ອິງຕາມແຈ້ງການກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ສະບັບເລກທີ 0529/ຫອຄ.ກຄພນ, ລົງວັນທີ 09 ມີນາ 2018 ເຖິງຜູ້ປະກອບການທີ່ດຳເນີນທຸລະກິດນຳ້ມັນເຊື້ອໄຟ ເພື່ອໃຫ້ຈັດຕັ້ງປະຕິບັດແຜນການການຈຳໜ່າຍນ້ຳມັນເຊື້ອໄຟຕາມ ຂໍ້ຕົກລົງເລກທີ 1785/ອຄ.ຄພນ, ລົງວັນທີ 07 ກັນຍາ 2009 ສຳລັບ 06 ເດືອນຕົ້ນປີ. ສ່ວນ 06 ເດືອນທ້າຍປີ 2018 ເປັນຕົ້ນໄປແມ່ນໃຫ້ຢັ້ງຢືນເງື່ອນໄຂທີ່ກຳນົດໄວ້ໃນ ດຳລັດວ່າດ້ວຍທຸລະກິດນຳ້ມັນເຊື້ອໄຟ ສະບັບທີເລກທີ 331/ລບ, ລົງວັນທີ 27 ຕຸລາ 2017. ດັ່ງນັ້ນ, ຈຶ່ງແຈ້ງມາຍັງຜູ້ປະກອບການ ແລະ ຂະແໜງການທີ່ກ່ຽວຂ້ອງຮັບຊາບ ແລະ ຈັດຕັ້ງປະຕິບັດ. ສຳລັບລາຍລະອຽດຂໍ້ມູນເພີ່ມເຕີມແມ່ນສາມາດສອບຖາມນຳກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ. ເບີໂທ: 021 453493

ແຈ້ງການສະບັບນີ້ມີຜົນສັກສິດເລີ່ມແຕ່ວັນທີ 09 ມີນາ 2018

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການກ່ຽວກັບຂັ້ນຕອນການຢັ້ງຢືນແຜນການຈຳໜ່າຍນ້ຳມັນເຊື້ອໄຟ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.