ອີງຕາມຂ້ໍຕົກລົງສະບັບເລກທີ 0397/ອຄ.ກທຄວ, ລົງວັນທີ 04 ເມສາ 2018 ວ່າດ້ວຍ ການແຕ່ງຕັ້ງຄະນະບໍລິຫານລົງທຶນປະຕູດຽວ,ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຕ່ງຕັ້ງ ທ່ານ ພັນທອງ ພິດທຸມມາ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຫົວໜ້າຄະນະປະສານງານການບໍລິການລົງທຶນປະຕູດຽວ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເຊິ່ງຄະນະດັ່ງກ່າວປະກອບດ້ວຍ ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ຫົວໜ້າກົມການຄ້າພາຍໃນ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ແລະ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.

ຄະນະປະສານງານດັ່ງກ່າວ ມີໜ້າທີ່ເຮັດວຽກຮ່ວມກັບຄະນະກໍາມະການສົ່ງເສີມ ແລະ ການຄຸ້ມຄອງການລົງທຶນໃນການຄົ້ນຄວ້າ, ປະສານສົມທົບ ແລະ ສະໜອງຂໍ້ມູນ ກ່ຽວກັບວຽກງານຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ບົນພື້ນຖານການແບ່ງງານ ແບ່ງຄວາມຮັບຜິດຊອບ. ບັນດາ ທ່ານ ທີ່ຖືກແຕ່ງຕັ້ງ ແລະ ທຸກພາກສ່ວນ ທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຜົນດີ.

ຂໍ້ຕົກລົງສະບັບນີ້ມີຜົນສັກສິດເລີ່ມແຕ່ວັນທີ 04 ເມສາ 2018 ເປັນຕົ້ນໄປ.

# ຫົວຂໍ້ ດາວໂຫຼດ
1 ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຕ່ງຕັ້ງຄະນະປະສານງານ ການບໍລິການລົງທຶນປະຕູດຽວ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.