ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນາຖາວອນ

ກະຊວງການເງິນ
ກົມພາສີ              ເລກທີ 01616/ກພສ
ນະຄອນຫຼວງວຽງຈັນ, ວັນທີ 02 ເມສາ 2018

ແຈ້ງການ

     ເຖິງ: - ຫົວໜ້າກອງຄຸ້ມຄອງພາສີ ທົ່ວປະເທດ
          - ຫົວໜ້າດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ
          - ຜູ້ປະກອບການສົ່ງສິນຄ້າປະເພດແຮ່ທາດ

     ເລື່ຶອງ: ການຄຸ້ມຄອງການສົ່ງອອກແຮ່ທາດ

- ອີງຕາມ ກົດໝາຍວ່າດ້ວຍພາສີ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີສະບັບປັບປຸງ ເລກທີ 057/ສພຊ, ລົງວັນທີ 24 ທັນວາ 2014.

- ອີງຕາມ ຄໍາສັ່ງນາຍົກລັດຖະມົນຕີ ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ.

   ເພື່ອເພີ່ມທະວີການຄຸ້ມຄອງການສົ່ງອອກແຮ່ທາດໃຫ້ມີຄວາມກະທັດຮັດງ່າຍດາຍ, ຮັດກຸມ ແລະ ຄ່ອງຕົວ, ສອດຄ່ອງກັບທິດຊີ້ນໍາຂອງລັດຖະບານໃນການປັບປຸງລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດ ລວມເຖິງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າໃຫ້ສະດວກ ແລະ ງ່າຍດາຍ.

ກົມພາສີ ອອກແຈ້ງການ ດັ່ງນີ້:

1. ບັນດາໂຄງການສໍາປະທານຂຸດຄົ້ນບໍ່ແຮ່ທີ່ໄດ້ຮັບອະນຸມັດຈາກລັດຖະບານ ແລະ ໄດ້ຮັບອະນຸຍາດສົ່ງອອກຈາກຂະແໜງບໍ່ແຮ່ແລ້ວ ຕ້ອງສະເໜີເຖິງກົມພາສີ ເພື່ອຄົ້ນຄວ້າເງື່ອນໄຂ ໃນການປະຕິບັດພັນທະຄ່າພາສີ ແລະ ພັນທະອື່ນ ທີ່ຕິດພັນກັບການສົ່ງອອກ.

2. ກົມພາສີ ອອກແຈ້ງການກ່ຽວກັບການປະຕິບັດພັນທະຄ່າພາສີ ແລະ ພັນທະອື່ນ ໃຫ້ສອດຄ່ອງກັບກົດໝາຍ, ລະບຽບການກ່ຽວຂ້ອງ ແລະ ການອະນຸມັດຂອງລັດຖະບານ.

3. ໂຄງການທີ່ໄດ້ຮັບແຈ້ງການຂອງກົມພາສີແລ້ວ ໃຫ້ນໍາເນີນຂັ້ນຕອນການແຈ້ງພາສີ ເພື່ອສົ່ງອອກຜ່ານແດນພາສີຊາຍແດນທີ່ໄດ້ຮັບອະນຸມັດ. ໃນການສົ່ງອອກຄັ້ງຕໍ່ໆໄປ ແມ່ນໃຫ້ຖືເອົາເນື້ອໃນແຈ້ງການດັ່ງກ່າວ ເປັນບ່ອນອີງໃນການປະຕິບັດພັນທະຄ່າພາສີ ແລະ ພັນທະອື່ນໆ ຈົນກວ່າຈະມີການປ່ຽນແປງ.

4. ໃນກໍລະນີມີການເຈລະຈາ ແລະ ດັດແກ້ເນື້ອໃນຂອງສັນຍາສໍາປະທານໂຄງການ. ເຈົ້າຂອງໂຄງການດັ່ງກ່າວຕ້ອງສະເໜີໃຫ້ກົມພາສີຄົ້ນຄວ້າຄືນໃໜ່ ກ່ຽວກັບການເງື່ອນໄຂການປະຕິບັດພັນທະຄ່າພາສີ ແລະ ພັນທະອື່ນ.

5. ມອບໃຫ້ການຄຸ້ມຄອງພາສີທົ່ວປະເທດ ເປັນເຈົ້າການຊີ້ນໍາ ແລະ ກວດກາດ່ານພາສີຊາຍແດນ ໃນການຈັ້ງຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.

6. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າພົບຂໍ້ຫຍຸ້ງຍາກໃຫ້ລາຍງານກົມພາສີເພື່ອມີຄໍາເຫັນແນະນໍາ.

   ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Notification on the Administration of Minerals Export No.01616/CD, dated 02 April 2018 PDF
2 ແຈ້ງການ ກ່ຽວກັບ ການຄຸ້ມຄອງການສົ່ງອອກແຮ່ທາດ ເລກທີ 01616/ກພສ, ລົງວັນທີ 02 ເມສາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.