ໃນວັນທີ 28 ມີນາ 2018, ທີ່ດ່ານພາສີສາກົນບໍ່ເຕັນ, ແຂວງຫຼວງນ້ຳທາ ໄດ້ມີການຈັດງານພິທີເປີດການນຳໃຊ້ສະຖານີຄ່ຽນຖ່າຍສິນຄ້າຢ່າງເປັນທາງການ. ໂດຍການເປັນກຽດເຂົ້າຮ່ວມໂດຍ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ເພັດຖາວອນ ພິລາວັນ, ເຈົ້າແຂວງໆ ຫຼວງນ້ຳທາ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວເຂົ້າຮ່ວມ. ຈຸດປະສົງຂອງການສ້າງສະຖານີຄ່ຽນຖ່າຍສິນຄ້າເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງຂ້າມແດນໃຫ້ມີຄວາມຄ່ອງຕົວ, ສະດວກ, ປອດໄພ, ໂປ່ງໃສ, ສາມາດຫຼຸດຄ່າຂົນສົ່ງສິນຄ້າ ແລະ ຍັງເປັນປັດໄຈໃນການດຶງດູດການລົງທຶນຂອງຕ່າງປະເທດເຂົ້າມາ ສປປ ລາວ ໃຫ້ຫຼາຍຂຶ້ນ. ອີງຕາມນະໂຍບາຍຂອງພັກ ແລະ ລັດຖະບານໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດບໍລິການທາງຜ່ານດ້ານຄົມມະນາຄົມຂົນສົ່ງຢ່າງມີປະສິດທິພາບ ແລະ ສາມາດສ້າງລາຍຮັບຈາກການລົງທຶນອັນມະຫາສານໃສ່ໂຄງລ່າງພື້ນຖານໄດ້, ຈຶ່ງໄດ້ມີການສ້າງສະຖານີຄ່ຽນຖ່າຍສິນຄ້າຕັ້ງຢູ່ເຂດດ່ານພາສີສາກົນບໍ່ເຕັນ, ແຂວງຫຼວງນ້ຳທາ ໂດຍປະຕິບັດຕາມສັນຍາຂົນສົ່ງຂ້າມແດນຂອງອານຸພາກພື້ນແມ່ນ້ຳຂອງ ຫຼື (Greater Mekong Sub-region Cross-Border Transport Facilitation Agreement: GMS CBTA) ຊຶ່ງໄດ້ກຳນົດໃຫ້ເຈົ້້າຂອງປະເທດຖືຫຸ້ນຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນຫຸ້ນທັງໝົດ, ມີກຳນົດອາຍຸຂອງສັນຍາເປັນເວລາ 28 ປີ (2018-2045) ມີທຶນຈົດທະບຽນເບື້ອງຕົ້ນ ແລະ ມູນຄ່າການລົງທຶນທັງໝົດ 14 ລ້ານໂດລາສະຫະລັດ ຫຼື ປະມານ 120 ຕື້ກວ່າກີບ. ພ້ອມກັນນັ້ນ, ສະຖານີຄ່ຽນຖ່າຍສິນຄ້າຍັງໄດ້ຖືກພັດທະນາໃຫ້ເປັນໄອຊີດີ (Inland Container Depot: ICD) ເປັນບ່ອນເກັບມ້ຽນສິນຄ້າ ແລະ ອຸປະກອນນຳໃຊ້ທາງດ້ານການຄ້າທີ່ໄດ້ມາດຕະຖານສາກົນຊຶ່ງຄຸ້ມຄອງດ້ວຍລະບົບໄອທີ, ລະບົບເອຊີກູດາ (ASYCUDA) ຂອງກົມພາສີ ເພື່ອອຳນວຍຄວາມສະດວກຄົບວົງຈອນໃນການດຳເນີນທຸລະກິດ ແລະ ການຂົນສົ່ງສິນຄ້າຂ້າມຊາຍແດນ.

ແຫຼ່ງຂໍ້ມູນຂ່າວ: ເວັບໄຊ໌ເສດຖະກິດການຄ້າ, ລົງວັນທີ 29 ມີນາ 2018

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.