ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ    ເລກທີ 01/ສພຊ
ນະຄອນຫຼວງວຽງຈັນ, ວັນທີ 04 ພະຈິກ 2016

ກົດໝາຍ

ວ່າ​ດ້ວຍ ສື່​ມວນ​ຊົນ (ສະບັບ​ປັບປຸງ)

ພາກ​ທີ I
ບົດ​ບັນຍັດ​ທົ່ວ​ໄປ

ມາດຕາ 1 (ປັບປຸງ) ຈຸດປະສົງ

   ກົດໝາຍສະບັບນີ້ ກໍານົດ ຫຼັກການ,ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການ​ເຄື່ອນ​ໄຫວ, ການ​ພັດທະນາ, ກາ​ນຄຸ້ມ​ຄອງ, ການກວດ​ສື່​ມວນ​ຊົນ ​ເພື່ອ​ເສີມ​ຂະຫຍາ​ຍບົດບາດ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ສື່​ມວນ​ຊົນ​ໃຫ້​ກ້ວາ​ໜ້າ​ແລະ​ທັນ​ສະ​ໄໝ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ແລະ ສິດ​ເປັນ​ເຈົ້າ​ປະ​ເທດ​ຊາ​ດຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແນ​ໃສ່​ຮັບປະກັນ​ການ​ປະຕິບັດ​ເສລີພາບ​ດ້ານ​ສື່​ມວນ​ຊົນ​ຂອງ​ຜົນລະ​ເມືອງ​ລາວ, ສາມາ​​ດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ, ປະກອບສ່ວນ​ເຂົ້າ​ໃນ​ກາ​ນປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ມາດຕາ 2 ສື່​ມວນ​ຊົນ

   ສື່​ມວນ​ຊົນ ​ແມ່ນ ​ເທວີຖະ​ແຫຼ​ງຂ່າວ​ທີ່​ປະກອບ​ດ້ວຍ ສື່​ສິ່ງ​ພິມ, ສື່​ເອ​ເລັກ​ໂຕຣນິກ ​ແລະ ຜະລິດ​ຕະພັນ​ສື່​ມວນ​ຊົນ, ມີ​ພາລະ​ບົດບາດ​ເປັນ​ກະບອກ​ສຽງ​ຂອງ​ອົງການ​ຈັດ​ຕັ້ງ ພັກ, ລັດ ​ແລະ ສັງຄົມ ​ໃນ​ການ​ໂຄສະນາ,ສຶກສາ​ອົບຮົມ ​ແນວທາງ​ຂອງ​ພັກ, ກົດໝາຍ ​ແລ​ະ ລະບຽບ​ການ​ຂອງ​ລັດ, ປຸກລະດົມ​ນ້ຳ​ໃຈ​ຮັກ​ຊາດ, ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ ການ​ເມືອງ, ​ເສດຖະກິດ-ສັງຄົມ, ວິດ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຊີ, ສາລະ​ຄວາມ​ຮູ້, ສາລະ​ບັນ​ເທິງ​​ໃຫ້​ແກ່​ສັງຄົມ, ປະກອບສ່ວນ​ຕ້ານ​ປາກົດການ​ຫຍໍ້​ທໍ້​ໃນ​ສັງຄົມ ​ແລະ ຖ້ອຍ​ທຳນອງ​ທີ່​ບິດ​ເບືອນ​ຄວາມຈິງ.

ມາດຕາ ​3 (ປັບປຸງ)ການ​ອະທິ​ບານ​ຄຳ​ສັບ

   ຄຳ​ສັບ​ທີ່​ນຳ​ໃຊ້​ໃນ​ກົດໝາຍ​ສະບັບ​ນີ້​ ມີ​ຄວາມ​ໝາຍ​ດັ່ງ​ນີ້:

  1. ພາຫະນະ​ສື່​ມວນ​ຊົນ ໝາຍ​ເຖິງ ສື່​ສິ່ງພິມ, ສື່​ເອ​ເລັກ​ໂຕຣ​ນິກ ລວມທັງ​ພະ​ລິດ​ຕະພັນ​ສື່​ມວນ​ຊົນ
  2. ພະ​ລິດ​ຕະພັນ​ສື່​ມວນ​ຊົນ ໝາຍ​ເຖິງ ໜັງສືພິມ,​ໃບ​ຂ່າ​ນສານ, ຈົດໝາຍ​​ເຫດ, ວາລະສານ​, ລາຍການ​ວິທະຍຸ, ລາຍການ​ໂທລະພາບ, ລາຍການ​ໂທລະ​ໂຄງ, ອິນ​ຕີ​ເນັດ, ​​ເວັບ​​ໄຊ, ກະ​ແຊັດ, ຊີ​ດີ໌, ວີ​ຊີ​ດີ, ດີ​ວີ​ດີ ​ແລະ ອື່ນໆ;
  3. ອຸປະກອນ​ສື່​ເອ​ເລັກ​ໂຕຣນິກ ໝາຍ​​ເຖິງ ອຸປະກອນ ການ​ຜະລິດ​ສື່​ເອ​ເລັກ​ໂຕຣນິກ, ສົ່ງ​ເຄື່ອງ ​ແລະ ​ເຄື່ອງຮັບ​ສັນຍານ​ເອ​ເລັກ​ໂຕ​ຣນິກ ທາງ​ພາກ​ພື້ນ​ດິນ, ສາຍ, ດາວ​ທຽມ;
  4. ຄື້ນຄວາມ​ຖີ່ ໝາຍ​ເຖິງ ຄວາມ​ຖີ່​ວິທະຍຸ​ເພື່ອ​ການ​ສົ່ງ, ຮັບ ​ແລະ ການ​ກະຈາຍ​ຂອງ​ສື່​ເອ​ເລັກ​ໂຕຣນິກ ທາງ​ສາຍ, ທາງ​ພາກ​ພື້ນ​ດິນ, ທາງ​ດາວ​ທຽມ ຕາມ​ການ​ແບ່ງປັນຂອງ​ອົງການ​ໂທລະ​ຄົມ​ສາກົນ;
  5. ບັນນາທິການ ໝາຍ​ເຖິງ ຜູ້​ກວດ​ແກ້, ກວດ​ຜ່ານ​ເນື້ອ​ໃນ ​ແລະ ຮູບ​ແບບ​ຂອງ ບົດ, ຂ່າວ ​ແລະ ລາຍການ​ຂອງ​ສື່​ມວນ​ຊົນ​ຕ່າງໆ;
  6. ນັກ​ຂ່າວ ໝາຍ​ເຖິງ ບຸກຄະລາ​ກອນ​ຂອງ​ອົງການ​ສື່​ມວນ​ຊົນ​ທີ່​ເຮັດໜ້າທີ່​ຊອກ​ເກັບ​ກໍາ​ຂໍ້​ມູນ ຂ່າວ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລ້ວ​ແຕ່ງ​ເປັນ​ບົດ, ຂ່າວ ​ແລະ ລາຍການ​ສະໜອງ​ໃຫ້​ແກ່​ພາຫະນະ​ສື່​ມວນ​ຊົນ;
  7. ຫາງ​ສຽງສັງຄົມ ໝາຍ​ເຖິງ ຄວາມ​ເຫັນ​ຂອງ​ສາທາລະນະ​ຊົນ ຕໍ່​ເຫດການ ຫຼື ປະກົດ​ການ​ທີ່​ບໍ່​ທັນ​ໄດ້​ຢັ້ງຢືນ ຫຼື ບໍ່​ໄດ້​ພິສູດ ຢ່າງ​ເປັນ​ທາງ​ການ;
  8. ອິນ​ເຕີ​ເນັດ ໝາຍ​ເຖິງ ລະບົບ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ ຊຶ່ງ​ສາມາດ​ສົ່ງ​ຂໍ້​ມູນ ຂ່າວສານ​ຫາ​ກັນ ຫຼື ສື່ສານ​ທາງ​ເອ​ເລັກ​ໂຕຣນິກ ດ້ວຍ​ການ​ສົ່ງ​ສັນຍານ​ສຽງ ​ແລະ ພາບ​ຫາ​ກັນ​ທາງ​ສາຍ ຫຼື ທາງ​ອາກາດ; ຂໍ້​ມູນ ຂ່າວສານ​ທີ່​ສ້າງ​ຂຶ້ນ​ສາມາດ​ຝາກ​ໄວ້​ໃນ​ຖານ​ຂໍ້​ມູນ;
  9. ​ເວັບ​ໄຊ ໝາຍ​ເຖິງ ໜ້າຂໍ້​ມູນ ຂ່າວສານ ກ່ຽວກັບ​ເນື້ອ​ໃນ​ສະ​ເພາະ​ໃດໜຶ່ງທີ່​ເປັນ​ຕົວໜັງສືດ, ຮູບ​ພາບ, ​ແສງ,​ ສີ, ສຽງ ທີ່​ສ້າງ​ຂຶ້ນ​ດ້ວຍ​ບຸກຄົນ, ອົງການ​ຈັດ​ຕັ້ງ​ຕ່າງໆຢູ່​ພາຍ​ໃນ​ ​ແລະ ຕ່າງປະ​ເທດ ຊຶ່ງ​ສ້າງ​ຂຶ້ນ​ເປັນໜຶ່ງໜ້າ ຫຼື ຫຼາຍໜ້າ​ເວັບ ສົ່ງ​ສັນຍານ​ຜ່ານ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ​ແລະ ສາມາດ​ເຂົ້າ​ເຖິງ​ໄດ້​ທາງ​ຄອມ​ພິວ​ເຕີ, ​ໂທລະພາບ​ດີ​ຈີ​ຕອນ, ​ໂທລະສັບ​ມື​ຖື ​ແລະ ອຸປະກອນ​ສື່ສານ​ອື່ນ ດ້ວຍ​ລະຫັດ​ຊື່​ທາງ​ອິນ​ເຕີ​ເນັດ;
  10. ການ​ຈໍາໜ່າຍ​ເປັນ​ໄລຍະ ໝາຍ​ເຖິງ ການ​ຈໍາໜ່າຍ​ເປັນ​ລາຍ​ຕອນ, ລາຍ​ວັນ, ລາຍ​ອາທິດ, ລາຍ​ເດືອນ, ລາຍ​ໄຕ​ມາດ ​ແລະ ອື່ນໆ;
  11. ສື່​ແບບ​ໃໝ່ ໝາຍ​ເຖິງ ພາຫະນະ​ໂຄສະນາ​ປະ​ເພດໜຶ່ງຂອງ​ສື່​ເອ​ເລັກ​ໂຕຣນິກທີ່​ສາມາດ​ສື່ສານ​ໄດ້​ສອງ​ລວງ ດ້ວຍ​ການ​ນໍາ​ໃຊ້​​ເຕັກ​ໂນ​ໂລ​ຊີ​ສື່ສານ​ທັນ​ສະ​ໄໝ ​ໃນ​ການ​ສົ່ງ​ຂໍ້​ມູນ ຂ່າວສານ​ເປັນ​ຕົວ​ອັກສອນ, ພາບ ​ແລະ ສຽງ ຜ່ານ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ​ເຊັ່ນ ​ເຟສບຸກ, ຢູທູບ, ທະວິ​ດ​ເຕີ, ບະ​ລອກ ​ແລະ ອື່ນໆ;
  12. ສື່​ສັງຄົມ​ອອນ​ລາຍ ໝາຍ​ເຖິງ ສື່​ແບບ​ໃໝ່ປະ​ເພດໜຶ່ງ ທີ່​ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ​ໃຊ້​ສື່ສານ​ກັນ​ຜ່ານ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ​ເພື່ອ​ເຜີຍ​ແຜ່​ຂໍ້​ມູນ ຂ່າວສານ​ສູ່​ສາທາລະນະ​ດ້ວຍ​ການ​ນໍາ​ໃຊ້​ອຸປະກອນ​ຄອມ​ພິວ​ເຕີ ​ແລະ ອຸປະກອນ​ສື່ສານ​ອື່ນ.

ມາດຕາ 4 (ປັບປຸງ) ນະ​ໂຍບາຍ​ຂອງ​ລັດ​ກ່ຽວກັບ​ວຽກງານ​ສື່​ມວນ​ຊົນ

ລັດ​ສົ່ງ​ເສີມ ​ແລະ ພັດທະນາ​ວຽກງານ​ສື່​ມວນ​ຊົນ​ຂອງ​ລັດ ​ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ, ມີ​ຄວາມ​ເຂັ້ມ​ແຂງ ​ແລະ ມີ​ຄຸນ​ນະພາ​ບ ດ້ວຍ​ການ​ປະກອບ​ບຸກຄະລາ​ກອນ, ສະໜອງງົບປະມານ, ພາຫະນະ, ອຸປະກອນ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ ທີ່​ທັນ​ສະ​ໄໝ.

ລັດ ສົ່ງ​ເສີມ, ຊຸກຍູ້ ​ໃຫ້​ອົງການ​ສື່​ມວນ​ຊົນ​ທຸກ​ພາກສ່ວນ​ເປັນ​ເຈົ້າ​ການ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ວິຊາ​ການ, ກຸ້ມ​ຕົນ​ເອງ​ດ້ານ​ການ​ເງິນ ​ແລະ ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່ ການ​ຜະລິດ, ການ​ກະຈາຍ ​ແລະ ການ​ຈໍາໜ່າຍຜະລິດຕະພັນ​ສື່ມວນ​ຊົນ ທີ່​ຖືກຕ້ອງ​ຕາມ​ກົດໝາຍ.

ລັດ ຊຸກຍູ້ ​ແລະ ​ເປີດ​ກວ້າງ​ໃຫ້​ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມີ​ສ່ວນ​ຮ່ວມ ​ແລະ ລົງທຶນ​ ​ເຂົ້າ​ໃນ​ການ​ພັດທະນາ​ວຽກງານ​ສື່​ມວນ​ຊົນ ຕາມ​ກົດໝາຍ ​ແລະ ລະບຽບການ.

ມາດຕາ 5 (​ໃໝ່) ຫຼັກການ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ

ການ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ ​ໃຫ້​ປະຕິບັດ​ຕາມຫຼັກການ​ດັ່ງ​ນີ້:

  1. ຮັບປະກັນ​ການ​ເປັນ​ກະບອກ​ສຽງຂອງ​ການຈັດ​ຕັ້ງ ພັກ, ລັດ ​ແລະ ສັງຄົມ ​ໂດຍ​ສອດຄ່ອງ​ກັບ​ແນວທາງ​ນະ​ໂຍບາຍ, ກົດໝາຍ ​ແລະ ລະບຽບການ.
  2. ຮັບປະກັນລັກສະນະ​ຂອງ​ສື່​ມວນ​ຊົນ.
  3. ຮັບປະກັນ​ໃຫ້​ພົນລະ​ເມືອງ​ລາວ ​ໄດ້​ປະຕິບັດ​ສິດ​ເສລີ​ພາບ ​ແລະ ພັນທະ​ຂອງ​ຕົນ​ດ້ານ​ສື່​ມວນ​ຊົນ, ປົກ​ປ້ອງ​ຜູ້​ສະໜອງຂໍ້​ມູນ ຂ່າວສານ, ປະກອບ​ຄໍາ​ເຫັນ, ສະ​ແດງ​ທັດສະນະ​ຕໍາ​ນິຕິ​ຊົມ ທີ່​ບໍ່​ຂັດ​ກັບ​ກົດໝາຍ ​ແລະ ລະບຽບການ.

ມາດຕາ 6 (​ໃໝ່) ການ​ປົກປ້ອງ

ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ລວມທັງບຸກຄະລາ​ກອນ​ສື່​ມວນ​ຊົນ, ຜູ້​ລາຍ​ງານ, ຜູ້​ໃຫ້​ຂໍ້​ມູນ, ຜູ້​ຊ່ຽວຊານ ​ແລະ ຜູ້​ເຂົ້າ​ຮ່ວມ​ອື່ນ ທີ່​ເຄື່ອນ​ໄຫວ​ກ່ຽວກັບ​ວຽກງານ​ສື່ສານ​ມວນ​ຊົນ ​ໄດ້​ຮັບ​ການ​ປົກ​ປ້ອງ ຕາມ​ກົດໝາຍ ຈາກ​ການ​ແກ້​ແຄ້ນ, ຂົ່ມຂູ່​ຕໍ່​ຊີວິດ, ສຸຂະ​ພາບ, ອິດ​ສະລະ​ພາບ, ກຽດສັກ​ສີ, ຊື່ສຽງ ຊັບ​ສິນ ​ຂອງ​ຕົນ.

ມາດຕາ 7 (​ໃໝ່) ຂອບ​ເຂດ​ການ​ນໍາ​ໃຊ້​ກົດໝາຍ

ກົດໝາຍສະບັບ​ນີ້ ນໍາ​ໃຊ້​ສໍາລັບ ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ທັງພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ​ຢູ່​ດິນ​ແດນ​ຂອງ ສປປ ລາວ.

ມາດຕາ 8 (ປັບປຸງ) ການ​ຮ່ວມ​ມື​ສາກົນ

ລັດ ສົ່ງ​ເສີມ ການພົວພັນ​ຮ່ວມ​ມື​ດ້ານ​ສື່​ມວນ​ຊົນ​ກັບ​ຕ່າງປະ​ເທດ, ພາກ​ພື້ນ ​ແລະ ສາກົນ ດ້ວຍ​ການ​ຊຸກຍູ້​ການ​ເຄື່ອນ​ໄຫວ​ດ້ານ​ວິຊາ​ການ, ການ​ແລະ​ປ່ຽນບົດຮຽນ, ຂໍ້​ມູນ ຂ່າວສານ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ການ​ຝຶກ​ອົບຮົມ​, ສໍາ​ມະ​ນາ, ການ​ຍົກ​ລະດັບ​ຄວາມ​ຮູ້​ດ້ານ​ວິຊາ​ການ ​ເພື່ອ​ເຮັດ​ໃຫ້​ວຽກງານ​ສື່​ມວນ​ຊົນ ມີ​ຄຸນ​ນະພາ​ບ ​ແລະ ທັນ​ສະ​ໄໝ ບົນ​ພື້ນຖານ​ການ​ເຄົາລົບ ​ເອກະລາດ, ອໍານາດ​ອະທິປະ​ໄຕ ​ເຊິ່ງກັນ ​ແລະ ກັນ, ຕ່າງ​ຝ່າຍ​ຕ່າ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ປະຕິບັດ​ສັນຍາ​ສາກົນ ​ແລະ ສ​ົນທິສັນຍາ ທີ່ ສປປ ລາວ ​ເປັນ​ພາຄີ.

 ພາກ​ທີ II
ສິດ​ເສລີພາ​ບຂອງ​ພົນລະ​ເມືອງ​ລາວ ດ້ານ​ສື່​ມວນ​ຊົນ

ມາດຕາ 9 (ປັບປຸງ) ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ​ດ້ານ​ສື່​ມວນ​ຊົນ

ພົນລະ​ເມືອງລາວ ມີ​ສິດ​ເສລີພາບ​ດ້ານ​ສື່​ມວນ​ຊົນ ​ໂດຍ​ສະ​​ແດງ​ອອກ​ດ້ວຍ​ການ​ປະກອບ​ຄໍາ​ເຫັນ, ​ໃຫ້​ທັດສະນະ ​ແລະ ສາມາດ​ເຂົ້າ​ເຖິງ ຂໍ້​ມູນ ຂ່າວສານ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກ່ຽວກັບ​ສະພາບ​ການ, ສາລະ​ຄວາມ​ຮູ້, ສາລະ​ບັນ​ເທີ​ງ ​ແລະ ບັນຫາ​ອື່ນ ທີ່​ບໍ່​ຂັດ​ກັບ​ກົດໝາຍ ​ແລະ ລະບຽບການ ​ເຊິ່ງ​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ປະຊາຊົນ​ລາວ​ບັນດາ​ເພົາ.

ມາດຕາ 10 (ປັບປຸງ) ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ ​ໃນ​ການ​ປະກອບ​ຄໍາ​ເຫັນ

ພົນລະ​ເມືອງ​ລາວ ມີ​ສິດ​ເສ​ລີ​ພາບ​ໃນ​ການ​ປະກອບ​ຄໍາ​ເຫັນ​ຜ່າ​ນສື່​ມວນ​ຊົນ ກ່ຽວກັບ:

  1. ການສ​້າງ ​ແລະ ຈັດ​ຕັ້ງ​ປະຕິບັດ ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດຖະທໍາ​ມະນູນ, ກົດໝາຍ ​ແລະ ລະບຽບການ​ຂອງ​ລັດ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ;
  2. ທັດສະນະ​ຕໍ່​ສະພາບ​ການ​ພາຍ​ໃນ ​ແລະ ຕ່າງປະ​ເທດ;
  3. ການ​ຕໍາ​ນິຕິ​ຊົມ​ແບບ​ສ້າງສັນ​ຕໍ່ ບຸກຄົນ,​ນິຕິບຸກຄົນ ​ແລະ ການຈັດ​ຕ້ງ.

ມາດຕາ 11 ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ ກ່ຽວກັບ​ຂໍ້​ມູນ ຂ່າວສານ

ພົນລະ​ເມືອງ​ລາວ ມີ​ສິດ​ເສລີພາບ ກ່ຽວກັບ​ຂໍ້​ມູນ ຂ່າວສານ​ຜານ​ສື່​ມວນ​ຊົນ ດັ່ງ​ນີ້:

  1. ​ເຂົ້າ​ເຖິງ ​ແລະ ​ໄດ້​ຮັບ​ຂໍ້​ມູນ ຂ່າວສານ ກ່ຽວກັບ​ສະພ​າບການ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ສາລະ​ຄວາມ​ຮູ້, ສາລະ​ບັນ​ເທີ​ງ ​ແລະ ອື່ນໆ;
  2. ສະໜອງຂໍ້​ມູນ ຂ່າວສານ​ໃຫ້​ສື່​ມວນ​ຊົນ​ຢ່າງ​ຖືກຕ້ອງ, ຊັດ​ເຈນ, ທັນ​ການ ​ແລ​ະ ຮັບຜິດຊອບ​ຕໍ່ໜ້າກົດໝາຍ ກ່ຽວກັບ​ເນື້ອ​ໃນ​ຂໍ້​ມູນ ຂ່າວສານ​ນັ້ນ.

ມາດ​ຕາ 12 (ປັບປຸງ) ການ​ນໍາ​ໃຊ້​ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ

ພົນລະ​ເມືອງ​ລາວ ນໍາ​ໃຊ້​ສິດ​ເສລີພາບ​ຂອງ​ຕົນ​ຜ່ານ​ສືາມວນ​ຊົນ ດ້ວຍ​ການ​ລົງທຶນ ຫຼື ກະຈາຍ​ຂາວ, ບົດ, ຄໍາ​ເຫັນ, ຄໍາ​ສໍາພາດ, ກະຈາຍສຽງ,​ ກະຈາຍ​ພາບ, ຕອບ​ຂໍ້​ສະ​ເໜີ, ຂໍ້​ຂ້ອງ​ໃຈ​ຂອງ​ຕົນ​ໂດຍ​ສື່​ມວນ​ຊົນ​ເອງ ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ທີ່​ກ່ຽວຂ້ອງ​ຕາມ​ກົດໝາຍ ​ແລະ ລະບຽບການ​ໃນ​ກໍລະນີ​ທີ່​ບໍ່​ສາມາດ​ລົງ​ພິມ​ກະຈາຍ ຫຼື ຕອບ​ໄດ້​ນັ້ນ ສື່​ມວນ​ຊົນ​ຕ້ອງ​ແຈ້ງ​ເຫດຜົນ​ໃຫ້ພົນລະ​ເມືອງ​ຮັບ​ຊາບ​ຢ່າງ​ເປັນ​ທາງ​ການ.

ພາກ​ທີ III
ປະ​ເພດ ​ແລະ ລັກສະນະ​ຂອງ​ສື່​ມວນ​ຊົນ

ໝວດທີ 1
ປະ​ເພດ​ຂອງ​ສື່​ມວນ​ຊົນ

 

ມາດຕາ 13 (ປັບປຸງ) ປະ​ເພດ​ຂອງ​ສື່​ມວນ​ຊົນ

ສື່​ມວນ​ຊົນ ມີ ສອງ ປະ​ເພດ​ຄື:

  1. ສື່​ສິ່ງ​ພິມ;
  2. ສື່​ເອ​ເລັກ​ໂຕຣນິກ;

ສື່​ມວນ​ຊົນ​ທັງ​ສອງ​ປະ​ເພດ​ນີ້ ສາມາດ​ເຜີຍ​ແຜ່​ເປັນ​ພາສາ​ລາວ, ບັນດາ​ຊົນ​ເຜົາ ຫຼື ພາສາ​ຕ່າງປະ​ເທດ.

ມາດຕາ 14 ສື່​ສິ່ງ​ພິມ

ສື່​ສິ່ງ​ພິມ ​ແມ່ນ ພາຫະນະ​ໂຄສະນາ ທີ່​ເປັນ​​ແຜ່ນ​ເຈ້ຍ ຊຶ່ງ​ບັນຈຸ​ຂໍ້​ມູນ ຂ່າວສານ​ດ້ວຍ ຕົວໜັງສື ຫຼື ຮູບ​ພາບ​ໂດຍ​ມີ​ຊື່​ສະ​ເພາະ.

ສື່​ສິ່ງ​ພິມ​ອາດ​ຈໍ​າໜ່າຍ​ເປັນ ລາຍ​ວັນ ຫຼື ​ເປັນ​ໄລຍະ ​ເຊິ່ງປະກອບ​ດ້ວຍ ໜັງສື​ພິມ, ​ໃບ​ຂ່າວສານ, ຈົດໝາຍ​ເຫດ.

ມາດຕາ 15 (ປັບປຸງ) ສື່​ເອ​ເລັກ​ໂຕ​ນິກ

ສື່​ເອ​ເລັກ​ໂຕຣນິກ ​ແມ່ນ ພາຫະນະ​ໂຄສະນາ​ດ້ວຍ​ການ​ສ້າງ​​ເປັນ​ລາຍການ ວະ​ທະ​ຍຸ​, ​ໂທລະພາບ, ​ໂທລະ​ໂຄ່ງ ​ແລະ ສື່​ແບບ​ໃໝ່ ຫຼື ລາຍການ​ອິນ​ເຕີ​ເນັດ​ປະ​ເພດ​ຕ່າງໆ ຊຶ່ງ​ກະຈາຍ​ອອກ​ຜ່ານ​ເຄື່ອງ​ສົ່ງ​ທາງ​ສາຍ​, ທາງ​ອາກາດ ຫຼື ຄື້ນຄວາມ​ຖີ່.

ໝວດ​ທີ 2
ລັກສະນະ​ຂອງ​ສື່​ມວນ​ຊົນ

ມາດ​ຕາ 16 ລັກສະນະ​ຂອງ​ສື່ມວນ​ຊົນ

ສື່​ມວນ​ຊົນ​ມີ​ລັກສະນະ​ຕົ້ນຕໍ ດັ່ງ​ນີ້:

  1. ລັກສະນະ​ຕົວ​ຈິງ;
  2. ລັກສະນະ​ສຶກສາ​ອົບຮົມ;
  3. ລັກສະນະ​ແນະນຳ​;
  4. ລັກສະນະ​ຕໍ່​ສູ້.

ມາດຕາ 17 ລັກສະນະ​ຕົວ​ຈິງ

ເນື້ອ​ໃນ ​ແລະ ຮູບ​ການ ຂອງ​ສື່​ມວນ​ຊົນ​ທຸກ​ປະ​ເພດ ຕ້ອງ​ພາວະ​ວິ​ໄສ, ຖືກຕ້ອງຕາ​ມຄວາມ​ເປັນ​ຈິງ, ຊັດ​ເຈນ, ວ່ອງ​ໄວ​ທັນ​ການ ​ແລະ ສອດຄ່ອງ​ກັບ​ສິດຜົນປະ​ໂຫຍ​ດຂອງ​ຊາດ ​ແລະ ປະຊາຊົນ.

ມາດຕາ 18 ລັກສະນະ​ສຶກສາ​ອົບຮົມ

ເນື້ອ​ໃນ ​ແລະ ຮູບ​ການ ຂອງ​ສື່​ມວນ​ຊົນ​ທຸກ​ປະ​ເພດ ຕ້ອງ​ແນ​ໃສ່​ສຶກສາ​ອົບ​ຮົບ, ​ໂຄສະນາ, ​ເຜີຍ​ແຜ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ ​ແລະ ລະບຽບ​ການ​ຂອງ​ລັດ, ຄວາມ​ຮູ້​ດ້ານ​ຕ່າງໆ, ສົ່ງ​ເສີມ​ວຽກ​ດີ​ຄົນ​ເດັ່ນ, ປຸກລະດົມ​ນ້ຳ​ໃຈ​ຮັກ​ຊາດ,​ເຕົ້າ​ໂຮມ​ຄວາມ​ສາມັກ​ຄີ​ເປັນ​ປຶກ​ແຜ່ນ​ຂອງ​ທົ່ວ​ປວງ​ຊົນ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ.

ມາດຕາ 19 (ປັບປຸງ) ລັກສະນະ​ແນະນຳ

ເນື້ອ​ໃນ ​ແລະ ຮູບ​ການ ຂອງ​ສື່​ມວນ​ຊົນ​ທຸກ​ປະ​ເພດ ຕັ້ງ​ແນ​ໃສ່​ປຸກລະດົມ ​ແລະ ​ແນະນຳ​ມະຫາຊົນ​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ພ້ອມ​ທັງ​ອະທິບາຍ, ​ໃຫ້​ຄວາມ​ກະຈ່າງ​​ແຈ້ງ​ຢ່າງຖືກຕ້ອງຕໍ່ຫາງ​ສຽງ​ສັງຄົມ.

ມາດຕາ 20 (ປັບປຸງ) ລັກ​ສະ​ນະ​ຕໍ່ສູ້

​ເນື້ອ​ໃນ ​ແລະ ຮູບ​ການ ຂອງ​ສື່​ມວນ​ຊົນ​ທຸກ​ປະ​ເພດ ຕ້ອງ​ປົກ​ປ້ອງ​ຄວາມຖືກຕ້ອງ​ຂອງ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ ​ແລະ ລະບຽບ​ການ​ຂອງ​ລັດ, ຕຳ​ນິວິຈານ ການລະ​ເມີດ​ກົດໝາຍ ​ແລະ ລະບຽບການ, ປາກົດການ​ຫຍໍ້​ທໍ້​​ໃນ​ສັງຄົມ ​ແລະ ຕອບ​ໂຕ້​ຢ່າງ​ທັນ​ການ​ຕໍ່ຖ້ອຍ​ທຳນອງ​ທີ່​ບິດ​ເບື້ອນ, ​ໃສ່​ຮ້າຍ​ປ້າຍ​ສີ ທີ່​ສ້າງ​ຄວາມ​ເສື່ອ​ມ​ເສີຍ​ຕໍ່ກຽດ​ສັກ​ສີ, ຜົນ​ປະ​ໂຫຍ​ດຂອງ​ຊາດ ​ແລະ ປະຊາຊົນ.

ພາກ​ທີ IV
ການຈັດ​ຕັ້ງ​ ​ແລະ ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ

ໝວດ​ທີ 1
ການຈັດ​ຕັ້ງ​ ຂອງ​ສື່​ມວນ​ຊົນ

ມາດຕາ 21 ການຈັດ​ຕັ້ງ

ການຈັດ​ຕັ້ງ​ຂອງ​ສື່​ມວນ​ຊົນ ປະກອບ​ດ້ວຍ:

  1. ອົງກາ​ນ​ເຈົ້າຂອງ​ສື່​ມວນ​ຊົນ;
  2. ອົງການ​ສື່​ມວນ​ຊົນ;
  3. ສະມາຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ.

ມາດຕາ 22 (ປັບປຸງ) ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ

ອົງການ​ເຈົ້າຂອງ​ສື່​ມວນ​ຊົນ ​ແມ່ນອົງການ ຈັດ​ຕັ້ງ​ພັກ , ລັດ, ​ແນວ​ລາວ​ສ້າງ​ຊາດ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ອົງການ​ຈັດ​ຕັ້ງ​ສັງຄົມ, ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ທີ່​​ໄດ້ຮັບ​ອະນຸຍາດ​ໃຫ້ສ້າງ​ຕັ້ງ​ອົງການ​ສື່​ມວນ​ຊົນ ​ແລະ ດຳ​ເນີນ​ວງກງານ​ສື່​ມວນ​ຊົນ ຕາມ​ກົດໝາຍ ​ແລະ ລະບຽບການ​ໂດຍ​ມີ​ຫົວໜ້າ ​ແລະ ຮອງ​ຫົວໜ້າ​ຂອງ​ອົງການ​​ເຈົ້າ​ຂອງ​ສື່​ມວນ​ຊົນ ​ຊື່​ງ​ແມ່ນ​ຫົວໜ​້າອົງການ ​ຫຼື ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ​ໃຫ້​ຊີ້​ນຳ ​ແລະ ຄຸ້ມ​ຄອງ​ອົງການ​ສື່​ມວນ​ຊົນ​ດັ່ງກ່າວ.

ມາດຕາ 23 (ປັບປຸງ) ສິດ ​ແລະ ໜ​້າທີ່​ຂອງ​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ

ອົງການ​ເຈົ້າຂອງ​ສື່​ມວນ​ຊົນ ມີ​ສິດ​ຕົ້ນຕໍ ດັ່ງ​ນີ້:

  1. ສະ​ເໜີ​ສ້າງ​ຕັ້ງ ​ແລະ ຍຸບ​ເລີກ ອົງການ​ສື່​ມວນ​ຊົນ​ຂອງ​ຕົນ;
  2. ຕົກລົງ​ທິດ​ທາງ, ​ແຜນການ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງການ​ສື່​ມວນ​ຊົນ​ຂອງ​ຕົນ;
  3. ​ແຕ່ງ​ຕັ້ງ ຫຼື ປົກ​ຕຳ​ແໜ່​ງ ຫົວໜ້າ​ ຫຼື ຮອງ​ຫົວໜ້າອົງການ​ສື່​ມວນ​ຊົນ​ຂອງ​ຕົນ ຕາມ​ລະບຽບການ;
  4. ຕິດຕາມ, ກວດກາ​ເຄື່ອນ​ໄຫວ​ຂອງ​ອົງການ​ສື່​ມວນ​ຊົນ​ຂອງ​ຕົນ​;
  5. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ກ່ຽວ​ກັບ​ວຽກ​ງານ​ສື່​ມວນ​ຊົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຕາມ​ການ​ມອບ​ໝາຍ;
  6. ພົວພັນ ​ແລະ ​ຮ່ວມ​ມື​ສາກົນ ດ້ານ​ສື່​ມວນ​ຊົນ ຕາມ​ກົດໝາຍ ​ແລະ ລະບຽບການ.

ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ​ມີ ໜ້າ​ທີ່​ຕົ້ນຕໍ ດັ່ງ​ນີ້:

  1. ກໍານົດ​ທິດ​ທາງ ຈຸດປະສົງ, ​ເປົ້າ​ໝາຍ​ຮັບ​ໃຊ້, ຂອບ​ເຂດ​ການ​ພິມ ​ແລະ ຈຳໜ່າຍ​ສື່​ສີ່ງພິມ ຫຼື ຄວາມ​ແຮງ​ຂອງ​ເຄື່ອງສົ່ງ, ຄື້ນຄວາມ​ຖີ່, ​ເວລາ​ຈາ​ຍ, ຂອບ​ເຂດ​ການ​ກະຈາຍ​ພາບ, ສຽງ​ແລະ​ພາສາ;
  2. ຈັດ​ຕັ້ງ​ກົງຈັກ​ຊ່ວຍ​ວຽກ, ສ້າງ​ບຸກຄະລາ​ກອນ ​ແລະ ຊື້​ນຳ, ຄຸ້ມ​ຄອງ, ກວດກາ​ການ​ປະຕິບັດ​ອຸດົມ​ການ, ຈຸດປະສົງ,ພາລະ​ບົດບາດ, ສິດ, ໜ້າ​ທີ່,ທິດ​ທາງ, ​ແຜນການ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ສື່​ມວນ​ຊົນ​ຂອງ​ຕນ;
  3. ສ້າງ​ເງື່ອນ​ໄຂ ​ແລະ ອຳນວຍ​ຄວາມ​ສະດວກ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ສື່​ມວນ​ຊົນ​ຂອງ​ຕົນ
  4. ຮັບຜິດ​ຊອບ​ຕໍ່ກົດ​ໝາຍ ຕາມ​ພາລະ​ບົດບາດ, ​ສິດ ​ແລະ ໜ້າ​ທີ່​ຂອງ​ຕົນ ​ໃນ​ວຽກງານ​ສື່​ມວນ​ຊົນ, ຮັບຜິດຊອບ​ແກ້​ໄຂ ການ​ຕຳ​ນິຕິ​ຊົມ,ກ່າວ​ຟ້ອງ​ຕໍ່​ອົງການ​ສື່​ມວນ​ຊົນ ​ແລະ ບຸກຄະລາ​ກອນ​ສື່​ມວນ​ຊົນ ທີ່ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຕົນ.

ມາດຕາ 24 ອົງການ​ສື່​ມວນ​ຊົນ

ອົງການ​ສື່​ມວນ​ຊົນ ​ແມ່ນ ​ການຈັດ​ຕັ້ງໜຶ່ງຂອງ​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ ທີ່​ເຄື່ອນ​ໄຫວ​ວຽກດ້ານ​ສື່​ມວນ​ຊົນ​ປະ​ເພດ​ໃດ​ໜຶ່ງ ຕາມ​ທີ່​ໄດ້​ກໍານົດ​​ໄວ້​ໃນ​ມາດຕາ 13 ຂອງ​ກົດໝາຍ​ສະບັບ​ນີ້.

ມາ​ດຕາ 25 (ປັບປຸງ) ສິດ ​ແລະ ໜ້າ​ທີ່​ຂອງ​ອົງການ​ສື່​ມວນ​ຊົນ

ອົງການ​ສື່​ມວນ​ຊົນ ມີ​ສິດຕົ້ນຕໍ ດັ່ງ​ນີ້:

  1. ​ເຜີຍ​ຂໍ້​ມູນ ຂ່າວສານ​ຢ່າງຖືກຕ້ອງ​ກັບ​ຄວາ​ມ​ເປັນ​ຈິງ ກ່ຽວ​ກັບ​ສະພາບ​ການ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ມີ​ປະ​​ໂຫ​ຍດຕໍ່​ຊາດ ​ແລະ ​ປະຊາຊົນ.
  2. ຕຳ​ນິຕິ​ຊົມ​ແບບ​ສ້າງສັນ​ຕໍ່​ການ​ກະທຳ​ທີ່​ເປັນ​ການລະ​ເມີດ​ກົດໝາຍ ​ແລະ ລະບຽບການ, ປາກົດການ​ຫຍໍ້​ທໍ໊​ໃນ​ສັງຄົມ ​ເຊັ່ນ ການ​ສໍ້​ລາດ​ບັງຫຼວງ, ຢາ​ເສບ​ຕິດ;
  3. ຕອບ​ໂຕ້​ທຸກ​ຖ້ອຍ​ທຳນອງ​ໂຄສະນາ​ໃສ່​ຮ້າຍ​ປ້າຍ​ສີ, ບິດ​ເບື້ອນຄວາມ​ຈີ ທີ່​ສ້າງ​ຄວາ​ມ​ເສື່ອ​ມ​ເສຍ​ໃຫ້​ແກ່​ຜົນ​ປະ​​ໂຫຍ​ດຂອງ​ຊາດ ​ແລະ ປະຊາຊົນ;
  4. ພັດທະນາ​ຕົນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ກ້າວໜ້າ ​ແລ​ະ ທັນ​ສະ​ໄໝ;
  5. ພິຈາລະນາ​ເນື້ອ​ໃນ, ຮູບ​ການ​ຂອງ​ຜະລິດ​ຕະພັນ​ສື່​ມວນ​ຊົນ​ຂອງ​ຕົນ;
  6. ສະ​ເໜີ, ປະກອບ​ຄຳ​ເຫັນ​ຕໍ່​ຂັ້ນ​ເທິງ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ​ຂອງ​ຕົນ;
  7. ​ໄດ້​ຮັບ​ການ​ປົກ​ປ​້ອງຈາກ​ກົດ​ມາຍ ​ໃນ​ກາ​ນ​ເຄື່ອນ​ໄຫວ​ວຽກງານ​ທີ່ຖືກຕ້ອງ​ຂອງ​ຕົນ;
  8. ສ້າງ​ບັນຍາກາດ,ຄວາມ​ເບີດ​ບານ​ມ່ວນ​ຊື່ນ ​ໃຫ້​ແກ່​ສັງຄົມ;
  9. ​ເຂົ້າຮ່ວມ​ກອງ​ປະຊຸມ​ກ່ຽວ​ກັບ​ວຽກງານ​ສື່​ມວນ​ຊົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຕາມ​ການ​ມອບ​ໝາຍ;
  10. ພົວພັນ ​ແລະ ຮ່ວມ​ມື​ກັບ​ສາກົນ ຕາມ​ການ​ເຫັນ​ດີ​ຂອງ​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ ​ແລະ ຕາມ​ກົດໝາຍ ​ແລະ ລະບຽບ​ການ​.

ອົງການ​ສື່​ມວນ​ຊົນ​ມີໜ້າ​ທີ່​ຕົ້ນຕໍ​ ດັ່ງ​ນີ້:

  1. ​ໂຄສະນາ, ​ເຜີຍ​ແຜ່, ປົກ​ປ້ອງ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາຍ ​ແລະ ລະບຽບການ,ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມື້ອງ,​ ​ເສດຖະກິດ ​ແລະ ​ສັງ​ຄົມ, ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ສາມັກຄີ​ເປັນ​ປຶກ​ແຜນ​ຂອງ​ວົງ​ຂະນະ​ຍາດ​ແຫ່ງ​ຊາດ;
  2. ຜະລິດ ​ແລະ ​ເຜີຍ​ແຜ່ ຂໍ້​ມູນ ຂ່າວສານ​ທາງ​ດ້ານ​ວິທະຍາສາດ ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ,​​ໃຫ້​ສາລະ​ຄວາມ​ຮູ້, ສາລະ​ບັນ​ເທີ​ງ, ສົ່ງ​ເສີມ​ການ​ສຶກສາ ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ປະຊາຊົນ, ​ເສີມ​ຂະຫຍາຍ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ອັນ​ດີ​ງານ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ, ສົ່ງ​ເສີມ​ບົດບາດ​ຍິງ-​ຊາຍ, ປົກ​ປ້ອງ​ສິດ ​ແລະ ​ຜົນ​ປະ ​ໂຫຍ​ດຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ;
  3. ​ເຜີຍ​ແຜ່​ວຽກດີ​ຄົນ​ເດັ່ນ ​ແລະ ​​ແນະນຳ​ຫາງ​ສຽງ​ສັງຄົມ;
  4. ຮັກສາ​ຄວາມຖືກຕ້ອງ​ຂອງ​ພາສາ​ລາວ ​ແລະ ພາສາ​ຊົນ​ເຜົ່າ​ຂອງ ສປປ ລາວ;
  5. ສົ່ງ​ເສີມ​ການ​ພົວພັນ,ການ​ຮ່ວມ​ມື, ຄວາມ​ເຂົ້າ​ໃຈ​ຊື່​ງກັນ ແລະ ກັນ ລະ​ຫວ່າງ​ປະ​ເທ​ດ​ເພື່ອນ​ມິດ ​ແລະ ປະຊາ​ຊາດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ຂອງ​ບັນດາ​ປະຊາ​ຊາດ ​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ;
  6. ດຳ​ເນີ​ດກິດຈະການ ການ​ພິມ ​ແລະ ຈຳ​ນ່າຍສື່​ສິ່ງ​ພີ​ມ, ການ​ກະຈາຍ​ພາບ, ສຽງ ​ແລະ ພາສາ ຕາມ​ທີ່​ກໍານົດ​ໄວ້​ໃນ​ໃບ​ອະນຸຍາດ​ສ້າງ​ຕັ້ງ;
  7. ຄຸ້ມ​ຄອງ​ກົງຈັກ​ຊ່ວຍ​ວຽກ, ສ້າງ​ບຸກຄະລາ​ກ​ອນ ​ແລະ ປະຕິບັດ​ພາລະ​ບົດ​ບາດ, ສິດ, ໜ້າ​ທີ່, , ທິດ​ທາງ, ​ແຜນການ​ເຄື່ອນ​ໄຫວ​ຂອງ​ຕົນ, ລາຍ​ງານ​ຜົນ​ການ​ເຄື່ອງ​ໄຫວ​ວຽກງານ​ໃຫ້​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ ​ແລະ ອົງການ​ຄຸ້ມຄອງ​ສື່​ມວນ​ຊົນ​ຢ່າງ​ເປັນ​ປົກກະຕິ;
  8. ຮັບປະກັນ​ການ​ປະຕິບັດ​ເສລີພາບ ດ້ານ​ສື່​ມວນ​ຊົນ​ຂອງ​ຜົນລະ​ເມື້ອງລາວ;
  9. ຮັບຜິດຊອບ​ຕໍ່​ກົດໝາຍ ​ແລະ ຕໍ່​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ ກ່ຽວກັບ​ການ​ເຄຶ່ອນ​ໄຫວ​ວຽກງານ​ຂອງ​ຕົນ.

ມາດຕາ 26 (ປັບປຸງ) ສະມາຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ

ສະ​ມາ​ຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ ​ແມ່ນ ອົງການ​ຈັດ​ຕັ້ງ​ການ​ເມື້​ອງ, ສັງຄົມ, ວິຊາ​ຊີບ ຂອງ​ຜູ້​ເຮັດ​ວຽກ​ງານ​ດ້ານ​ສື່​ມວນ​ຊົນ ຊື່​ງຖືກສ້າ​ງຕົ້ັ້ ​ແລະ ​ເຄື່ອງ​ໄຫວ​ຕາມ​ກົດໝາຍ, ມີ​ພາລະ​ບົດບາດ, ສຶກສາ​ອົບຮົມ, ​ເຕົ້າ​ໂຮມ​ຄວາມ​ສາມັກ​ຄີ ​ແລະ ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ສະມາ​ຊິກ​ຕົນ ​ແລະ ຜູ້​ເຮັດ​ວຽກ​ງານ​ດ້ານ​ສື່​ມວນ​ຊົນ​ອື່ນ, ​ເຂົ້າ​ຮ່ວມ​ໃນ​ການ​ປະຕິບັດ​ແນວທາງ ນະ​ໂຍບາຍ​ພັກ, ກົດໝາຍ ​ແລະ ລະບຽບການ​ຂອງ​ລັດ ​ແລະ ນະ​ໂຍບາຍ​ສື່​ມວນ​ຊົນ.

ມາດຕາ 27 (​ໃໝ່) ສິດ ​ແລະ​ ໜ້າທີ່​ຂອງ​ສະມາຄົມ​ນັກ​ຂ່າວ ​ແຫ່ງ ສປປ ລາວ

ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ມີ ສິດ ​ແລະ ໜ້າທີ່ ດັ່ງ​ນີ້:

  1. ​ເຂົ້າ​ຮ່ວມ​ສ້າງ, ປະຕິບັດ ​ແລະ​ ກວດກາ​ການ​ປະຕິບັດ​ແນວທາງ ນະ​ໂຍບາຍ ​ແລະ ​ກົດໝາຍ ກ່ຽວກັບ​ວຽກ​ງານ​ຖະ​ແຫຼງຂ່າວ ​ແລະ ສື່​ມວນ​ຊົນ;
  2. ກໍານົດ ​ແລະ ກວດກາ​ການ​ປະຕິບັດ​ຈັນ​ຍາ​ບັນ​ຂອງ​ນັກ​ຂ່າວ ​ແລະ ສົມທົບ​ກັບ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ, ​ເຜີຍ​ແຜ່ ​ແລະ ກວດກາ​ການ​ປະຕິບັດ​ກົດໝາຍ ​ແລະ ລະບຽບການ​ກ່ຽວກັບ​ສື່​ມວນ​ຊົນ;
  3. ສົມ​ທົບ​ກັບ​ອົງການຈັດ​ຕັ້ງ​ຂອງ ພັກ, ລັດ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ອົງການ​ສື່​ມວນ​ຊົນ​ເພື່ອ​ບຳລຸງ​ສ້າງ​ດ້ານ ການ​ເມື້ອງ​ແນວ​ຄິດ,ຄຸນສົມບັດ ​ແລະ ຄວາມ​ສາມາດ​ທາງ​ດ້ານ​ວິຊາ​ຊີບ ​ໃຫ້​ແກ່​ນັກ​ຂ່າວ ​ແລະ ບຸກຄະລາ​ກອນ​ສື່​ມວນ​ຊົນ;
  4. ສ້າງ​ລາຍ​ຮັບ​ດ້ວຍ​ການ​ເກັບ​ຄ່າ​ສະມາຊິກ, ການ​ຈັດ​ກິດຈະກໍາ ​ແລະ ການ​ໃຫ້​ບໍລິການ ກ່ຽວກັບ​ວຽກງານ​ສື່​ມວນ​ຊົນ;
  5. ປົກ​ປ້ອງ​ສິດ ​ແລະ ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ສະມາຊິກ​ຕົນ ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ສື່​ມວນ​ຊົນ;
  6. ປະຕິບັດ​ນະ​ໂຍບາຍ​ຍ້ອງຍໍ ດ້ວຍ​ຮູບ​ການ​ຕ່າງໆ​ໃຫ້​ແກ່​ນັກ​ຂ່າວ, ບຸກຂະ​ລາກ​ອນສື່​ມວນ​ຊົນ​ອື່ນ ທີ່​ມີ​ຜົນງານ​ດີ​ເດັ່ນ​ຕໍ່​ປະ​ເທດ​ຊາດ, ສັງຄົມ ​ຫຼື ​ສາກົນ;
  7. ພົວພັນ​ຮ່ວມ​ມື ກັບ​ສະມາຄົມ​ນັກ​ຂ່າວ​ຂອງ​ຕ່າງປະ​ເທດ ​​ໂດຍ​ສອດຄ່ອງກັບ​ກົດໝາຍ ​ແລະ ລະບຽບການ​ຂອງ ສປປ ລາວ;
  8. ນຳ​ໃຊ້​ສິດ ​ແລະ ​ແຕິ​ບັດ​ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ​້​ໃນ​ກົດໝາຍ ​ແລະ ລະບຽບການ.

ໝວດທີ 2
ບຸກຄະລາ​ກອນ​ຂອງ​ສື່​ມວນ​ຊົນ

ມາດຕາ 28 (​ໃໝ່) ບຸກຄະລາ​ກອນ

ບຸກຄະລາ​ກອນ​ສື່​ມວນ​ຊົນ ປະ​ກອບ​ດ້ວຍ ຫົວໜ້າ ​ແລະ ຮອງ​ຫົວໜ້າ ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ,ຫົວໜ້າ ​ແລະ ຮອງ​ຫົວໜ້າ ອົງການ​ສື່​ມວນ​ຊົນ, ນັກ​ຂ່າວ, ນັກວິຊາການ​ດ້ານ​ສື່​ມວນ​ຊົນ ​ແລະ ຜູ້​ຮ່ວມ​ງານ.

ມາດຕາ 29 (​ໃໝ່) ​ເງື່ອນ​ໄຂ ຫົວໜ້າ ​ແລະ ຮອງ​ຫົວໜ້າ ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ

ຫົວໜ້າ ​ແລະ ຮອງ​ຫົວໜ້າ ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ ມີ​ເງື່ອນ​ໄຂ ດັ່ງ​ນີ້:

  1. ມີ​ພູມລຳ​ເນົາ​ຖາວອນ​ຢູ່​ ສປປ ລາວ;
  2. ຖືສັນຊາດ​ລາວ ​ແລະ ​ມີ​ອາຍຸ ຊາວ​ສາມ​ປີ​ຂື້ນ​ໄປ;
  3. ມີ​ປະກາສະນີຍະບັດ​ໃນ​ສາ​ຂາ​ວີ​ຊາ​ສະ​ເພາະ​ໃດໜຶ່ງ ​ໃນ​ລະດັບ​ການ​ສຶກສາ​ຊັ້ນ​ສູງ​ຂື້ນ​ໄປ, ມີ​ປະສົບ​ການ​ດ້ານ​ສື່​ມວນ​ຊົນ, ມີ​ຄວາມ​ສາມາດ​ຊີ້​ນຳ, ຄຸ້ມ​ຄອງ ​ແລະ ກວດກາ​ອົງການ​ສື່​ມວນ​ຊົນ;
  4. ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຄຸນ​ທາດ​ການ​ເມື້ອງໜັກ​ແໜ້ນ ​ແລະ ມີ​ຈັນ​ຍາ​ບັນ​ຂ່າວ;
  5. ຮູ້​ພາສາ​ຕ່າງປະ​ເທດ​ໃດ​ໜຶ່ງ;
  6. ມີ​ສຸຂະພາບ​ດີ;
  7. ບໍ່​ເປັນ​ຫົວໜ້າ ​ແລະ ຮອງ​ຫົວໜ້າ ອົງການ​ສື່​ມວນ​ຊົນ ທີ່​ຂື້ນກັບ​ຕົນ ຫຼື ອົງການ​ສື່​ມວນ​ຊົນ​ອື່ນ;
  8. ມີ​ເງື່ອນ​ໄຂ​ອື່ນ ທີ່​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ​ເຫົນ​ວ່າ​ມີ​ຄວາມ​ຈຳ​ເປັນ.

ມາດຕາ 30 (ໃໝ່) ສິດ ​ແລະ ໜ້າທີ່​ຂອງ​ຫົວໜ້າ ​ແລະ ຮອງ​ຫົວໜ້າ​ເຈົ້າ​ຂອງ​ສື່​ມວນ​ຊົນ

ຫົວໜ້າ​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ ມີ ສິດ ​ແລະ ໜ້າ​ທີ່ ດັ່ງ​ນີ້:

  1. ຊີ້​ນຳ,ຄຸ້ມ​ຄອງ ​ແລະ ກວດກາ ການ​ເຄື່ອນ​ໄຫວ​ຂອງ​ອົງການ​ສື່​ມວນ​ຊົນ​ທີ່​ຂື້ນ​ກັບ​ຕົນ;
  2. ມີ​ຄວາມ​ຮັບຜິດຊອບ ຕໍ່​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ ​ແລະ ກະຊວງ​ທະ​ແຫຼງຂ່າວ,ວັດທະນະທຳ ​ແລະ ທ່ອງ​ທ່ຽວ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ສື່​ມວນ​ຊົນ​ທີ່​ຕົນ​ຮັບຜິດຊອບ;
  3. ມີ​ສິດ ​ແລະ ໜ້າ​ທີ່​ ໃນ​ການ​ແຕ່ງ​ຕັ້ງ, ຍົກຍ້າຍ ຫຼື ປົດ​ຕຳ​ແໜ່​ງ ຫົວໜ້າ​ ​ແລະ ຮ​ອງຫົວໜ້າ ອົງການ​ສື່​ມວນ​ຊົນ ​ໂດຍ​ປະສານ​ສົມທົບ​ກັບ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ ຫຼື ​ເປັນ​ຜູ້​ສະ​ເໜີ​ໃຫ້​ອົງການ​ທີ່​ມີ​ສິດ ພິຈາລະນາ​ຕາມ​ລະບຽບການ;
  4. ນຳ​ໃຊ້​ສິດ ​ແລະ ປະຕິບັດ​ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບການ.

ຮອງ​ຫົວໜ້າ​ອົງການ​ເຈົ້າ​ຂອງ​ສື່ມວນ​ຊົນ ມີ​ສິດ ​ແລະ ໜ້າ​ທີ່ ​ດັ່ງ​ນີ້:

  1. ຊ່ວຍ​ຫົວໜ້າ ​ໃນ​ວຽກ​ງານ​ໃດ​ໜຶ່ງ ​ແລະ ຮັກສາ​ການ​ແທນ​ໃນ​ເວ​ລາ​ຫົວໜ້າ​ບໍ່​ຢູ່ ຕາມ​ການ​ມອບ​ໝາ​ຍຂອ​ງຫົວໜ້າ;
  2. ນຳ​ໃຊ້​ສິດ ​ແລະ ປະຕິບັດໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບການ.

ມາດ​ຕາ 31 (ປັບປຸງ) ຫົວໜ້າ ​ແລະ ຮອງຫົວໜ້າ ອົງການ​ສື່​ມວນ​ຊົນ

ຫົວໜ້າ ​ແລະ​ ຮອງ​ຫົວໜ້າ ອົງການ​ສື່ສານ​ມວນ​ຊົນ​ໄດ້​ກໍານົດ​ຊື່​ເອີ້ນ​ຕຳ​ແໜ່​ງ ດັ່ງ​ນີ້:

  • ສື່ສິ່ງພີ​ມ​ເອີ້ນ​ວ່າ: ຫົວໜ້າ​ບັນນາທິການ​ໃຫຍ່ ​ແລະ ຮອງ​ຫົວໜ້າ​ບັນນາທິການ​ໃຫຍ່;
  • ສື່​ເອ​ເລັກ​ໂຕຣນິກ ລວມທັງ ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ເອີນ​ວ່າ: ຜູ້ອຳນວຍການ​ໃຫຍ່ ​ແລະ ຮອງ​ຜູ້ອຳນວຍການ​ໃຫຍ່.

ການ​ແຕ່ງ​ຕັ້ງ​ຸ ຍົກຍ້າຍ ຫຼື ປົດ​ຕຳ​ແໜ່​ງ ຫົວໜ້າ​ ​ແລະ​ ຮອງ​ຫົວໜ້າ ອົງການ​ສື່​ມວນ​ຊົນ​ ​ແມ່ນ ​ເຈົ້າ​ຂອງ​ອົງການ​ສື່​ມວນ​ຊົນ​ເປັນ​ຜູ້​ຕົກລົງ ​ໂດຍ​ປະສານ​ສົມທົບ​ກັບ​ການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ ຫຼື ​ເປັນ​ຜູ້​ສະ​ເໜີ​ໃຫ້​ອົງການ​ທີ່​ມີ​ສິດ​ພິຈາລະນາ ຕາມ​ລະບຽບ​ການ.

ມາດຕາ 32 (ປັບປຸງ) ​ເງື່ອນ​ໄຂ ຫົວໜ້າ ​ແລະ ຮອງ​ຫົວໜ້າ ອົງການ​ສື່​ມວນ​ຊົນ

ຫົວໜ້າ ​ແລະ ຮອງ​ຫົວໜ້າ ອົງການ​ສື່​ມວນ​ຊົນ ມີ​ເງື່ອນ​ໄຂ ດັ່ງ​ນີ້:

  1. ມີ​ພູມລຳ​ເນົາ​ຖາວອນ​ຢູ ສປປ ລາວ;
  2. ຖຶສັນຊາດ​ລາວ ​ແລະ ມີ​ອາຍຸ ຊາ​ວສາມ​ປີ​ຂື້ນ​ໄປ;
  3. ມີ​ປະກາສະນີຍະບັດ​ໃນ​ສາຂາ​ວິຊາ​ສະ​ເພາະ​ໃດ​ໜຶ່ງ ​ໃນ​ລະດັບ​ການ​ສຶກສາ​ຊັ້ນ​ສູງ​ຂື້ນ​ໄປ, ມີ​ປະສົບ​ການ​ດ້ານ​ສື່​ມວນ​ຊົນ, ມີ​ຄວາມ​ສາມາດ​ບໍລິຫານ​ຂອງ​ອົງການ​ສື່​ມວນ​ຊົນ;
  4. ມີ​ຄຸນສົມບັດ​ສິນ​ທຳ​ປະຕິບັດ, ຄຸນ​ທາດ​ການ​ເມື້ອງໜັກ​ແໜ້ນ ​ແລະ ມີ​ຈັນ​ຍາ​ບັນ​ນັກ​ຂ່າວ;
  5. ຮູ້​ພາສາ​ຕ່າງປະ​ເທດ​ໃດ​ໜຶ່ງ;
  6. ມີ​ສຸຂະພາບ​ດີ;
  7. ບໍ່​ເປັນ​ຫົວໜ້າ ຫຼື ຮອງຫົວໜ້າ​ອົງການ​ສື່​ມວນ​ຊົນອື່ນ;
  8. ມີ​ເງື່ອນ​ໄຂ​ອື່ນ ທີ່​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ.

ມາດຕາ 33 (ປັບປຸງ) ສິດ ​ແລະ ໜ​້າທີ່​ ຂອງ​ຫົວໜ້າ ​ແລະ ຮອງ​ຫົວໜ້າ​ອົງການ​ສື່ສານ​ມວນ​ຊົນ

ຫົວໜ້າ​ອົງການ​ສື່ສານ​ມວນ​ຊົນ ມີ ສິດ ​ແລະ ໜ້າ​ທີ່ ດັ່ງ​ນີ້:

  1. ຊີ້​ນຳ ​ແລະ ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ສື່​ມວນ​ຊົນ​ຂອງ​ຕົນ;
  2. ພິຈາລະນາ​ອະນຸຍາດ ​ແລະ ກວດກາ ການ​ລົງ​ຂ່າວ໌ບົດ ​ໃນ​ສື່ສິ່ງພິມ, ລາຍການ​ກະຈາຍສຽງ, ​ໂທລະພາບ, ​ເບ​ໄຊ ​ແລະ ສື່​ແບບ​ໃໜ່;
  3. ຄຸ້ມ​ຄອງ​, ບຳລຸງ​ສ້າງ​ບຸກຂະ​ລາກ​ອນ, ຄຸ້ມ​ຄອງ​ຊັບ​ສິນ ​ແລະ​ພື້ນຖານວັດຖຸ​ເຕັກນິກ​;
  4. ມີ​ຄວາມ​ຮັບຜິດຊອບ​ຕໍ່​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ ກ່ຽວ​ກັບ​ເນື້ອ​ໃນ ​ແລະ ການ​ເຄື່ອນ​ໄຫວ ​ຂອງ​ອົງການ​ສື່​ມວນ​ຊົນ​ທີ່​ຕົນ​ຮັບຜິດຊອບ;
  5. ນຳ​ໃຊ້​ສິດ​ ​ແລະ ປະຕິບັດ​ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດ​ໜາຍ​ລະບຽບ​ການ.

ຮອງ​ຫົວໜ້າ​ອົງການ​ສື່​ມວນ​ຊົນ ມີ ສິດ ​ແລະ ໜ້າ​ທີ່ ດັ່ງ​ນີ້:

  1. ຊ່ວຍ​ຫົວໜ້າ​ໃນ​ງານ​ວຽວ​ໃດ​ໜຶ່ງ ​ແລະ ຮັກ​ສາ​ການ​ແທນ​ໃນ​ເວລາ​ຫົວໜ້າ​ບໍ່​ຢູ່ ຕາມ​ການ​ມອບ​ໝາຍ​ຂອງ​ຫົວໜ້າ;
  2. ນຳ​ໃຊ້​ສິດ​ ​ແລະ ປະຕິ​ດບັດ​ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດ​ໜາຍ ​ແລະ ​ລະບຽບ​ການ.

ມາດຕາ 34 (ປັບປຸງ) ​ເງື່ອນ​ໄຂ​ນັກ​ຂ່າວ

ນັກ​ຂ່າວ​ມີ​ເງື່ອນ​ໄຂ ​ດັ່ງ​ນີ້:

  1. ມີ​ພູມລຳ​ເນົາ​ຖາວອນ​ຢູ່ ສປປ ລາວ;
  2. ຖຶສັນຊາດ​ລາວ ​ແລະ ມີ​ອາຍຸ​ແຕ່ ສິບ​ແປດ​ປີ ຂື້ນ​ໄປ;
  3. ມີ​ຈັນ​ຍາ​ບັນ​ຂອງ​ນັກ​ຂ່າ​ນຢ່າງ​ຄົບ​ຖ້ວນ;
  4. ມີ​ປະກາສະນີຍະບັດ​ໃນ​ສາຂາ​ວິຊາ​ສະ​ເພາະ​ໃດ​ໜຶ່ງ ​ໃນ​ລະດັບ​ການ​ສື​ກສາ​ຊັ້ນ​ກາງ​ຂື້ນ​ໄປ ຫຼື ມີ​ໃບ​ຢັ້ງ​ຢືນ, ມີ​ຄວາມ​ຮູ້, ມີ​ປະສົບ​ການ ​ແລະ ມີ​ພອນ​ສະຫວັນ​ດ້ານ​ສື່​ມວນ​ຊົນ;
  5. ຮູ້​ພາສາ​ຕ່າງປະ​ເທດ​ໃດ​ໜຶ່ງ;
  6. ມີ​ສຸຂະ​ພາບ​ດີ;

ມາດຕາ 35 (ປັບປຸງ) ສິດ ​ແລະ ໜ້າ​ທີ່ ຂອງ​ນັກ​ຂ່າວ

ນັກ​ຂ່າວ ​ມີ ​ສິດ​ຕົ້ນຕໍ ດັ່ງ​ນີ້:

  1. ​ໄດ້​ຮັບ​ບັດ​ນັກ​ຂ່າ​ນ, ສັງກັດ ​ແລະ ​ເຄື່ອນ​ໄຫວ​ຢູ່​ໃນ​ອົງການ​ສື່​ມວນ​ຊົນ​ໃດ​ໜຶ່ງ;
  2. ປະຕິບັດ​ວຽກ​ງານ​ດ້ານ​ການ​ຂ່າ​ນຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຕາມ​ການ​ມອບ​ໝາຍ;
  3. ພົວພັນ, ຮ່ວມ​ມື​ກັບ​ຜູ້​ຮ່ວມ​ງານ​ຢ່າງ​ເປັນ​ປົກກະຕິ, ຊອກ​ຮູ້, ​ເກັບ​ກໍາ​ ​ແລະ ຮັບ​ຂໍ໊ມູນ ຂ່າວສານ​ໃນ​ວຽກ​ງານ​ສື່​ມວນ​ຊົນ ຕາມ​ກົດໝາຍ ​ແລະ ລະບຽບ;
  4. ​ໃຊ້​ບັດ​ນັກ​ຂ່າວ ​ເພື່ອ​ສະ​ເໜີ​ຊອກ​ຮູ້, ຮັບ​ການ​ສະໜອງ ​ແລະ ນຳ​ໃຊ້​ຂໍ້​ມູນ ຂ່າວສານ​ຈາກ​ການຈັດ​ຕັ້ງ ​ແລະ ບຸກຄົນ ​ເພື່ອ​ວຽກງານ​ສື່​ມວນ​ຊົນ;
  5. ວິ​ເຄາະ, ວິ​ໄຈ, ຂຽນຂ່າວ,ບົດ, ຖ່າຍ​ທຳ​ຮູບ​ພາບ​ຕ່າງໆ, ສ້າງ​ຜະລິດ​ຕະພັນ​ສື່​ມວນ​ຊົນ​ທີ່​ສ້າງສັນ ​ແລະ ມີ​ຄຸນ​ປະ​ໂຫຍ​ດ, ​ໃສ່​ນາມ​ປາກກາ​ເປັນ​ຊື່​ຕົນ​ເອງ ຫຼື ​ແຝງ;
  6. ​ໄດ້​ຮັບ​ການ​ບຳລຸງ, ຍົກ​ລະດັບ​ດ້ານ​ການ​ເມື້ອງ, ວິຊາ​ສະ​ເພາະດ້ານ​ສື່​ມວນ​ຊົນ, ຮັບ​ນາມມະຍົດ​ເງີ​ນອຸດ​ໜູນ ຫຼື ນະ​ໂຍບາຍ​ອື່ນ;
  7. ​ໄດ້​ຮັບ​ບູລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ດ້ານ​ສື່​ມວນ​ຊົນ ຕາມ​ກົດໝາຍ ​ແລະ ລະບຽບການ;
  8. ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດ​ໜາຍ ​ໃນ​ການ​ເຄື່ອນ​ໄຫວ​ປະຕິບັດ​ໜ້າ​ທີ່​ວິຊາ​ສະ​ເພາະ​ຂອງ​ຕົນ​ທີ່ຖືກຕ້ອງ.

ນັກ​ຂ່າວ ມີ ໜ້າທີ່​ຕົ້ນຕໍ ດັ່ງ​ນີ້:

  1. ຊອກ​ຮູ້,​ເກັບ​ກໍາ​ຂໍ້​ມູນ ຂ່າວສານ ​ເພື່ອ​ຂຽນ​ເປັນ​ຂ່າວ,ບົດ ​ແລະ ລາຍການ, ​ໂຄສະນາ​ເຜີຍ​ແຜ່​ຜ່ານ​ສື່​ມວນ​ຊົນ;
  2. ຂຽນ ​ຂ່າວ, ບົດ ຢ່າງຖືກຕ້ອງ,ຊັດ​ເຈນ ກ່ຽວກັບ​ສະພາບ​ການ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໂດຍ​ສອດຄ່ອງ​ກັບ​ສິດຜົນປະ​ໂຫຍ​ດຂອງ​ຊາດ ​ແລະ ສ່ອງ​ແສງ​ເຖິງ​ຄວາມ​ມຸ່ງ​ມາດ​ປາ​ສະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ;
  3. ​ເຜີຍ​ແຜ່, ປົກ​ປ້ອງ​ແນວທາງ, ນະ​ໂຍບາຍ, ​ກົດໝາຍ ​ແລະ ລະບຽບການ; ຂຸດ​ຄົ້ນ, ສົ່ງ​ເສີມ​ປັດ​ໄຈ​ທີ່​ຕັ້ງໜ້າ, ຕໍ່ສູ້​ຕ້ານ​ບັນດາ​ແນວ​ຄິດ ​ແລະ ການ​ກະທຳ​ທີ່​ລະ​ເມີດ​ກົດໝາຍ ​ແລະ ລະບຽບ​ການ; ຕອບ​ໂຕ້​ຖ້ອຍ​ທຳນອງ​ບິດ​ເບີ້​ອນ ​ແລະ​ ​ໃສ່​ຮ້າຍ​ປ້າຍ​ສີ​ທີ່​ສ້າ​ງຄວາມ​ເສື່ອ​ມ​ເສຍ​ໃຫ້​ແກ່​ກຽດສັກ​ສີ, ຜົນ​ປະ​ໂຫຍ​ດຂອງ​ຊາດ​ແລະ​ປະຊາຊົນ;
  4. ຄົ້ນ​ຄ້ວາ, ຮ່ຳຮຽນ, ຝຶກ​ຝົນ​ຫຼໍ່ຫຼອມຕົນ​ເອງ ​ເພື່ອ​ຍົກ​ລະດັບ​ທາງ​ດ້ານ​ການ​ເມື້ອງ, ຄຸນສົມບັດ, ຈັນ​ຍາ​ບັນ, ວິຊາ​ສະ​ເພາະ, ພາສາ​ຕ່າງປະ​ເທດ ​ແລະ ອື່ນໆ;
  5. ​ແກ້​ຂ່າວ ​ແລະ ຂໍ​ໂທດ​ຜ່າ​ສື່​ມວນ​ຊົນ​ໃນ​ກໍລະນີ​ທີ່​ຂຽນ​ຂ່າ​ນຜິດພາດ ຫຼື ບໍ່ມີ​ມູນ​ຄວາມຈິງ;
  6. ຮັບ​ການ​ຕຳ​ນິຕິ​ຊົມ​ຈາກ​ສັງຄົມ, ຮັບຜິດຊອບ​ຕໍ່່ກົດໝາຍ ​ແລະ ຕໍ່ອົງການ​ສື່​ມວນ​ຊົນ ກ່ຽວກັບ​ເນື້ອ​ໃນ​ຂ່າວ, ບົດ ​ແລະ ການ​ກະທຳ​ທີ່​ບໍ່ຖືກຕ້ອງ​ຂອງ​ຕົນ.
  7. ປະຕິບັດ​ຈັນ​ຍາ​ບັນ​ນັກ​ຂ່າວ, ບໍ່​ສວຍ​​ໃຊ້ໜ້າ​ທີ່​ນັກ​ຂ່າວ ​ເພື່ອ​ສວຍ​ໂອກາດ ​ແລະ ລະ​ເມີດ​ກົດໝາຍ.

ມາດຕາ 36 ນັກວິຊາການ​ດ້າສື່​ມວນ​ຊົນ

ນັກວິຊາການ​ດ້ານ​ສື່​ມວນ​ຊົນ ​ແມ່ນ ບຸກຄະລາ​ກອນ​ທີ່​ປະຕິບັດ​ງານ​ໃນ​ອົງການ​ສື່​ມວນ​ຊົນ ຊື່​ງມີ​ນັກ​ປະພັນ, ນັກ​ກະວີ, ​ໂຄສົກ, ພິທີ​ກອນ, ຜູ້​ຈັດ​ລາຍການ,ຜູ້​ກໍາກັບ​ນັກສະ​ແດງ, ຜູ້​ອອກ​ແບບ​ການ​ພິມ, ນັກ​ແຕ້ມ, ນັກ​ປະດັບ​ປະດາ, ນາຍ​ຊ່າງ​ເຕັກນິກ ​ແລະ ນັກວິຊາການ​ອື່ນ​ທີ່​ຮັບ​ໃຊ້​ການ​ສ້າງ​ຜະລິດ​ຕະພັນ​ສື່​ມວນ​ຊົນ​ປະ​ເພດ​ຕ່າງໆ.

ສິດ ​ແລະ ໜ້າທີ່ ຂອງ​ນັກວິຊາການ​ດ້າສື່​ມວນ​ຊົນ ຂອງ​ແຕ່​ລະ​ອົງການ​ສື່​ມວນ​ຊົນ ​ໄດ້​ກໍານົດ​ໄວ້​ໃນ​ລະບຽບ​ການ​ຕາງ​ຫາກ.

ມາດຕາ 37 (ປັບປຸງ) ຜູ້​ຮ່ວມ​ງານ

ຜູ້​ຮ່ວມ​ງານ​ ​ແມ່ນ ຜູ້​ທີ່​ມີ​ອາຊີບ​ເປັນ​ນັກ​ຂ່າວ ​ແຕ່​ເປັນ​ຜູ້​ຂຽນ​ຂ່າວ, ບົດ, ຖ່າຍ​ພາບ, ຜະລິດ​ລາຍການ​ສະໜອງ​ໃຫ້​ອົງການ​ສື່​ມວນ​ຊົນ ​ໂດຍ​ໄດ້​ຮັບ​ຄ່າ​ແຮງ​ງານ ​ແລະ ນະ​ໂຍບາຍ​ອື່ນ ຈາກ​ອົງການ​ສື່​ມວນ​ຊົນ ຕາມ​ລະບຽບ​ການ.

ສິດ ​ແລະ ໜ້າ​ທີ່​ຂອງ​ຜູ້​ຮ່ວມ​ງານ ​ໄດ້​ກໍານົດ​ໄວ້​ໃນ​ລະບຽບການ​ຕາງ​ຫາກ.

ມາດຕາ 38 (​ໃໝ່) ບັດ​ນັກ​ຂ່າວ

ບັດ​ນັກ​ຂ່າວ ​ແມ່ນ ​ເອກ​ະສານ​ຢັ້ງ​ຢື້​ນການ​ເປັນ​ນັກ​ຂ່າວ ຊື່ງ​ລັດຖະມົນຕີ ກະຊວງ​ທະຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ ອອກ​​ໃຫ້ ​ແລະ ມີ​ອາຍຸ ຫ້າ​ປີ.

ບັດ​ນັກ​ຂ່າ​ວ ສາມາດ​ປະຕິບັດ​ໃນ​ກໍລະນີ ດັ່ງ​ນີ້:

  1. ​ເປົ້າ​ໝາຍ​ຮັບ​ບັດ​ນັກ​ຂ່າວ

​ເປົ້າ​ໝາຍ​ຮັບ​ບັດ​ນັກ​ຂ່າວ ​ແມ່ນ ບຸກຄະລາ​ກອນ​ສື່​ມວນ​ຊົນ ຕາມ​ທີ່​ໄດ້​ກໍານົດ​​ໄວ້​ໃນ​ມາດຕາ 28 ຂອງ​ກົດໝາຍ​ສະບັບ​ນີ້,ພະນັກງານ​ສະມາຄົມ​ນັກ​ຂ່າວ ​ແລະ ພະນັກງານ​ຄຸ້ມ​ຄອງ​ວຽກ​ງານ​ສື່​ມວນ​ຊົນ.

  1. ການ​ມອບ​ບັດ​ນັກ​ຂ່າວ ມີ​ກໍລະ ນີ​ດັ່ງ​ນີ້:
  • ບຸກຄະລາ​ກອນ​ສື່​ມວນ​ຊົນ, ພະນັກງານ​ສະມາຄົມ​ນັກ​ຂ່າວ ​ແລະ ພະນັກງານ​ຄຸ້ມ​ຄອງ​ວຽກງານ​ສື່​ມວນ​ຊົນ ທີ່​ມີ​ເງື່ອນ​ໄຂ, ມາດຕະຖານ​ຄົບ​ຖ້ວນ, ມີ​ການ​ເຄື່ອນ​ໄຫວ​ວຽກ​ງານ​ສື່​ມວນ​ຊົນ​ຢ່າງ​ໜ້ອຍ ສາມ​ປີ ​ແລະ ​ໄດ້​ຮັບ​ການສະ​ເໜີຈາກ​ອົງການ​ສື່​ມວນ​ຊົນ​ທີ່​ຕົນ​ສັງກັດ.
  • ຜູ້​ໄດ້​ຮັບ​ບັດ​ນັກ​ຂ່າວຖືກຍົກຍ້າຍ​ໄປ​ປະຈຳການ​ຢູ່​ອົງການ​ອື່ນ ທີ່​ຍັງ​ເປັນ​ເປົ້າ​ໝາຍ​ຖຶບັດ​ນັກ​ຂ່າວ​ນັ້ນ ຈະ​ຕ້ອງ​ສະ​ເໜີ​ຂໍ​ປ່ຽນ​ບັດນັກ​ຂ່າວ​ໃໝ່​ໃຫ້​ສອດຄ່ອງ​ກັບ​ການຈັດ​ຕັ້ງ​ໃໝ່;
  • ກໍລະນີ​ບັດ​ເສຍ, ຂາດ, ​ໃຊ້​ການ​ບໍ່​ໄດ້, ​ເຈົ້າ​ຂອງ​ບັດນັກ​ຂ່າວ ຕ້ອງ​ເຮັດ​ໃບ​ສະ​ເໜີ ພ້ອມ​ຕິດ​ຄັດ​ບັດ​ເກົ່າ ​ແລະ ​ໃບ​ຢັ້ງ​ຢື້​ນທີ່ຢູ່ ​ເພື່ອ​ຂໍ​ບັດ​ນັກ​ຂ່າວ​ໃໝ່ ​ໂດຍ​ຜ່ານ​ການ​ຢັ້ງຢື້​ນຂອງ​ຫົວໜ້າ​ອົງການ​ສື່​ມວນ​ຊົນ ຫຼື ການຈັດ​ຕັ້ງ ທີ່​ຕົນ​ສັງກັດ.
  • ຜູ້​ທີ່ຖືກຖອດ​ບັດ​ທາງ​ວິ​ໄນ ​ແຕ່​ໄດ້​ປັບປຸງ, ປ່ຽນ​ແປງ ຕົນ​ເອງ ​​​ເຄົາລົບ​ຈັນ​ຍາ​ບັນ, ກົດໝາຍ ​ແລະ ​ລະບຽບການ ​ແລະ ​ໄດ້​ຮັບ​ການສະ​ເໝີ​ຈາກ​ອົງການ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ.
  1. ການຖອນບັດນັກຂ່າວ ມີກໍລະນີ ດັ່ງນີ້:
  • ຖືກຍົກຍ້າຍ​ໄປ​ປະຈຳການ​ຢູ່​ອົງການ​ອື່ນ​ທີ່​ບໍ່ ​ແມ່ນ ກົດໝາຍ​ຖຶບັດ​ນັກ​ຂ່າວ ຫຼື ບໍ່​ໄດ້​ເຄື່ອນ​ໄຫວ​ວຽກ​ງານ​ສື່​ມວນ​ຊົນ;
  • ​ເຮັດ​ວຽກ​ໃນ​ອົງການ​ສື່​ມວນ​ຊົນ​ທີ່ຖືກຖອນ​ໃບ​ອະນຸຍາດ​ເຄຶ່ອນ​ໄຫວ​ສື່​ມວນ​ຊົນ;
  • ລະ​ເມີດ​ຈັນ​ຍາ​ບັນ​ນັກ​ຂ່າວ ຫຼືສວຍ​ໃຊ້​ບັດ​ໃນ​ທາງ​ຜິດ​ກົດໝາຍ;
  • ຖືກລົງ​ວິ​ໄນ​ຂັ້ນ​ໂຈະ​ວຽກ, ຖືກກ່າວ​ຟ້ອງ ຫຼື ຖືກສານ​ຕັດສິນ​ລົງ​ໂທດ;
  • ຢຸດ​ວຽກ;

ພາຍ​ໃນ​ເວລາ ສິບ​ຫ້າ​ວັນ ທີ່​ມີ​ຄຳ​ສັ່ງ​ຖອນ​ບັດ, ຫົວໜ້າ​ອົງການ​ສື່​ມວນ​ຊົນ ຕ້ອງ​ແຈ້ງ​ໃຫ້​ຜູ້​ຖຶບັດ​ນັກ​ຂ່າວ​ຊາບ​ເປັນ​ລາຍ​ລັກ​ອັກສອນ ​ເພື່ອ​ສົ່ງ​ບັດ​ໃຫ້​ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ.

ໝວດ​ທີ 3
ການ​ສ້າງ​ຕັ້ງອົງການ​ສື່​ມວນ​ຊົນ

ມາດຕາ 39 (ປັບປຸງ) ​ເງື່ອນ​ໄຂ​ການ​ສ້າງ​ຕັ້ງ​ອົງການ​ສື່​ມວນ​ຊົນ

ການ​ສ້າງ​ຕັ້ງ​ອົງການ​ສື່​ມວນ​ຊົນ ມີ​ເງື່ອນ​ໄຂ​ ດັ່ງ​ນີ້:

  1.  
  2.  
  3.  
  4.  
  5.  

ມາດຕາ 40 (​ໃໝ່) ການ​ພິຈາລະນາ​ອະນຸຍາດ​ການສະ​ເໜີ​ສ້າງ​ຕັ້ງ​ສື່​ມວນ​ຊົນ

ບຸກຄົນ, ນິຕິບຸກຄົນ​ ​ແລະ ການຈັດ​ຕັ້ງ ທີ່​ມີ​ຈຸດປະສົງ​ສ້າງ​ຕັ້ງ​ອົງການ​ສື່​ມວນ​ຊົນ ຕ້ອງ​ຢື່ນຄຳ​ຮ້ອງ ​ແລະ ບົດ​ວິພາກ ຕໍ່ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ​ທ່ອງ​ທ່ຽວ ​ເພື່ອ​ພິຈາລະນາ ​ແລະ ອະນຸຍາດ​ໃ້ຫ້​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ. ພາຍ​ໃນ​ກໍາ​ນົດ​ເວລາ ​ເກົ້າ​ສິບ​ວັນ ຫຼັງ​ຈາກ​ໄດ້​ຮັບ​ຄຳ​ຮ້ອງ ກະຊວງ​ທະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຕ້ອງ​ພິຈາລະນາ​ອອກ​ໃບ​ອະນຸຍາດ, ​ໃນ​ກໍລະນີ​ບໍ່ອະ​ນຸຍາດ ຕ້ອງ​ແຈ້ງ​ເຫດຜົນ​ເປັນ​ລາຍ​ລັກ​ອັກສອນ​ໃຫ້​ຜູ້​ຮ້ອງ​ຂໍ.

ພາຍຫຼັງ​ໄດ້​ຮັບ​ອະນຸຍາດ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ, ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ ຕ້ອງ​ສ້າງ​ຕັ້ງ​ອົງການ​ສື່​ມວນ​ຊົນ​ຂອງ​ຕົນ ​ແລ້ວ​ລາຍ​ງານ​ຕໍ່ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ພ້ວມທັງ​ແຈ້ງ​ຜ່ານ​ສື່​ມວນ​ຊົນ.

ມາດຕາ 41 (​ໃໝ່) ການ​ປ່ຽນ​ແປງ​ຂໍ໊ມູນ​ໃນ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວຽກ​ງານ​ສື່​ມວນ​ຊົນ

ອົງການ​ສື່​ມວນ​ຊົນ ທີ່​ມີ​ຈຸດປະສົງ​ເພີ່ມ​ເຕີມ ຫຼື ປ່ຽນ​ແປງ​ຂໍ້​ມູນ​ໃນ​ໃບ​ອະນຸຍາດ​ເຄື່ອງ​ໄຫວ​ວຽກ​ງານ​ສື່ສານ​ມວນ​ຊົນ​ຂອງ​ຕົນ ​ໃຫ້​ສະ​ເໜີ​ຕໍ່ກະຊວງ​ຖະ​ແຫຼ​ງຂ່າວ, ວັດ​ທະນະ​ທຳ​ ​ແລະ ທ່ອງ​ທ່ຽວ ​ເພື່ອ​ພິຈາລະນາ.

ກະຊວງ​ຖະ​ແຫຼງຂ່າ​ວ, ວັດທະນະທຳ​ ​ແລະ ທ່ອງ​ທ່ຽວ ​ແຈ້ງ​ຕອບ​ເປັນ​ລາຍ​ລັກ​ອັກ​ສອນ ພາຍ​ໃນ​ກໍານົດ​ເວລາ ສາມ​ສິບ​ວັນ ນັບ​ແຕ່​ວັນ​ໄດ້​ຮັບ​ຄຳ​ຮ້ອງ ​ເປັນ​ຕົ້ນ​ໄປ.

ມາດຕາ 42 (​ໃໝ່) ການ​ໂຈະ, ການ​ຖອນ ຫຼື ການ​ຍຸດ​ເຊົາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ສື່​ມວນ​ຊົນ

ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ສາມາດ​ໂຈະ​ການ​ເຄື່ອນ​ໄຫວ ຫຼື ຖອນ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວຽກ​ງານ​ສື່​ມວນ​ຊົນ ຖ້າວ່າ​ອົງການ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ ບໍ່​ເຄື່ອນ​ໄຫວ​ວຽກ​ງານ​ສື່​ມວນ​ຊົນ ຫຼື ​ເຄື່ອນ​ໄຫວ​ຕາມ​ຈຸດປະສົງ, ​ເນື້ອ​ໃນ ​ແລະ ຮູບ​ແບບ​ທີ່​ໄດ້​ອະນຸຍາດ ຫຼື ບໍ່ມີ​ຜະລິດ​ຕະພັນ​ສື່​ມວນ​ຊົນ​ອອກ​ສູ່​ສັງຄົມ​ພາຍ​​ໃນ​ກໍານົດ​ເວລາ ສາມ​ເດື້​ອນ ສຳລັບ​ສື່ສິ່ງພີ​ມ ​ແລະ ​ເວັບ​ໄຊ; ​ເກົ້າ​ເດື່ອ​ນ ສຳລັບ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ​ນັບ​ແຕ່​ວັນ ​ໄດ້​ຮັບ​ອະນຸຍາດ ​ເປັນ​ຕົ້ນ​ໄປ.

​ໃນ​ກໍລະນີ ທີ່​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ ມີ​ຈຸດ​ເປະສົງ​ຢຸດ​ເຊົາ ການ​ເຄື່ອນ​ໄຫວ​ວຽກ​ງານ​ສື່​ມວນ​ຊົນ​ຂອງ​ຕົນ ຕ້ອງ​ແຈ້ງ​ເປັນ​ລາຍ​ລັກ​ອັກສອນ​ຢ່າງ​ຊ້າ ສາມ​ສິບ​ວັນ ຕໍ່ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທຳ​ ​ແລະ ທ່ອງ​ທ່ຽວ ​ເພື່ອ​ຖອນ​ໃບ​ອະນຸຍາດ​ເຄື່ອນ​ໄຫ​ວວຽກ​ງານ​ສື່​ມວນ​ຊົນ ​ແລະ ອອກ​ແຈ້ງ​ການ​ສື່​ມວນ​ຊົນ.

ຖ້າ​ຫາກ​ມີ​ຈຸດປະສົງ​ຂໍອະນຸຍາດ​ຄືນ​ໃໝ່ ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ​ທີ່ຖືກຖອນ​ໃບ​ອະນຸຍາດ​ນັ້ນ ຕ້ອງ​ຢື່ນຄຳ​ຮ້ອງ​ຕໍ່ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ເພື່ອ​ພິຈາລະນາ.

ມາ​ຕາ 43 ການ​ສ້າງ​ຕັ້ງ​ສຳນັກງານ​ຜູ້​ຕ່າງ​ໜ້າ​ອົງການ​ສື່​ມວນ​ຊົນ

ລັດຖະບານ ​ເປັນ​ຜູ້​ອະນຸຍາດ​ການ​ສ້າງ​ຕັ້ງ​ສຳນັກງານ​ຜູ້​ຕາງ​ໜ້າອົງການ​ສື່​ມວນ​ຊົນ​ລາວ ປະຈຳ​ຢູ່​ຕ່າງປະ​ເທດ ​ແລະ ​ໃຫ້​ອົງການ​ສື່​ມວນ​ຊົນ​ຕ່າງປະ​ເທດ​ເຂົ້າ​ມາ​ປະຈຳ ຫຼື ສ້າງ​ຕັ້ງ​ສຳນັກງານ​ຜູ້ຕາງໜ້າຂອງ​ອົງການ​ສື່​ມວນ​ຊົນ​ຢູ່​ຕ່າງປະ​ເທດ​ຢູ່ ສປປ ລາວ. ນັກ​ຂ່າວ, ນັກວິຊາການ​ດ້ານ​ສື່​ມວນ​ຊົນ ​ແລະ ຄະນະ​ຮັບ​ຜິດ​ຊອບ​ອົງການ​ສື່​ມວນ​ຊົນຕ່າງປະ​ເທດ ທີ່​ມາ​ເຄື່ອນ​ໄຫວ​ຢູ່ ສປປ ລາວ ຕ້ອງ​ປະຕິບັດ​ຕາມ​ກົດໝາຍ ​ແລະ ລະບຽບ​ການ ຂອງ ສປປ ລາວ.

ສຳລັບ​ການ​ສ້າງ​ຕັ້ງ ​ແລະ ​ເຄື່ອນ​ໄຫວ ຂອງ​ຜູ້ຕາງໜ້າ​ຂອງ​ອົງການ​ສື່​ມວນ​ຊົນ​ຂອງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ກໍານົດ​ໄວ້​ໃນ​ລະບຽບການ​ຕາງ​ຫາກ.

ໝວດ​ທີ 4
ກິດຈະການ​ສື່​ມວນ​ຊົນ

ມາດຕາ 44 ກິດຈະກາ​ນສື່​ມວນ​ຊົນ

ກິດຈະການ​ສື່​ມວນ​ຊົນ ມີ ດັ່ງ​ນີ້:

  1. ການ​ຊອກ​ຮູ້,​ເກັບ​ກໍາ​ຊໍ້​ມູນ ຂ່າວສານ;
  2. ການ​ໄດ້​ຮັບ​ການ​ສະໜອງ​ຂໍ້​ມູນ ຂ່າວສານ​ຈາກ​ສັງຄົມ;
  3. ການ​ເຜີຍ​​ແຜ່​ບົດ, ຂ່າວ ​ແລະ ​ແຈ້ງ​ການ​ຕ່າງ;
  4. ການ​​ໃຫ້​ຕຳ​ຕອບ;
  5. ການ​ແກ້​ຂ່າວ;
  6. ການ​ບໍລິການ;
  7. ການບັນ​ເທິງ.

ມາດຕາ 45 ການ​ຊອກ​ຮູ​້, ​ເກັບ​ກໍາ​ຂໍ້​ມູນ ຂ່າວສານ

ສື່​ມວນ​ຊົນ ຕ້ອງ​ເຄື່ອນ​ໄຫ​ວຊ​ອກຮູ້, ​ເກັບ​ກໍາ​ຂໍ້​ມູນ ຂ່າວສານ​ຢ່າງ​ກ້ວາງ​ຂວາງ​, ຄົບ​ຖ້ວນ, ຊັດ​ເຈນ,ວ່ອງ​ໄວ ​ແລະ ທັນ​ການ ​ເພື່ອ​ຄົ້ນ​ຄ້ວາ, ​ແຕ່ງ​ເປັນ​ບົດ, ຂ່າວ, ລາຍການ ​ແລະ ​ແຈ້ງ​ການ​ຕ່າງໆ.

ມາດຕາ 46 (ປັບປຸງ) ການ​ໄດ້​ຮັບ​ການ​ສະໜອງ​ຂໍ້​ມູນ ຂ່າ​ວສານ​ຈາກ​ສັງຄົມ

ສື່​ມວນ​ຊົນ ມີ​ສິດ​ຮັບ​ຂໍ້​ມູນ ຂ່າວສານ​ຈາກ ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ​ເພື່ອ​ພິຈາລະນາ​ອອກ​ຂ່າວ​ຕາມ​ຄວາມ​ເໝາະ​ສົມ.

ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ຕ້ອງ​ປະກອບສ່ວນ​​ໃນ​ການ​ສະໜອງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ກົດໝາຍ ກ່ຽວ​ກັບ​ເນື້ອ​ໃນ​ຂໍ້​ມູນ ຂ່າ​ວສານ​ທີ່​ຕົນ​ໄດ້​ສະໜອງ​ໃຫ້​ສື່​ມວນ​ຊົນ ຜ່ານ​ສື່​ສັງຄົມ​ອອນ​ລາຍ, ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ, ການ​ສຳພາດ ​ແລະ ຮູບ​ແບບ​ອື່ນ. ອົງການ​ສື່​ມວນ​ຊົນ ຕ້ອງ​ໄດ້​ນຳ​ໃຊ້​ເນື້ອ​​ໃນ​ຂໍ້​ມູນ​ທີ່​ສະໜອງ​ໃຫ້​ນັ້ນ ຢ່າງຖືກຕ້ອງ ​ແລະ ຕ້ອງ​ແຈ້ງ​ແຫຼ​່ງ ​ແລະ ທີ່​ມາ​ຂອງ​ຂໍ້​ມູນ​ນັ້ນ.

​ໃນ​ກໍລະນີ​ທີ່​ໄດ້​ຮັບ​ຂໍ້​ມູນ ຂ່າວສານ ກ່ຽວ​ກັບ​ປານ​ກົດ​ການ​ຫຍໍ້​ທໍ້​​ໃນ​ສັງຄົມ, ການລະ​ເມີດ​ກົດໝາຍ ​ແລະ ລະບຽບ​ການ​ສື່​ມວນ​ຊົນ ກໍ່ສາມາ​ດ​ແຈ້ງ​ໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ທີ່​ກ່ຽວຂ້ອງ​ຊາບ ​ເພື່ອ​ພິຈາລະນາ.

ສຳລັບ​ຂ່າວ​ກ່ຽວ​ກັບ​ຄະດີ ທີ່​ພວມ​ສື່​ສວນ-ສອບ​ສວນ  ຫຼື ຄະ​ດີ​ທີ່​ຍັງ​ບໍ່ທັນ​ຕັດ​ສິນ​ນັ້ນ ອົງການ​ທີ່​ດຳ​ເນີນ​ຄະດີ ມີ​ສິດ​ສະຫງວນ​ຄວາມ​ລັບ​ກ່ຽວ​ກັບ ​ຂໍ້​ມູນ ຂ່າວສານ ຕໍ່​ສື່​ມວນ​ຊົນ, ​ແຕ່​ສື່​ມວນ​ຊົນ ກໍ​ມີ​ສິດ​ອອກ​ຂ່າວ​ຕາມ​ແຫຼ​ງຂ່າວ​ທີ່​ໜ້າ​ເຊື່ອຖຶ​ໄດ້ ​ແລະ ​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ສັງຄົມ ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ຕໍ່ໜ້າ​ກົດໝາຍ​ເວັ້ນ​ແຕ່​ມີ​ຄຳ​ສັ່ງ​ໂຈະ ຫຼື ຫ້າມ​ການ​ອອກ​ຂ່າວ​ຈາກ​ອົງການ​ທີ່​ກ່ຽວຂ້ອງ.

ສື່​ມວນ​ຊົນ ຈະ​ບໍ່​ເປີດ​ເຜີຍ ຊື່ ​ແລະ ຮູບ​ພາບ​ຂອງ​ຜູ້​ສະໜອງ ຂໍ້​ມູນ ຂ່າວສານ ຖ້າ​ເຫັນ​ວ່າ ມີ​ຜົນ​ເສຍ​ຫາຍ​ຕໍ່ຜູ້​ສະໜອງ ຂໍ້​ມູນ ຂ່າວສານ, ສະມາຊິກ​ຄອບຄົວ ​ແລະ ການຈັດ​ຕັ້ງ​ນັ້ນ ​ເວັ້ນ​ເສຍ​ແຕ່​ຈະ​ສະໜອງ​ໃຫ້​ຕາມ​ການສະ​ເໜີ ຂອງ​ອົງການ​ສືບສວນ-ສອບ​ສວນ ຫຼື​ອົງການ​ໄອ​ຍະ​ການ​ປະຊາຊົນ ຫຼື ສານ​ປະຊາຊົນ.

ມາດຕາ 47 ການ​ເຜີຍ​ແຜ່ ບົດ, ຂ່າວ, ລາຍການ ​ແລະ ​ແຈ​້ງການ

​ເມື່ອ​ສື່​ມວນ​ຊົນ​ໄດ້​ເກັບ​ກໍາ​ຂໍ້​ມູນ ຂ່າວສານ ຫຼື ຮັບ​ຂໍ້​ມູນ ຂ່າວສານ ຈາກ​ສັງຄົມ​ແລ້ວ ຕ້ອງ​ຄົ້າຄ້ວາ​ພິຈາລະນາ​ຢ່າງ​ຖີ່​ຖ້ວນ ຖ້າ​ເຫັນ​ວ່າ​ເປັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ສັງຄົມ ຈື່ງ​ແຕ່ງ​​ເປັນ​ບົດ, ຂ່າວ, ​ແຈ້ງ​ການ ​ແລະ ລາຍການ​ຕ່າງໆ ​ເພື່ອ​ເຜີຍ​ແຜ່​ໃຫ້​ສັງຄົມ​ຮັບ​ຮູ້​ຢ່າງ​ທົ່ວ​ເຖິງ ​ແລະ ທັນ​ເວລາ​ຜ່ານ​ພາຫະນະ​ຂອງ​ຕົນ.

ມາດຕາ 48 (ປັບປຸງ) ການ​ໃຫ້​ຄຳ​ຕອບ

ສື່​ມວນ​ຊົນ​ມີ​ສິດສະ​ເໜີ​​ໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ທີ່​ກ່ຽວຂ້ອງ​ຕອບ​ບັນຫາ​ທີ່​ຜົນ​ລະ​ເມືອງ​ລາວ ຫຼື ອົງການ​ຈັດ​ຕັ້ງ​ຕ່າງໆຂໍ້​ຄວາມ​ກະຈ່າງ​ແຈ້ງ, ​ເມື່ອ​ງບຸກຄົນ​, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ​ໄດ້​ຮັບ​ຄຳ​ສະ​ເໜີ​ດັ່ງກ່າວ ຕ້ອງ​ຕອບ​ພາຍ​​ໃນ ສິບ​ຫ້າ​ວັນ ພາຍຫຼັງ​ໄດ້​ຮັບ​ຄຳ​ສະ​ເໜີ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່ຄຳ​ຕອບ​ຂອງ​ຕົນ.

ຖ້າ​ຫາກ​ບໍ່​ໄດ້​ຮັບ​ຄຳ​ຕອບ​ຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ, ອົງການ​ສື່​ມວນ​ຊົນ ມີ​ສິດ​ສົ່ງ​ຄຳ​ເຫັນ, ຄວາມ​ຂັດຂ້ອງ​ຂອງ​ ບຸກຄົນ, ນິຕິບຸກຄົນ​​ ​ແລະ ການຈັດ​ຕັ້ງ ດັ່ງກ່າວ ​ເຖິງ​ການຈັດ​ຕັ້ງ​ຂັ້ນ​ເທິງ ທີ່​ມີ​ສິດ​ອຳນາດ​ແກ້​ໄຂ ຫຼື ນຳ​ບັນຫາ​ນັ້ນ ລົງ​ເຜີຍ​ແຜ່​ໃສ່​ສື່​ມວນ​ຊົນ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ​ຕ່າງໆ ມີ​ສິດສະ​ເໜີ​ໃຫ້​ສື່​ມວນ​ຊົນ​ຊື້​ແຈ​້ງ ກ່ຽວ​ກັບ​ຂ່າວ​ທີ່​ໄດ້​ເຜີຍ​ແຜ່​ອອກ​ໄປ ທີ່​ຍັງ​ບໍ່ຈະ​ແຈ້ງ​ນັ້ນ ​ແລະ ຕ້ອງ​ໃຫ້​ຄຳ​ຕອບ​ຢ່າງ​ວ່ອງ​ໄວ.

ອົງການ​ຈັດ​ຕັ້ງ ພັກ, ລັດ, ​ແນວ​ລາວ​ສ້າງ​ຊາດ, ມະຫາຊົນ ​ແລະ ສັງຄົມ ສາມາດ​​ແຕ່ງ​ຕັ້ງ​ພະນັກງານ​ປະຊາສຳພັນ ​ເພື່ອ​ປະຕິບັດ​ໜ້າ​ທີ່ ​ແຈ້ງ​ຂ່າ​ວ ​ແລະ ສະໜອງ​ຂໍ້​ມູນ ຂ່າວສານ ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ຂອງ​ຕົນ ​ໃຫ້​ສັງຄົມ​ໂດຍ​ຜ່ານ​ໜັງສື​ມວນ​ຊົນ ຕາມ​ສະພາບ​ການ​ຮຽກຮ້ອງ, ​ໃນ​ກໍລະນີ​ມີ​ໄພພິບັດ ຫຼື ວິ​ກິດ​ການ​ດ້ານ​ຕ່າງໆ ຕ້ອງ​ແຈ້ງ​ຂ່າວ​ຢ່າງ​ລຽນຕິດ ​ເພື່ອ​ນຳພາ​ຫາງ​ສຽງ​ສັງຄົມ.

ມາດຕາ 49 (ປັບປຸງ) ການ​ແກ້​ຂ່າວ

ບຸກຄົນ​, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ມີ​ສິດສະ​ເໜີ​ໃຫ້​ສື່​ມວນ​ຊົນ​ແກ້​ຂ່າວ ທີ່​ອອກບໍ່ຖືກຕ້ອງ ຕາມ​ຄວາມ​ຈິງ.

ອົງການ​ສື່​ມວນ​ຊົນທີ່ອອກຂ່າວບໍ່ຖືກຕ້ອງຕາ​ມຄວາມ​ຈິງ, ຂາດ​ຫຼັກ​ຖານ, ​ແຕະຕ້ອງ​ເຖິງ​ບົດບາດ, ກຽດສັກ​ສີ​ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ​ນັ້ນ ຕ້ອງ​ໄດ້​ແກ້​ຂ່າວ ​ແລະ ຂໍ​ໂທດ ຜ່ານ​ສື່​ມວນ​ຊົນ ຕາມ​ກົດໝາຍ ​ແລະ ລະບຽບການ.

​ໃນ​ກໍລະນີ​ທີ່​ອົງການ​ສື່​ມວນ​ຊົນ​ບໍ່​ແກ້​ຂ່າວ ຫຼື ​ໄດ້​ແກ້​ຂ່າວ​ບໍ່​ເໝາະ​ສົມ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ ມີ​ສິດສະ​ເໜີ​ບົດ​ຊີ້​ແຈງ​ຕໍ່ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ ຫຼື ຮ້ອງ​ຟ້ອງ​ຕໍ່ສານ​ປະຊາຊົນ ​ເມື່ອ​ເຫັນ​ວ່າ​ມີ​ຄວາມ​ເສຍ​ຫາຍ​ເກີດ​ຂື້ນ.

ອົງການ​ສື່​ມວນ​ຊົນ ຕ້ອງ​ເຜີຍ​ແຜ່​ບົດ​ຊີ້​ແຈ້ງ​ຂອງ ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ, ​ໃນ​ກໍລະ​ນີບໍ່​ເຫັນ​ດີ​ຕໍ່ບົດ​ຊີ້​ແຈງ​ດັ່ງກ່າວ​ອົງການ​ສື່​ມວນ​ຊົນ ມີ​ສິດສະ​ແດງ​ທັດສະນະ​ຂອງ​ຕົນ​ຜ່ານ​ສື່​ມວນ​ຊົນ. ອົງການ​ສື່​ມວນ​ຊົນ ຈະ​ບໍ່​ເຜີຍ​ແຜ່​ບົດ​ຊີ້​ແຈງ​ຂອງ ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ຫາກ​ເຫັນ​ວ່າ​ຂັດ​ກັບ​ກົດໝາຍ, ພ້ວມດຽວກັນ​ນັ້ນ ກໍ່​ແຈ້ງ​ຕອບ​ເຫດຜົນ​ໃຫ້​ຜູ້ກ່ຽວຂ້ອງ​ຊາບ​ເປັນ​ລາຍ​ລັກ​ອັກສອນ.

ມາດຕາ 50 (ປັບປຸງ)ການ​ບໍລິການ

ການ​ບໍລິການ​ຂອງ​ສື່​ມວນ​ຊົນ ​ແມ່ນ ການ​ທີ່​ສື່​ມວນ​ຊົນ​ໂຄ​ລະ​ນາ​ສິນຄ້າ ຫຼື ບໍລິການ​ທາງ​ສື່ສິ່ງພີ​ມ ​ແລະ ສື່​ເອ​ເລັກ​ໂຕ​ຣນິກຜ່າ​ຍລະບົບ​ສາຍ, ​ເຄື່ອງ​ສົ່ງ​ພາກ​ພື້ນ​ດິນ, ດາວ​ທຽມ ຫຼື ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ໃຫ້​ລູກ​ຄ້າ ​ໂດຍ​ເກັບ​ຄ່າ​ບໍລິການ.

ສື່​ມວນ​ຊົນ​ທຸກ​ປະ​ເພດ ສາມາດ​ໂຄສະນາ​ສິນຄ້າ ຫຼື ບໍລິການ​ປະ​ເພດ​ຕ່າງໆ ​ໃຫ້​ລູກ​ຄ້າ​ແຕ່​ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ.

​ເນື້ອ​ໃນ​ໂຄສະນາ​ສິນຄ້າ ຫຼື ການ​ບໍລິການ ຜ່ານ​ສື່​ມວນ​ຊົນ​ທຸກ​ປະ​ເພ​ດ ຕ້ອງ​​ໃຫ້ຖືກກັບ​ຄວາມ​ເປັນ​ຈິງ, ບໍ່​ເວົ້າ​ໂຍກ, ​ເວົ້າ​ເກີນ​ຄຸນ​ນະພາ​ບຂອງ​ສິນຄ້າ ຫຼື ຂອງ​ການ​ບໍລິການ​ນັ້ນ ​ແລະ ຕ້ອງ​ໄດ້​ຮັບ​ອະນຸຍາດ ​ເພື່ອ​ໂຄສະນາ ດຜີ​ຍ​ແຜ່ ຈາກ​ອົງການ​ຄຸ້ມ​ຄອງ​ວຽກ​ງານ​ທີ່​ກ່ຽວຂ້ອງ.

ການ​​ໂຄສະນາ​ສິນຄ້າ ຫຼື ບໍລິການ​ໃຫ້​ລູກ​ຄ້າ​ຜ່ານ​ສື່​ມວນ​ຊົນ ລວມທັງ​ການ​ເກັບ​ຄ່າ​​ບໍລິການນັ້ນ​ໄດ້​ກໍານົດ​ໄວ້​ໃນ​ລະບຽບການ​ຕ່າງຫາກ.

ມາດຕາ 51 ການບັນ​ເທິງ

ການບັນ​ເທິງ​ເປັນ​ວຽກ​ງານ​ໜຶ່ງຂອງ​ສື່​ມວນ​ຊົນ ​ເພື່ອ​ສ້າງ​ບັນຍາກາດ, ຄວາມ​ເບີກບານ​ມ່ວນ​ຊື່ ​ໃຫ້​ແກ່​ສັງຄົມ ທັງ​ເປັນ​ການ​ໂຄສະນາ, ສຶກສາ​ອົບຮົມ,​ ​ແນະນຳ, ປຸກລະດົມ​ຜົນລະ​ເມືອງ​ໃຫ້​ມີ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າການ​​ເຂົ້າ​ຮ່ວມ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ການບັນ​ເທິງ​ທີ່​ນຳ​ອອກ​ເຜີຍ​ແຜ່​ຜ່ານ​ສື່​ມວນ​ຊົນ​ນັ້ນ ປະກອບ​ດ້ວຍ ການສະ​ແດງ​ສິນ​ລະ​ປະ ວັນນະຄະດີ, ການ​ຮ້ອງ​ເພງ, ການ​ຂັບ, ການ​ລຳ, ການບັນ​​ເລງ​ສຽງ​ດົນຕີ, ການສະ​ແດງ​ລະຄອນ, ການ​ກິລາ-ກາຍຍະກໍາ, ວັນນະກໍາ ​ແລະ ອື່ນໆ ທີ່​ສອດຄ່ອງ​ກັບ​ແນວທາງ ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ ​ແລະ ລະບຽບ​ການ​ຂອງ​ລັດ, ຮີດຄອງ, ວັດທະນະທຳ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ, ຂອງ​ຊົນ​ເຜົ່າ ​ແລະ ສາມາດ​ເຊື່ອມ​ໂມງ​ກັບ ພາກ​ພື້ນ ​ແລະ ສາກົນ.

ໝວດ​ທີ 5
ການ​ເຄື່ອນ​ໄຫວ​ວຽກ​ງານ​ສື່​ມວນ​ຊົນ

ມາດຕາ 52 (​ໃໝ່) ຂໍ້​ມູນ​ຕົ້ນຕໍ​ຕ້ອງ​ບັນທຶກ​ໃນຜະລິດ​ຕະພັນ​ສື່​ມວນ​ຊົນ

ຂໍ້​ມູນ​ຕົ້ນຕໍ​ທີ່​ຕ້ອງ​ບັນທຶກ​ໃນ​ຜະລິດ​ຕະພັນສື່​ມວນ​ຊົນ​ ມີ ​ດັ່ງ​ນີ້:

  1. ຢູ່​ໜ້າ​ທຳ​ອິດ​ຂອງ​ສື່ສິ່ງພິມ ຕ້ອງ​ມີ​ຊື່​ຂອງ​​ຜະລິດຕະພັນໜັງສື​ພິມ, ຊື່​ອົງການ​ສື່​ມວນ​ຊົນ, ສື່​ອົງການ​ເຈົ້າ​ຂອງ​ສື່​ມວນ​ຊົນ ຂຍນ​ໃສ່​ກ້ອງ​ຊື່​ອົງການ​ສື່​ມວນ​ຊົນ, ໝາຍ​ເລກ​ສະບັບ​ສຳລັບ​ສື່ສິ່ງພິມ; ຢູ່​ດ້ານ​ລຸ່ມ​ຂອງ​ໜ້າ​ສຸດ ທ້າຍ​ຂອງ​ໜັງ​ສຶພິມ​ຕ້ອງ​ມີ ວັນ, ​ເດືອນ, ປີ ອອກ​ຈຳໜ່າຍ, ​ໄລຍະ​ການຈຳໜ່າຍ; ທີ່ຢູ່ ສຳນັກງານ, ​ໂຮງພິມ; ຂະ​ໜາດ, ຈຳນວນ​ຂອງ​ໜ້າ, ລາຄາ​ຂອງ​ສື່ສິ່ງພິມ;
  2. ສຳລັບ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ​ໄລຍະ​ທຳ​ອິດ ​ໃຫ້​ສະ​ເໝີ ຊື່​ອົງການ​ສື່​ມວນ​ຊົນ, ຊື່​ລາຍການ​ດ້ວຍ ພາບ, ສຽງ ​ແລະ ດົນຕີ​ປະກອບ; ​ໄລຍະ​ກາງ ຕ້​ອງມີ​ການ​ໝາຍຂອງ​ສະຖາ​ນີ, ການ​ໝາຍ​ຂອງ​ລາຍການ​ສະ​ເພາະ​ໂທລະພາບ; ​ໄລຍະ​ທ້າຍ​ຂອງ​ລາຍການ ​ໃຫ້​ແຈ້ງ​ລາຍ​ຊື່​ຄະນະ​ຮັບຜິດຊອບ​ການ​ຜະລິດ ​ແລະ ຜູ້​ຮ່ວມ​ງານ, ​ໃຫ້​ແຈ້ງ​ທີ່​ຕັ້ງ​ສຳນັກງານ ​ແລະ ສູນ​ຜະລິດ,ໝາຍ​ເລກ​ໂທລະສັບ, ​ໂທລະ​ສານ, ອີ​ເມ​ວ, ລະຫັດ​ຊື່​ທາງ​ອິນ​ເຕີ​ເນັດ ​ແລະ ອື່ນ;
  3. ຢູ່​ໜ້າ​ທຳ​ອິດ​ຂອງ​ສື່​ແບບ​ໃໝ່ ຕ້ອງ​ມີ​ເລກ​ທີ່​ໃບ​ອະນຸຍາດ, ວັນ, ​ເດື້​ອນ, ປີ ອອກ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ, ທີ່​ຢູ່​ຂອງ​ສຳນັກງານ, ໝາຍ​ເລກ​ໂທລະສັບ, ​ໂທລະ​ສານ, ອີ​ເມ​ວ, ຊື່ ​ແລະ ນາມສະກຸນ​ຂອງ​ຫົວໜ້າ​ອົງການ​ສື່​ມວນ​ຊົນ, ລະຫັດ​ຊື່​ທາງ​ອິນ​ເຕີ​ເນັ​ດ ຫຼື ​ເວັບ​ໄຊ​.

ມາດ​ຕາ 53 (ປັບປຸງ) ການ​ພີ​ມ ​ແລະ ຈຳໜ່າຍສື່ສິ່ງພິ​ມ

ການ​ພິມ​ສື່ສິ່ງພິມ​ລາວ ​ແມ່ນ ​ໃຫ້​ພິມ​ຢູ່ ສປປ ລາວ ​ເປັນ​ຕົ້ນຕໍ, ສື່ສິ່ງພີ​ມ​ໃດ​ທີ່​ຈະ​ສົ່ງ​ໄປ​ພີ​ມ ຫຼື ຈຳໜ່າຍ​ຢູ່​ຕ່າງປະ​ເທດ ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ.

ອົງການ​ສື່​ມວນ​ຊົນ ​ເປັນ​ຜູ້​ຈັດ​ຕັ້ງ​ການຈຳໜ່າຍ​ສື່ສິ່ງພີ​ມຂອງ​ຕົນ ຫຼື ມອບ​ສິດ​ໃຫ້​ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ​ໃດ​ໜຶ່ງຮັບຜິດຊອບ​ການ​ບໍລິການ​ຈຳໜ່າຍ​ແທນ​ກໍ່​ໄດ້ ​ແຕ່​ຕ້ອງ​ຮັບປະກັນ​ການຈຳໜ່າຍ​ໃຫ້​ເຖິງ​ເປົ້າ​ໝາຍ ​ແລະ ທັນຕາ​ມ​ເວລາ​ທີ່​ໄດ້​ກໍານົດ​ໄວ້.

ສື່ສິ່ງພີ​ມ ທີ່​ພີ​ມຈຳນວນຖືກຕ້ອງຕາ​ມກົດ​ໝາ​ຍ ສາມາດ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ. ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ມີ​ຈຸດປະສົງ​ນຳ​ເອົາ​ສື່ສິ່ງພີ​ມຕ່າງ​ປະ​ເທດ​ເຂົ້າ​ມາ​ພີ​ມ, ຈຳໜ່າຍ​ຢູ່ ສປປ ລາວ ຕ້ອງ​ຂໍອະນຸຍາດ​ຈາກ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ.

ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ທີ່​ນຳ​ເຂົ້າ-ສົ່ງ​ອອກ ສື່ສິ່ງພີ​ມ ຕ້ອງ​ກວດກາ​ເນື້ອ​ໃນ ກ່ອນ​ຈະ​ແຈກ​ຢາຍ ​ແລະ ຮັບຜິດຊອບ​ຕໍ່​ເນື້ອ​​ໃນ​ສື່ສິ່ງພີ​ມທີ່​ຕົນ​ນຳ​ເຂົ້າ.

ຜູ້​ຈຳໜ່າຍ​ສື່ສິ່ງພີ​ມທີ່ຖືກຫ້າມ​ຈຳໜ່າຍ ຕ້ອງ​ເກັບ​ຄືນ​ເພື່ອ​ທຳລາຍ ພ້ອມ​ທັງ​ຮັບຜິດຊອບ​ຄ່າ​ໃຊ້​ຈ່າຍ​ຕ່າງໆ.

ມາດຕາ 54 (ປັບປຸງ) ການ​ເພີ່ມ​ໜ້າ​ພີ​ມຂອງ​ສື່ສິ່ງພີ​ມ

ອົງການ​ສື່​ມວນ​ຊົນ ທີ່​ຕ້ອງການ​ພິມ ​ແລະ ຈຳໜ່າຍ​ສື່ສີ່​ງພິມ​ເພື່ມ, ​ເພີ່ມ​ຈຳນວນ​ໜ້າ, ພີ​ມສະບັບ​ສອດ​ໃນ ຫຼື ຊ້ອນ​ທ້າຍ, ພິມ​ເພື່ອ​ໃບ​ຂ່າວ​ພິ​ເສດ ສາ​ມາ​ດ​ເຮັດ​ໄດ້​ຕາມ​ສິດ ​ແລະ ໜ້າ​ທີ່​ຂອງ​ຕົນ ​ແຕ່​ຕ້ອງ​ທຳລາຍ​ງານ​ໃຫ້​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ ສິບ​ຫ້າ​ວັນ ກ່ອນ​ການຈັດ​ຕັ້ງ​ປະຕິບັດ.

ມາດຕາ 55 (ປັບປຸງ) ການ​ເພີ່ມ​ລາຍ​ການ​ວິທະ​ຍຸ​ກະຈາຍສຽງ​ ​ແລະ ​ໂທລະພາບ

ສະຖາ​ນີວິ​ຖະຍຸ​ກະຈາຍ​ສຽງ ​ແລະ ​ໂທລະພາບ ທີ່​ມີ​ຄວາມ​ຕ້ອງການ​ເພີ່ມ​ລາຍການ​ໃດ​ໜຶ່ງນັ້ນ ຕ້ອງ​ລາຍ​ງານ​ໃຫ້​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ ສາມ​ສິບ​ວັນ ກ່ອນ​ການຈັດ​ຕັ້ງ​ປະຕິບັດ.

ມາດຕາ 56 (ປປັບປຸງ) ລາຍການ​ກະຈາຍສຽງ ​ແລະ ພາບ

ລາຍການ​ກະຈາຍ ສຽງ ​ແລະ ພາບ ຂອງ​ສື່​ມວນ​ຊົນ​ລາວ ຕ້ອງ​ຜະລິດ ​ແລະ ອອກ​ອາກາດ​ຈາກ​ຕິນ​ແດດ ສປປ ລາວ, ​ໃນ​ກໍລະນີ​ມີ​ຈຸດປະສົງ​ກະຈາຍ​ລາຍການ​ເຫຼົ່າ​ນັ້ນ​ຢູ່​ຕ່າງປະ​ເທດ ຕ້​ອງ​ໄດ້​ຮັບ​ອະນຸ​ຍາດ​ຈາກອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ.

ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ທີ່​ມີ​ຈຸດປະສົງ​ເອົາ​ລາຍ​ງານ​ການ​ກະຈາຍສຽງ ​ແລະ ພາບ​ຂອງ​ຕ່າງປະ​ເທດ​ອອກ​ອາກາດ​ຢູ່ ສປປ ລາວ ຜ່ານ​ລະບົບ​ໂທລະພາບ​ໃຊ້​ສາຍ ​ແລະ ບໍ່​ໃຊ້​ສາຍ ຕ້ອງ​ໄດ້​ຮັບ​ອະ​ນຸຍາດ​ຈາກ​ລັດຖະບານ ​ແຫ່ງ ສປປ ລາວ.

ມາດຕາ 57 (​ໃໝ່) ການ​ບໍລິການ​ສົ່ງ​ສັນຍານ ​ແລະ ກະຈາຍ​ຄື້ນຄວາມ​ຖີ່

ການ​ບໍລິການ​ສົ່ງ​ສັນຍານ ​ແລະ ກະຈາຍ​ຄຶ້ນ​ຄວາມ​ຖີ່​ໃຫ້​ວິທະຍຸ​ກະຈາຍສຽງ, ​ໂທລະພາບຕ້ອງ​ຮັບປະກັນ​ຄຸນ​ນະພາ​ບດ້ານ​ເຕັກນິກ ​ໃຫ້​ຖືກ​ຕ້​ອງ, ຄົບ​ຖ້ວນ ​ໂດຍ​ການ​ອະນຸຍາດ​ຈາກ​ຂະ​ແໜງການ​ທີ່​ກ່ຽວຂ້ອງ.

ການ​ບໍລິການ​ສົ່ງ​ສັນຍານ ​ແລະ ກະຈາຍ​ຄື້ນຄວາມ​ຖີ່​ວິທະຍຸ​ກະຈາຍສຽງ, ​ໂທລະພາບ ຊຶ່ງ​ຮັບ​ໃຊ້ໜ້າທີ່​ການ​ເມືອງ​ຂອງ​ຊາດ ​ແລະ ຂອງ​ທ້ອງ​ຖິ່ນ​ນັ້ນ ຕ້ອງ​ໃຫ້​ຄົບ​ຖ້ວນ, ຮັບປະກັນ​ເວລາ ​ແລະ ກວມ​ເອົາ​ເຂດ​ເປົ້າໝາຍ​ເຊັ່ນ ​ເຂດ​ຊົນ​ເຜົາ, ທຸກ​ຍາກ, ຫ່າງ​ໄກ​ສອກຫຼີກ, ພູດ​ອຍ ​ແລະ ​ເຂດ​ຊາຍ​ແດນ.

ມາດຕາ 58 (​ໃໝ່) ການ​ປ້ອງ​ກັນ​ເນື້ອ​ໃນ​ລາຍການ ວິທະຍຸ​ກະຈາຍສຽງ, ​ໂທລະພາບ​, ​ໂທລະ​ໂຄ່ງ ​ແລະ ​ເວ​ັບ​ໄຊ

ວິທະຍຸ​ກະຈາຍສຽງ, ​ໂທລະພາບ, ​ໂທລະ​ໂຄ່ງ ​ແລະ ​ເວັບ​ໄຊ ມີ​ສິດ​ນໍາ​ໃຊ້​ມາດ​ຕະການ​ດ້ານ​ເຕັກ​ໂນ​ໂລ​ຊີ​ເພື່ອ​ປ້ອງ​ກັນ​ເນື້ອ​ໃນ​ລາຍການ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ, ​ໂທລະ​ໂຄ່ງ ​ແລະ ​ເນື້ອ​ໃນ​ເວັບ​ໄຊ​ຂອງ​ຕົນ.

ມາດຕາ 59 (ປັບປຸງ) ການ​ສ້າງ ​ແລະ ການ​ນໍາ​ໃຊ້​ສື່​ຜ່ານ​ອິນ​ເຕີ​ເນັດ

ບຸກຄົນ​, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ທີ່​ມີ​ຈຸດປະສົງ​ສ້າງ​ເວັບ​ໄຊ​ຂອງ​ຕົນ ຕ້ອງ​ປະຕິບັດ​ຕາມ​ກົດໝາຍ ​ແລະ ລະບຽບການ​ທີ່​ກ່ຽວຂ້ອງ. ຂໍ້​ມູນ​ຂ່າວສານ​ທີ່​ລົງ​ໃນ​ເວັບ​ໄຊ ຕ້ອງ​ໃຫ້​ຖືກຕ້ອງ​ຕາມ​ຕົ້ນ​ສະບັບ, ​ແຈ້ງ​ແຫຼ່ງຂ່າວ, ບົ່ງ​ຊື່​ຂອງ​ຜູ້​ຂຽນ, ຊື່​ຂອງ​ອົງການ​ສື່​ມວນ​ຊົນ, ​ເວລາ​ລົງ​ຂໍ້​ມູນ ​ແລະ ​ເວລາ​ສົ່ງ​ຂໍ້​ມູນ ຂ່າວສານ​ດັ່ງ​ກ່າວ.

ການ​ນໍາ​ໃຊ້, ການ​ບໍລິການ​ສື່​ຜ່ານ​ອິນ​ເຕີ​ເນັດ ຕ້ອງ​ໄດ້​ປະສານ​ສົມ​ທົບ ​ແລ​ະ ​ໄດ້​ຮັບ​ອະນຸຍາດ​ຈາກ​ອົງການ​ທີ່​ກ່ຽວຂ້ອງ ພ້ອມ​ທັງ​ປະຕິບັດ​ຕາມ​ກົດໝາຍ ​ແລະ ລະບຽບຢ່າງ​ເຂັ້ມ​ງວດ.

​ເນື້ອ​ໃນຂອງ​ຂໍ້​ມູນ ຂ່າວສານທີ່​ເອົາ​ລົງ​ໃນ​ເຄື່ອຂ່າຍ​ອິນ​ເຕີ​ເນັດ ຕ້ອງ​ບໍ່​ລະ​ເມີດ​ຂໍ້​ຫ້າມ ຊຶ່ງ​ກໍານົດ​ໄວ້​ໃນ​ມາດຕາ 66 ຂອງ​ກົດໝາຍສະບັບ​ນີ້ ​ແລະ ບົດ​ບັນຍັດ​ຂອງ​ກົດໝາຍອື່ນ​ທີ່​ກ່ຽວຂ້ອງ ​ແລະ ສາມາດ​ຖື​ເປັນຫຼັກຖານ ​ແລະ ມີ​ຜົນ​ທາງ​ດ້ານ​ກົດໝາຍ.

ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ​ທີ່​ສ້າງ​ເວັບ​ໄຊ ຕ້ອງ​ມີ​ລະບົບ​ຄຸ້ມ​ຄອງ​ຂໍ້​ມູນ ຂ່າວສານ, ມີ​ຄວາມ​ຮັບຜິດຊອບ​ຕິດ​ຕາມ​ກວດກາ ​ແລະ ​ເປັນ​ເຈົ້າ​ການ​ລຶບ​ຂໍ້​ມູນ ຂ່າວສານ​ທີ່​ລະ​ເມີດ​ຂໍ້​ຫ້າມ​ກ

ມາດຕາ 60 (​ໃໝ່) ການ​ນໍາ​ໃຊ້​ສື່​ສັງຄົມ​ອອນ​ລາຍ​ຂອງ​ອົງການ​ສື່​ມວນ​ຊົນ

ການ​ນໍາ​ໃຊ້​ສື່​ສັງຄົມ​ອອນ​ລາຍ​ຂອງ​ອົງການ​ສື່​ມວນ​ຊົນ ​ໃຫ້​ປະຕິບັດ​ດັ່ງ​ນີ້:

  1. ​ເຄົາລົບ​ຈັນ​ຍາ​ບັນ​ນັກ​ຂ່າວ;
  2. ຕ້ອງ​ລົງທະບຽນສ່ວນ​ຕົວ​ບຸກຄະລາ​ກອນ​ສື່​ມວນ​ຊົນ ຫຼື ອົງການ​ສື່​ມວນ​ຊົນ​ນໍາ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ລະບຽບການ;
  3. ມີ​ກາໝາຍສັນຍາ​ລັກ​ຂອງ​ເວັບ​ໄຊ ຫຼື ໜ້າ​ເວັບ;
  4. ​ເຄົາລົບ ​ແລະ ຮັບ​ຮູ້​ຂໍ້​ມູຸນ ຂ່າວສານ​ທີ່​ຜະລິດ​ໂດຍ​ບຸກຄົນ​ອື່ນ​ໃນ​ສື່​ສັງ​ຄົມ​ອອນ​ລາຍ, ຖ້າ​ຕ້ອງກນນໍາ​ໃຊ້ ຂໍ້ຄວາມ, ຮູບ​ພາບ ​ແລະ ສຽງຕ່າງໆ ຕ້ອງ​ກວດ​ສອບ ​ແລະ ຂໍອະ​ນູຍາດ​ຈາກ​ຜູ້​ຜະ​ລີດ ​ແລະ ອ້າງ​ອີງ​ແຫຼ່ງທີ່​ມາ​ຂອງ​ຂໍ້​ມູນ ຂ່າວສານ;
  5. ຂໍອະນຸຍາດ ຈາກ​ຄະນະ​ຈັດ​ຕັ້ງ​ປະຊຸມ​ກ່ອນ​ເຜີຍ​ແຜ່​ຂໍ້​ມູນ ຂ່າວສານ​ຂອງ​ກອງປະຊຸມ​ນັ້ນ​;
  6. ຕ້ອງ​ຈໍາ​ແນ​ກ ຂ່າວ ​ແລະ ຄວາມ​ເຫັນ​ອອກ​ຈາກ​ກັນ​ໃຫ້​ຊັດ​ເຈນ;
  7. ຕ້ອງ​ດໍາ​ເນີນ​ການ​ແກ້ຄວາມ​ຜິດ​ໂດຍ​ທັນ​ທີ ​ແລະ ສະ​ແດງ​ຄໍາ​ຂໍ​ໂທດ ​ແລະ ​ໃຫ້​ຜູ້​ເສຍ​ຫາຍມີ​ໂອກາດ​ຊີ້​ແຈງ ຖ້າ​ມີ​ຄວາມ​ຜິດພາດ ດ້ານ​ການສະ​ເໜີຂໍ້​ມູນ ຂ່າວສານ ທີ່​ກໍ່​ໃຫ້​​ເກີດ​ຄວາມ​ເສຍ​ຫາຍ​ຕໍ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ;
  8. ສະ​ເໜີຂໍ້​ມູນ ຂ່າວສານ ທີ່​ບໍ່​ລະ​ເມີດ​ຂໍ້​ຫ້າມ​ຂອງ​ກົດໝາຍ ​ແລະ ລະບຽບການ​ຂອງ ສປປ ລາວ;
  9. ​ເຄົາລົບ​ສັນຍາ​ສາກົນ ​ແລະ ສົນທິສັນຍາ​ທີ່ ສປປ ລາວ ​ເປັນ​ພາຄີ.

ມາດຕາ 61 (ປັບປຸງ) ການ​ສໍາ​ເນົາ​ຜະລິດ​ຕະພັນ​ສື່​ມວນ​ຊົນ

ຜະລິດ​ຕະພັນ​ສື່​ມວນ​ຊົນ​ທຸກ​ປະ​ເພດ ​ໄດ້​ຮັບ​ການສະ​ຫງວນລິ​ຂະ​ສິດ, ສໍາ​ເນົາ ​ແລະ ​ເກັບ​ຮັກສາ​ໄວ້ ຢ່າງ​ນ້ອຍ ຊາວ​ຫ້າ​ປີ.

ຜະລິດ​ຕະພັນ​ສື່​ສິ່ງ​ພິມ ຈໍານວນ ຫ້າ ສະບັບ ​ໃຫ້​ມອບ​ແກ່​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ ​ແລະ ຫໍ​ສະມຸດ​ແຫ່ງ​ຊາດ. ສໍາລັບ​ຜະລິດ​ຕະພັນ​ສື່​ເອ​ເລັກ​ໂຕຣນິກນັ້ນ ຕ້ອງ​ມອບ​ສໍາ​ເນົາ​ຜະລິດ​ຕະພັນ​ທີ່​ເລືອກ​ເຟັ້ນຂອງ​ຕົນ ​ເປັນ​ຕົ້ນ ​ເຫດການ​ປະຫວັດສາດ​ສໍາຄັນ​ຂອງ​ຊາດ ​ເພື່ອ​ເກັບ​ຮັກສາ​ໄວ້​ໃນ​ສູນ​ສໍາ​ເນົາ​ຂອງ​ຕົນ ​ແລະ ມອບ​ໃຫ້​ສູນ​ສໍາ​ເນົາ​ຮູບ​ເງົາ ​ແລະ ວີ​ດີ​ໂອ​ແຫ່ງ​ຊາດ​ເກັບ​ຮັກສາ.

ຜະລິດ​ຕະພັນ​ສື່​ມວນ​ຊົນ ທຸກ​ຜະ​ເພດ​ຂອງ​ອົງການ​ສື່​ມວນ​ຊົນ ຂັ້ນ​ທ້ອງ​ຖິ່ນ ​ແມ່ນ ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ​ເປັນ​ຜູ້ ສໍາ​ເນົາ ​ແລະ ​ເກັບ​ຮັກສາ​ໃນ​ສູນ​ສໍາ​ເນົາ​ຂອງ​ຕົນ​ຢ່າງ​ເປັນ​ລະບົບ.

ມາດຕາ 62 (​ໃໝ່) ລິ​ຂະ​ສິດ​ໃນ​ສື່​ມວນ​ຊົນ

ສິດ​ໃນ​ລິ​ຂະ​ສິດ ກ່ຽວກັບ​ການ​ນໍາ​ໃຊ້, ການ​ພິມ ​ແລະ ການ​ເຜີຍ​ແຜ່​ຜະລິດ​ຕະພັນ​ສື່​ມວນ​ຊົນ ​ໃຫ້​ປະຕິບັດ​ຕາມ​ກົດໝາຍວ່າ​ດ້ວຍ​ ຊັບ​ສິນ​ທາງ​ປັນຍາ ​ແລະ ກົດໝາຍອື່ນ ທີ່​ກ່ຽວຂ້ອງ.

ມາດຕາ 63 (ປັບປຸງ) ການ​ຈັດ​ກອງ​ປະຊຸມ​ຖະ​ແຫຼງຂ່າວ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕ້ອງ ທີ່​ມີ​ຈຸດປະສົງ​ຈັດ​ກອງ​ປະຊຸມ​ຖະ​ແຫຼງຂ່າວ ​ເພື່ອ​ແຈ້ງ​ຂ່າວ, ອະທິບາຍ, ຕອບ​ຄໍາ​ຖາມ ກ່ຽວກັບ​ພາລະບົດບາດ, ສິດ, ໜ້າທີ່ ຫຼື ຜົນ​ປະ​ໂຫຍ​ດຂອງ​ຕົນ​ນັ້ນ ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ ພາຍຫຼັງທີ່​ໄດ້​ຮັບ​ຄໍາ​ເຫັນ​ດີ​ຈາກ​ອົງການ​ທີ່​ກ່ຽວຂ້ອງ.

ອົງການ​ສື່​ມວນ​ຊົນ​ຕ່າງປະ​ເທດ, ສໍ່​ານັກ​ງານການ​ທູດ​ຕ່າງປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຢູ່ ສປປ ລາວ ທີ່​ມີ​ຈຸດປະສົງ​ຈັດ​ກອງ​ປະຊຸມ​ຖະ​ແຫຼງຂ່າວ ການ​ປະຕິບັດ​ຕາມ​ກົດໝາຍ ​ແລະ ລະບຽບການ ກ່ຽວກັບ​ການ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ.

ມາດຕາ 64 (​ໃໝ່) ການ​ຮ່ວມ​ມື​ພາຍ​ໃນ

ອົງການ​ສື່​ມວນ​ຊົນ ສາມາດ​ຮ່ວມ​ມື​ກັບ ບຸກຄົນ, ນິຕິບຸກຄົນ, ການຈັດ​ຕັ້ງ ຫຼື ສື່​ມວນ​ຊົນ​ອື່ນ ​ເພື່ອ​ພັດທະນາ​ວຽກງານ​ສື່​ມວນ​ຊົນ ​ເປັນ​ຕົ້ນ ການ​ຄົ້ນ​ຄ້ວາ​ວິ​​ໄຈ​ວິທະຍາສາດ, ການ​ແລກປ່ຽນຜະລິດ​ຕະພັນ, ການ​ຜະລິດ ​ແລະ ການ​ລົງທຶນ​ຮ່ວມ​ກັນ​ທ ​ໂດຍ​ຜ່ານ​ການ​ຕົກລົງ​ຂອງ​ກະຊວງ​ຖະ​ແຫຼ່ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງທ່ຽວທີ່​ສອດ​ຄອງ​ກັບ​ກົດໝາຍ ​ແລະ ລະບຽບການ.

ມາ​ດຕາ 65 (​ໃໝ່) ການ​ເຄື່ອນ​ໄຫວ​ຂອງ​ສື່​ມວນ​ຊົນ​ຕ່າງປະ​ເທດ, ສໍານັກງານ​ການ​ທູດ​ຕ່າງປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ

ການ​ເຄື່ອ​ໄຫວ​ຂອງ​ສື່​ມວນ​ຊົນ​ຕ່າ​ງປະ​ເທດ, ສໍານັກງານ​ການ​ທູດ​ຕ່າງປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ທາງ​ດ້ານ​ສື່​ມວນ​ຊົນ ຢູ່ ສປປ ລາວ ​ໃຫ້​ປະ​ຕະບັດ​ຕາມ​ກົດໝາຍ ​ແລະ ລະບຽບການ​ທີ່​ກ່ຽວຂ້ອງ​ຂອງ ສປປ ລາວ.

ພາກ​ທີ V
ຂໍ້​ຫ້າມ

ມາດຕາ 66 (ປັບປຸງ) ຂໍ້​ຫ້າມ​ສໍາລັບ​ອົງການ​ສື່​ມວນ​ຊົນ

ຫ້າມ​ອົງການ​ສື່​ມວນ​ຊົນ ມີ​ພຶດຕິ​ກໍາ ດັ່ງ​ນີ້:

  1. ຍຸຍົງ​ສົ່ງ​ເສີມ​ການ​ກະທໍາ​ທີ່​ເປັນ​ການ​ສ້າງ​ຄວາມ​ເຊື່ອມ​ເສຍ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ຊາດ ​ແລະ ປະຊາຊົນ;
  2. ​ເປີດ​ເຜີຍ​ຄວາມ​ລັບ​ຂອງ​ຊາດ, ຄວາມ​ລັບ​ທາງ​ລັດຖະການ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ;
  3. ​ແບ່ງ​ແຍກ​ຄວາມ​ສາມັກຄີ, ສ້າງ​ຄວາມ​ອາ​ຄາດ​ບາດໝາງລະຫວ່າງ​ປະຊາຊົນ​ລາວ​ບັນດາ​ເຜົ່າ, ສາສະໜາ ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ຊາດ;
  4. ສົ່ງ​ເສີ່​ມການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ການ​ໂຄສະນາ​ຮັບ​ໃຊ້​ສົງ​ຄາມ​ຮຸກ​ຮານ​ທຸກ​ປະ​ເທດ;
  5. ອອກ​ຂ່າວ​ບິດ​ເບືອ​ນຄວາມ​ຈິງ, ​ແຕະຕ້ອງ​ເຖິງກຽດສັກ​ສີ​ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການ​ຈັກ​ຕັ້ງ;
  6. ​ໂຄສະນາ​ຍຸຍົງ​ສົ່ງ​ເສີ່​ມການ​ກໍ່​ອາ​ຊະ​ຍາ​ກໍາ ​ແລະ ອະບາຍ​ຍະ​ມຸກ ​ເຊັ່ນ ການ​ເສບສິ່ງ​ເສບ​ຕິດ, ການຫຼິ້ນການ​ພະນັນ, ການ​ເປັນ​ນັກ​ເລງ​ອັນ​ຕະພານ, ການ​ທໍາ​ສິ່ງ​ລາມົກ​ອານາ​ຈານ, ​​ແບບ​ແຜນ​ດໍາລົງ​ຊີວິດ​ເປື່ອຍ​ເຍື່ອຍ​ດ ລ້າຫຼັງ.
  7. ​ໂຄສະນາ, ​ເຜີຍ​ແຜ່​ສິ່ງ​ມຶນ​ເມົາ​ເກີນ​ຂອບ​ເຂດ, ການ​ເຊື່ອ​ຖື​ງົມງວຍ,​ ການ​ກະທໍາ​ທີ່​ຂັດ​ກັບ​ຮີດຄອງ​ປະ​ເພນີ​ວັດທະນະ​ທໍາ​ອັນ​ດີງາມ​ຂອງ​ຊາດ, ພາບ, ສຽງ ​ແລະ ການ​ກະທໍາ ທີ່​ກະທົບ​ຕໍ່​ຊີ​ວິດ ​ແມ່ ​ແລະ ​ເດັກ ​ແລະ ສິ່ງ​ຫຍໍ້​ທໍ້​ອື່ນໆ;
  8. ​ເຜີຍ​ແຜ່​ຂ່າວ, ບົດ ​ແລະ ລາຍການ ທີ່​ມີ​ຄໍາ​ສັ່ງ​ຫ້າມ ຫຼື ຖືກ​ຍຶດ​ໄວ້​ແລ້​ວ;
  9. ພິມ, ກະຈາຍ​ຂໍ້​ມູນ ຂ່າວສານ, ຜະລິດ​ຕະພັນ​ສື່​ມວນ​ຊົນ​ທຸກ​ປະ​ເພດ​ທີ່​ຖືກ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ຍຶດ ຫ້າມ​ເຜີຍ​ແຜ່;
  10. ຂົ່ມຂູ່, ລວງ​ລະ​ເມີດ​ແກ່​ສັກ​ສີ ຂອງ​ບັນນາທິການ, ນັກ​ຂ່າວ, ບຸກຄະລາ​ກອນ​ສື່​ມວນ​ຊົນ​, ທໍາລາຍ​ອຸປະກອນ​ສື່​ມວນ​ຊົນ​, ຂັດຂວາງ​ການ​ປະຕິບັດ​ວຽກງານ​ວິຊາ​ສະ​ເພາະ​ຂອງ​ນັກ​ຂ່າວ​ຕາມ​ກົດໝາຍ;
  11. ມີ​ພຶດຕິ​ກໍາ​ອື່ນ ທີ່​ເປັນ​ການລະ​ເມີດ​ກົດໝາຍ ​ແລະ ລະບຽບການ,

ມາດຕາ 67 (ປັບປຸງ) ຂໍ້​ຫ້າມ​ສໍາລັບ ບຸກຄະລາ​ກອນ​ສື່​ມວນ​ຊົນ

ຫ້າມ​ບຸກຄະລາ​ກອນ​ສື່​ມວນ​ຊົນ ມີ ພຶດຕິ​ກໍາ ດັ່ງ​ນີ້:

  1. ສວຍ​ໃຊ້​ຕໍາ​ແໜ່ງ, ໜ້າທີ່, ສິດ​ອໍານາດ ​ເພື່ອ​ຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຄອບຄົວ ຫຼື ຍາດຕິ​ພີ່ນ້ອງ;
  2. ປະຕິບັດ​ສິດ, ໜ້າທີ່​ສື່​ມວນ​ຊົນ​ເກີນ​ຂອບ​ເຂດ​ຂອງ​ຂໍ້​ຕົກລົງ ຫຼື ລະ​ເມີດ​ກົດໝາຍ ​ແລະ ລະບຽບການ​ຂອງ​ສື່​ມວນ​ຊົນ;
  3. ສ້າງ​ຂໍ້​ມູນ ຂ່າວສານ​ທຸກ​ປະ​ເພດ​ທີ່​ຂັດ​ກັບ​ຈັນ​ຍາ​ບັນ​ຂອງ​ນັກ​ຂ່າວ​ລາວ;
  4. ​ໃຊ້​ພາສາ​ຊອດ​ກະຈາ ​ແລະ ຄວາມ​ຫຍາບຊ້າ;
  5. ນຸ່ງ​ຖື ​ແລະ ​ແຕ່ງ​ກາຍ​ບໍ່​ສຸພາບ​ໃນ​ເວລາ​ອອກ​ອາກາດ​ທາງ​ໂທລະພາບ;
  6. ລະ​ເມີດ​ຂໍ້​ຫ້າມ​ສໍາລັບ​ອົງການ​ສື່​ມວນ​ຊົນ​ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ມາດຕາ 66 ຂອງ​ກົດໝາຍສະບັບ​ນີ້;
  7. ມີ​ພຶດຕິ​ກໍາ​ອື່ນ ທີ່​ເປັນ​ການລະ​ເມີດ​ກົດໝາຍ ​ແລະ ລະບຽບການ.

ມາດຕາ 68 (ປັບປຸງ) ຂໍ້​ຫ້າມ​ສໍາລັບ ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ​ອື່ນ

ຫ້າມ ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ​ອື່ນ ມີ​ພຶດຕິ​ກໍາ​ດັ່ງ​ນີ້:

  1. ຂັດຂວາງ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ຂ່າວ ​ແລະ ​ແຊກ​ແຊງ​ເນື້ອ​ໃນ​ຂອງ​ຂ່າວ, ບົດ ​ແລະ ລາຍການ​ທີ່​ຖືກຕ້ອງ ຕາມ​ກົດໝາຍ ​ແລະ ລະບຽບການ;
  2. ຂັດຂວາງການ​ຜະລິດ ​ແລະ ການ​ເຜີຍ​ແຜ່​ຜະລິດ​ຕະພັນ​ສື່​ມວນ​ຊົນ​ທຸກ​ປະ​ເພດ​ທີ່​ຖື​ກຕ້ອງຕາ​ມກົດໝາຍ ​ແລະ ລະບຽບການ;
  3. ຜະລິດ, ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ​ເຜີຍ​ແຜ່​ຜະລິດ​ຕະພັນ​ສື່​ມວນ​ຊົນ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ;
  4. ​ໃຫ້​ສິນ​ບົນ​ແກ່​ນັກ​ຂ່າວ ຫຼື ອົງການ​ສື່​ມວນ​ຊົນ​ເພື່ອ​ອອກ​ຂ່າວ, ບົດ ຕາມ​ຈິດ​ໃຈ​ຂອງ​ຕົນ;
  5. ​ໃຊ້​ຄວາມ​ຮຸນ​ແຮງ, ບັງຄັບ,​ໃສ່ຮ້າຍ​ປ້າຍ​ສີ, ໝິ່ນ​ປະ​ໝາດ, ຮ້າຍ​ດ່າ, ​ໃຊ້​ຄວາມ​ຫຍາບຊ້າ, ນາບ​ຂູ່ ຫຼື ທໍາຮ້າຍ​ບຸກຄະລາ​ກອນ​ສື່​ມວນ​ຊົນ, ຜູ້​ໃຫ້​ຂໍ້​ມູນ ຫຼື ບຸກຄົນ​ທີ່​ກ່ຽວຂ້ອງ​ກັບ​ການ​ໃຫ້​ຂ່າວ;
  6. ມີ​ພຶດຕິ​ກໍາ​ອື່ນ ທີ່​ເປັນ​ການລະ​ເມີດ​ກົດໝາຍ ​ແລະ ລະບຽບການ.

ພາກ​ທີ VI
ການ​ຄຸ້ມ​ຄອງ ​ແລະ ການ​ກວດກາ​ສື່​ມວນ​ຊົນ

ໝວດທີ 1
ການ​ຄຸ້ມ​ຄອງ

 

ມາດຕາ 69 (ປັບປຸງ) ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ

ລັດຖະບານ ຄຸ້ມ​ຄອງ​ສື່​ມວນ​ຊົນ​ຢ່າງ​ລວມສູນ ​ແລະ ​ເປັນ​ເອກ​ະພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ໂດຍມອບ​ໃຫ້​ກະຊວງ​ຖະ​ແຫຼງຂ່າວ, ວັດ​ຖະນະ​ທໍາ ​ແລະ ທ່ອງ​ທ່ຽວ ຮັບຜິດຊອບ​ໂດຍ​ກົງ ​ແລ​ະ ​ເປັນ​ເຈົ້າ​ການ​ປະສານ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງການ​ອື່ນ​ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ.

ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ ປະກອບ​ດ້ວຍ:

  1. ກະຊວງ​ຖະ​ແຫຼງຂ່າວ, ວັດ​ທະນະ​ທໍາ ​ແລະ ທ່ອງ​ທ່ຽວ;
  2. ພະ​ແນ​ກຖະ​ແຫຼງຂ່າວ, ວັດ​ທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ແຂວງ, ນະຄອນຫຼວງ;
  3. ຫ້ອງການ​ຖະ​ແຫຼ່ງຂ່າວ​, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ເມືອງ, ​ເທດສະບານ, ນະ​ຄອນ.

ມາດຕາ 70 (ປັບປຸງ) ສິດ ​ແລະ ໜ້າທີ່ ຂອງ​ກະຊວງ​ຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ

ໃນ​ການ​ຄຸ້ມ​ຄອງ​ສື່​ມວນ​ຊົນ ກະຊວງ​ຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ມີ ສິດ ​ແລະ ໜ້າທີ່​ດັ່ງ​ນີ້:

  1. ຄົ້ນ​ຄວ້າ ​ແລະ ສະ​ເໜີທາງ​ກົດໝາຍ, ນະ​ໂຍບາຍ​, ​ແຜນ​ຍຸດ​ທະ​ສາດ, ​ແຜນ​ງານ, ​ແຜນການ​ພັດທະນາວຽກງານ​ຖະ​ແຫຼງຂ່າວ ​ແລະ ຊື່​ມວນ​ຊົນ​ຕໍ່​ລັດຖະບານ ​ເພື່ອ​ພິຈາລະນາ, ຕົກລົງ ​ແລ້ວ​ຈັດ​ຕັ້ງ​ປະຕິບັດ;
  2. ​ໂຄສະນາ, ​ເຜີຍ​ແຜ່​ກົດໝາຍ ​ແລະ ລະບຽບການ​ກ່ຽວກັບ​ສື່​ມວນ​ຊົນ;
  3. ຈັດ​ຕັ້ງ, ຄຸ້ມ​ຄອງ ​ແລະ ຊີ້​ນໍາ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ສື່​ມວນ​ຊົນ​ໃນ​ຂອບ​​ເຂດ​ທົ່ວ​ປະ​ເທດ;
  4. ສ້າງ, ບໍາລຸງ, ຍົກ​ລະດັບ​ໃຫ້​ແກ່​ພະນັກງານ​ສື່​ມວນ​ຊົນ​ທາງ​ດ້ານ​ການ​ເມືອງ, ວິຊາ​ສະ​ເພາະ ​ແລະ ຈັນ​ຍາ​ບັນ;
  5. ຄົ້ນຄວ້າ, ກໍານົດ​ມາດຕະຖານ​ເຕັກ​ນິກ ​ແລະ ນໍາ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ, ທັນ​ສະ​ໄໝ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ;
  6. ຄົ້ນ​ຄ້ວາ, ພິຈາລະນາ, ອະນຸຍາດ​, ​ໂຈະ ​ແລະ ຖອນ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ​ທີ່​ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ;
  7. ອະນຸຍາດ ​ແລະ ຍົກ​​ເລີກ ການ​ຖ່າຍ​ທອດ​ສົດ, ການ​ນໍາ​ໃຊ້​ຊ່ອງ​ໂທລະພາບ, ການ​ນໍາ​ເຂົ້າ-ສົ່ງ​ອອກ ຜະລິດ​ຕະພັນ​ສື່​ມວນ​ຊົນ​ທຸກ​ຊະນິດ ຕາມ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ແລະ ຈັດສັນ​ຄື້ນຄວາມ​ຖີ່;
  8. ອະນຸຍາດ​ນໍາ​ເຂົ້າ, ສົ່ງ​ອອກ ​ແລະ ຄຸ້ມ​ຄອງ ອຸປະກອນ​ສື່​ເອ​ເລັກ​ໂຕຣ​ນິກ;
  9. ຄຸ້ມ​ຄອງ​ສື່​ສິ່ງ​ພິມ, ສື່​ເອ​ເລັກ​ໂຕຣນິກ ​ແລະ ການ​ສໍາ​ເນົາ​ຜະລິດ​ຕະພັນ​ສື່​ມວນຊົນ​ໃນ​ຂອບ​ເຂດ​ທີ່​ຕົນ​ຮັບຜິດຊອບ;
  10. ປະຕິບັດ​ນະ​ໂຍບາຍ​ ​ແລະ ມາດ​ຕະການ​ຕ່າງໆ ຕໍ​່ອົງການ​ສື່​ມວນ​ຊົນ ​ແລະ ບຸກຄະ​ລາກ​ອນຂອງ​ສື່​ມວນ​ຊົນ​ທີ່​ຕົນ​ຮັບຜິດຊອບ;
  11. ສະກັດ​ກັ້ນ, ​ແກ້​ໄຂ​ຄໍາ​ສະ​ເໜີ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສື່​ມວນ​ຊົນ​ທີ່​ຂັດ​ກັບ​ກົດໝາຍ ​ແລະ ລະບຽບການ ຕາມ​ພາລະ​ບົດບາດ​ຂອງ​ຕົນ;
  12. ປະສານ​ສົມທົບ​ກັບ​ຂະ​ແໜງການ​ອື່ນ​ທີ່​ກ່ຽວຂ້ອງ ​ແລະ ອົງການ​ປົກຄອງ ​ແຂວງ, ນະຄອນຫຼວງ ​ໃນ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ​ສື່​ມວນ​ຊົນ ລວມທັງ​ສື່​ມວນ​ຊົນ​ລາວ​ທີ່​ພົວພັນ​ກັບ​ຕ່າງປະ​ເທດ ​ແລະ ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ​ສື່​ມວນ​ຊົນ​ຕາງປະ​ເທດ​ຢູ່ ສປປ ລາວ.
  13. ຕິດຕາມ ​ແລະ ສັງ​ລວມຜົນ​ການ​ໂຄສະນາ, ຖະ​ແຫຼງຂ່າວ​ຂອງ​ສື່​ມວນ​ຊົນ​ໃນ​ແຕ່ລະ​ໄລຍະ, ສັງ​ລວມວິ​​ໄຈ​ຂ່າວ​ຂອງ​ສື່​ມວນ​ຊົນ​ຕ່າງປະ​ເທດ​ກ່ຽວກັບ ສປປ ລາວ ​ເພື່ອ​ເປັນ​ຂໍ້​ມູນ ​ແລະ ລາຍ​ງານ​ຕໍ່​ລັດຖະບານ​ຢ່າງ​ເປັນ​ປົກກະຕິ;
  14. ກວດກາ, ວິ​ເຄາະ ​ແລະ ຄົ້ນ​ຄ້ວາ​ຂໍ້​ມູນ ຂ່າວສານ ທີ່​ເຜີຍ​ແຜ່​ລົງ​ໃນ​ສື່​ແບບ​ໃໝ່, ຖະ​ແຫຼງຂ່າ​ວຢ່າງ​ເປັນ​ທາງ​ການ ​ເພື່ອ​ຊີ້​ແຈງ​ຂໍ້​ມູນ ຂ່າວສານ​ທີ່​ບໍ່​ຖືກຕ້ອງ ​ແລະ ປະສານ​ສົມທົບ​ກັບ​ຂະ​ແໜງການ​ທີ່​ກ່ຍວຂ້ອງ​ເພື່ອ​ແຈ້ງ​ຂໍ້​ມູນ ຂ່າວສານ​ທີ່​ມີ​ຄວາມ​ສ່ຽງຕໍ່​ຄວາມໝັ້ນຄົງ​ຂອງ​ຊາດ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຂອງ​ສັງຄົມ;
  15. ພົວພົນ ​ແລະ ຮ່ວມ​ມື​ກັບ​ສາກົນ​ທາງ​ດ້ານ​ສື່​ມວນ​ຊົນ​ຕາມ​ການ​ມອບໝາຍ;
  16. ນໍາ​ໃຊ້​ສິດ ​ແລະ ປະຕິບັດໜ້າທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບການ.

ມາດຕາ 71 (ປັງ​ປຸງ) ສິດ ​ແລະ ໜ້າທີ່​ຂອງ​ພະ​ແນ​ກ​ຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ແຂວງ,ນະຄອນຫຼວງ

​ໃນ​ການ​ຄຸ້ມ​ຄອງ​ສື່​ມວນ​ຊົນ ພະ​ແນ​ກຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ແຂວງ, ນະຄອນຫຼວງ ມີ​ສິດ ​ແລະ ໜ້າທີ່ ດັ່ງ​ນີ້:

  1. ຄົ້ນ​ຄວ້າ, ​ເຜີຍ​ແຜ່ ​ແລະ ຈັດ​ຕັ້ງ​ປະຕິບັດ ນະ​ໂຍບາຍ, ​ແຜນ​ງານ, ​ແຜນການ, ກົດໝາຍ ​ແລະ ລະບຽບການ, ຄໍາສັ່ງ,  ຄໍາ​ແນະ​ນໍາ, ​ແຈ້ງ​ການ​ກ່ຽວກັບ​ສື່​ມວນ​ຊົນ;
  2. ຄົ້ນຄ້ວາ ​ແລະ ຕົກລົງ​ທິດ​ທາງ, ​ແຜນການ​ໂຄສະ​ນາ​ໃຫ້​ແກ່​ສື່​ມວນ​ຊົນ​ຂອງ​ຕົນ​ໃນ​ແຕ່ລະ​ໄລ​ຍະ;
  3. ຄົ້ນຄ້ວາ ​ແລະ ສະ​ເໜີກະ​ຊວງ​ຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ພິຈາລະນາ ສ້າງ​ຕັ້ງ ​ແລະ ຖອນ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ​ທີ່​ຂຶ້ນ​ກັບ​ຕົນ ​ໂດຍ​ຜ່ານ​ອົງການ​ປົກຄ​ອງ ​ແຂວງ, ນະຄອນຫຼວງ;
  4. ຄຸ້ມ​ຄອງ ​ແລະ ຊີ້​ນໍາ​ການ​ເຄື່ອນ​ໄຫວ​ຂອງ​ສື່​ມວນ​ຊົນ​ທີ່​ຕົນ​ຮັບຜິດຊອບ;
  5. ຄົ້ນຄ້ວາ, ສະ​ເໜີ​ແຜນການ ສ້າງ ​ແລະ ຍົກ​ລະດັບ ບຸກຄະລາ​ກອນ​ສື່​ມວນ​ຊົນ​ທີ່​ຕົນ​ຮັບຜິດຊອບ ຕໍ່​ອົງການ​ປົກຄອງ ​ແຂວງ, ນະຄອນຫຼວງ ​ແລະ ຂະ​ແໜງການທີ່​ກ່ຽວຂ້ອງ;
  6. ຂຶ້ນ​ແຜນ​ຄຸ້ມ​ຄອງ,​ປັບປຸງ ​ແລະ ຂະຫຍາຍ​ວຽກງານ​ສື່​ມວນ​ຊົນ ​ເພື່ອ​ຮັບ​ໃຊ້ໜ້າທີ່​ການ​ເມືອງ ​ແລະ ການ​ບໍລິການ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ຢູ່​ພາຍ​ໃນ ​ແຂວງ, ນະຄອນຫຼວງ ​ໃຫ້​ວ່ອງ​ໄວ, ​ແຫຼມຄົມ ​ແລະ ມີ​ປະສິດ​ຜົນ;
  7. ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ເຄື່ອນ​ໄຫວ​ເກັບ​ກໍາ​ຂ່າວ​ຢູ່​ພາຍ​ໃນ ​ແຂວງ, ນະຄອນຫຼວງ ຕາມ​ກົດໝາຍ ​ແລະ ລະບຽບການ;
  8. ຄຸ້ມ​ຄອງ​ພາຫະນະ​ສື່​ມວນ​ຊົນ ​ແລະ ການ​ນໍາ​ເຂົ້າ-ສົ່ງ​ອອກ ອຸປະກອນ​ສື່​ເອ​ເລັກ​ໂຕຣນິກ ​ແລະ ຜະລິດ​ຕະພັນ​ສື່​ມວນ​ຊົນ​ທຸກ​ຊະນິດ ຕາມ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ແລະ ລະບຽບການ;
  9. ​ແນະນຳ, ປຸກລະດົມ, ຊຸກຍູ້, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ທີ່​ກ່ຽວຂ້ອງ​ເພື່ອ​ເກັບ​ກໍາ​ຂ່າວ ​ແລະ​ສະໜອງ​ຂ່າວ ​ໃຫ້​ແກ່​ສື່​ມວນ​ຊົນ;
  10. ​ແກ້​ໄຂ​ຄຳ​ສະ​ເໜີ, ປະຕິບັດ​ນະ​ໂຍບາຍ ​ແລະ ມາດ​ຕະການ​ຕ່າງໆ ຕໍ່ອົງການ​ສື່​ມວນ​ຊົນ ​ແລະ ບຸກຄະລາ​ກອນ​ຂອງ​ສື່​ມວນ​ຊົນ​ທີ່​ຕົນ​ຮັບຜິດຊອບ;
  11. ຕິ​ຕາມ, ສະ​ຫຼຸບ, ສັງ​ລວມສະ​ທິຕິ ​ແລະ ປະ​ເມີນ​ຜົນ​ວຽກງານ​ສື່​ມວນ​ຊົນ ​ແລ້ວ​ລາຍ​ງານ​ໃຫ້​ເຈົ້າ​ແຂວງ, ​ເຈົ້າ​ນະຄອນຫຼວງ ​ແລະ ກະຊວງ​ຖະ​ແຫຼ່ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ຢ່າງ​ເປັນ​ປົກກະຕິ;
  12. ຕິດຕາມ ກວດກາ, ວິ​ເຄາະ​ຂໍ້​ມູນ ຂ່າວສານ ທີ່​ເຜີຍ​ແຜ່​ລົງ​ໃນ​ສື່​ແບບ​ໃໝ່, ຖະ​ແຫຼງຂ່າວ​ຢ່າງ​ເປັນ​ທາງ​ການ​ເພື່ອ​ຊີ້​ແຈງ​ຂໍ້​ມູນ ຂ່າວສານ​ທີ່​ບໍ່​ຖືກຕ້ອງ ​ແລະ ມີ​ຜົນ​ກະທົບ​ຕໍ່​ແຂວງ, ນະຄອນຫຼວງ ​ແລະ ປະສານ​ສົມທົບ​ກັບ​   ຂະ​ແໜງການ​ທີ່​ກ່ຽວຂ້ອງ​ ​ເພື່ອ​ຊີ້​ແຈງ​ຂໍ້​ມູນ ຂ່າວສານ ທີ່​ມີ​ຄວາມ​ສ່ຽງຕໍ່​ຄວາມໝັ້ນຄົງ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຂອງ​ສັງຄົມ​ພາຍ​ໃນ ​ແຂ​ວງ, ນະຄອນຫຼວງ;
  13. ພົວພັນ​ຮ່ວມ​ມື​ດ້ານ​ສື່​ມວນ​ຊົນ​ກັບ​ຕ່າງປະ​ເທດ ຕາມ​ການ​ມອບໝາຍຂອງ​ອົງການ​ທີ່​ມີ​ສິດ​ອໍານາດ;
  14. ນໍາ​ໃຊ້​ສິດ ​ແລະ ປະຕິບັດໜ້າທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບການ;

ມາດຕາ 72 (ປັບປຸງ) ສິດ​ ​ແລະ ໜ້າທີ່​ຂອງ​ຫ້ອງການ​ຖະ​ແຫຼ່ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ເມືອງ, ​ເທດສະບານ, ນະຄອນ

​ໃນ​ການ​ຄຸ້ມ​ຄອງ​ສື່​ມວນ​ຊົນ ຫ້ອງການ​ຖະ​ແຫຼງຂ່າວ, ວັດ​ຖະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ເມືອງ, ​ເທດສະບານ, ນະຄອນ ມີ​ສິດ ​ແລະ ໜ້າທີ່ ດັ່ງ​ນີ້:

  1. ​ເຜີຍ​ແຜ່ ​ແລ​ະ ຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ແລະ ລະບຽບການ, ຄໍາ​ສັ່ງ, ຄໍາ​ແນະ​ນໍາ, ​ແຈ້ງ​ການ​ກ່ຽວກັບ​ສື່​ມວນ​ຊົນ​ຢູ່​ພາຍ​ໃນ​ຕົວ​ເມືອງ, ​ເທດສະບານ, ນະຄອນ​ຂອງ​ຕົນ;
  2. ​ແນະ​ນໍາ, ປຸກລະດົມ, ຊຸກຍູ້​ການຈັດ​ຕັ້ງ​ຮາກ​ຖານ​ຢູ່​ພາຍ​ໃນ​ຕົວ​ເມືອງ,  ​ເທດສະບານ, ນະຄອນ ຂອງ​ຕົນ ​ເພື່ອ​ເກັບ​ກໍາ​ຂ່າວ ​ແລະ ສະໜອງ​ໃຫ້​ແກ່​ສື່​ມວນ​ຊົນ;
  3. ຄົ້ນ​ຄ້ວາ ​ແລະ ສະ​ເໜີ ພະ​ແນ​ກຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ແຂວງ, ນະຄອນຫຼວງ ​ເພື່ອ​ຂໍອະນຸຍາດ ​ແລະ ຖອນ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ​ທີ່​ຂຶ້ນ​ກັບ​ຕົນ ກະຊວງ​ຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ;
  4. ຄຸ້ມ​ຄອງ​ພາຫະນະ​ສື່​ມວນ​ຊົນ​ທີ່​ເຄື່ອນ​ໄຫວ​ຢູ່ ​ເມືອງ, ​ເທດສະບານ, ນະຄອນ ຂອງ​ຕົນ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ລະບຽບການ​;
  5. ຄົ້ນ​ຄ້ວາ, ສະ​ເໜີ​ແຜນການ ສ້າງ​ ​ແລະ ຍົກ​ລະດັບ ບຸກຄະລາ​ກອນ​ສື່​ມວນ​ຊົນ​ທີ່​ຕົນ​ຮັບຜິດ​ຊອບ ຕໍ່​ອົງການ​ປົກຄອງ​ເມືອງ, ​ເທດສະບານ, ນະຄອນ ​ແລະ ຂະ​ແໜງການ​ທີ່​ກ່ຽວຂ້ອງ​;
  6. ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ເຄື່ອນ​ໄຫວ​ເກັບ​ກໍາ​ຂ່າວ​ຢູ່​ພາຍ​ໃນ​ເມືອງ, ​ເທດສະບານ, ນະຄອນ ຂອງ​ຕົນ;
  7. ຄຸ້ມ​ຄອງ​ພາຫະນະ​ສື່​ມວນ​ຊົນ ​ແລະ ການ​ນໍາ​ເຂົ້າ-​ສົ່ງ​ອອກ ອຸປະກອນ​ສື່​ເອ​ເລັກ​ໂຕຣນິກ ​ແລະ ຜະລິດ​ຕະພັນ​ສື່​ມວນ​ຊົນ​ທຸກ​ຊະນິດ ຕາມ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ແລະ ລະບຽບການ;
  8. ຕິດຕາມ, ສະຫຼຸບ, ສັງ​ລວມສະ​ຖິຕິ ​ແລະ ປະ​ເມີນ​ຜົນ​ວຽກງານ​ສື່​ມວນ​ຊົນ ​ແລ້ວ​ລາຍ​ງານ​ໃຫ້ ​ເຈົ້າ​ເມືອງ, ຫົວໜ້າ​ເທດສະບານ, ​ເຈົ້າ​ນະຄອນ ​ແລະ ພະ​ແນ​ກຖະ​ແຫຼງຂ່າວ, ວັດ​ທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ແຂ​ວງ, ນະຄອນຫຼວງ ຢ່າງ​ເປັນ​ປົກກະຕິ;
  9. ກວດກາ, ວິ​ເຄາະ​ຂໍ້​ມູນ ຂ່າວສານ ທີ່​ເຜີຍ​ແຜ່​ລົງ​ໃນ​ສື່​ແບບ​ໃໝ່, ຖະ​ແຫຼງຂ່າວ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ຊີ້​ແຈງ​ຂໍ້​ມູນ ຂ່າວສານ​ທີ່​ມີ​ຜົນ​ກະທົບ​ຕໍ່ ​ເມືອງ, ​ເທດສະບານ, ນະຄອນ ​ແລະ ປະສານ​ສົມທົບ​ກັບ​ຂະ​ແໜງການ​ທີ່​ກ່ຽວຂ້ອງ ​ເພື່ອ​ແຈ້ງ​ຂໍ​ມູນ ຂ່າວສານ ທີ່​ມີ​ຄວາມ​ສ່ຽງຕໍ່​ຄວາມໝັ້ນຄົງ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຂອງ​ສັງ​ຄົມ​ພາຍ​ໃນ ​ເມືອງ, ​ເທດສະບານ, ນະຄອນ;
  10. ນໍາ​ໃຊ້​ສິດ ​ແລະ ປະຕິບັດໜ້າທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບການ.

ມາດຕາ 73 (ປັບປຸງ) ສິດ​ ​ແລະ ໜ້າທີ່​ຂອງ​ຂະ​ແໜງການ ​ແລະ ພາກສ່ວນ​ອື່ນ

ທຸກ ຂະ​ແໜງການ, ອົງການ ​ແລະ ພາກສ່ວນ​ອື່ນ​ທີ່​ກ່ຍວຂ້ອງ ມີ​ສິດ ໜ້າທີ່ ປະສານ​ສົມທົບ​ກັບ​ຂະ​ແໜງການ​ຖະ​ແຫຼງຂ່າວ​ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ໃນ​ການ​ຄຸ້ມ​ຄອງ, ສົ່ງ​ເສີມ ​ແລະ ພັດທະນາ​ວຽກງານ​ສື່​ມວນ​ຊົນ ຕາມ​ພາລະ​ບົດບາດ​ຂອງ​ຕົນ.

ໝວດທີ 2
ການ​ກວດກາ

ມາດຕາ 74 (ປັບປຸງ) ອົງການ​ກວດກາ​ສື່​ມວນ​ຊົນ

ອົງການ​ກວດກາ​ສື່​ມວນ​ຊົນ​ປະກອບ​ດ້ວຍ:

  1. ການ​ກວດກາ​ພາຍ​ໃນ ຊຶ່ງ​ແມ່ນ​ອົງການ​ດຽວກັນ​ກັບ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ມາດຕາ 69 ຂອງ​ກົດໝາຍສະບັບນີ້;
  2. ອົງການ​ກວດກາ​ພາຍ​ນອກ ຊຶ່ງ​ແມ່ນ​ສະພາ​ແຫ່ງ​ຊາດ, ອົງການ​ກວດ​ສອບ​ແຫ່ງ​ລັດ, ອົງການ​ກວດກາ​ລັດຖະບານ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ແນວ​ລາວ​ສ້າງ​ຊາດ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ຄະ​ນະ​ສະ​ເພາະ​ກິດ, ສະພາ​ປະຊາຊົນ​ຂັ້ນ​ແຂວງ ​ແລະ ພາກສ່ວນ​ອື່ນ​ທີ່​ກ່ຽວຂ້ອງ;

ມາດຕາ 75 (ປັບປຸງ) ສິດ ​ແລະ ໜ້າທີ່​ຂອງ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ໃນ​ການ​ກວດກາ

ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ມີ​ສິດ ​ແລະ ໜ້າທີ່ ​ໃນ​ການ​ກວດກາ​ວຍກຂອງ​ຕົນ​ດັ່ງ​ນີ້:

  1. ກວດກາ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ແລະ ລະບຽບການ ກ່ຽວກັບ​ສື່​ມວນ​ຊົນ;
  2. ກວດກາ​ການ​ເຄື່ອນ​ໄຫວ​ວຽກງານ​ຂອງ​ອົງການ​ສື່​ມວນ​ຊົນ ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​;
  3. ອອກ​ຄໍາ​ສັ່ງ, ຄໍາ​ແນະ​ນໍາ, ​ແຈ້ງ​ການ​ໃຫ້​ອົງການ​ສື່​ມວນ​ຊົນ​ທີ່​ຂຶ້ນ​ກັບ​ຕົນ ​ເພື່ອ​ປັບປຸງ, ປ່ຽນ​ແປງ ຫຼື ຢຸດ​ເຊົາ​ການ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ​ທີ່​ເຮັດ​ວ່າ​ບໍ່​ສອດຄ່ອງ​ກັບ​ກົດໝາຍ ​ແລະ ລະບຽບການ;
  4. ສະ​ເໜີ​ໃຫ້ການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ອອກ​ຄໍາ​ສັ່ງ, ​ແນະ​ນໍາ ຫຼື ​ແຈ້ງ​ການ​ໃຫ້​ປັບປຸງ, ປ່ຽນ​ແປງ ຫຼື ​ໃຫ້​ຢຸດ​ເຊົາ​ການ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ ຖ້າ​ເຫັນ​ວ່າ​ບໍ່​ຖືກຕ້ອງ​ກັບ​ກົດໝາຍ ​ແລະ ລະບຽບການ ຫຼື ມີ​ການລະ​ເມີດ​ຂໍ້​ຫ້າມ ຕາມ​ແຕ່​ກໍລະນີ​ທີ່​ໄດ້​ກໍານົດ​​​ໄວ້​​ໃນ ມາດຕາ 66, 67 ​ແລະ 68 ຂອງ​ກົດໝາຍສະບັບ​ນີ້;
  5. ພົວພັນ​ປະສານ​ສົມທົບ​ກັບ​ພາກສ່ວນ​ອື່ນ ທີ່​ກ່ຽວຂ້ອງ​ຢູ່ ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໃນ​ການ​ປະຕິບັດ​ວຽກງານ​ກວດກາ​ຂອງ​ຕົນ;
  6. ສະຫຼຸບ ​ແລະ ລາຍ​ງານ​ຜົນ​ຂອງ​ການ​ປະຕິບັດ​ວຽກງານ​ກວດກາ​ແຕ່ລະ​ໄລຍະ ​ແລະ ​ໃຫ້​ຂັ້ນ​ເທິງ​ຂອງ​ຕົນ​ຢ່າງ​ເປັນ​ປົກກະຕິ;
  7. ນໍາ​ໃຊ້​ສິດ ​ແລະ ປະຕິບັດໜ້າທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດໝາຍ ​ແລະ ລະບຽບການ.

ມາດຕາ 76​ (ປັບປຸງ) ​ເນື້ອ​ໃນ​ການ​ກວດກາ

ການ​ກວດກາ​ສື່​ມວນ​ຊົນ ມີ ​ເນື້ອ​ໃນ​ຕົ້ນຕໍ ດັ່ງ​ນີ້:

  1. ການ​ກວດກາ ສ້າງ ​ແລະ ປະຕິບັດ​ແຜນການ, ​ໂຄງການ​ຂອງ​ອົງການ​ສື່ສານ​ມວນ​ຊົນ​ແຕ່ລະ​ໄລຍະ;
  2. ກວດກາ​ເນື້ອ​ໃນ​ການ​ອອກ​ຂ່າວ​, ບົດ ​ແລະ ລາຍການ​ຜ່ານ​ສື່​ສິ່ງ​ພິມ ​ແລະ ສື່​ເອ​ເລັກ​ໂຕຣນິກ;
  3. ກວດກາ​ການ​ສ້າງ, ບໍາລຸງ, ນໍາ​ໃຊ້ ​ແລະ ປະຕິບັດ​ນະ​ໂຍບາຍ​ຕໍ່​ບຸກຄະລາ​ກອນ​ຂອງ​ສື່​ມວນ​ຊົນ;
  4. ກວດກາ​ການ​ປະກອບ ​ແລະ ການ​ນໍາ​ໃຊ້​ພື້ນຖານ​ວັດຖຸ, ພາຫະນະ, ອຸປະ​ກອນ ​ແລະ ງົບປະມານ​ຂອງ​ສື່​ມວນ​ຊົນ;
  5. ກວດກາ​ການ​ປະຕິບັດ​ກົດໝາຍ ​ແລະ ລະບຽບການ​ຂອງ​ສື່​ມວນ​ຊົນ;

ມາດຕາ 77 (ປັບປຸງ) ຮູບ​ການ​ກວດກາ

ການ​ກວດກາ​ສື່​ມວນ​ຊົນ ດໍາ​ເນີນ​ການດ້ວຍ​ສາມ​ຮູບ​ການ​ດັ່ງ​ນີ້:

  1. ການ​ກວດກາ​ຕາມ​ລະບົບ​ປົກກະຕິ;
  2. ການ​ກວດກາ​ໂດຍ​ມີ​ການ​ແຈ້ງ​ໃຫ້​ຮູ້​ລວງໜ້າ;
  3. ການ​ກວດກາ​ແບບ​ກະທັນຫັນ;

ການ​ກວດກາ​ຕາມ​ລະບົບ​ປົກກະຕິ ​ແມ່ນ ການ​ກວດກາ​ທີ່​ໄດ້​ດໍາ​ເນ​ີນ​ໄປ​ຕາມ​ແຜນການ​ຢ່າງ​ເປັນ​ປະ​ຈໍາ ​ແລະ ມີ​ກໍານົດ​ເວລາ​ອັນ​ແນ່ນອນ;

ການ​ກວດກາ​ໂດຍ​ມີ​ການ​ແຈ້ງ​ໃຫ້​ຮູ້​ລວງໜ້າ ​ແມ່ນ ການ​ກວດກາ​ຕາມ​ຄໍາ​ສັ່ງ, ຂໍ້​ຕົກລົງ​ດ ຄໍາ​ແນະ​ນໍາ, ​ແຈ້ງ​ການ ຂອງ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ,​ ອົງການ​ທີ່​ກ່ຽວຂ້ອງ​ຂອງ​ລັດ ​ແລະ ຄໍາ​ສະ​ເໜີຂອງ​ພົນລະ​ເມືອງ ​ໂດຍ​ແຈ້ງ​ໃຫ້​ເປົ້າໝາຍຮູ້​ກ່ອນ​ລວງໜ້າ.

ການກວດ​ກາ​ແບບ​ກະທັນຫັນ ​ແມ່ນ ການ​ກວດກາ​ຢ່າງ​ຮີບ​ດ່ວນ ​ໂດຍ​ບໍ່​ໄດ້​ແຈ້ງ​ໃຫ້​ເປົ້າໝາຍຮູ້​ກ່ອນ​ລວງໜ້າ.

​ໃນ​ການ​ດໍາ​ເນີນ​ການ​ກວດກາ​ສື່​ມວນ​ຊົນ​ແຕ່ລະ​ຮູບ​ການ​ເຈົ້າໜ້າທີ່​ກວດກາ ຕ້ອງ​ປະຕິບັດ​ສິດ ​ແລະ ໜ້າທີ່​ໃຫ້​ຖືກຕ້ອງ ຕາມ​ກົດໝາຍ ​ແລະ ລະບຽບການ​ຢ່າງ​ເຂັ້ມ​ງວດ.

ມາດຕາ 78 (​ໃໝ່) ​ເປົ້າໝາຍການ​ກວດກາ

​ເປົ້າໝາຍຂອງ​ການ​ກວດກາ ​ແມ່ນ ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດ​ຊອບ​ຂອງ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ, ອົງການ​ຈັດ​ຕັ້ງ​ອື່ນ​ຂອງ​ລັດ, ອົງການ​ຈັດ​ຕັ້ງ​ມະຫາຊົນ.

ພາກ​ທີ VII
ວັນ, ງົບປະມານ, ​ເຄື່ອງໝາຍ ​ແລະ ຕາ​ປະ​ທັບ​ຂອງ​ສື່​ມວນ​ຊົນ

ມາດຕາ 79 ວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ

ວັນ​ທີ 13 ສິ່ງ​ຫາ ​ແມ່ນ​ ວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ, ສໍາລັບ​ສື່​ມວນ​ຊົນ​ແຕ່ລະ​ປະ​ເພດ ກໍ​ມີ​ວັນ​ສະ​ເພາະ​ຂອງ​ຕົນ​ເພື່ອ​ສະ​ເຫຼີມສະຫຼອງ ​ແລະ ຫວນ​ຄືນ​ເຖິງ​ມູນ​ເຊື້ອ, ຜົນງານ, ບົດຮຽນ​ເພື່ອ​ປັບປຸງ, ພັດທະນາ​ວຽກງານ​ສື່ມວນ​ຊົນ​ໃຫ້​ດີ​ຂຶ້ນ.

ມາດຕາ 80 (ປັບປຸງ) ງົບປະມານ​ຂອງ​ອົງການ​ສື່​ມວນ​ຊົນ

ອົງການ​ສື່​ມວນ​ຊົນ​ຂອງ​ລັດ ມີ​ງົບປະມານ ຊຶ່ງ​ໄດ້​ມາ​ຈາກ​ງົບປະມານ​ຂອງ​ລັດ, ລາຍ​ຮັບ​ຈາກ​ການ​ບໍລິການ, ການ​ປະກອບສ່ວນ​ຂອງ​ສັງຄົມ.

ອົງ​ການ​ສື່​ມວນ​ຊົນ​ຂອງ​ພາກສ່ວນ​ອື່ນ ມີ​ງົບປະມານ​ເປັນ​ຂອງ​ຕົນ ​ແລະ ສາມາດ​ສ້າງ​ກອງ​ທຶນ ​ເພື່ອ​ພັດທະນາ​ສື່​ມວນ​ຊົນ ດ້ວຍ​ການ​ຈັດ​ກິດຈະ​ກໍາ ຫຼື ​ໃຫ້ການ​ບໍລິການ ຢ່າງ​ຖືກຕ້ອງ ​ແລະ ສອດຄ່ອງ​ກັບ​ກົດໝາຍ ​ແລະ ລະບຽບການ.

ການ​ຄຸ້ມ​ຄອງ, ການ​ນໍາ​ໃຊ້​ງົບປະມານ ​ແລະ ກອງ​ທຶນ​ດັ່ງກ່າວ ​ໃຫ້​ປະຕິບັດ​ຕາມ​ກົດໝາຍ ​ແລະ ລະບຽບການ​ທີ່​ກ່ຽວຂ້ອງ.

ມາດຕາ 81 ​ເຄື່ອງໝາຍ ​ແລະ ຕາ​ປະ​ທັບ​ຂອງ​ສື່​ມວນ​ຊົນ

ສື່​ມວນ​ຊົນ​ແຕ່ລະ​ປະ​ເພດ​ມີ ​ເຄື່ອງໝາຍ ​ແລະ ຕາ​ປະ​ທັບ​ເປັນ​ຂອງ​ຕົນ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ທາງ​ລັດຖະການ, ຊຶ່ງ​ກະຊວງ​ຖະ​ແຫຼງຂ່າວ,​ ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ເປັນ​ຜູ້​ວາງ​ອອກ.

ພາກ​ທີ VIII
ນະ​ໂຍບາຍ​ຕໍ່​ຜູ້​ມີ​ຜົນງານ ​ແລະ ມາດ​ຕະການ​ຕໍ່​ຜູ້​ລະ​ເມີດ

ມາດຕາ 82 ນະ​ໂຍບາຍ​ຕໍ່​ຜູ້​ມີ​ຜົນງານ

ບຸກຄົນ ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ທີ່​ມີ​ຜົນງານ​ດີ​ເດັ່ນ ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ສື່​ມວນ​ຊົນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ເຊັ່ນ ຫຼຽນ​ໄຊ, ຫຼຽນກາ, ​ໃບ​ຍ້ອງຍໍ, ນາມມະຍົດ ​ແລະ ນະ​ໂຍບາຍ​ອື່ນ​ຕາມ​ລະບຽບການ.

ມາດຕາ 83 ມາດ​ຕະການ​ຕໍ່​ຜູ້​ລະ​ເມີດ

ບຸກຄົນ, ນິຕິບຸກ​ຄົນ ຫຼື ການຈັດ​ຕັ້ງ ທີ່​ລະ​ເມີດ​ກົດໝາຍ ​ແລະ ລະບຽບການ ກ່ຽວກັບ​ວຽກງານ​ສື່​ມວນ​ຊົນ​ລວມທັງ​ຂໍ​ຫ້າມ​ຕາມ​ທີ່​ໄດ​ກໍານົດ​ໄວ້​ໃນ​ມາດຕາ 66,​67 ​ແລະ 68 ຂອງ​ກົດໝາຍສະບັບ​ນີ້ ຈະ​ຖືກ​ປະຕິບັດ​ມາດ​ຕະການ ຄື ສຶກສາ​ອົບຮົມ, ກ່າວ​ເຕືອນ, ປັບ​ໄໝ, ​ໂຈະ​ການ​ເຄື່ອ​ນ​ໄຫວ​ຊົ່ວ​ຄາວ, ຖອນ ​ໃບ​ອະນຸຍາດ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ, ບັດ​ນັກ​ຂ່າວ, ບັດ​ນັກວິຊາການ​ດ້ານ​ສື່​ມວນ​ຊົນ, ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ທາງ​​ແພ່ງ ຫຼື ລົງ​ໂທດ​ທາງ​ອາຍາ ຕາມ​ແຕ່​ລະ​ກໍລະນີ​ເບົາ ຫຼື ໜັກ.

ພາກ​ທີ IX
ບົດ​ບັນຍັດ​ສຸດ​ທ້າຍ

ມາດຕາ 84 ການຈັດ​ຕັ້ງ​ປະຕິບັດ

ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ​ ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ​ກົດໝາຍສະບັບ​ນີ້.

ມາດຕາ 85 (ປັບປຸງ) ຜົນ​ສັກສິດ

ກົດໝາຍສະບັບ​ນີ້ ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ອອກ​ລັດຖະດໍາລັດ​ປະກາດ​ໃຊ້ ​ແລະ ພາຍຫຼັງ​ໄດ້​ລົງ​ໃນ​ຈົດໝາຍ​ເຫດ​ທາງ​ລັດຖະການ ສິບ​ຫ້າ​ວັນ.

ກົດໝາຍສະບັບ​ນີ້ ປ່ຽນ​ແທນ​ກົດໝາຍວ່າ​ດ້ວຍ ສື່​ມວນ​ຊົນ ສະບັບ​ເລກທີ 01\ສພຊ, ວັນ​ທີ 25 ກໍລະກົດ 2008.

ຂໍ້​ກໍານົດ, ບົດ​ບັນຍັດ​ໃດ ທີ່​ຂັດ​ກັບ​ກົດໝາຍສະບັບ​ນີ້ ລ້ວນ​ແຕ່​ຖືກ​ຍົກ​ເລີກ.

ປະທານ​ສະພາ​ແຫ່ງ​ຊາດ

ປານີ ຢາທໍ່ຕູ້

 

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ, ລົງວັນທີ 04 ພະຈິກ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງໄດ້ຮັບອະນຸຍາດນຳເຂົ້າສື່ສິ່ງພິມ ຕ້ອງມີໃບອະນຸຍາດ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສື່ສິ່ງພິມ ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກ ກົມສື່ມວນຊົນ, ກະຊວງ ຖວທ ກົດໝາຍ ວ່າດ້ວຍ ສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ, ລົງວັນທີ 04 ພະຈິກ 2016 9999-12-31 ALL
2 ຕ້ອງໄດ້ຮັບອະນຸຍາດສົ່ງອອກສື່ສິ່ງພິມ ຕ້ອງມີໃບອະນຸຍາດ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສື່ສິ່ງພິມ ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກ ກົມສື່ມວນຊົນ, ກະຊວງ ຖວທ ກົດໝາຍ ວ່າດ້ວຍ ສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ, ລົງວັນທີ 04 ພະຈິກ 2016 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.