຂະພາບ​ຂອງ​ຄົນ ຫຼື ສັດ ຫຼື ສິ່ງ​ແວດ​ລ້ອມ ພາຍ​ໃຕ້​ເງື່ອ​ນ​ໄຂ​ຂອງສະຖານ​ທີ່ນຳ​ໃຊ້​;
  4. ເຊື້ອຈຸລິນຊີ ໝາຍເຖິງ ໄວຣັດ, ແບັກທີເຣຍ, ເຫັດລາ, ກາຝາກ ແລະ ເຊື້ອພະຍາດອື່ນ;
  5. ພາຫະນໍາເຊື້ອພະຍາດ ໝາຍເຖິງ  ສິ່ງທີ່ມີຊີວິດໃດໜຶ່ງ ທີ່ເປັນຕົວນຳພາເຊື້ອພະຍາດຕິດແປດ ມາສູ່ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ເປັນຕົ້ນ ສັດ, ພືດ, ແມງສາບ, ຍຸງ;
  6. ຢາປາບສັດຕູພືດທີ່ຫ້າມນໍາໃຊ້ ໝາຍເຖິງ ຢາປາບສັດຕູພືດ ຊຶ່ງຖືກຫ້າມຜະລິດ, ນຳເຂົ້າ,       ຈຳໜ່າຍ, ນຳໃຊ້ ແລະ ການ​ເຄື່ອນ​ໄຫວອື່ນ ເພື່ອປົກປ້ອງສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ລວມທັງຢາປາບສັດຕູພືດທີ່​ຖືກຍົກເລີກ ແລະ ລຶບຊື່ອອກຈາກບັນຊີອະນຸຍາດນຳໃຊ້ ໃນ ສປປ ລາວ;
  7. ຢາປາບສັດຕູພືດປອມ ໝາຍເຖິງ ຜະລິດຕະພັນທີ່ຜະລິດ ແລະ ຫຸ້ມຫໍ່ຄ້າຍຄືກັບຜະລິດຕະພັນທີ່ໄດ້ຂຶ້ນທະບຽນແລ້ວ ແຕ່ມີສ່ວນປະກອບ, ທາດພິດ, ເຄື່ອງໝາຍການຄ້າ ຫຼື ອາຍຸການນໍາໃຊ້ບໍ່ກົງກັບສະຫຼາກ;
  8. ຢາປາບສັດຕູພືດທີ່ບໍ່ໄດ້ມາດຕະຖານ ໝາຍເຖິງ ຜະລິດຕະພັນຢາປາບສັດຕູພືດ ທີ່ມີທາດພິດໜ້ອຍ ຫຼື ຫຼາຍກວ່າ, ມີສິ່ງເຈືອປົນ ຫຼື ຄຸນລັກສະນະອື່ນ ທີ່ບໍ່ຖືກຕ້ອງຕາມມາດຕະຖານທີ່ໄດ້ຂຶ້ນທະບຽນໄວ້;
  9. ຢາປາບສັດຕູພືດເສຍຄຸນລັກສະນະ ໝາຍເຖິງ ຜະລິດຕະພັນຢາປາບສັດຕູພືດ ທີ່ໝົດອາຍຸການນໍາໃຊ້ ຕາມທີ່ສະແດງໄວ້ໃນສະຫຼາກ ແລະ ເປັນຢາປາບສັດຕູພືດ ທີ່ປ່ຽນສະພາບຈາກລັກສະນະເດີມ ເປັນຕົ້ນ ຈັບກັນເປັນກ້ອນ, ປ່ຽນສີ ແລະ ລັກສະນະອື່ນ;
  10. ສິ່ງເສດເຫຼືອຢາປາບສັດຕູພືດ ໝາຍເຖິງ ສິ່ງເສດເຫຼືອຈາກຢາປາບສັດຕູພືດ ເປັນຕົ້ນ ພາຊະນະບັນຈຸ, ຢາປາບສັດຕູພືດຕົກຄ້າງ ​ແລະ ອຸປະກອນ​ຮັບ​​ໃຊ້​;
  11. ການບຳບັດຢາປາບສັດຕູພືດ ໝາຍເຖິງ ຂະບວນການຫຼຸດຜ່ອນມົນລະພິດ ທີ່ເກີດຈາກການເຄື່ອນໄຫວວຽກງານຢາປາບສັດຕູພືດ ດ້ວຍການນໍາໃຊ້ເຕັກນິກ, ເຄື່ອງຈັກ ຫຼື ວັດຖູປະກອນຕ່າງໆ;
  12. ການກໍາຈັດຢາປາບສັດຕູພືດ ໝາຍເຖິງ ການ​ຈູດ, ການ​ຝັງ ຫຼື ນຳໃຊ້ວິທີການອື່ນ ເພື່ອທຳລາຍ ຫຼື ແຍກປ່ຽວສິ່ງເສດເຫຼືອຢາປາບສັດຕູພືດ;
  13. ສູດຢາປາບສັດຕູພືດ ໝາຍເຖິງ ການປະສົມຈາກທາດ ຫຼື ວັດຖຸດິບຫຼາຍຊະນິດ  ເພື່ອເຮັດໃຫ້ຜະລິດຕະພັນ ມີປະສິດທິິພາບ ຕາມເປົ້າໝາຍການນຳໃຊ້;
  14.  ສານອອກລິດ ໝາຍ​ເຖິງ ສ່ວນປະກອບໃດໜຶ່ງຂອງຢາປາບສັດຕູພືດ ທີ່ເຮັດໃຫ້ຢາປາບສັດຕູພືດອອກລິດ ເພື່ອຂັບ​ໄລ່, ທຳລາຍ, ຄວບ​ຄຸມ​ສັດຕູ​ພືດ ແລະ ພາຫະ​​ນໍາເຊື້ອພະຍາດ  ຫຼື ຄວບຄຸມການຈະ​ເລີນ​ເຕີບ​ໂຕ​ຂອງ​ພືດ; 
  15. ສານພິດຕົກຄ້າງ ໝາຍເຖິງ ສານປະກອບສະເພາະໃດໜຶ່ງຂອງຢາປາບສັດຕູພືດ ທີ່ຕົກຄ້າງຢູ່ໃນພືດ, ດິນ, ນໍ້າ, ອາຫານ, ສິນຄ້າກະສິກຳ, ອາຫານສັດ ທີ່ເກີນຄ່າມາດຕະຖານ ຕາມການກໍານົດຂອງອົງການຈັດ ຕັ້ງສາກົນ ຫຼື ລະບຽບການທີ່ກ່ຽວຂ້ອງ;
  16.  ພາຊະນະບັນຈຸ ໝາຍເຖິງ ຂວດ, ຕຸກ, ຖັງ, ຖົງ, ແກັດ, ຫໍ່ ຫຼື ຊອງ ແລະ ສິ່ງອື່ນ ທີ່ນຳໃຊ້ບັນຈຸຢາປາບສັດຕູພືດ;
  17. ຢາປາບສັດຕູພືດຊີວະພາບ ໝາຍ​ເຖິງ​ ​ເຊື້ອຈຸລິນຊີ, ທາດສົມປົນເຄມີ-ຊີວະພາບ ແລະ ສານສະກັດຈາກພືດ ​ທີ່ນຳໃຊ້ເພື່ອ​ຫຼຸດຜ່ອນ​ປະຊາກອນ​ຂອງ​ສັດຕູ​ພືດ;
  18.  ການປ້ອງກັນພືດແບບປະສົມປະສານ ໝາຍເຖິງ ການຄວບຄຸມສັດຕູພືດ ດ້ວຍການລວມເອົາວິທີການຕ່າງໆ ທີ່ເໝາະສົມ ໃນການສະກັດກັ້ນການຂະຫຍາຍຕົວຂອງປະຊາກອນສັດຕູພືດ ເພື່ອຫຼຸດຜ່ອນ  ການນໍາໃຊ້ຢາປາບສັດຕູພືດ ຫຼື ຫຼຸດຜ່ອນ​ຄວາມ​ສ່ຽງຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ  ໂດຍເນັ້ນໃສ່ຫຼັກການປູກຝັງ ໃຫ້ພືດມີຄວາມຕ້ານທານ, ບໍ່ມີຜົນກະທົບຕໍ່ລະບົບນິເວດ ແລະ ຊຸກຍູ້ ກົນໄກການຄວບຄຸມສັດຕູພືດໂດຍທຳມະຊາດ.

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານຢາປາບສັດຕູພືດ  

       ລັດ ເອົາໃຈໃສ່ວຽກງານຢາປາບສັດຕູພືດ ດ້ວຍການບຳລຸງສ້າງບຸກຄະລາກອນ, ຄົ້ນຄວ້າ, ທົດລອງ, ພັດທະນາ ແລະ ຖ່າຍທອດເຕັກນິກວິຊາການ ກ່ຽວກັບຢາປາບສັດຕູພືດ ລວມທັງການກໍ່ສ້າງພື້ນຖານໂຄງລ່າງ ວັດຖຸເຕັກນິກ ຮັບປະກັັນການຄຸ້ມຄອງວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນ.

        ລັດ ຊຸກຍູ້ ແລະ ສົ່ງເສີມ ໃຫ້ບຸກຄົນ, ​ນິຕິບຸກຄົນ ແລະ ການຈັດຕັ້ງ ລົງທຶນເຂົ້າໃນການດຳເນີນທຸລະກິດຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ, ຢາປາບສັດຕູພືດຊີວະພາບ ແລະ ນຳໃຊ້ເຕັກໂນໂລຊີ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເປັນຕົ້ນ ການປ້ອງກັນພືດແບບປະສົມປະສານ, ການປະຕິບັດກະສິກຳທີ່ດີ ດ້ວຍການສະ   ໜອງຂໍ້ມູນຂ່າວສານ, ເຕັກນິກວິຊາການ ແລະ ນະໂຍບາຍ ພາສີ, ອາກອນ ຕາມກົດໝາຍ.

ມາດຕາ 5  ຫຼັກການພື້ນຖານກ່ຽວກັບວຽກງານຢາປາບສັດຕູພືດ

  ຫຼັກການພື້ນຖານກ່ຽວກັບວຽກງານຢາປາບສັດຕູພືດມີ ດັ່ງນີ້:

  1. ສອດຄ່ອງກັບແນວທາງນະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ກົດໝາຍ;
  2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ;
  3. ເອົາການປ້ອງກັນພືດເປັນສຳຄັນ ໂດຍການນຳໃຊ້ຢາປາບສັດຕູພືດທີ່ເປັນເຄມີ ເທົ່າທີ່ຈຳເປັນຕາມເຕັກນິກການປ້ອງກັນພືດແບບປະສົມປະສານ;
  4. ຮັບປະກັນຄວາມປອດໄພຕໍ່ສຸຂະພາບ ຂອງຄົນ, ສັດ, ພືດ ແລະ ສິ່ງ​ແວດ​ລ້ອມ;
  5. ຮັບປະກັນຄວາມຖືກຕ້ອງ ຕາມມາດຕະຖານເຕັກນິກ;
  6. ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6  ຂອບເຂດການນຳໃຊ້

       ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານ ກ່ຽວກັບການນຳເຂົ້າ, ຜະລິດ, ຈຳໜ່າຍ, ຂົນສົ່ງ, ສົ່ງຜ່ານ, ສົ່ງອອກ, ການນໍາໃຊ້,  ການໂຄສະນາ, ການບຳບັດ, ການກຳຈັດ, ການຄົ້ນຄວ້າວິໄຈ ແລະ ດໍາເນີນທຸລະກິດ ຢາປາບສັດຕູພືດ ໃນ ສປປ ລາວ.

ມາດຕາ 7  ການຮ່ວມມືສາກົນ

        ລັດ​ ສົ່ງ​ເສີມ​ການພົວພັນຮ່ວມມື ​ກັບ​ຕ່າງປະ​ເທດ, ພາກພື້ນ ​ແລະ ສາກົນ ກ່ຽວກັບວຽກ​ງານຢາປາບສັດຕູພືດ ດ້ວຍ​ການ​ແລກປ່ຽນ​ບົດຮຽນ, ຂໍ້​ມູນ​ຂ່າວສານ, ການຄົ້ນຄວ້າວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ການພັດ ທະນາຊັບພະຍາກອນ​ມະນຸດ, ​ການ​ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນ​ພາຄີ.​

ໝວດທີ 2
ປະເພດ ແລະ ບັນຊີຢາປາບສັດຕູພືດ

ມາດຕາ 8  ປະເພດຢາປາບສັດຕູພືດ

  ຢາປາບສັດຕູພືດ ໄດ້ແບ່ງເປັນ ປະເພດຕາມລະດັບຄວາມເປັນອັນຕະລາຍ ດັ່ງນີ້:

  1. ຢາປາບສັດຕູພືດອັນຕະລາຍຮ້າຍແຮງສູງ;
  2. ຢາປາບສັດຕູພືດອັນຕະລາຍຮ້າຍແຮງ;
  3. ຢາປາບສັດຕູພືດອັນຕະລາຍປານກາງ;
  4. ຢາປາບສັດຕູພືດອັນຕະລາຍໜ້ອຍ;
  5. ຢາປາບສັດຕູພືດອັນຕະລາຍບໍ່ມີພິດກະທັນຫັນ.

 ລາຍລະອຽດກ່ຽວກັບຢາປາບສັດຕູພືດແຕ່ລະປະເພດ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 9  ຢາປາບສັດຕູພືດທີ່ເປັນອັນຕະລາຍຮ້າຍແຮງສູງ

        ຢາປາບສັດຕູພືດທີ່ເປັນອັນຕະລາຍຮ້າຍແຮງສູງ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນພິດກະທັນຫັນ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ, ນອກນີ້ຍັງສົ່ງຜົນກະທົບຮ້າຍແຮງ ຕໍ່ສິ່ງແວດລ້ອມ ແລະ    ຕົກຄ້າງຍາວນານ, ຈາກ​ຜົນ​ໄດ້​ຮັບທີ່ເຮັດ​ໃຫ້​ຈຳນວນສັດ​ທົດ​ລອງ​ຕາຍ ຫ້າສິບສ່ວນຮ້ອຍ​ ​ເມື່ອ​ໄດ້​ຮັບທາດພິດ ຂອງ​ຢາ​ປາບ​ສັດຕູ​ພືດ​ເຂົ້າ​ທາງ​ປາກ​ໃນ​ປະລິມານ ໜ້ອຍກວ່າ ຫ້າມິນ​ລີກຣາມ ຫຼື ​ເຂົ້າ​ທາງ​ຜິວໜັງ ໜ້ອຍ​ກວ່າ ຫ້າສິບ ມິນ​ລີກຣາມ ຕໍ່​ນໍ້າໜັກ​ຂອງ​ສັດ​ທົດ​ລອງ ໜຶ່ງກິ​ໂລກຣາມ​. 

ຢາປາບສັດຕູພືດທີ່ເປັນອັນຕະລາຍຮ້າຍແຮງສູງ ບໍ່ອະນຸຍາດໃຫ້ ຜະລິດ, ນຳເຂົ້າ, ຈຳໜ່າຍ, ສົ່ງຜ່ານ, ນຳໃຊ້ ແລະ ຄອບຄອງ.

ມາດຕາ 10  ຢາປາບສັດຕູພືດທີ່ເປັນອັນຕະລາຍຮ້າຍແຮງ

         ຢາປາບສັດຕູພືດອັນຕະລາຍຮ້າຍແຮງ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນພິດກະທັນ ຫັນ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ, ນອກນີ້ຍັງສົ່ງຜົນກະທົບຮ້າຍແຮງ ຕໍ່ສິ່ງແວດລ້ອມ ແລະ ຕົກຄ້າງຍາວນານ ຈາກ​ຜົນ​ໄດ້​ຮັບທີ່ເຮັດ​ໃຫ້​ຈຳນວນສັດທົດ​ລອງ​ຕາຍ ຫ້າສິບສ່ວນຮ້ອຍ ເມື່ອ​ໄດ້​ຮັບ​ທາດພິດ​ຂອງຢາ​ປາບ​ສັດຕູພືດເຂົ້າ​ທາງ​ປາກ​ໃນ​ປະລິມານ  ຫ້າ ຫາ ຫ້າສິບມິນ​ລີກຣາມ ຫຼື ​ເຂົ້າ​ທາງ​ຜິວໜັງ  ຫ້າສິບ ຫາ  ສອງຮ້ອຍມິນ​ລີກຣາມ ຕໍ່​ນໍ້າໜັກ​ຂອງ​ສັດ​ທົດ​ລອງ ໜຶ່ງກິ​ໂລກຣາມ​.

        ຢາປາບສັດຕູພືດອັນຕະລາຍຮ້າຍແຮງ ບໍ່ອະນຸຍາດໃຫ້ ຜະລິດ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈຳໜ່າຍ, ນຳໃຊ້ ແລະ ຄອບຄອງ ຍົກເວັ້ນນຳໃຊ້ເພື່ອການຄົ້ນຄວ້າ ແລະ ການພັດທະນາເຕັກໂນໂລຊີ ຂອງລັດຖະບານ, ການປ້ອງກັນ ແລະ ຄວບຄຸມສັດຕູພືດກັກກັນ ຫຼື ພາຫະນຳເຊື້ອພະຍາດ, ແຕ່ຕ້ອງໄດ້ຂຶ້ນທະບຽນ ແລະ ຮັບອະນຸຍາດ ນຳກະຊວງກະສິກຳ ແລະ ປ່າໄມ້.

ມາດຕາ 11  ຢາປາບສັດຕູພືດທີ່ເປັນອັນຕະລາຍປານກາງ

       ຢາປາບສັດຕູພືດທີ່ເປັນອັນຕະລາຍປານກາງ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ ຈາກ​ຜົນ​ໄດ້​ຮັບທີ່ເຮັດ​ໃຫ້​ຈຳນວນສັດ​ທົດ​ລອງ​ຕາຍ ຫ້າສິບສ່ວນຮ້ອຍ ​ເມື່ອ​ໄດ້​ຮັບ​ທາດພິດຂອງ​ຢາ​ປາບ​ສັດຕູ​ພືດ​ເຂົ້າ​ທາງ​ປາກ​ໃນ​ປະລິມານ ຫ້າສິບ ຫາ ສອງພັນມິນ​ລີກຣາມ ຫຼື ​ເຂົ້າ​ທາງ​ຜິວໜັງ  ສອງຮ້ອຍ ຫາ ສອງພັນມິນ​ລີກຣາມ ຕໍ່​ນໍ້າໜັກ​ຂອງສັດ​ທົດ​ລອງ ໜຶ່ງກິ​ໂລກຣາມ​.

     ຢາປາບສັດຕູພືດອັນຕະລາຍປານກາງ ສາມາດຜະລິດ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈໍາໜ່າຍ, ນໍາໃຊ້ ແລະ ຄອບຄອງ ໂດຍຂຶ້ນທະບຽນ ແລະ ຂໍອະນຸຍາດນໍາຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ມາດຕາ 12  ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ

      ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະ ພາບ ແລະ ຊີວິດຂອງຄົນ ຈາກ​ຜົນ​ໄດ້​ຮັບທີ່ເຮັດ​ໃຫ້​ສັດ​ທົດ​ລອງ​ຕາຍ ຫ້າ​ສິບ​ສ່ວນຮ້ອຍ ​ເມື່ອ​ໄດ້​ຮັບ​ທາດພິດ​ຂອງ​ຢາ​ປາບ​ສັດຕູ​ພືດ​ເຂົ້າ​ທາງ​ປາກ​ ຫຼື ຜິວໜັງ ​ໃນປະລິມານ ຫຼາຍ​ກວ່າ ສອງ​ພັນມິນ​ລີກຣາມ ຕໍ່​ນໍ້າໜັກ​ຂອງ​ສັດ ໜຶ່ງກິ​ໂລກຣາມ​.

      ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ສາມາດຜະລິດ, ນຳເຂົ້າ, ຈຳໜ່າຍ, ສົ່ງຜ່ານ, ສົ່ງອອກ, ນຳໃຊ້ ແລະ ຄອບຄອງ ໂດຍຂຶ້ນທະບຽນ ແລະ ຂໍອະນຸຍາດ ນຳອົງການ​ຄຸ້ມຄອງ​ວຽກງານ​ຢາ​ປາບ​ສັດຕູ​ພືດ ແລະ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.

ມາດຕາ 13  ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ

      ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ ແຕ່ບໍ່ອອກ​ລິດທັນທີ ຈາກ​ຜົນ​ໄດ້​ຮັບທີ່ເຮັດ​ໃຫ້​ຈຳນວນສັດ​ທົດ​ລອງ​ຕາຍ   ຫ້າ​ສິບສ່ວນຮ້ອຍ ​ເມື່ອ​ໄດ້​ຮັບ​ທາດພິດຂອງ​ຢາ​ປາບ​ສັດຕູ​ພືດ​ເຂົ້າ​ທາງ​ປາກ​ ຫຼື ຜິວໜັງ ໃນປະລິມານ ຫ້າ​ພັນມິນ​ລີກຣາມ ຫຼື ຫຼາຍ​ກວ່າ ຕໍ່​ນໍ້າໜັກ​ຂອງ​ສັດ ໜຶ່ງກິ​ໂລກຣາມ​.

     ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ສາມາດຜະລິດ, ນຳເຂົ້າ, ຈຳໜ່າຍ, ສົ່ງຜ່ານ, ສົ່ງອອກ, ນຳໃຊ້ ແລະ ຄອບຄອງ ໂດຍຂຶ້ນທະບຽນ ແລະ ຂໍອະນຸຍາດ ນຳຂະແໜງການກະສິກຳ ແລະ ປ່າໄມ້ ຍົກເວັ້ນຢາປາບສັດຕູພືດຊີວະພາບ ທີ່ມີຄວາມປອດໄພຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຊຶ່ງບໍ່ໄດ້ບັນຈຸໃສ່ພາຊະນະເພື່ອຈຳໜ່າຍ.

ມາດຕາ 14  ບັນຊີຢາປາບສັດຕູພືດ

      ບັນຊີຢາປາບສັດຕູພືດ ແມ່ນລາຍການຢາປາບສັດຕູພືດ ທີ່ອະນຸຍາດໃຫ້ນໍາໃຊ້ ແລະ ຫ້າມນໍາໃຊ້ໃນ ສປປ ລາວ.

       ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ເປັນຜູ້ກຳນົດ ແລະ ທົບ​ທວນ​ບັນຊີ​ຢາ​ປາບ​ສັດຕູ​ພືດ ທີ່​ອະນຸຍາດ​ໃຫ້​ນຳ​ໃຊ້ ​ບົນພື້ນຖານການ​ຂຶ້ນ​ທະບຽນ​ວິ​ຊາການຢາ​ປາບ​ສັດຕູ​ພືດ ​ ​ແລະ ​ບັນຊີ​​ຫ້າມ​ນໍາໃຊ້ໃນ​ແຕ່ລະ​ປີ ​​ແລ້ວແຈ້ງບັນຊີ ຫຼື ການປ່ຽນແປງບັນຊີດັ່ງກ່າວ ໃຫ້ຂະແໜງການ ແລະ ອົງການຈັດຕັ້ງສາກົນທີ່​ກ່ຽວຂ້ອງ  ລວມທັງປະເທດຄູ່ຄ້າຕາມການຮ້ອງຂໍ.

       ບັນຊີຢາປາບສັດຕູພືດທີ່ອະນຸຍາດໃຫ້ນໍາໃຊ້ ໃນ ສປປ ລາວ ຕ້ອງມີຂໍ້ມູນ ກ່ຽວກັບຊື່ການຄ້າ, ຊື່ສາ ມັນ ຫຼື ຊື່ສານເຄມີ, ທາດພິດ ແລະ ອັດຕາການນໍາໃຊ້, ປະເພດຢາປາບສັດຕູພືດ, ສັດຕູພືດ ແລະ ພືດເປົ້າ    ໝາຍ, ໄລຍະເວລາໃຫ້ຢຸດນໍາໃຊ້ກ່ອນເກັບກ່ຽວພືດ ແລະ ລະດັບການຕົກຄ້າງຂອງຢາປາບສັດຕູພືດ.

ໝວດທີ 3
ການຂຶ້ນທະບຽນວິຊາການຢາປາບສັດຕູພືດ

ມາດຕາ 15  ການຂຶ້ນທະບຽນວິຊາການຢາປາບສັດຕູພືດ

        ຜູ້ທີ່ມີຈຸດປະສົງ ຜະລິດ ຫຼື ນຳ​ເຂົ້າ ເພື່ອຈຳໜ່າຍ ແລະ ນໍາໃຊ້ຢາປາບສັດຕູພືດຢູ່ ສປປ ລາວ ຕ້ອງຍື່ນ ຄໍາຮ້ອງພ້ອມດ້ວຍເອກະສານປະກອບ ຕໍ່ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຂໍຂຶ້ນທະບຽນວິຊາ​ການຢາປາບສັດຕູພືດ.

        ໃນການຄົ້ນຄວ້າ ແລະ ພິຈາລະນາ ການຂຶ້ນທະບຽນວິຊາການຢາປາບສັດຕູພືດ ແມ່ນມີຄະນະກໍາມະການພິຈາລະນາການຂຶ້ນທະບຽນ ທີ່ຖືກແຕ່ງຕັ້ງໂດຍລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ສໍາລັບ         ໂຄງປະກອບ, ສິດ ແລະ ໜ້າທີ່ ຂອງຄະນະກໍາມະການດັ່ງກ່າວ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. 

ມາດຕາ 16  ຢາປາບສັດຕູພືດ ທີ່ຍົກເວັ້ນການຂຶ້ນທະບຽນວິຊາການ

  ຢາປາບສັດຕູພືດ ທີ່ຍົກເວັ້ນການຂຶ້ນທະບຽນວິຊາການ ມີດັ່ງນີ້:

  1. ຢາປາບສັດຕູພືດ ທີ່ນຳເຂົ້າຊົ່ວຄາວ ແລະ ສົ່ງອອກຕໍ່ ຫຼື ນຳເຂົ້າເພື່ອຜະລິດແລ້ວສົ່ງອອກ ຕາມສັນຍາລົງທຶນ ລະຫວ່າງຜູ້ລົງທຶນພາຍໃນ ກັບຕ່າງປະເທດ;
  2. ຢາປາບສັດຕູພືດຊີວະພາບ ທີ່ມີຄວາມປອດໄພຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຊຶ່ງບໍ່​ມີ​ຈຸດປະສົງ​ເພື່ອຈຳໜ່າຍ.

ມາດຕາ 17  ເງື່ອນໄຂການຂຶ້ນທະບຽນວິຊາການຢາປາບສັດຕູພືດ

ຜູ້ທີ່ມີຈຸດປະສົງຂຶ້ນທະບຽນວິຊາ​ການຢາປາບສັດຕູພືດ ຕ້ອງມີເງື່ອນໄຂ ດັ່ງນີ້:

  1. ໄດ້ຮັບອະນຸຍາດດໍາເນີນທຸລະກິດ ກ່ຽວກັບ​ການຜະລິດ ຫຼື ການນໍາເຂົ້າ ຢາປາບສັດຕູພືດ ໃນ ສປປ ລາວ;
  2. ເປັນຢາປາບສັດຕູພືດ ທີ່ຂຶ້ນທະບຽນຈາກປະເທດສົ່ງອອກ;
  3. ໄດ້ຮັບການມອບສິດຈາກຜູ້ຜະລິດຢາປາບສັດຕູພືດ ຂອງປະເທດສົ່ງອອກ;
  4. ມີບົດປະເມີນ ກ່ຽວກັບປະສິດທິພາບ, ຄຸນລັກສະນະ ແລະ ຄວາມປອດໄພຂອງຢາປາບສັດຕູພືດ;
  5. ​ມີແຜນການທົດສອບ ກ່ຽວ​ກັບ​ຄຸນ​ນະພາ​ບ ​ແລະ ປະສິດທິພາບຢາປາບສັດຕູພືດຢູ່​ຫ້ອງ​ວິ​ໄຈ​ ​ແລະ ພາກສະໜາມ ໃນພື້ນທີ່ເປົ້າໝາຍ;
  6. ມາດຕະຖານຕົວຢ່າງຢາປາບສັດຕູພືດ ​ແລະ ຕົວຢ່າງ​ຜະລິດ​ຕະພັນ.

        ສຳລັບເງື່ອນໄຂການຂຶ້ນທະບຽນວິຊາ​ການຢາປາບສັດຕູພືດ ຕາມທີ່ກຳນົດໄວ້ໃນມາດຕາ 10 ຂອງ   ດໍາລັດສະບັບນີ້ ແມ່ນກຳນົດໄວ້ໃນລະບຽບການສະເພາະ ຂອງກະຊວງກະສິກຳ ແລະ ປ່າໄມ້.

ມາດຕາ 18  ການປະກອບເອກະສານ

ການປະກອບເອກະສານ ຂໍຂຶ້ນທະບຽນວິຊາການຢາປາບສັດຕູພືດ ມີ ດັ່ງນີ້:

  1. ຄໍາຮ້ອງ;
  2. ໃບທະບຽນວິສາຫະກິດ, ໃບອະນຸຍາດດໍາເນີນທຸລະກິດຢາປາບສັດຕູພືດ;
  3. ໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ ຈາກປະເທດຕົ້ນກໍາເນີດ;
  4. ໃບຢັ້ງຢືນຜົນການວິໄຈສ່ວນປະກອບຂອງຢາປາບສັດຕູພືດ ຈາກປະເທດຕົ້ນກໍາເນີດ;
  5. ບົດປະເມີນ ກ່ຽວກັບປະສິດທິພາບ, ຄຸນລັກສະນະ ແລະ ຄວາມປອດໄພຂອງຢາປາບສັດຕູພືດ;
  6. ແຜນການທົດສອບ ກ່ຽວ​ກັບ​ຄຸນ​ນະພາ​ບ ​ແລະ ປະສິດທິພາບຢາປາບສັດຕູພືດພາກສະໜາມ;
  7. ໃບມອບສິດຈາກຜູ້ຜະລິດຢາປາບສັດຕູພືດ ຂອງປະເທດສົ່ງອອກ;
  8. ໃບມອບສິດ ແລະ ບັດປະຈໍາຕົວ ຂອງຜູ້ຍື່ນເອກະສານ;
  9. ເອກະສານອື່ນ ຕາມການກໍານົດຂອງກະຊວງກະສິກໍາ ແລະ ປ່າໄມ້.

ມາດຕາ  19  ການຄົ້ນ​ຄວ້າ ​ແລະ ພິຈາລະນາ ຂຶ້ນທະບຽນວິຊາການຢາປາບສັດຕູພືດ

       ພາຍຫຼັງໄດ້ຮັບຄໍາຮ້ອງ ແລະ ເອກະສານປະກອບ ຂໍຂຶ້ນທະບຽນວິຊາການຢາປາບສັດຕູພືດ ກົມປູກຝັງ ຕ້ອງຄົ້ນຄວ້າ ອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດຊົ່ວຄາວ ພາຍໃນສິບ​ຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານຖືກຕ້ອງ ໃນກໍລະນີຢາ​ປາບສັດຕູພືດທີ່ຜະລິດ​ຂຶ້ນ ຫຼື ນຳເຂົ້າເປັນຄັ້ງທຳອິດ ​ຫຼື ​ກຳລັງ​ຢູ່​ໃນ​ຂັ້ນ​ຕອນ​​ທົດ​ສອບປະສິດທິພາບ ໃນກໍລະນີປະຕິເສດການອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດຊົ່ວຄາວ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍ ເປັນລາຍລັກອັກສອນ.

ໃບຂຶ້ນທະບຽນວິຊາການຢາປາບສັດຕູພືດຊົ່ວຄາວ ມີອາຍຸໜຶ່ງປີ ແລະ ສາມາດຂໍຕໍ່ໄດ້.

ມາດຕາ 20  ການ​ທົດ​ສອບ​ຢາປາບສັດຕູພືດ

       ການ​ທົດ​ສອບ​ຢາ​​ປາບ​ສັດຕູ​ພືດ ​​ແມ່ນ​ການ​ທົດລອງການນໍາໃຊ້​ໃນ​ພາກ​ສະໜາມ ​​ແລະ ວິໄຈ​ໃນ​ຫ້ອງ​ທົດ​ລອງ ທີ່ດໍາເນີນໂດຍສູນ, ສະຖານີ ຫຼື ທຸລະກິດວິໄຈ ແລະ ທົດສອບຢາປາບສັດຕູພືດ ທີ່ໄດ້ຮັບອະນຸຍາດຈາກກະຊວງກະສິກໍາ ແລະ ປ່າໄມ້.

       ສູນ, ສະຖານີ ຫຼື ທຸລະກິດວິໄຈ ແລະ ທົດສອບຢາປາບສັດຕູພືດ ທີ່ດໍາເນີນການທົດສອບ ຕ້ອງອອກໃບຢັ້ງຢືນຜົນການທົດສອບຢາປາບສັດຕູພືດ, ໃບຢັ້ງຢືນດັ່ງກ່າວມີ​ອາຍຸນໍາໃຊ້ ສາມປີ.

      ຄ່າໃຊ້ຈ່າຍໃນການທົດສອບຢາປາບສັດຕູພືດ ໃຫ້ເປັນ​ຄວາມຮັບຜິດຊອບ ຂອງຜູ້ສະເໜີຂໍຂຶ້ນທະ ບຽນວິຊາການຢາປາບສັດຕູພືດ.

ມາດຕາ 21  ການອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດຖາວອນ

ເມື່ອສຳເລັດການທົດສອບຢາປາບສັດຕູພືດ ແລະ ໄດ້ປະຕິບັດຕາມເງື່ອນໄຂສະເພາະແລ້ວ ໃຫ້ຜູ້ໄດ້ຮັບໃບຂຶ້ນທະບຽນວິຊາການຢາປາບສັດຕູພືດຊົ່ວຄາວ ຍື່ນຄໍາຮ້ອງຕໍ່ກົມປູກຝັງ ເພື່ອພິຈາລະນາອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດຖາວອນ.

ພາຍຫຼັງໄດ້ຮັບຄໍາຮ້ອງ ກົມປູກຝັງຕ້ອງຄົ້ນຄວ້າ ແລະ ສະເໜີຄະນະກຳມະການພິຈາລະນາການຂຶ້ນທະບຽນວິຊາການຢາປາບສັດຕູພືດ ພິຈາລະນາຮັບຮອງ ພາຍໃນສາມສິບວັນລັດຖະການ ເພື່ອອອກໃບຂຶ້ນທະ ບຽນວິຊາການຢາປາບສັດຕູພືດຖາວອນ. ໃນກໍລະນີປະຕິເສດ ການອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດຖາວອນ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍ ເປັນລາຍລັກອັກສອນ.

ໃບຂຶ້ນທະບຽນວິຊາການຢາປາບສັດຕູພືດຖາວອນ ມີອາຍຸສາມປີ ແລະ ສາມາດຂໍຕໍ່ໄດ້ສາມປີ.

ມາດຕາ  22  ການອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ​​​ຊໍ້າກັນ

ການອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ​​​ຊໍ້າກັນ ແມ່ນການອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ ໃຫ້ແກ່ຜູ້ຜະລິດ, ນໍາເຂົ້າຢາປາບສັດຕູພືດ ທີ່ສະເໜີຂຶ້ນທະບຽນວິຊາການຢາປາບສັດຕູພືດ ຊຶ່ງຢາປາບສັດຕູພືດດັ່ງກ່າວ ໄດ້ຂຶ້ນທະບຽນມາກ່ອນແລ້ວ. ​

ຜູ້ທີ່ມີຈຸດປະສົງ ຂໍຂຶ້ນທະບຽນວິຊາການຢາປາບສັດຕູພືດຊໍ້າກັນ ຕ້ອງໄດ້ຮັບການເຫັນດີ​ເປັນລາຍ​ລັກ​ອັກສອນ ​​ຈາກ​ຜູ້ຂຶ້ນ​ທະບຽນກ່ອນ.

ມາດຕາ  23  ການອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ​​​ຄືນໃໝ່

ການອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ​​​ຄືນໃໝ່ ແມ່ນການອອກໃບທະບຽນໃຫ້ໃນກໍລະ ນີ ດັ່ງນີ້:

  1. ໃບທະບຽນ ເສຍຫາຍ, ຖືກທໍາລາຍ ຫຼື ຂໍ້ມູນບໍ່ຖືກຕ້ອງ;
  2. ຊື່ການຄ້າຂອງຢາປາບສັດຕູພືດ, ຂໍ້ມູນ ກ່ຽວກັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີການປ່ຽນແປງ ຕາມການສະເໜີຈາກເຈົ້າຂອງໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ.

ຜູ້ທີ່ມີຈຸດປະສົງຂໍ​ໃບ​ທະບຽນຢາປາບສັດຕູພືດຄືນໃໝ່ ໃຫ້ຍື່ນຄໍາຮ້ອງພ້ອມດ້ວຍຂໍ້ມູນທີ່ກ່ຽວຂ້ອງ ຕໍ່ກົມປູກຝັງ.

ກົມປູກຝັງ ຕ້ອງພິຈາລະນາອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ​​​ຄືນໃໝ່ ພາຍໃນສິບວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງ ແລະ ຂໍ້ມູນທີ່ກ່ຽວຂ້ອງເປັນຕົ້ນໄປ. ໃນກໍລະນີປະຕິເສດການຂໍໃບຂຶ້ນທະບຽນວິຊາການຢາປາບສັດຕູພືດຄືນໃໝ່ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍ ເປັນລາຍລັກອັກສອນ.

ໝວດທີ 4
ຄວາມປອດໄພກ່ຽວກັບ
ຢາປາບສັດຕູພືດ

 ມາດຕາ 24  ຄວາມ​ປອດ​ໄພກ່ຽວກັບຢາປາບສັດຕູພືດ

        ຄວາມ​ປອດ​ໄພ​ກ່ຽວກັບຢາປາບສັດຕູພືດ ແມ່ນມາດຕະການທີ່ນຳໃຊ້ ເພື່ອຄຸ້ມຄອງວຽກງານຢາປາບສັດຕູພືດໃຫ້ມີຄວາມປອດໄພ ຊຶ່ງລວມມີ ພາຊະນະບັນຈຸ ແລະ ການຫຸ້ມຫໍ່, ສະຫຼາກ ແລະ ການຕິດສະຫຼາກ, ການໂຄສະນາ, ການຜະລິດ, ການນໍາເຂົ້າ, ການສົ່ງອອກ, ການສົ່ງຜ່ານ, ການຂົນສົ່ງ, ການເກັບຮັກສາ ແລະ ມີໄວ້ໃນຄອບຄອງ, ການນໍາໃຊ້, ການຕິດຕາມ ແລະ ລາຍງານ, ການບໍາບັດ ແລະ ກໍາຈັດຢາປາບສັດຕູພືດ ແລະ ການພັດທະນາວຽກງານຢາປາບສັດຕູພືດ.

ມາດຕາ 25  ພາຊະນະບັນຈຸ ແລະ ການຫຸ້ມຫໍ່

ພາຊະນະ​ບັນຈຸ ​ແລະ ​ການ​ຫຸ້ມ​ຫໍ່ຢາປາບສັດຕູພືດ ຕ້ອງ​ຮັບປະກັນ ​ດັ່ງນີ້:

  1. ມີຄວາມແຂງແກ່ນ, ທົນທານ ແລະ ຮັບປະກັນບໍ່ໃຫ້ຮົ່ວຊຶມ;
  2. ບໍ່​ເປື່ອຍ ແລະ ບໍ່ສົ່ງຜົນກະທົບຕໍ່ຄຸນນະພາບ ຂອງຢາປາບສັດຕູພືດ ພາຍ​ໃຕ້​ສະພາບ​ປົກກະຕິ​ຂອງ​ການ​ເກັບ​ຮັກສາ ​ແລະ ນຳ​ໃຊ້ ​ໃນ​ໄລຍະ​ເວລາ​ທີ່​ໄດ້​ກຳນົດ;
  3. ບໍ່ຄ້າຍຄື​ກັບພາຊະນະບັນຈຸ ແລະ ​ການ​ຫຸ້ມ​ຫໍ່​ອາຫານ ແລະ ເຄື່ອງດື່ມ;
  4. ມີຝາປິດ​ແໜ້ນ ​ເພື່ອບໍ່ໃຫ້ເດັກນ້ອຍເປີດ​ໄດ້​;
  5. ມີຄວາມເໝາະ​ສົມ​ກັບ​ແຕ່ລະ​ຊະນິດ​ຢາ​ປາບ​ສັດຕູ​ພືດ;
  6. ມີ​ຄວາມ​ປອດ​ໄພ​ ໃນ​ເວລາ​ເກັບ​ຮັກສາ ​ແລະ ນຳ​ໃຊ້.

ມາດຕາ  26  ສະຫຼາກ ແລະ ການຕິດສະຫຼາກ   

       ຢາ​ປາບ​ສັດຕູ​ພືດທຸກ​ຊະນິດ ທີ່ຜະລິດ, ​ນຳ​ເຂົ້າ ແລະ ຈໍາໜ່າຍໃນ ສປປ ລາວ ຕ້ອງມີ ສະຫຼາກເປັນຮູບພາບ, ຂໍ້ຄວາມ ຫຼື ເປັນຕົວອັກສອນ ພາສາລາວ ແລະ  ພາສາຕ່າງປະ​ເທດ ເພື່ອສະ​ແດງ, ຊີ້ບອກຄວາມເປັນອັນຕະລາຍ, ຄໍາແນະນໍາໃນການນໍາໃຊ້ ແລະ ການປ້ອງກັນຄວາມປອດໄພ ຂອງຢາປາບສັດຕູພືດ. ສຳ​ລັບຮູບ​ພາບ ​ແລະ ​ເນື້ອ​ໃນ​ຂອງ​ສະຫຼາກ ​ແມ່ນ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ເປັນ​ຜູ້​ກຳນົດ.

      ການຕິດສະຫຼາກ ຕ້ອງ​ຕິດ​ແນບ ຫຼື ພິມ​ໃສ່​ກັບ​ພາຊະນະ​ບັນຈຸຢາ​ປາບ​ສັດຕູ​ພືດ​ໂດຍ​ກົງ ແລະ ຕ້ອງ​ຕິດ​ໃຫ້​ມີ​ຄວາມ​ແໜ້ນໜາ, ທົນ​ທານ ແລະ ໝັ້ນໜຽວ.  

ມາດຕາ 27  ການໂຄສະນາ

     ການໂຄສະນາຢາ​ປາບ​ສັດຕູ​ພືດ ຕ້ອງໃຫ້ຖືກຕ້ອງກັບ ເນື້ອໃນ, ຮູບການ ແລະ ສະຖານທີ່ ທີ່ໄດ້ຮັບອະນຸຍາດ. ສໍາລັບເນື້ອໃນການໂຄສະນາ ຕ້ອງຊັດເຈນ, ຖືກຕ້ອງຕາມຄວາມເປັນຈິງຂອງປະເພດ, ຊະນິດ, ຄຸນລັກສະນະ, ຄຸນນະພາບຂອງຢາປາບສັດຕູພືດ, ເຄື່ອງໝາຍການຄ້າ, ລະດັບຄວາມເປັນອັນຕະລາຍ ແລະ ມາດຕະການປ້ອງກັນຄວາມປອດໄພ.

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງໂຄສະນາກ່ຽວກັບຢາປາບສັດຕູພືດ ຕ້ອງຂໍອະນຸຍາດຈາກຂະ​ແໜງ​ການ​ກະສິກຳ ​ແລະ ປ່າ​ໄມ້, ຂະແໜງການຖະແຫຼງຂ່າວ, ວັດທະນະທໍາ ແລະ    ທ່ອງທ່ຽວ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.

ມາດຕາ 28  ການຜະລິດ

ການຜະລິດຢາປາບສັດຕູພືດ ໃຫ້ປະຕິບັດຕາມເງື່ອນໄຂ ແລະ ມາດຕະຖານດ້ານເຕັກນິກ ດັ່ງນີ້:

  1. ​ສະຖານທີ່ຜະລິດຢາປາບສັດຕູພືດ ທີ່ເປັນອັນຕະລາຍຮ້າຍແຮງ ແລະ ອັນຕະລາຍປານກາງ ຕ້ອງຢູ່ຫ່າງ​​ໄກຈາກ​ຊຸມ​ຊົນ, ໂຮງຮຽນ, ໂຮງໝໍ, ຕະຫຼາດ,  ແຫຼ່ງນ້ຳ ​ແລະ ຖືກຕ້ອງ​ຕາມມາດຕະຖານເຕັກນິກ;
  2. ມີລະບົບ​ຮັກສາ​ຄວາມ​ປອດ​ໄພ;
  3. ມີເຄື່ອງຈັກ, ອຸປະກອນ, ຂະບວນການເຕັກນິກຜະລິດທີ່ເໝາະສົມ ກັບແຕ່ລະປະເພດຢາປາບສັດຕູພືດ;
  4. ມີການຂົນສົ່ງ, ມີການເກັບຮັກສາ ແລະ ມີໄວ້ໃນຄອບຄອງ  ຖືກຕ້ອງຕາມເຕັກນິກ ຕາມທີ່ກຳ ນົດໄວ້ໃນມາດຕາ 32 ແລະ 33 ຂອງດໍາລັດສະບັບນີ້.
  5. ມີລະບົບບຳບັດນໍ້າເສຍ ແລະ ສິ່ງເສດເຫຼືອຈາກໂຮງງານ ທີ່ໄດ້ຕາມມາດຕະຖານ ແລະ ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ;
  6. ມີຫ້ອງປະຖົມພະຍາບານ​ຂັ້ນ​ຕົ້ນ ກໍລະນີ​ເກີດ​ອຸປະຕິ​ເຫດ​ຈາກ​ຢາ​ປາບ​ສັດຕູ​ພືດ.

ມາດຕາ 29  ການນໍາເຂົ້າ 

ການນໍາເຂົ້າຢາປາບສັດຕູພືດ ຕ້ອງປະຕິບັດ ດັ່ງນີ້:

  1. ຮັບປະກັນ​ ການ​ຫຸ້ມ​ຫໍ່, ຕິດສະຫຼາກ ແລະ ຂົນສົ່ງຢາ​ປາບສັດຕູພືດມີ​ຄວາມປອດ​ໄພ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 25, 26 ແລະ 32 ຂອງດໍາລັດສະບັບນີ້;
  2. ຮັບປະກັນຄຸນ​ນະພາ​ບ ຂອງຢາປາບສັດຕູພືດ​ທີ່​ນຳ​ເຂົ້າ;
  3. ນໍາເຂົ້າຕາມດ່ານ ທີ່ກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ ແລະ ​ໄດ້ຮັບການກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຢາປາບສັດຕູພືດຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;
  4. ມີການເກັບຮັກສາ ແລະ ມີໄວ້ໃນຄອບຄອງ ຖືກຕ້ອງຕາມເຕັກນິກ ທີ່ກຳນົດໄວ້ໃນມາດຕາ 33 ຂອງ​ດຳລັດ​ສະບັບ​ນີ້;
  5. ປະຕິບັດຕາມຂັ້ນຕອນ, ເງື່ອນໄຂ ແລະ ມາດຕະຖານ ຂອງກະຊວງກະສິກໍາ ແລະ ປ່າໄມ້ ກໍານົດໄວ້ແຕ່ລະໄລຍະ.

ມາດຕາ  30  ການສົ່ງອອກ

ຢາ​ປາບສັດຕູພືດທີ່​ຈະສົ່ງ​ອອກ ຕ້ອງ​ໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ແລະ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ, ລະບຽບການ ແລະ ເງື່ອນ​ໄຂຂອງ​ປະ​ເທດ​ນຳ​ເຂົ້າ ແລະ ສົ່ງຜ່ານ. ​ ​

ມາດຕາ 31  ການສົ່ງຜ່ານ

ການຂົນ​​ສົ່ງ​ຢາ​ປາ​ບ​ສັດ​ຕູ​ພືດ ​​ຜ່ານ​ ສ​ປ​ປ ລາວ ຕ້ອງແຈ້ງໃຫ້ອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ຢ່າງໜ້ອຍສາມສິບວັນ ກ່ອນການສົ່ງຜ່ານ ແລະ  ໃຫ້​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ ​ດັ່ງ​ນີ້: 

  1. ຮັບປະກັນຄວາມປອດໄພໃນການຂົນສົ່ງ,  ບໍ່ໃຫ້ພາຊະນະບັນຈຸຮົ່ວຊຶມ ຫຼື ການແຜ່ກະຈາຍຂອງຢາປາບສັດຕູພືດ; 
  2. ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ, ສັນຍາສອງຝ່າຍ ຫຼື ຫຼາຍຝ່າຍ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 32  ການຂົນສົ່ງ

ການຂົນສົ່ງຢາປາບສັດຕູພືດ ແລະ ສິ່ງເສດເຫຼືອຢາປາບສັດຕູພືດ ທີ່ນໍາໃຊ້ແບບຄົວເຮືອນ ຕ້ອງປະຕິ ບັດຕາມເງື່ອນໄຂ ດັ່ງນີ້:

  1. ຫຼີກເວັ້ນການນໍາໃຊ້ພາສະນະຂົນສົ່ງມວນຊົນ ແລະ ການຂົນສົ່ງທາງນໍ້າ ຕ້ອງຮັບປະກັນຄວາມປອດໄພ;
  2. ມີການຈັດວາງ, ຫຸ້ມຫໍ່ພາຊະນະບັນຈຸ, ປິດແຈບ ແລະ ປອດໄພ ໂດຍແຍກອອກຈາກເຄື່ອງບໍລິ ໂພກ, ສິ່ງທີ່ມີຊີວິດ ແລະ ສິ່ງອື່ນ.

ສໍາລັບການຂົນສົ່ງຢາປາບສັດຕູພືດ ລວມທັງສິ່ງເສດເຫຼືອຢາປາບສັດຕູພືດ ທີ່ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ, ຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

  1. ມີຜູ້ຂັບຂີ່ທີ່ມີປະສົບການ ແລະ ຄວາມຮູ້ພື້ນຖານ ກ່ຽວກັບການປ້ອງກັນ ແລະ ຮັກສາຄວາມປອດໄພ ກ່ຽວກັບຢາປາບສັດຕູພືດ;
  2. ມີລົດຂົນສົ່ງ ຢາປາບສັດຕູພືດ ແລະ ສິ່ງເສດເຫຼືອຢາປາບສັດຕູພືດສະເພາະ ຕາມມາດຕະຖານເຕັກນິກທີ່ກ່ຽວຂ້ອງ;
  3. ມີຄູ່ມື ແລະ ອຸປະກອນປ້ອງກັນຄວາມປອດໄພ;
  4. ຂົນສົ່ງຕາມເສັ້ນທາງ ທີ່ໄດ້ຮັບອະນຸຍາດ;
  5. ສໍາເນົາໃບອະນຸຍາດນໍາເຂົ້າ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ຂອງຜູ້ດໍາເນີນທຸລະກິດ ນໍາເຂົ້າ ແລະ ຈໍາໜ່າຍ ໄປພ້ອມກັບການຂົນສົ່ງຢາປາບສັດຕູພືດ;
  6. ມີລົດຂົນສົ່ງຢາປາບສັດຕູພືດ ທີ່ປິດແຈບ ແລະ ມີປ້າຍເຕືອນອັນຕະລາຍ;
  7. ສຳລັບຂະບວນລົດຂົນສົ່ງຢາປາບສັດຕູພືດ ຕ້ອງມີລົດນຳຂະບວນຖືກຕ້ອງ ຕາມລະບຽບການທີ່ກ່ຽວຂ້ອງ.
  8. ປະຕິບັດຕາມເງື່ອນໄຂອື່ນ ຕາມກົດໝາຍ ແລະ ລະບຽບການ.

     ໃນກໍລະນີ ເກີດອຸປະຕິເຫດ ຫຼື ການຮົ່ວໄຫຼ ໃນລະຫວ່າງການຂົນສົ່ງຢາປາບສັດຕູພືດ ຜູ້ບໍລິການຂົນສົ່ງ ແລະ ເຈົ້າຂອງຢາປາບສັດຕູພືດ ຕ້ອງແຈ້ງຕໍ່ອົງການຄຸ້ມຄອງວຽກງານຢາປາບສັດຕູພືດທີ່ຢູ່ໃກ້ສຸດ ໃນທັນໃດ ໂດຍປະສານກັບຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຫາມາດຕະການແກ້ໄຂອຸປະຕິເຫດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງເຄມີ, ພ້ອມທັງຮັບຜິດ ຊອບຄ່າໃຊ້ຈ່າຍ ກ່ຽວກັບການບໍາບັດ ແລະ ກໍາຈັດ ສິ່ງເສດເຫຼືອຢາປາບສັດຕູພືດ ຕາມແຕ່ລະກໍລະນີ.

ມາດຕາ 33  ການເກັບຮັກສາ ແລະ ມີໄວ້ໃນຄອບຄອງ

       ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເກັບ​ຮັກ​ສາ ​ແລະ ມີໄວ້ຄອບຄອງຢາປາບສັດຕູພືດ ໃຫ້​ແຍກ​ຈາກ​ວັດຖຸ​ອື່ນ ​ແລະ ໃຫ້​​ປະຕິບັດ​ຕາມ​ຄໍາ​ແນະ​ນໍາ​ສໍາ​ລັບການ​ເກັບ​ຮັກສາ ທີ່​ຂຽນ​ໄວ້​ໃນ​ສະຫຼາກຢາ​ປາບ       ສັດຕູ​ພືດ.

ນອກຈາກນັ້ນ ສໍາລັບຜູ້ຜະລິດ, ຜູ້ນໍາເຂົ້າ ແລະ ຜູ້ຈໍາໜ່າຍ ຢາປາບສັດຕູພືດ ຕ້ອງມີ:

  1. ສາງ​ເກັບ​ມ້ຽນສະ​ເພາະ ທີ່​ຫ່າງ​​ໄກຈາກເດັກນ້ອຍ, ​ຊຸມ​ຊົນ, ໂຮງຮຽນ, ໂຮງໝໍ, ຕະຫຼາດ,    ແຫຼ່ງນ້ຳ ​ແລະ ຖືກຕ້ອງ​ຕາມມາດຕະຖານເຕັກນິກ, ມີ​ລະ​ບົບ​ການເກັບ​ຮັກ​ສາ​​ທີ່​ປອດ​ໄພ ລວມ​ທັງມາດຕະການ ບົວລະບັດ​ຮັກສາ, ມາດຕະການປ້ອງກັນ, ຟື້ນ​ຟູ, ກໍາຈັດຄວາມເປັນພິດ​ ແລະ ອັກຄີ​ໄພ;
  2. ການຝຶກອົບຮົມ ໃຫ້ແກ່ແຮງງານເຮັດວຽກໃນສາງເກັບມ້ຽນ ກ່ຽວກັບການປ້ອງກັນ ແລະ ຮັກ ສາຄວາມປອດໄພ ແລະ ມີປ້າຍເຕືອນອັນຕະລາຍ ຕິດໄວ້ໃນສາງເກັບມ້ຽນ;
  3. ບັນທຶກຂໍ້ມູນການເກັບຮັກສາຢາ​ປາບ​ສັດ​ຕູ​ພືດ ແລະ ລາຍງານ​ເປັນ​ປົກກະຕິ ໃຫ້ອົງການຄຸ້ມຄອງວຽກງານຢາປາບສັດຕູພືດຊາບ;
  4. ປະຕິບັດຕາມເງື່ອນໄຂອື່ນ ທີ່ກະຊວງກະສິກໍາ ແລະ ປ່າໄມ້ກໍານົດໄວ້.

     ໃນກໍລະນີເກີດອຸປະຕິເຫດ ຫຼື ການຮົ່ວໄຫຼ ໃນໄລຍະການເກັບຮັກສາ ຫຼື ຄອບຄອງຢາປາບສັດຕູພືດ ຜູ້ເກັບຮັກສາ ຫຼື ເຈົ້າຂອງຢາປາບສັດຕູພືດ ຕ້ອງແຈ້ງຕໍ່ອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ທີ່ຢູ່ໃກ້ສຸດໃນທັນໃດ ໂດຍປະສານກັບຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຫາມາດຕະການແກ້ໄຂອຸປະຕິເຫດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງເຄມີ, ພ້ອມທັງຮັບຜິດ ຊອບຄ່າໃຊ້ຈ່າຍ ກ່ຽວກັບການບໍາບັດ ແລະ ກໍາຈັດສິ່ງເສດເຫຼືອຢາປາບສັດຕູພືດ ຕາມແຕ່ລະກໍລະນີ.

ມາດຕາ 34  ການນໍາໃຊ້

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ນໍາໃຊ້ຢາປາບສັດຕູພືດ ໃຫ້ປະຕິບັດຕາມ​ເງື່ອນໄຂ ດັ່ງນີ້: 

  1. ເປັນຢາປາບສັດຕູພືດທີ່ໄດ້ຂຶ້ນທະບຽນວິຊາ​ການ ນຳກະຊວງກະສິກຳ ແລະ ປ່າໄມ້;
  2. ນໍາໃຊ້ເທົ່າທີ່ຈໍາເປັນ ເພື່ອຫຼຸດຜ່ອນຄວາມ​ສ່ຽງ​ຈາກ​ຢາ​ປາບ​ສັດຕູ​ພືດ ພາຍຫຼັງປະຕິບັດຕາມຫຼັກ ການປ້ອງກັນພືດແບບປະສົມປະສານ;
  3. ຄັດເລືອກຢາປາບສັດຕູພືດທີ່ເໝາະສົມ ເພື່ອນໍາໃຊ້ເຂົ້າໃນການກຳຈັດ​ສັດ​ຕູ​ພືດ​ ​ແລະ ພືດເປົ້າ  ໝາຍ ຕາມທີ່ກໍານົດໄວ້ໃນສະຫຼາກ; 
  4. ປະຕິບັດຕາມຄໍາແນະນໍາການນໍາໃຊ້ ແລະ ໄລຍະເວລາຢຸດໃຊ້ກ່ອນເກັບກ່ຽວພືດ ທີ່ກໍານົດໄວ້ໃນສະຫຼາກ;
  5. ປະຕິບັດຕາມເຕັກນິກວິຊາການ ໃນການນຳ​ໃຊ້ຢາປາບສັດຕູພືດ​ ໃຫ້​ຖືກຕ້ອງ ​ແລະ ​ເໝາະ​ສົມເພື່ອ​ຮັບປະກັນປະສິດທິພາບ ແລະ ​ຄວາມ​ປອດ​ໄພ​ຕໍ່​ສຸຂະພາບ​ ຂອງ​ຄົນ, ສັດ ​ແລະ ສິ່ງ​ແວດ​ລ້ອມ; 
  6. ມີອຸປະກອນ ແລະ ເຄື່ອງນຸ່ງປ້ອງກັນຄວາມປອດໄພ ພ້ອມທັງຮັບປະກັນຄວາມປອດໄພ ຕໍ່ ຄົນ, ສັດ ແລະ ສິ່ງແວດລ້ອມບໍລິເວນໃກ້ຄຽງ ຕາມເຕັກນິກໃນລະຫວ່າງການນຳໃຊ້ຢາປາບສັດຕູພືດ ແລະ ຕິດປ້າຍເຕືອນອັນຕະລາຍ ກ່ອນ ແລະ ພາຍຫຼັງການນຳໃຊ້;
  7. ເກັບຮັກສາຢາປາບສັດຕູພືດໃຫ້ມີຄວາມປອດໄພ ແລະ ກຳຈັດທຳລາຍສິ່ງເສດເຫຼືອຢາປາບສັດຕູພືດທັນທີໃຫ້ຖືກຕ້ອງ ຕາມຂໍ້ແນະນໍາທີ່ກຳນົດໄວ້ໃນສະຫຼາກຢາປາບສັດຕູພືດ ພາຍຫຼັງການນຳໃຊ້;
  8. ມີການກວດກາສຸຂະພາບປະຈໍາປີ ສຳລັບຜູ້ນໍາໃຊ້ຢາປາບສັດຕູພືດ.

ໃນກໍລະນີເກີດອຸປະຕິເຫດ ຫຼື ການເບື່ອ ໃນລະຫວ່າງການນຳໃຊ້ຢາປາບສັດຕູພືດ ຜູ້ນຳໃຊ້ຢາປາບສັດຕູພືດ ຕ້ອງປະຕິບັດຕາມຄຳແນະນຳເບື້ອງຕົ້ນໃນສະຫຼາກ ແລະ ແຈ້ງຕໍ່ອົງການຄຸ້ມຄອງວຽກງານຢາປາບສັດຕູພືດທີ່ຢູ່ໃກ້ສຸດໃນທັນໃດ ໂດຍປະສານກັບຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຫາມາດຕະການແກ້ໄຂອຸປະຕິເຫດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງ   ເຄມີ.

ມາດຕາ  35  ການຕິດຕາມ ແລະ ລາຍງານ ກ່ຽວກັບຢາປາບສັດຕູພືດ

     ຂະແໜງການກະສິກໍາ ແລະ ປ່າໄມ້ ຕ້ອງປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ສ້າງແຜນການສໍາຫຼວດຄວາມສ່ຽງຢາປາບສັດຕູພືດ ເພື່ອຕິດຕາມເກັບກໍາຂໍ້ມູນ ກ່ຽວກັບການຜະລິດ, ການນໍາເຂົ້າ, ການຈໍາໜ່າຍ, ການນໍາໃຊ້, ປະສິດທິພາບ, ຜົນກະທົບ ແລະ ສານຕົກຄ້າງຂອງ   ຢາປາບສັດຕູພືດ ລວມທັງຢາປາບສັດຕູພືດທີ່ຫ້າມນໍາໃຊ້.

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕ້ອງເປັນເຈົ້າການລາຍງານ ຕໍ່ອົງການ​ຄຸ້ມຄອງ​ວຽກງານ      ຢາ​ປາບ​ສັດຕູ​ພືດ ທີ່ຢູ່ໃກ້ສຸດຊາບ ເມື່ອພົບເຫັນຢາປາບສັດຕູພືດທີ່ຫ້າມນໍາໃຊ້, ການເບື່ອ ຫຼື ປະກົດການ   ຜົນກະທົບທີ່ເກີດຂຶ້ນຈາກຢາປາບສັດຕູພືດ, ການນໍາໃຊ້ ແລະ ການເຄື່ອນໄຫວກິດຈະການຢາປາບສັດຕູພືດ ທີ່ບໍ່ຖືກຕ້ອງຕາມລະບຽບການ.

ມາດຕາ  36  ການບໍາບັດ ແລະ ກໍາຈັດຢາປາບສັດຕູພືດ

​     ຢາ​ປາບ​ສັດ​ຕູ​ພືດປອມ, ເສຍຄຸນລັກສະນະ, ບໍ່ໄດ້ມາດຕະຖານ ແລະ ສິ່ງເສດເຫຼືອຢາປາບສັດຕູພືດ ຕ້ອງບຳບັດ ຫຼື ກໍາຈັດ ຕາມວິທີການທີ່ກໍານົດໄວ້, ໃນກໍລະນີບໍ່ສາມາດບຳບັດ ຫຼື ກໍາຈັດໄດ້ ຕ້ອງ​ເກັບ​ຮັກສາໄວ້ໃນບ່ອນທີ່ປອດໄພ ແລະ ແຈ້ງຕໍ່ອົງການ​ຄຸ້ມ​ຄອງ​ວຽກງານ​ຢາ​ປາບ​ສັດຕູ​ພືດ ແລະ ຂະແໜງການອື່ນ ທີ່ກ່ຽວຂ້ອງເພື່ອກຳນົດມາດຕະການແກ້ໄຂທີ່ເໝາະສົມ.

     ການບຳບັດ ແລະ ການກໍາຈັດຢາປາບສັດຕູພືດ ຕ້ອງປະຕິບັດຕາມຄູ່ມືແນະນໍາ ແລະ ນໍາໃຊ້ເຕັກໂນ ໂລຊີ ທີ່ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມກໍານົດ. ຄ່າໃຊ້ຈ່າຍໃນການບໍາບັດ ຫຼື   ກໍາຈັດຢາປາບສັດຕູພືດ ໃຫ້ເປັນຄວາມຮັບຜິດຊອບຂອງເຈົ້າຂອງຢາປາບສັດຕູພືດ.

ມາດຕາ 37  ການພັດທະນາວຽກງານຢາປາບສັດຕູພືດ

     ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ປະສານ​ສົມທົບ​ກັບ ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ແລະ ພາກສ່ວນ​ອື່ນ​ທີ່​ກ່ຽວຂ້ອງ ຄົ້ນຄວ້າຫຼັກສູດກ່ຽວກັບຄວາມສ່ຽງຢາປາບສັດຕູພືດ​, ພັດທະນາ ຢາປາບສັດຕູພືດທີ່​ເປັນ​ອັນຕະລາຍໜ້ອຍ, ຢາ​ປາບ​ສັດຕູ​ພືດຊີວະພາບ ແລະ ເຕັກນິກການນຳໃຊ້ໃຫ້ເໝາະສົມ ເພື່ອປ່ຽນແທນຢາປາບ​ສັດຕູ​ພືດ​ທີ່​ເປັນເຄມີ​ ເທື່ອລະກ້າວ.

ໝວດ​ທີ 5
ທຸລະກິດຢາປາບສັດຕູພືດ

 ມາດຕາ  38  ການດໍາເນີນທຸລະກິດຢາ​ປາບ​ສັດຕູ​ພືດ  

     ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດ ກ່ຽວກັບຢາປາບສັດຕູພືດ ຕ້ອງ​ໄດ້ຂຶ້ນທະບຽນວິສາຫະກິດ ນຳ​ຂະ​ແໜງ​ການອຸດສາຫະກຳ ​ແລ​ະ ການ​ຄ້າ ຕາມກົດໝາຍວ່າດ້ວຍວິສາຫະກິດ, ພາຍຫຼັງ​​ໄດ້​ທະບຽນວິ​ສາ​ຫະກິດ​ແລ້ວ ຕ້ອງຂໍອະນຸຍາດ​ເຄື່ອນ​ໄຫວກິດຈະການ ກ່ຽວກັບຢາປາບສັດຕູພືດ ນໍາຂະ​ແໜງ​ການກະສິກຳ ​ແລະ ປ່າ​ໄມ້.

ມາດຕາ 39  ປະເພດທຸລະກິດຢາປາບສັດຕູພືດ

ປະເພດທຸລະ​ກິດຢາປາບສັດຕູພືດ ມີ ​ດັ່ງ​ນີ້:

  1.  ທີ່ປຶກສາດ້ານຢາປາບສັດຕູພືດ;
  2. ການຜະລິດຢາປາບສັດຕູພືດ;
  3. ການນຳເຂົ້າ ແລະ ຈຳໜ່າຍຢາປາບສັດຕູພືດ;
  4. ການບໍລິການດ້ານຢາປາບສັດຕູພືດ;
  5. ການບໍາບັດ ແລະ ກໍາຈັດຢາປາບສັດຕູພືດ;
  6. ການວິໄຈ ແລະ ທົດສອບຢາປາບສັດຕູພືດ;
  7. ທຸລະກິດອື່ນ ທີ່ກ່ຽວຂ້ອງກັບຢາປາບສັດຕູພືດ ທີ່ກະຊວງກະສິກຳ ແລະ ປ່າໄມ້ ກຳນົດ.

ມາດຕາ 40  ທຸລະກິດທີ່ປຶກສາດ້ານຢາປາບສັດຕູພືດ

     ທຸລະກິດທີ່ປຶກສາດ້ານຢາປາບສັດຕູພືດ ແມ່ນການບໍລິການໃຫ້ຄໍາແນະນໍາ ກ່ຽວກັບການຜະລິດ, ການຈຳໜ່າຍ, ການນຳໃຊ້, ການກຳຈັດ, ການບຳບັດ, ການວິໄຈ, ການທົດສອບ ແລະ ການເຄື່ອນໄຫວອື່ນ ກ່ຽວກັບຢາປາບສັດຕູພືດ.

     ຜູ້ທີ່ຈະດຳ​ເນີນທຸລະກິດ​ ທີ່​ປຶກສາ​ດ້ານ​ຢາປາບສັດຕູ​ພືດ ຕ້ອງ​ຮຽນຈົບວິຊາ​ສະ​ເພາະດ້ານເຄມີ, ປູກຝັງ ຫຼື ປ້ອງກັນພືດ, ຜ່ານການຝຶກອົບຮົມ ແລະ ມີ​ປະສົບການເຮັດວຽກຕົວຈິງ ກ່ຽວກັບຢາປາບສັດຕູພືດຢ່າງໜ້ອຍຫ້າປີ.

ມາດຕາ 41  ທຸລະກິດການຜະລິດຢາປາບສັດຕູພືດ

      ທຸລະກິດການຜະລິດຢາປາບສັດຕູພືດ ແມ່ນການປະສົມສ່ວນປະກອບຕ່າງໆ ຫຼື ວັດຖຸດິບໃຫ້ເປັນຜະລິດຕະພັນຢາປາບສັດຕູພືດໃດໜຶ່ງ ລວມທັງການປຸງແຕ່ງຢາປາບສັດຕູພືດ.

     ຜູ້ທີ່ຈະດຳເນີນທຸລະກິດການຜະລິດຢາປາບສັດຕູພືດ ຕ້ອງມີ ສະຖານທີ່ຕັ້ງ, ຫ້ອງວິໄຈ, ບຸກຄະລາກອນວິຊາການ, ເຄື່ອງມືອຸປະກອນທີ່ເໝາະສົມ, ສາງເກັບມ້ຽນ, ພາຫະນະຂົນສົ່ງ, ລະບົບການຄຸ້ມຄອງຮັກສາຄຸນນະພາບ, ລະບົບຮັກສາຄວາມປອດໄພ, ລະ​ບົບບໍາບັດສິ່ງເສດເຫຼືອຢາປາບສັດຕູພືດ, ພື້ນທີ່ກວ້າງຂວາງ ຫ່າງໄກຈາກເຂດຊຸມຊົນ, ສັດລ້ຽງ ແລະ ແຫຼ່ງນໍ້າ ຕາມມາດຕະຖານເຕັກນິກ ທີ່ຂະແໜງການກ່ຽວຂ້ອງກຳນົດ ໂດຍສະເພາະຕ້ອງໄດ້ຜ່ານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ.

ມາດຕາ 42  ທຸລະກິດການນຳເຂົ້າ ແລະ ຈຳໜ່າຍ ຢາປາບສັດຕູພືດ

     ຜູ້ທີ່ຈະດຳ​ເນີນ​ທຸລະ​ກິດ​ ການນຳເຂົ້າ ແລະ ຈໍາໜ່າຍຢາປາບສັດຕູພືດ ຕ້ອງມີວິຊາການທີ່ໄດ້ຮັບໃບ ປະກາດສະນີຍາບັດ ຫຼື ໃບຢັ້ງຢືນປະກອບວິຊາຊີບຈຳໜ່າຍຢາປາບສັດຕູພືດ ທີ່ຮັບຮອງຈາກກະຊວງກະສິກຳ ແລະ ປ່າໄມ້, ມີສາງເກັບມ້ຽນ, ສະຖານທີ່ຈຳໜ່າຍສະເພາະ, ພາຫະນະຂົນສົ່ງ, ຕູ້ເກັບມ້ຽນຢາປາບສັດຕູພືດສະເພາະ, ອຸປະກອນຮັບໃຊ້, ເຄື່ອງໃຊ້ຫ້ອງການ, ລະບົບຮັກສາຄວາມປອດໄພ ແລະ ປິ່ນປົວເບື້ອງຕົ້ນ ຕາມມາດຕະຖານເຕັກນິກ ທີ່ຂະແໜງການກ່ຽວຂ້ອງກຳນົດ.

ມາດຕາ 43  ທຸລະກິດການບໍລິການດ້ານຢາປາບສັດຕູພືດ

     ທຸລະກິດການບໍລິການດ້ານຢາປາບສັດຕູພືດ ແມ່ນການ​ດໍາ​ເນີນກິດຈະການ ກ່ຽວກັບການຮົມ, ສີດພົ່ນ ຫຼື ວິທີການອື່ນ ເພື່ອກຳຈັດສັດຕູພືດ ໃນພື້ນທີ່ການຜະລິດກະສິກໍາ ແລະ ສະຖານທີ່ອື່ນ.

     ຜູ້ທີ່ຈະດຳເນີນທຸລະກິດການບໍລິການດ້ານຢາປາບສັດຕູພືດ ຕ້ອງມີບຸກຄະລາ​ກອນ ທີ່ຜ່ານການຝຶກອົບຮົມວິຊາຊີບທີ່ຮັບຮອງ ຈາກກະຊວງກະສິກຳ ແລະ ປ່າໄມ້ ​ແລະ ມີປະສົບການເຮັດວຽກຕົວຈິງຢ່າງໜ້ອຍ ສາມປີ, ມີ​ເຄື່ອງ​ມືອຸປະກອນທີ່ພຽງພໍ, ມີລະບົບການປ້ອງ​ກັນ ​ແລະ ​ສະຫວັດດີ​ການ​ສຳລັບຜູ້​ເຮັດ​ວຽກ​ກັບ      ​ຢາ​ປາບ​ສັດ​ຕູ​ພືດ, ມີ​ລະບົບ​ການ​ບັນ​ທຶກ​ຢາ​ປາບ​ສັດຕູ​ພືດ​ທີ່​ຖືກ​ນໍາ​ໃຊ້ ​ແລະ ປະຕິບັດຕາມລະບຽບການທີ່ກະຊວງກະສິກໍາ ​ແລະ ປ່າ​ໄມ້ ກໍານົດ.

ມາດຕາ  44  ທຸລະກິດການບຳບັດ ແລະ ກໍາຈັດຢາປາບສັດຕູພືດ  

ຜູ້​ທີ່ຈະດໍາ​ເນີນທຸລະ​ກິດການ​ບໍາບັດ ແລະ ກໍາ​ຈັດ​ຢາ​ປາບ​ສັດ​ຕູ​ພືດ ຕ້ອງມີສະຖານ​ທີ່​ຕັ້ງສະເພາະ,   ບຸກຄະລາ​ກອນ, ​ເຄື່ອງມື, ອຸປະກອນ​, ລະບົບ​ຮັກສາ​ຄວາມ​ປອດ​ໄພ​ ຕາມມາດຕະຖານເຕັກນິກທີ່ຂະແໜງ ການກ່ຽວຂ້ອງ ກຳນົດໂດຍສະເພາະຕ້ອງໄດ້ຜ່ານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ.

ມາດຕາ  45  ທຸລະກິດການວິໄຈ ແລະ ທົດສອບຢາປາບສັດຕູພືດ

     ທຸລະກິດການວິໄຈຢາປາບສັດຕູພືດ ແມ່ນການວິເຄາະຄຸນນະພາບ ແລະ ສານພິດຕົກຄ້າງຂອງຢາປາບສັດຕູພືດໃນຫ້ອງວິໄຈ. ຜູ້​ທີ່ຈະດໍາ​ເນີນທຸລະ​ກິດການວິໄຈ ຕ້ອງມີນັກວິໄຈ, ສະຖານທີ່ຕັ້ງສະເພາະ, ຫ້ອງວິໄຈ, ເຄື່ອງມືວິໄຈ, ລະບົບ​ຮັກສາ​ຄວາມ​ປອດ​ໄພ, ການຄຸ້ມຄອງຄຸນນະພາບຂອງການວິໄຈ, ການບໍາບັດ ແລະ ກຳຈັດສິ່ງເສດເຫຼືອ ຈາກການວິໄຈຢາປາບສັດຕູພືດ.

     ການທົດສອບຢາປາບສັດຕູພືດ ແມ່ນການປະເມີນປະສິດທິພາບ ແລະ ຄວາມປອດໄພຂອງຢາປາບສັດຕູພືດ ໃນການນໍາໃຊ້ພາກສະໜາມ. ຜູ້ທີ່ຈະດໍາເນີນທຸລະກິດທົດສອບຢາປາບສັດຕູພືດ ຕ້ອງມີແຜນການທົດສອບ, ສະຖານທີ່ທົດສອບ, ເຄື່ອງມືອຸປະກອນ, ນັກວິຊາການ ແລະ ລະບົບຮັກສາຄວາມປອດໄພ.

ມາດຕາ  46  ສິດ ແລະ ພັນທະຂອງຜູ້ດຳເນີນທຸລະກິດຢາປາບສັດຕູພືດ

ຜູ້ດໍາເນີນທຸລະກິດຢາປາບສັດຕູພືດ ມີ ສິດ ແລະ ພັນທະ ດັ່ງນີ້:

  1. ດຳເນີນທຸລະກິດຂອງຕົນ ໃຫ້ຖືກຕ້ອງຕາມການອະນຸຍາດ, ມາດຕະຖານເຕັກນິກ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ;
  2. ການນຳເຂົ້າ, ການຈໍາໜ່າຍ ແລະ ການບໍລິການ ດ້ານຢາປາບສັດຕູພືດ ຕ້ອງຕິດບັນຊີຢາປາບສັດຕູພືດຕ້ອງຫ້າມ ແລະ ມີໃບອະນຸຍາດດໍາເນີນທຸລະກິດ ຢາປາບສັດຕູພືດ ຕາມທີ່ກຳນົດໄວ້ໃນມາດຕາ 14 ແລະ 38 ຂອງດໍາລັດສະບັບນີ້ ໂດຍສະເພາະໃນຮ້ານຈໍາໜ່າຍ, ສາງເກັບມ້ຽນ ແລະ ຈຸດບໍລິການຂອງຕົນ ໃນບ່ອນທີ່ຄົນເຫັນງ່າຍ;
  3. ຮັບຂໍ້ມູນຂ່າວສານ ກ່ຽວກັບວຽກງານຢາປາບສັດຕູພືດ;
  4. ເປັນເຈົ້າການໃນການຮັກສາຄວາມປອດໄພ, ນໍາໃຊ້ທຸກວິທີການເພື່ອສະກັດກັ້ນ ແລະ ແກ້ໄຂການຮົ່ວຊຶມ, ການແຜ່ກະຈາຍ ຫຼື ຜົນກະທົບຂອງຢາປາບສັດຕູພືດ ຕໍ່ຄົນ, ສັດ ແລະ ສິ່ງແວດລ້ອມ ພ້ອມທັງຮັບຜິດຊອບຕໍ່ຄວາມເສຍຫາຍ ຈາກການດໍາເນີນທຸລະກິດຂອງຕົນ;
  5. ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການຂອງພະນັກ ງານ ແລະ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ;
  6. ປະກອບສ່ວນທາງດ້ານ ທຶນຮອນ ຫຼື ແຮງງານ ເຂົ້າໃນການພັດທະນາວຽກງານຢາປາບສັດຕູພືດ;
  7. ເສຍຄ່າທຳນຽມ, ຄ່າບໍລິການ ​ແລະ ພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ;
  8. ໃຫ້ການຮ່ວມມື, ສະໜອງຂໍ້ມູນຂ່າວສານ ແລະ ອຳນວຍຄວາມສະດວກ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ;
  9. ແຈ້ງ ແລະ ລາຍງານ ສະພາບເຫດການ ໃນກໍລະນີພົບເຫັນຢາປາບສັດຕູພືດທີ່ຫ້າມນໍາໃຊ້,    ປະກົດການຜົນກະທົບທີ່ເກີດຂຶ້ນ ຈາກຢາປາບສັດຕູພືດ, ການນໍາໃຊ້ ແລະ ການເຄື່ອນໄຫວກິດຈະການຢາປາບສັດຕູພືດ ທີ່ບໍ່ຖືກຕ້ອງຕາມລະບຽບການ.

ມາດຕາ  47  ການໂຈະ ແລະ ການຖອນໃບອະນຸຍາດດໍາເນີນທຸລະກິດຢາປາບສັດຕູພືດ

ອົງການ​ຄຸ້ມ​ຄອງ​ວຽກງານ​ຢາ​ປາບ​ສັດຕູ​ພືດ ສາມາດໂຈະການດໍາເນີນທຸລະກິດຢາປາບສັດຕູພືດໃດໜຶ່ງ ຖ້າເຫັນວ່າຜູ້ດໍາເນີນທຸລະກິດ ຫາກລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຢາປາບສັດຕູພືດ ຫຼື ມີພຶດຕິກໍາອື່ນ ທີ່ສົ່ງຜົນກະທົບຕໍ່ ຄົນ, ສັດ ແລະ ສິ່ງແວດລ້ອມ.

ໃນກໍລະນີມີການລະເມີດທີ່ຮ້າຍແຮງ ຫຼື ບໍ່ປະຕິບັດຕາມການແນະນໍາ ຂອງອົງການ​ຄຸ້ມ​ຄອງ​ວຽກງານ​ຢາ​ປາບ​ສັດຕູ​ພືດ ສາມາດຖອນໃບອະນຸຍາດດໍາເນີນທຸລະກິດຢາປາບສັດຕູພືດ ແລະ ສະເໜີຂະແໜງການທີ່ກ່ຽວ ຂ້ອງ ພິຈາລະນາຍົກເລີກ ການດໍາເນີນທຸລະກິດນັ້ນ.

ໝວດທີ 6
ຂໍ້ຫ້າມ

ມາດຕາ  48  ຂໍ້ຫ້າມທົ່ວໄປ

ຫ້າມ​ ບຸກຄົນ, ນິຕິບຸກຄົນແລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

  1. ນຳ​ເຂົ້າ, ຄອບຄອງ ຫຼື ນຳໃຊ້ຢາປາບສັດຕູພືດ ທີ່ບໍ່ໄດ້ຂຶ້ນທະບຽນວິຊາ​ການ ຢູ່ ສປປ ລາວ;
  2. ຖິ້ມ, ລ້າງ ຫຼື ຖອກ ສິ່ງເສດເຫຼືອຢາປາບສັດຕູພືດ ລົງແຫຼ່ງນໍ້າ ແລະ ເຂດຊຸມຊົນ;
  3. ຈ້າງບຸກຄົນໃຫ້ບໍລິການ ກ່ຽວກັບຢາປາບສັດຕູພືດ ທີ່ບໍ່ໄດ້ຮັບອະນຸຍາດ;
  4. ບໍາບັດ, ກໍາຈັດຢາປາບສັດຕູພືດ ແລະ ສິ່ງເສດເຫຼືອຢາປາບສັດຕູພືດ ບໍ່ຖືກຕ້ອງຕາມມາດຕາ 36 ຂອງດໍາລັດສະບັບນີ້;
  5. ນໍາໃຊ້ພາຊະນະບັນຈຸ ຫຼື ສິ່ງຫຸ້ມຫໍ່ຢາປາບສັດຕູພືດ ເພື່ອບັນຈຸອາຫານ, ເຄື່ອງດື່ມ ຫຼື ຈຸດປະສົງອື່ນ;
  6. ມີພຶດຕິກໍາ​ອື່ນ ທີ່ລະເມີດກົດໝາຍ ແລະ ລະບຽບການ .

 ມາດຕາ 49  ຂໍ້ຫ້າມສໍາລັບຜູ້ດຳເນີນທຸລະກິດ

ນອກຈາກຂໍ້ຫ້າມທົ່ວໄປ ທີ່ໄດ້ກຳນົດໄວ້ໃນມາດຕາ 48 ຂອງ​ດຳລັດ​ສະບັບ​ນີ້ ຫ້າມຜູ້ດຳເນີນທຸລະກິດຢາ​ປາບສັດຕູພືດ ມີພຶດຕິກຳ ດັ່ງນີ້:

  1. ດໍາເນີນທຸລະກິດຢາປາບສັດຕູພືດ ​ໂດຍ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ;
  2. ຜະລິດ, ນຳ​ເຂົ້າ, ສົ່ງ​ອອກ, ນຳໃຊ້ ຫຼື ຈຳໜ່າຍ ຢາປາບສັດຕູພືດ ທີ່ບໍ່ໄດ້ຂຶ້ນທະບຽນ, ຢາປາບສັດຕູພືດປອມ, ຢາປາບສັດຕູພືດເສຍຄຸນລັກສະນະ ແລະ ຢາປາບສັດຕູພືດບໍ່ໄດ້ມາດຕະຖານ ລວມທັງສິ່ງເສດເຫຼືອຢາປາບສັດຕູພືດ;
  3. ຄ່ຽນ​ຖ່າຍ ຫຼື ແບ່ງ​ຢາປາບສັດຕູພືດ ຈາກ​ພາຊະນະ​ບັນຈຸ​ເດີມ ​ເພື່ອ​ຂາຍ ​ແລະ ນຳ​ໃຊ້ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ ຈາກອົງການຄຸ້ມຄອງວຽກງານຢາປາບສັດຕູພືດ;
  4. ປ່ຽນແປງ ການຫຸ້ມຫໍ່, ເນື້ອໃນ ຫຼື ອົງປະກອບ ໃນສະຫຼາກຢາປາບສັດຕູພືດ ໂດຍບໍ່ໄດ້ຮັບອະນຸ ຍາດ ຈາກອົງການຄຸ້ມຄອງວຽກງານຢາປາບສັດຕູພືດ;
  5. ໃຫ້ລາງວັນ ຫຼື ຂອງຂວັນ ເພື່ອຊຸກຍູ້ການຊື້ ຫຼື ນໍາໃຊ້ຢາປາບສັດຕູພືດຂອງຕົນ ຍົກເວັ້ນເຄື່ອງ  ປ້ອງກັນຕົວ ກ່ຽວກັບການນໍາໃຊ້ຢາປາບສັດຕູພືດ;
  6. ໂຄສະນາ ຫຼື ໃສ່ຮ້າຍປ້າຍສີ ຜູ້ດຳເນີນທຸລະກິດອື່ນ;
  7. ຈຳໜ່າຍຢາປາບສັດຕູພືດ ໃຫ້ຜູ້ຂາຍຍ່ອຍ ຫຼື ຜູ້ຈຳໜ່າຍອື່ນ ທີ່ບໍ່ມີໃບອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ;
  8. ບຳບັດ ຫຼື ກຳຈັດສິ່ງເສດເຫຼືອຢາປາບສັດຕູພືດ ໂດຍບໍ່ໄດ້ຮັບອະນຸຍາດ;
  9. ໃຫ້​ສິນ​ບົນແກ່​ພະນັກງານ ແລະ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ, ປອມແປງເອກະສານ  ກ່ຽວກັບວຽກງານຢາປາບສັດຕູພືດ;
  10. ມີພຶດຕິກໍາອື່ນ ທີ່ລະເມີດກົດໝາຍ ແລະ ລະບຽບການ .

 ມາດຕາ  50  ຂໍ້ຫ້າມສໍາລັບຜູ້ນໍາໃຊ້

ນອກຈາກຂໍ້ຫ້າມທົ່ວໄປ ທີ່ໄດ້ກຳນົດໄວ້ໃນມາດຕາ 48 ຂອງ​ດຳລັດ​ສະບັບ​ນີ້ ຫ້າມ​ຜູ້ນໍາ​ໃຊ້ມີ​ພຶດຕິ​ກຳ ດັ່ງ​ນີ້:

  1.  ນໍາໃຊ້ຢາປາບສັດຕູພືດທີ່ບໍ່ໄດ້ຂຶ້ນທະບຽນ;
  2. ນໍາໃຊ້ຢາປາບສັດຕູພືດໂດຍບໍ່ຖືກຕ້ອງຕາມຫຼັກວິຊາການ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງດໍາລັດສະບັບນີ້;
  3. ນຳໃຊ້ຢາປາບສັດຕູພືດໃກ້ແຫຼ່ງນໍ້າທີ່ໃຊ້ບໍລິໂພກ;
  4. ໃຫ້ເດັກອາຍຸຕໍາກວ່າ ສິບຫ້າປີ ​ແລະ ຜູ້ຍິງຖືພານໍາໃຊ້ຢາປາບສັດຕູພືດ;
  5. ມີພຶດຕິກໍາອື່ນ ທີ່ລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 51  ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ

ນອກຈາກຂໍ້ຫ້າມທົ່ວໄປ ທີ່ໄດ້ກຳນົດໄວ້ໃນມາດຕາ 48 ຂອງ​ດຳລັດ​ສະບັບ​ນີ້ ຫ້າມ​ພະນັກງານ ແລະ ເຈົ້າໜ້າກວດກາຢາປາບສັດຕູພືດ ມີພຶດຕິກໍາ ດັ່ງນີ້:

  1. ສວຍ​ໃຊ້​ສິດ, ໜ້າ​ທີ່​ຕຳ​ແໜ່​ງ, ບັງຄັບ, ນາບ​ຂູ່ ເພື່ອຫາຜົນປະໂຫຍດໃສ່ຕົນ ຫຼື ພັກພວກຕົນ;
  2. ເປີດ​ເຜີຍ​ຄວາມ​ລັບ​ ຂອງ​ທາງລັດຖະການ ຫຼື ຂອງ​ຜູ້ດໍາເນີນທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດ​;
  3. ຮັບສິນບົນ, ກົດ​ໜ່ວງຖ່ວງ​ດຶງ​ເອກະສານ;
  4. ປອມ​ແປງ​ເອກະສານ ຫຼື ອອກເອກະສານທີ່ບໍ່ຖືກຕ້ອງ​;
  5. ເພີ່ມ ຫຼື ຫຼຸດຄ່າທໍານຽມ, ຄ່າບໍລິການວິຊາການ ຫຼື ນໍາໃຊ້ລາຍຮັບຈາກວຽກງານຢາປາບສັດຕູພືດ  ບໍ່ຖືກຕ້ອງຕາມລະບຽບການ;
  6. ຂາດຄວາມຮັບຜິດຊອບ ຫຼື ປະຕິບັດໜ້າທີ່ດ້ວຍຄວາມປະໝາດ ຊຶ່ງພາໃຫ້ເກີດຄວາມເສຍຫາຍ;
  7. ມີພຶດຕິກໍາອື່ນ ທີ່ລະເມີດກົດໝາຍ ແລະ ລະບຽບການ.

ໝວດ​ທີ 7
ການຄຸ້ມຄອງວຽກ​ງານຢາປາບສັດຕູພືດ

ມາດຕາ  52  ອົງການຄຸ້ມຄອງວຽກ​ງານຢາປາບສັດຕູພືດ

ລັດຖະບານ ຄຸ້ມຄອງວຽກ​ງານຢາປາບສັດຕູພືດ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດ  ທົ່ວປະເທດ ໂດຍມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນໃຈກາງປະສານສົມທົບກັບກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ປະກອບດ້ວຍ:

  1.  ກະຊວງກະສິກໍາ ແລະ ປາໄມ້;
  2. ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ;
  3. ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ;
  4. ໜ່ວຍງານເສດຖະກິດ-ການເງິນບ້ານ

ມາດຕາ  53  ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້

ໃນການຄຸ້ມຄອງວຽກງານຢາປາບສັດຕູພືດ ກະຊວງກະສິກໍາ ແລະ ປ່າໄມ້ ມີ ສິດ ແລະ ໜ້າທີ່ ດັ່ງ​ນີ້:   

  1. ຄົ້ນຄວ້າ ສ້າງນະໂຍບາຍ,  ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານ   ຢາປາບສັດຕູພືດ ເພື່ອສະເໜີລັດຖະບານພິຈາລະນາ;
  2. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານ ຢາປາບສັດຕູພືດ ໃຫ້ກາຍເປັນ ແຜນການ, ແຜນງານ, ໂຄງການ ແລະ ລະບຽບການ ພ້ອມທັງຈັດຕັ້ງປະຕິບັດ;
  3. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບການ, ແຜນການ,   ແຜນງານ ແລະ ໂຄງການ ກ່ຽວກັບວຽກງານຢາປາບສັດຕູພືດ;
  4. ຂຶ້ນທະບຽນວິຊາການຢາປາບສັດຕູພືດ, ສ້າງ ແລະ ທົບທວນຄືນບັນຊີຢາປາບສັດຕູພືດ ທີ່ອະນຸ ຍາດໃຫ້ນຳໃຊ້ ແລະ ຫ້າມນຳໃຊ້, ສ້າງແຜນການສຳຫຼວດຄວາມສ່ຽງຢາປາບສັດຕູພືດ;
  5. ຄົ້ນຄວ້າ ແລະ ພິຈາລະນາ ອອກ, ໂຈະ ຫຼື ຖອນ ໃບ​ອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດກ່ຽວກັບທີ່ປຶກສາ, ການຜະລິດ, ການບໍາບັດ ແລະ ກໍາຈັດ, ການວິໄຈ ແລະ ການທົດສອບຢາປາບສັດຕູພືດ;
  6. ຄົ້ນຄວ້າ ແລະ ພິຈາລະນາ ການອະນຸຍາດການສົ່ງອອກ ແລະ ການອະນຸຍາດການນໍາເຂົ້າຢາປາບສັດຕູພືດ ເພື່ອການສຶກສາ, ຄົ້ນຄວ້າ, ທົດລອງ, ວາງສະແດງ, ການພັດທະນາເຕັກໂນໂລຊີ, ການຊ່ວຍເຫຼືອ ຫຼື ນໍາເຂົ້າໃນກໍລະນີສຸກເສີນ ເພື່ອຮັບໃຊ້ໂຄງການໃດໜຶ່ງຂອງລັດຖະບານ;
  7. ສ້າງ ແລະ ຍົກລະດັບບຸກຄະລາກອນ ກ່ຽວກັບວຽກງານຢາປາບສັດຕູພືດ;
  8. ແຕ່ງຕັ້ງຄະນະກໍາມະການພິຈາລະນາ ການຂຶ້ນທະບຽນວິຊາການຢາປາບສັດຕູພືດ;
  9. ຕິດຕາມ ແລະ ປະເມີນ ການຈັດຕັ້ງປະຕິບັດວຽກງານຢາປາບສັດຕູພືດ ໃນຂອບເຂດທົ່ວປະ ເທດ;
  10. ຮັບ ແລະ ພິຈາລະນາ ແກ້​ໄຂ​ຄຳສະເໜີ ກ່ຽວກັບວຽກງານຢາປາບສັດຕູພືດ;
  11. ພົວພັນຮ່ວມ​ມື​ ກັບຕ່າງປະເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ກ່ຽວກັບວຽກງານຢາປາບ     ສັດຕູພືດ;
  12. ປະສານສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການປະຕິບັດວຽກງານຢາປາບສັດຕູພືດ;
  13. ສະຫຼຸບ ​ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຢາປາບສັດຕູພືດ ໃຫ້ລັດຖະບານ ຢ່າງເປັນປົກກະຕິ;
  14. ນຳໃຊ້ສິດ ​ແລະ ປະຕິບັດໜ້າ​ທີ່ອື່ນ ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດໝາຍ ແລະ ລະບຽບການ.

ມາດຕາ  54  ສິດ ແລະ ໜ້າທີ່ ຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງວຽກງານຢາປາບສັດຕູພືດ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ    ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບ ດັ່ງ​ນີ້:   

  1. ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ນະ​ໂຍບາຍ, ແຜນຍຸດ​ທະ​ສາດ, ກົດໝາຍ ​ແລະ ລະບຽບ​ການ ກ່ຽວກັບວຽກງານຢາປາບສັດຕູພືດ;
  2. ໂຄສະນາ, ເຜີຍແຜ່ ກົດໝາຍ ແລະ ລະບຽບການ, ຂໍ້ມູນຂ່າວສານ ກ່ຽວ​ກັບວຽກງານຢາປາບສັດຕູພືດ ​​ໃຫ້​ປະຊາຊົນ ແລະ ທຸກພາກສ່ວນ ເຂົ້າໃຈ ແລະ ​ເຂົ້າ​ຮ່ວມໃນ​ການຈັດ​ຕັ້ງ​ປະຕິບັດ​ ຢ່າງ​ເຂັ້ມງວດ;
  3. ຄົ້ນຄວ້າ ແລະ ນໍາສະເໜີ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພິຈາລະນາ ອອກຂໍ້​ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ກ່ຽວກັບວຽກງານຢາປາບສັດຕູພືດ;
  4. ຄົ້ນຄວ້າ ແລະ ພິຈາລະນາ ອອກ, ໂຈະ ຫຼື ຖອນ ໃບ​ອະນຸຍາດດຳເນີນທຸລະກິດຢາປາບສັດຕູພືດ ແລະ ໃບອະນຸຍາດອື່ນ ກ່ຽວກັບການນໍາເຂົ້າ, ການຈໍາໜ່າຍ ແລະ ການບໍລິການດ້ານຢາປາບສັດຕູພືດ;
  5. ບຳລຸງ, ຍົກລະດັບບຸກຄະລາກອນ ຂັ້ນເມືອງ ກ່ຽວກັບວຽກງານຄຸ້ມຄອງ, ກວດກາ ແລະ ການນໍາໃຊ້ຢາປາບສັດຕູພືດ;
  6. ແຕ່ງຕັ້ງ ຫຼື ຍົກຍ້າຍ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ຂັ້ນແຂວງ ແລະ ຂັ້ນເມືອງ;
  7. ຮັບ ແລະ ພິຈາລະນາ ແກ້​ໄຂ​ຄຳສະເໜີ ກ່ຽວກັບວຽກງານຢາປາບສັດຕູພືດ;
  8. ຊຸກຍູ້, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານຢາປາບສັດຕູພືດ ຂອງຫ້ອງ ການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ;
  9. ປະສານສົມທົບກັບ ພະແນກການ, ຫ້ອງການປົກຄອງເມືອງ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ  ໃນການຈັດຕັ້ງປະຕິບັດວຽກງານຢາປາບສັດຕູພືດ;
  10. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຢາປາບສັດຕູພືດ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;
  11. ນຳໃຊ້ສິດ ​ແລະ ປະຕິບັດໜ້າ​ທີ່ອື່ນ ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດໝາຍ ແລະ ລະບຽບການ.

ມາດຕາ  55  ສິດ ແລະ ໜ້າທີ່ຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ

ໃນການຄຸ້ມຄອງວຽກງານຢາປາບສັດຕູພືດ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບ ດັ່ງ​ນີ້:   

  1. ຈັດຕັ້ງປະຕິບັດ ນະ​ໂຍບາຍ, ແຜນຍຸດ​ທະ​ສາດ, ກົດໝາຍ ​ແລະ ລະບຽບ​ການ ກ່ຽວກັບວຽກງານຢາປາບສັດຕູພືດ;
  2. ໂຄສະນາ, ເຜີຍແຜ່ ນະ​ໂຍບາຍ, ແຜນຍຸດ​ທະ​ສາດ, ກົດໝາຍ, ລະບຽບການ ແລະ ຂໍ້ມູນຂ່າວ ສານ ກ່ຽວ​ກັບວຽກງານ​ຢາປາບສັດຕູພືດ ​ໃຫ້​ປະຊາຊົນ ແລະ ທຸກພາກສ່ວນ ເຂົ້າໃຈ ແລະ ​ເຂົ້າ​ຮ່ວມໃນ​ການຈັດ​ຕັ້ງ​ປະຕິບັດ​ ຢ່າງ​ເຂັ້ມງວດ;
  3. ຄົ້ນຄວ້າ ແລະ ນໍາສະເໜີ ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ພິຈາລະນາ         ອອກຂໍ້​ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການ ກ່ຽວກັບວຽກງານຢາປາບສັດຕູພືດ ໃຫ້ສອດຄ່ອງຕາມການມອບໝາຍ ຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ ຜັນຂະຫຍາຍຄໍາສັ່ງຂອງລັດຖະມົນຕີ;
  4. ຝຶກອົບຮົມ ກ່ຽວກັບການຄຸ້ມຄອງ, ການນໍາໃຊ້ ແລະ ການເກັບຮັກສາຢາປາບສັດຕູພືດ ໃຫ້ແກ່ຊາວກະສິກອນ;
  5. ສະເໜີພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນ ພິຈາລະນາແຕ່ງຕັ້ງ ຫຼື ຍົກຍ້າຍ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ຂັ້ນເມືອງ;
  6. ຝຶກອົບຮົມໃຫ້ແກ່ຜູ້ດໍາເນີນທຸລະກິດຢາປາບສັດຕູພືດ ເພື່ອໃຫ້ມີຄວາມຮູ້ ກ່ຽວກັບວຽກງານ     ຢາປາບສັດຕູພືດ;
  7. ຮັບ ແລະ ພິຈາລະນາ ແກ້​ໄຂ​ຄຳສະເໜີ ກ່ຽວກັບວຽກງານຢາປາບສັດຕູພືດ;
  8. ປະສານສົມທົບກັບພາກສ່ວນອື່ນ ໃນການຈັດຕັ້ງປະຕິບັດວຽກງານຢາປາສັດຕູພືດ;
  9. ສະຫຼຸບ ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຢາປາບສັດຕູພືດ ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ຢ່າງປົກກະ ຕິ;
  10. ນຳໃຊ້ສິດ ​ແລະ ປະຕິບັດໜ້າ​ທີ່ອື່ນ ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດໝາຍ ແລະ ລະບຽບການ.

ມາດຕາ 56  ສິດ ແລະ ໜ້າທີ່ຂອງໜ່ວຍງານເສດຖະກິດ-ການເງິນບ້ານ

ໃນການຄຸ້ມຄອງວຽກງານຢາປາບສັດຕູພືດ ໜ່ວຍງານເສດຖະກິດ-ການເງິນບ້ານ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບ ດັ່ງ​ນີ້:   

  1. ​ໂຄສະນາ, ແນະນໍາ ​ຂໍ້​ມູນ​ຂ່າວສານ ແລະ ເຕັກນິກການນໍາໃຊ້ຢາປາບສັດຕູພືດ ໃຫ້ປະຊາຊົນເຂົ້າໃຈ ແລະ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
  2. ເຂົ້າຮ່ວມຕິດຕາມ ແລະ ກວດກາ ການນໍາໃຊ້​ຢາປາບສັດຕູພືດ, ສິ່ງເສດເຫຼືອຢາປາບສັດຕູພືດ ແລະ ຜົນກະທົບ​ທີ່ເກີດຂຶ້ນ;
  3. ຕ້ານ​ ແລະ ສະ​ກັດ​ກັ້ນ, ແຈ້ງ ຂໍ້ມູນອຸປະຕິເຫດ, ການລັກລອບນໍາ​ເຂົ້າ, ການຈຳໜ່າຍ, ການຂົນສົ່ງ ແລະ ນຳໃຊ້ ຢາປາບສັດຕູພືດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  4. ເຂົ້າ​ຮ່ວມ​ໃນ​ການ​ໄກ່​ເກ່ຍ​ບັນຫາ ກ່ຽວ​ກັບຢາປາບສັດຕູພືດພາຍ​ໃນ​ບ້ານ;
  5. ເຂົ້າ​ຮ່ວມກອງ​ປະຊຸມ ສຳມະ​ນາ, ຝຶກ​ອົບຮົມ ​ເພື່ອ​ຍົກ​ລະດັບຄວາມຮູ້ ກ່ຽວກັບຢາປາບສັດຕູພືດ;
  6. ລາຍ​ງານການຈັດຕັ້ງປະຕິບັດ​ວຽກ​ງານ ກ່ຽວກັບຢາປາບສັດຕູພືດ ໃຫ້ຫ້ອງການກະສິກຳ ​ແລະ ປ່າ​ໄມ້​ ເມືອງ, ​ເທດສະບານ, ນະຄອນ, ອົງການປົກຄອງບ້ານ;
  7. ນຳໃຊ້ສິດ ​ແລະ ປະຕິບັດໜ້າ​ທີ່ອື່ນ ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດໝາຍ ແລະ ລະບຽບການ.

ມາດຕາ  57  ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ

ໃນການຄຸ້ມຄອງວຽກງານຢາປາບສັດຕູພືດ ຂອງຂະແໜງການອື່ນ ເປັນ​ຕົ້ນ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງ    ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງອື່ນທີ່ກ່ຽວຂ້ອງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ມີສິດ ແລະ ໜ້າທີ່ ຄຸ້ມຄອງ, ຕິດ ຕາມກວດກາວຽກງານຢາປາບສັດຕູພືດ ແລະ ຮ່ວມມືກັບ ອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ຕາມພາລະບົດບາດຂອງຕົນ.  

ໝວດທີ 8
ການກວດກາວຽກງານ​ຢາ​ປາບ​ສັດຕູ​ພືດ

ມາດຕາ 58 ອົງການກວດກາວຽກງານຢາປາບສັດຕູພືດ

ອົງການກວດກາວຽກງານຢາປາບສັດຕູພືດ ປະກອບດ້ວຍ:

  1. ອົງການກວດກາພາຍໃນ ແມ່ນອົງການດຽວກັບອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 52 ຂອງດໍາລັດສະບັບນີ້;
  2. ອົງການກວດກາພາຍນອກ ແມ່ນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດສອບແຫ່ງລັດ, ອົງການກວດກາລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ      ພົນລະເມືອງ.

ມາດຕາ  59  ເນື້ອໃນການກວດກາ

ການກວດກາວຽກງານຢາປາບສັດຕູພືດ ປະກອບມີເນື້ອໃນຕົ້ນຕໍ ດັ່ງນີ້:

  1. ການປະຕິບັດ ກົດໝາຍ ແລະ ລະບຽບການ ກ່ຽວກັບຢາປາບສັດຕູພືດ;
  2. ການປະຕິບັດໜ້າທີ່ຂອງພະນັກງານ ແລະ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ;
  3. ການນຳ​ໃຊ້ ​ແລະ ການດຳເນີນທຸລະກິດຢາປາບສັດຕູພືດ;
  4. ການສ້າງ ແລະ ປະຕິບັດແຜນການ ກ່ຽວກັບວຽກງານຢາປາບສັດຕູພືດ.

ມາດຕາ 60 ຮູບການກວດກາ

ການກວດກາ ມີ ສາມຮູບການ ດັ່ງນີ້:

  1. ການກວດກາຕາມລະບົບປົກກະຕິ;
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
  3. ການກວດກາແບບສຸກເສີນ.

ການກວດກາຕາມລະບົບປົກກະຕິ ແມ່ນການກວດກາທີ່ດຳເນີນໄປຕາມແຜນການ ຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກແຜນ ເມື່ອເຫັນວ່າມີຄວາມຈຳເປັນໂດຍແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.

ການກວດກາແບບສຸກເສີນ ແມ່ນການກວດກາໂດຍຮີບດ່ວນ ທີ່ບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.

ສຳລັບຂັ້ນຕອນ, ວິທີການກວດກາ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ  61  ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ

ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ແມ່ນພະນັກງານວິຊາການປູກຝັງ ຊຶ່ງຖືກແຕ່ງຕັ້ງຢ່າງເປັນທາງການ ຈາກພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ໃຫ້ປະຕິບັດວຽກງານກວດກາຢາປາບສັດຕູພືດ ຢູ່ ຂັ້ນແຂວງ ຫຼື ຂັ້ນເມືອງ.

ສໍາລັບມາດຕະຖານ ແລະ ເງື່ອນໄຂ ຂອງເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ  62  ສິດ ​ແລະ ໜ້າ​ທີ່ ຂອງເຈົ້າ​ໜ້າ​ທີ່ກວດກາຢາປາບສັດຕູພືດ

​ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ໂຄສະນາ, ເຜີຍແຜ່, ແນະນໍາກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງ​ານຢາປາບສັດຕູພືດ ໂດຍສະເພາະບັນຊີຢາປາບສັດຕູພືດຕ້ອງຫ້າມ ຕາມທີ່ກຳນົດໄວ້ໃນມາດຕາ 14 ຂອງດຳລັດສະບັບນີ້;
  2. ລົງກວດກາສະຖານທີ່ຜະລິດ, ຮ້ານຈໍາໜ່າຍ, ສາງເກັບມ້ຽນ, ການໂຄສະນາ, ການນຳເຂົ້າ, ການຂົນສົ່ງ, ການສົ່ງອອກ ແລະ ສະຖານທີ່ ນໍາໃຊ້ຢາປາບສັດຕູພືດ;
  3. ຍຶດຢາປາບສັດຕູພືດ, ອຸປະກອນນຳໃຊ້ຢາປາບສັດຕູພືດຕ້ອງຫ້າມ ແລະ ເອກະສານທີ່ກ່ຽວ ຂ້ອງ ກັບການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຢາປາບສັດຕູພືດ ພ້ອມທັງລາຍງານໃຫ້ອົງການຄຸ້ມຄອງວຽກງານ​ຢາ​ປາບ​ສັດຕູ​ພືດ ເພື່ອນຳໃຊ້ມາດຕະການທຳລາຍ ຫຼື ສົ່ງກັບຄືນຢາປາບສັດຕູພືດຕ້ອງຫ້າມດັ່ງກ່າວ ຕາມແຕ່ລະກໍລະນີ;
  4.  ປັບໃໝຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ທີ່ກ່ຽວກັບວຽກງານຢາປາບສັດຕູພືດ  ພ້ອມທັງແຈ້ງເຕືອນຜູ້ລະເມີດ;
  5. ປະສານສົມທົບກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອນໍາໃຊ້ມາດຕະການຕ່າງໆ ທີ່ຈໍາເປັນ ເປັນຕົ້ນ   ການສັ່ງໃຫ້ຢຸດລົດເພື່ອກວດຄົ້ນ  ຫຼື ເຂົ້າໄປໃນສະຖານທີ່ໃດໜຶ່ງທີ່ສົງໄສ ຫຼື ເປົ້າໝາຍ ວ່າມີການລະເມີດ   ກົດໝາຍ ແລະ ລະບຽບການ ກ່ຽວກັບຢາປາບສັດຕູພືດ ລວມທັງຍຶດຂອງກາງ ຫຼື ຢາປາບສັດຕູພືດຕ້ອງຫ້າມໄວ້ໃນການຄອບຄອງ;
  6. ຮັບ, ບັນທຶກການແຈ້ງຄວາມ, ທວງເອົາເອກະສານ ແລະ ກວດກາເອກະສານ ແລະ ຄຳໃຫ້ການເບື້ອງຕົ້ນ ທີ່ເຫັນວ່າມີການລະເມີດລະບຽບການ ກ່ຽວກັບວຽກງານຢາປາບສັດຕູພືດ;
  7. ເກັບຕົວຢ່າງຢາປາບສັດຕູພືດ ເພື່ອນໍາໄປວິໄຈຄຸນນະພາບ ຫຼື ນໍາໃຊ້ເປັນຫຼັກຖານ;
  8. ສຶກສາອົບຮົມຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຢາປາບສັດຕູພືດ;
  9. ສະຫຼຸບຜົນການກວດກາ ແລະ ປະກອບເອກະສານ ສົ່ງໃຫ້ອົງການຄຸ້ມຄອງວຽກງານຢາປາບ   ສັດຕູພືດຂັ້ນຕົ້ນ ຫຼື ເຈົ້າໜ້າທີ່ສືບສວນ-ສອບສວນ ເພື່ອແກ້ໄຂ ຫຼື ດໍາເນີນຄະດີ ຕາມກົດໝາຍ;
  10. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ.

ໝວດທີ 9
ງົບປະມານ, ເຄື່ອງແບບ, ກາໝາຍ ແລະ ບັດ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ

ມາດຕາ  63  ງົບປະມານ

ການເຄື່ອນໄຫວວຽກງານຢາປາບສັດຕູພືດ ແມ່ນນໍາໃຊ້ງົບປະມານຂອງລັດ ຊຶ່ງອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ຕ້ອງໄດ້ຂຶ້ນແຜນງົບປະມານສະເພາະຂອງຕົນ ສະເໜີຕາມລະບົບສາຍການຈັດຕັ້ງ ແລະ ປະຕິບັດໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

ມາດຕາ  64  ເຄື່ອງແບບ, ກາໝາຍ ແລະ ບັດ ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ

ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ​ມີ ເຄື່ອງແບບ, ກາໝາຍ ​ແລະ ບັດ​ເຈົ້າໜ້າທີ​ກວດກາ​ຢາ​ປາບ​ສັດຕູ​ພືດສະເພາະ ເພື່ອຮັບໃຊ້ເຂົ້າ ໃນການເຄື່ອນໄຫວວຽກງານຂອງຕົນ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ​ເປັນ​ຜູ້​ກຳນົດ.

ໃນເວລາປະຕິບັດໜ້າທີ່  ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ຕ້ອງນຸ່ງເຄື່ອງແບບ, ຕິດກາໝາຍ ແລະ ຖືບັດເຈົ້າໜ້າທີ​ກວດກາ​ຢາ​ປາບ​ສັດຕູ​ພືດທຸກຄັ້ງ.

ໝວດທີ 10
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ  65  ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານ ດີເດັ່ນໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ປະຕິບັດນະໂຍບາຍອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ  66  ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດ ດຳລັດສະບັບນີ້ ຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ, ຮັບຜິດຊອບທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກໍລະນີ ເບົາ ຫຼື ໜັກ.

ມາດຕາ  67  ມາດຕະການສຶກສາອົບຮົມ

ບຸກຄົນ​, ນິຕິ​ບຸກຄົນ ຫຼື ການຈັດ​ຕັ້ງ ທີ່​ໄດ້ລະ​ເມີດດຳລັດສະບັບ​ນີ້ ເປັນຕົ້ນ ການລະເມີດຂໍ້ຫ້າມທີ່​ມີ​ລັກສະນະ​ເບົາບາງ ຊຶ່ງບໍ່​ເປັນ​ການ​ກະທຳ​ຜິດທາງ​ອາຍາ ​ແລະ ບໍ່ເປັນອັນຕະລາຍຮ້າຍແຮງຕໍ່​ເສດຖະກິດ-ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ແຕ່​ຖ້າມີ​ຄວາມ​ຈິງ​ໃຈ​ລາຍ​ງານ, ຮັບສາລະພາບຕໍ່​ການກະທຳທີ່​ບໍ່​ຖືກຕ້ອງຂອງຕົນ ຈະຖືກສຶກສາ​ອົບຮົມ ແລະ ກ່າວເຕືອນ​​ເປັນ​ລາຍ​ລັກ​ອັກສອນ.

ມາດຕາ 68  ມາດ​ຕະການທາງວິໄນ

ພະນັກງານ ຫຼື ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ທີ່ລະເມີດດຳລັດສະບັບນີ້ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ຈະຖືກລົງວິໄນຕາມລະບຽບການ ເປັນຕົ້ນ ກ່າວເຕືອນຄວາມຜິດ, ໂຈະການເລື່ອນຂັ້ນ ຫຼື ໃຫ້ອອກຈາກລັດຖະການ ​ໂດຍ​ບໍ່​ໄດ້​ຮັບ​ນະ​ໂຍບາຍ​ໃດ.

ມາດຕາ 69  ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ຈະຖືກປັບໃໝຕາມກໍລະນີ ດັ່ງນີ້:

  1. ຜະລິດ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ແລະ ຂົນສົ່ງຢາປາບສັດຕູພືດ ໂດຍ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ   ຈະຖືກຢຶດຢາປາບສັດຕູພືດ ແລະ ຖຶກປັບ​ໃໝ ຫ້າສິບສ່ວນຮ້ອຍຂອງມູນຄ່າຢາປາບສັດຕູພືດ;
  2. ນໍາເຂົ້າຢາປາບສັດຕູພືດ ທີ່ໝົດອາຍຸ ຫຼື ເສຍຄຸນລັກສະນະ ຈະຖືກປັບ​ໃໝ ຫ້າສິບສ່ວນຮ້ອຍຂອງມູນຄ່າຢາປາບສັດຕູພືດ ແລະ ໃຫ້ສົ່ງກັບຄືນປະເທດຕົ້ນທາງ;
  3. ຈຳໜ່າຍ, ນໍາໃຊ້ ຫຼື ມີໄວ້ໃນຄອບຄອງ ຢາປາບສັດຕູພືດ ທີ່ບໍ່ໄດ້ຂຶ້ນທະບຽນວິຊາ​ການ ຫຼື ຢູ່ໃນບັນຊີຫ້າມນໍາໃຊ້ ໃນ ສປປ ລາວ ຈະຖຶກຢຶດຢາປາບສັດຕູພືດ ແລະ ປັບ​ໃໝ ໜຶ່ງເທົ່າຂອງມູນຄ່າຢາປາບສັດຕູພືດ; 
  4. ປະສົມ, ຄ່ຽນ​ຖ່າຍ, ແບ່ງ​ຢາປາບສັດຕູພືດ ຈາກ​ພາຊະນະ​ບັນຈຸ​ເດີມ, ປ່ຽນແປງການຫຸ້ມຫໍ່ ຫຼື ເນື້ອໃນ ຂອງສະຫຼາກຢາປາບສັດຕູພືດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ຈະຖືກຢຶດຢາປາບສັດຕູພືດ ແລະ ຖືກປັບ​ໃໝ ໜຶ່ງເທົ່າຂອງມູນຄ່າຢາປາບສັດຕູພືດ;
  5. ຈຳໜ່າຍຢາປາບສັດຕູພືດ ໃຫ້ຜູ້ຂາຍຍ່ອຍ ຫຼື ຜູ້ຈຳໜ່າຍອື່ນ ທີ່ບໍ່ມີໃບອະນຸຍາດດຳເນີນກິດຈະ ການຢາປາບສັດຕູພືດ ຈະຖືກຢຶດຢາປາບສັດຕູພືດ ແລະ ຖຶກປັບໃໝ ໜຶ່ງເທົ່າຂອງມູນຄ່າຢາປາບສັດຕູພືດ;
  6. ໃຫ້ບໍລິການດ້ານຢາປາບສັດຕູພືດ ໂດຍບໍ່ໄດ້ຮັບອະນຸຍາດ:
  • ລະເມີດຄັ້ງທີໜຶ່ງ ຈະຖືກສຶກສາອົບຮົມ ແລະ ບັນທຶກໄວ້ໃນປື້ມຕິດຕາມ;
  • ລະເມີດຄັ້ງທີສອງ ຈະຖືກຢຶດອຸປະກອນ, ຢາປາບສັດຕູພືດ ແລະ ຖືກປັບໃໝ ໜຶ່ງເທົ່າຂອງມູນຄ່າການບໍລິການ.
  1. ໃຊ້ບຸກຄົນ ທີ່ບໍ່ໄດ້ຮັບການຝຶກອົບຮົມ ກ່ຽວກັບຢາປາບສັດຕູພືດ ໃຫ້ນໍາໃຊ້ຢາປາບສັດຕູພືດທີ່ມີຄວາມເປັນອັນຕະລາຍຮ້າຍແຮງ ແລະ ປານກາງ ຈະຖືກປັບໃໝ ໜຶ່ງເທົ່າຂອງມູນຄ່າຢາປາບສັດຕູພືດ ແລະ ຮັບຜິດຊອບຄ່າເສຍຫາຍທີ່ເກີດຂຶ້ນ;
  2. ບໍາບັດ, ກໍາຈັດຢາປາບສັດຕູພືດ ແລະ ສິ່ງເສດເຫຼືອຢາປາບສັດຕູພືດ ບໍ່ຖືກຕ້ອງຕາມລະບຽບການ ຈະຖືກປັບໃໝ ໜຶ່ງ​ເທົ່າຂອງມູນຄ່າທີ່ເສຍຫາຍ;
  3. ຂົນສົ່ງຢາປາບສັດຕູພືດທີ່ບໍ່ຖືກຕ້ອງ ຕາມທີ່ກໍານົດໄວ້ໃນວັກ 1, 2 ມາດຕາ 32 ຂອງດໍາລັດສະ ບັບນີ້ ຈະຖືກປັບໃໝ ຫ້າສິບສ່ວນຮ້ອຍຂອງມູນຄ່າຢາປາບສັດຕູພືດ ພ້ອມທັງຖືກສຶກສາອົບຮົມ ແລະ ບັນ ທຶກໄວ້ໃນປື້ມຕິດຕາມ,

ມາດຕາ 70  ມາດຕະການທາງອາຍາ

ບຸກຄົນໃດທີ່ໄດ້ລະເມີດດໍາລັດສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດຕາມກົດ ໝາຍອາຍາ ຕາມກໍລະນີ ເບົາ ຫຼື ໜັກ.

ມາດຕາ 71  ມາດຕະການໂທດເພີ່ມ

ນອກຈາກມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກໍານົດໃນມາດຕາ 70 ຂອງດໍາລັດສະບັບນີ້ ຜູ້ລະເມີດຍັງຈະຕ້ອງປະຕິບັດມາດຕະການໂທດເພີ່ມ ເປັນຕົ້ນ ການໂຈະ ຫຼື ການຖອນ ໃບ​ອະນຸຍາດດຳເນີນກິດຈະການຢາປາບສັດຕູພືດ ແລະ ໃບທະບຽນວິສາຫະກິດ ຕາມແຕ່ລະກໍລະນີ.

ໝວດທີ 11
ບົດບັນຍັດສຸດທ້າຍ

 ມາດຕາ  72  ການຈັດຕັ້ງປະຕິບັດ

ມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ     ຈັດຕັ້ງປະຕິບັດດຳລັດສະບັບນີ້ ໃຫ້ມີປະສິດທິຜົນ.

ບັນດາ​ກະຊວງ, ອົງການ​ລັດ​ທຽບ​ເທົ່າ​ກະຊວງ, ອົງການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ພາກ​ສ່ວນທີ່​ກ່ຽວ ຂ້ອງ ​ຈົ່ງ​ຮັບ​ຮູ້ ​​ແລະ ຈັດຕັ້ງປະຕິບັດ​ ດຳລັດສະບັບ​ນີ້ ​ຢ່າງ​ເຂັ້ມ​ງວດ.

ມາດຕາ  73  ຜົນສັກສິດ

ດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດ ຖະການສິບຫ້າວັນ.

ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ. 

ລັດຖະບານແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 Decree on Pesticide Management No.258/GoL, dated 24 August 2017 PDF
2 ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ການຂົນສົ່ງ ແລະ ການເກັບຮັກສາ - ຢາປາບສັດຕູພືດ TBT ກະຊວງ ກະສິກຳ ແລະ ປ່າໄມ້ ການເກັບຮັກສາ ແລະ ການຂົນສົ່ງຢາປາບສັດຕູພືດ ຕ້ອງປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ ຂອງກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ALL
2 ຕ້ອງຕິດສະຫຼາກ - ຢາປາບສັດຕູພືດ TBT ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າຢາປາບສັດຕູພືດ ຕ້ອງຕິດສະຫຼາກໃສ່ພາຊະນະບັນ ຈຸເປັນພາສາລາວ ແລະ/ຫຼື ພາສາອັງກິດ ຕາມທີ່ກຳນົດໄວ້ໂດຍກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ALL
3 ຕ້ອງໄດ້ຮັບການກວດກາຢາປາບສັດຕູພຶດນຳເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດນຳເຂົ້າ ຕ້ອງໄດ້ຮັບການກວດກາໂດຍເຈົ້າໜ້າທີ່ກັກກັນພືດທີ່ດ່ານນຳເຂົ້າ
  1. ຄຳສັ່ງ ຂອງລັດຖະມົນຕີ ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດກາຝຸ່ນ, ແນວພັນພືດ ແລະຢາຂ້າຫຍ້າ ລວມທັງຢາປາບສັດຕູພືດອື່ນໆ ທີ່ນຳໃຊ້ຢູ່ ສປປ ລາວ ເລກທີ 2592/ກປ, ລົງວັນທີ 15 ສິງຫາ 2014
  2. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017
9999-12-31 ALL
4 ຕ້ອງຫຸ້ມຫໍ່ - ຢາປາບສັດຕູພືດນໍາເຂົ້າ TBT ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າ ຕ້ອງມີໃສ່ພາຊະນະບັນ ຈຸ ແລະ ຫຸ້ມຫໍ່ ຕາມທີ່ກຳນົດໄວ້ໂດຍກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ALL
5 ຢາປາບສັດຕູພືດຕ້ອງໄດ້ນໍາເຂົ້າຜ່ານດ່ານທີ່ກໍານົດໄວ້ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດຕ້ອງໄດ້ນໍາເຂົ້າຜ່ານດ່ານທີ່ກໍານົດໂດຍພະແນກກະສິກໍາ ແລະ ປ່າໄມ້ ແຂວງ/ນະຄອນຫຼວງ ດັ່ງທີ່ໄດ້ກໍານົດໃນໃບອະນຸຍາດນໍາເຂົ້າ ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ALL
6 ເກືອດຫ້າມນໍາເຂົ້າຢາປາບສັດຕູພືດທີ່ມີຄວາມອັນຕະລາຍຮ້າຍແຮງ ສິນຄ້າເກືອດຫ້າມ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດອັນຕະລາຍຮ້າຍແຮງ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນພິດກະທັນ ຫັນ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ, ນອກນີ້ຍັງສົ່ງຜົນກະທົບຮ້າຍແຮງ ຕໍ່ສິ່ງແວດລ້ອມ ແລະ ຕົກຄ້າງຍາວນານ ຈາກ​ຜົນ​ໄດ້​ຮັບທີ່ເຮັດ​ໃຫ້​ຈຳນວນສັດທົດ​ລອງ​ຕາຍ ຫ້າສິບສ່ວນຮ້ອຍ ເມື່ອ​ໄດ້​ຮັບ​ທາດພິດ​ຂອງຢາ​ປາບ​ສັດຕູພືດເຂົ້າ​ທາງ​ປາກ​ໃນ​ປະລິມານ ຫ້າ ຫາ ຫ້າສິບມິນ​ລີກຣາມ ຫຼື ​ເຂົ້າ​ທາງ​ຜິວໜັງ ຫ້າສິບ ຫາ ສອງຮ້ອຍມິນ​ລີກຣາມ ຕໍ່​ນໍ້າໜັກ​ຂອງ​ສັດ​ທົດ​ລອງ ໜຶ່ງກິ​ໂລກຣາມ​. ຢາປາບສັດຕູພືດອັນຕະລາຍຮ້າຍແຮງ ບໍ່ອະນຸຍາດໃຫ້ ຜະລິດ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈຳໜ່າຍ, ນຳໃຊ້ ແລະ ຄອບຄອງ ຍົກເວັ້ນນຳໃຊ້ເພື່ອການຄົ້ນຄວ້າ ແລະ ການພັດທະນາເຕັກໂນໂລຊີ ຂອງລັດຖະບານ, ການປ້ອງກັນ ແລະ ຄວບຄຸມສັດຕູພືດກັກກັນ ຫຼື ພາຫະນຳເຊື້ອພະຍາດ, ແຕ່ຕ້ອງໄດ້ຂຶ້ນທະບຽນ ແລະ ຮັບອະນຸຍາດ ນຳກະຊວງກະສິກຳ ແລະ ປ່າໄມ້. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ALL
7 ຮຽກຮ້ອງໃຫ້ຈົດທະບຽນຢາປາບສັດຕູພືດທີ່ມີຄວາມອັນຕະລາຍປານກາງ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດທີ່ເປັນອັນຕະລາຍປານກາງ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ. ຢາປາບສັດຕູພືດອັນຕະລາຍປານກາງ ຕ້ອງໄດ້ຂຶ້ນທະບຽນ ນໍາຂະແໜງ ການກະສິກຳ ແລະ ປ່າໄມ້ ແລະ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
  1. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017
  2. ຂໍ້ຕົກລົງ ວ່າດ້ວຍການຂື້ນທະບຽນວິຊາການຢາປາບສັດຕູພືດສະບັບເລກທີ 3604/ກປ, ລົງວັນທີ 17 ກັນຍາ 2019
9999-12-31 ALL
8 ຮຽກຮ້ອງໃຫ້ຈົດທະບຽນຢາປາບສັດຕູພືດທີ່ມີຄວາມອັນຕະລາຍໜ້ອຍ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະ ພາບ ແລະ ຊີວິດຂອງຄົນ​. ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ຕ້ອງຂຶ້ນທະບຽນ ນຳອົງການ​ຄຸ້ມຄອງ​ວຽກງານ​ຢາ​ປາບ​ສັດຕູ​ພືດ ແລະ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.
  1. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017
  2. ຂໍ້ຕົກລົງ ວ່າດ້ວຍການຂື້ນທະບຽນວິຊາການຢາປາບສັດຕູພືດສະບັບເລກທີ 3604/ກປ, ລົງວັນທີ 17 ກັນຍາ 2019
9999-12-31 ALL
9 ຮຽກຮ້ອງໃຫ້ຈົດທະບຽນຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ. ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນຕ້ອງຂຶ້ນທະບຽນ ນຳຂະແໜງການກະສິກຳ ແລະ ປ່າໄມ້ ຍົກເວັ້ນຢາປາບສັດຕູພືດຊີວະພາບ ທີ່ມີຄວາມປອດໄພຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຊຶ່ງບໍ່ໄດ້ບັນຈຸໃສ່ພາຊະນະເພື່ອຈຳໜ່າຍ
  1. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017
  2. ຂໍ້ຕົກລົງ ວ່າດ້ວຍການຂື້ນທະບຽນວິຊາການຢາປາບສັດຕູພືດສະບັບເລກທີ 3604/ກປ, ລົງວັນທີ 17 ກັນຍາ 2019
9999-12-31 ALL
10 ຮຽກຮ້ອງໃຫ້ຂໍອະນຸຍາດນໍາເຂົ້າຢາປາບສັດຕູພືດທີ່ເປັນອັນຕະລາຍປານກາງ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດທີ່ເປັນອັນຕະລາຍປານກາງ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ​. ຢາປາບສັດຕູພືດອັນຕະລາຍປານກາງ ສາມາດນໍາເຂົ້າໄດ້ ໂດຍຂໍອະນຸຍາດນໍາເຂົ້າ ນໍາຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ALL
11 ຮຽກຮ້ອງໃຫ້ຂໍອະນຸຍາດນໍາເຂົ້າຢາປາບສັດຕູພືດທີ່ມີຄວາມອັນຕະລາຍລະດັບໜ້ອຍ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະ ພາບ ແລະ ຊີວິດຂອງຄົນ. ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ສາມາດນຳເຂົ້າໄດ້ໂດຍຂໍອະນຸຍາດນຳອົງການ​ຄຸ້ມຄອງ​ວຽກງານ​ຢາ​ປາບ​ສັດຕູ​ພືດ ແລະ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ALL
12 ຮຽກຮ້ອງໃຫ້ຂໍອະນຸຍາດນໍາເຂົ້າຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ​. ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ສາມາດນຳເຂົ້າໄດ້ ໂດຍຂໍອະນຸຍາດນໍາເຂົ້າ ນຳຂະແໜງການກະສິກຳ ແລະ ປ່າໄມ້ ຍົກເວັ້ນຢາປາບສັດຕູພືດຊີວະພາບ ທີ່ມີຄວາມປອດໄພຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຊຶ່ງບໍ່ໄດ້ບັນຈຸໃສ່ພາຊະນະເພື່ອຈຳໜ່າຍ. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ALL
13 ຮຽກຮ້ອງໃຫ້ມີໃບອະນຸຍາດສົ່ງອອກຢາປາບສັດຕູພືດທີ່ມີຄວາມສ່ຽງລະດັບປານກາງ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດທີ່ເປັນອັນຕະລາຍປານກາງ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ​. ຢາປາບສັດຕູພືດອັນຕະລາຍປານກາງ ສາມາດສົ່ງອອກໄດ້ ໂດຍຂໍອະນຸຍາດສົ່ງອອກ ນໍາຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ALL
14 ຮຽກຮ້ອງໃຫ້ມີໃບອະນຸຍາດສົ່ງອອກຢາປາບສັດຕູພືດທີ່ມີຄວາມອັນຕະລາຍລະດັບໜ້ອຍ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະ ພາບ ແລະ ຊີວິດຂອງຄົນ​. ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ສາມາດສົ່ງອອກ ໄດ້ ໂດຍຂໍອະນຸຍາດສົ່ງອອກ ນຳອົງການ​ຄຸ້ມຄອງ​ວຽກງານ​ຢາ​ປາບ​ສັດຕູ​ພືດ ແລະ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ALL
15 ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ​. ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ສາມາດສົ່ງອອກໄດ້ ໂດຍຂໍອະນຸຍາດສົ່ງອອກ ນຳຂະແໜງການກະສິກຳ ແລະ ປ່າໄມ້ ຍົກເວັ້ນຢາປາບສັດຕູພືດຊີວະພາບ ທີ່ມີຄວາມປອດໄພຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຊຶ່ງບໍ່ໄດ້ບັນຈຸໃສ່ພາຊະນະເພື່ອຈຳໜ່າຍ. ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.