ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໄດ້ຮັບການພັດທະນາໂດຍ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອປະຕິບັດພັນທະ ໃນການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ຂອງ ສປປ ລາວ ແລະ ເພື່ອເພີ່ມຄວາມໂປ່ງໃສ ຕໍ່ຂໍ້ມູນຂ່າວສານທີ່ກ່ຽວກັບການຄ້າ. ມາຮອດປັດຈຸບັນ, ການພັດທະນາ ແລະ ປັບປຸງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (LTP) ເພື່ອອັບເກຣດເປັນເວີຊັນສອງ (LTP V2) ໄດ້ສຳເລັດສົມບູນແລ້ວ, ກະຊວງ ອຄ ຈະເລີ່ມເປີດທົດລອງເວັບໄຊ໌ດັ່ງກ່າວ ເພື່ອໃຫ້ສາທາລະນະຊົນ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ນຳໃຊ້ຢ່າງເປັນປົກກະຕິ ເລີ່ມວັນທີ 12 ເມສາ 2018, ເວລາ 12:00 ເປັນຕົ້ນໄປ. ພາຍຫຼັງການເປີດທົດລອງນໍາໃຊ້ດັ່ງກ່າວໃນໄລຍະເວລາໃດໜຶ່ງແລ້ວ, ກະຊວງ ອຄ ຈະຈັດພິທີເປີດນຳໃຊ້ຢ່າງເປັນທາງການໃນໄລຍະມໍ່ໆນີ້ ແລະ ຈະແຈ້ງໃຫ້ຊາບພາຍຫຼັງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.