ອີງຕາມການຕົກລົງຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເຫັນດີໃຫ້ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳ ແລະ ປ່າໄມ້,ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງສາທາລະນະສຸກ ແຕ່ງຕັ້ງພະນັກງານ ແລະ ເຈົ້້າໜ້າທີ່ປະຈຳການຢູ່ດ່ານພາສີສາກົນບໍ່ເຕັນ, ແຂວງຫຼວງນ້ຳທາ. ນອກຈາກນັ້ນ, ມອບໃຫ້ກະຊວງການເງິນເປັນໃຈກາງປະສານງານກັບບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງປຶກສາຫາລືເພື່ອສ້າງກົນໄກການຄຸ້ມຄອງ ແລະ ການບໍລິການ ຢູ່ດ່ານພາສີສາກົນບໍ່ເຕັນ ໃຫ້ຮັດກຸມ, ວ່ອງໄວ ແລະ ຊ່ວຍຫຼຸຸດຜ່ອນຕົ້ນທຶນໃຫ້ແກ່ຜູ້ປະກອບການ.

ດັ່ງນັ້ນ, ຈຶ່ງແຈ້ງທິດຊີ້ນຳມາຍັງບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຮັບຊາບ ແລະ ປະຕິບັດຕາມການຕົກລົງຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ.

ແຈ້ງການສະບັບນີ້ມີຜົນສັກສິດເລີ່ມແຕ່ວັນທີ 15 ມີນາ 2018

 

# ຫົວຂໍ້ ດາວໂຫຼດ
1 ລັດຖະບານອອກແຈ້ງການໃຫ້ຂະແໜງການທີ່ກ່ຽວຂ້ອງຮ່ວມກັນປຶກສາຫາລືສ້າງກົນໄກການຄຸ້ມຄອງ ແລະ ການບໍລິການຢູ່ດ່ານພາສີສາກົນບໍ່ເຕັນ, ແຂວງຫຼວງນ້ຳທາ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.