ໃນວັນທີ 04 ເມສາ 2018, ທີ່ຫ້ອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການຈັດກອງປະຊຸມ ຂອງໜ່ວຍງານຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ຄັ້ງທີ 02 ຊຶ່ງສືບຕໍ່ຈາກກອງປະຊຸມຄັ້ງທີ 1 ທີ່ໄດ້ຈັດຂຶ້ນໃນຕົ້ນເດືອນມີນາທີ່ຜ່ານມາ. ໂດຍການເປັນປະທານຂອງ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນ ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ (ກອງເລຂາ ອຄ) ແລະ ມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການທີ່ເປັນສະມາຊິກ ກອງເລຂາ ອຄ ເຂົ້້າຮ່ວມ. ໃນກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລື ແລະ ຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ນຳສະເໜີຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ຊຶ່ງຈະໄດ້ລວມເອົາທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທີ່ໄດ້ປັບປຸງຈາກ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ສະບັບເລກທີ 023/ຄປຊ, ລົງວັນທີ 20 ຕຸລາ 2010. 

ອີງຕາມການລາຍງານຂອງ ບັນດາຜູ້ເຂົ້າຮ່ວມໂດຍລວມແລ້ວ ເຫັນວ່າການຈັດຕັ້ງປະຕິບັດແມ່ນມີບາດກ້າວທີ່ຕັ້ງໜ້າ, ໂດຍສະເພາະການຫຼຸດຜ່ອນ ຫຼື ຕັດຂັ້ນຂອດ ໃນການຈໍຈະຈອນເອກະສານຂໍອະນຸຍາດ ພາຍໃນຂະແໜງການຂອງຕົນໃຫ້ມີຄວາມກະທັດຮັດ. ນອກຈາກນີ້ ກໍ່ໄດ້ສ້າງ ແລະ ປັບປຸງ ບາງນິຕິກຳທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກ ໃຫ້ມີຄວາມສອດຄ່ອງ ໂດຍໄດ້ຫຼຸດຜ່ອນບາງຂັ້ນຕອນ ສຳລັບການຂໍອະນຸຍາດ ທີ່ຕິດພັນກັບບາງປະເພດສິນຄ້າ ທີ່ນອນໃນບົດລາຍງານຂອງທະນາຄານໂລກ ເຊັ່ນ: ການນຳເຂົ້າຊິ້ນສ່ວນພາຫະນະ ແລະ ການສົ່ງອອກແຮ່ທາດ ຊຶ່ງບັນດາຂະແໜງການທີ່ກ່ຽວຂ້ອງ ກໍ່ໄດ້ມີການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ. ກົມພາສີໄດ້ອອກແຈ້ງການ ເພື່ອຄຸ້ມຄອງການສົ່ງອອກແຮ່ທາດ ຊຶ່ງໄດ້ຫຼຸດຜ່ອນຂັ້ນຕອນລົງ ໂດຍການຂໍອະນຸມັດຈາກກົມພາສີ ພຽງຄັ້ງດຽວ (ຄັ້ງທຳອິດ) ຫຼັງຈາກນັ້ນແມ່ນໃຫ້ດຳເນີນການຂໍອະນຸຍາດກັບຂະແໜງການທີ່ກ່ຽວຂ້ອງຕໍ່ໄປ. ບາງຂະແໜງການໄດ້ຫັນມານຳໃຊ້ລະບົບເອເລັກໂຕຣນິກ ເພື່ອອອກອະນຸຍາດນຳເຂົ້າສິນຄ້າ ແທນການອອກດ້ວຍເຈ້ຍສໍ.

ສຳລັບຮ່າງຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ສະບັບປັບປຸງ ທີ່ໄດ້ນຳສະເໜີໃນທີ່ປະຊຸມ ໂດບລວມຜູ້ເຂົ້າຮ່ວມ ແມ່ນເຫັນດີເປັນເອກະພາບຕໍ່ກັບການປັບປຸງ ດ້ານໂຄງສ້າງ ແລະ ເນື້ອໃນ ແລະ ໄດ້ມີຄຳເຫັນເພີ່ມເຕີມເລັກນ້ອຍ ໃນບາງຈຸດ ເພື່ອໃຫ້ຄະນະຈັດກອງປະຊຸມ ກໍ່ຄື  ຫ້ອງການປະຈຳກອງເລຂາ ອຄ ນຳໄປປັບປຸງກ່ອນຈະດຳເນີນການຂໍອະນຸມັດລາຍເຊັນ ໃນຂັ້ນຕອນຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.