ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອອກດໍາລັດປະກາດໃຊ້ສາລະບານອັດຕາພາສີສະບັບໃໝ່ ໂດຍອີງຕາມສາລະບານອັດຕາພາສີລະບົບເອກະພາບອາຊຽນ 2017 (AHTN 2017) ສະບັບເລກທີ 122/ນຍ, ລົງວັນທີ 03 ເມສາ 2018 ຈະປ່ຽນແທນ ສາລະບານອັດຕາພາສີລະບົບເອກະພາບ ປີ 2012 (AHTN 2012) ທີ່ຖືກປະກາດໃຊ້ໃນເມື່ອກ່ອນຕາມດໍາລັດສະບັບເລກທີ 08/ນຍ, ລົງວັນທີ 10 ມັງກອນ 2013. ສາລະບານອັດຕາພາສີລະບົບເອກະພາບ ປີ 2017 ປະກອບມີ 21 ພາກ ແລະ 97 ໝວດສິນຄ້າ. ຫລັກການໃນການຈຳແນກປະເພດສິນຄ້າ ໄດ້ກຳນົດໄວ້ດ້ວຍລະຫັດເຄົ້າ 1.222 ລະຫັດເຄົ້າ (04 ຕົວເລກ), 5.387 ລະຫັດຍ່ອຍ (06 ຕົວເລກ)ແລະ 10.813 ລະຫັດຍ່ອຍ (08 ຕົວເລກ). ນອກຈາກນັ້ນ, ລັດຖະບານມອບໃຫ້ກະຊວງການເງິນ ອອກແຈ້ງການການຈັດຕັ້ງປະຕິບັດພ້ອມທັງບົດແນະນຳລະອຽດກ່ຽວກັບການນຳໃຊ້ສາລະບານອັດຕາພາສີລະບົບເອກະພາບຂອງອາຊຽນ ປີ 2017, ເຊິ່ງຄາດວ່າຈະໄດ້ນຳໃຊ້ສາລະບານອັດຕາພາສີດັ່ງກ່າວນີ້ ໃນເດືອນ ມິຖຸນາ 2018.

ທ່ານສາມາດດາວໂຫລດດຳລັດສະບັບເລກທີ 122/ນຍ ໄດ້ຂ້າງລຸ່ມນີ້

# ຫົວຂໍ້ ດາວໂຫຼດ
1 ກົມພາສີ ກຽມປະກາດໃຊ້ສາລະບານອັດຕາພາສີລະບົບເອກະພາບຂອງອາຊຽນ ປີ 2017 ຢ່າງເປັນທາງການ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.