ໃນວັນທີ 25 ເມສາ 2018, ທີ່ກະຊວງແຜນການ ແລະ ການລົງທຶນ, ໄດ້ມີການເປີດພິທີ ຫ້ອງການບໍລິການ ການລົງທຶນປະຕູດຽວ ໂດຍການໃຫ້ກຽດເຂົ້າຮ່ວມໃນການເປີດພິທີຄັ້ງນີ້ ໂດຍ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ທັງເປັນ ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ. ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະປະສານງານ, ແຂກຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ. ຫ້ອງການບໍລິການ ການລົງທຶນປະຕູດຽວ ໄດ້ມີການກະກຽມຄວາມພ້ອມທາງດ້ານຕ່າງໆເຊັ່ນ:

  1. ປັບປຸງຄຳຮ້ອງຂໍລົງທຶນ ໃຫ້ມີຄວມສະດວກ ແລະ ກະທັດຮັດ.
  2. ມີຄູ່ມືແນະນຳແບບເອກະສານປະກອບຕ່າງໆໃນການຢື່ນຄຳຮ້ອງ ເພື່ອໃຫ້ຜູ້ລົງທຶນກະກຽມເອກະສານປະກອບໃຫ້ຄົບຖ້ວນຕາມລະບຽບ.
  3. ເວລາຜູ້ລົງທຶນຢື່ນຄຳຮ້ອງແລ້ວ ຈະມີໃບຮັບເອກະສານ ແລະ ຈ້ຳຂາເຂົ້າ ແລະ ມອບໃຫ້ຜູ້ລົງທຶນເພື່ອເປັນບ່ອນອ້າງອີງ.
  4. ມີການນຳໃຊ້ລະບົບໄອທີເຂົ້າມາຊ່ວຍໃນການຕິດຕາມ ແລະ ຄຸ້ມຄອງເອກະສານ ເຊັ່ນ: ລະບົບຕິດຕາມເອກະສານການລົງທຶນ (Tracking System) ແລະ ລະບົບ Database ເປັນລະບົບຄຸ້ມຄອງ, ຕິດຕາມຂໍ້ມູນ ແລະ ສະຖິຕິການລົງທຶນທົ່ວປະເທດ.
  5. ປັບປຸງເວັບໄຊ໌ ໃນການບໍລິການຂໍ້ມູນຂ່າວສານ, ດາວໂຫຼດຄຳຮ້ອງຂໍລົງທຶນ, ກົດໝາຍ ແລະ ລະບຽບການຕ່າງໆ. ນອກນັ້ນ, ຍັງໄດ້ເປີດຊ່ອງທາງໃຫ້ຄະນະນຳ ສາມາດເຂົ້າເບິ່ງຄວາມຄືບໜ້າຂອງເອກະສານຄຳຮ້ອງຂໍລົງທຶນ ໂດຍຜ່ານທາງເວັບໄຊ໌.
  6. ມີການບໍລິການສາຍດ່ວນ 1503 ຊຶ່ງຜູ້ລົງທຶນສາມາດໂທເຂົ້າມາຕິດຕໍ່ສອບຖາມໄດ້

ການເປີດຫ້ອງການບໍລິການ ການລົງທຶນປະຕູດຽວ ເປັນປັດໃຈສຳຄັນ ໃນຂະບວນການວຽກງານການລົງທຶນ ເພື່ອຮັບປະກັນໃຫ້ການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ.

ແຫຼ່ງຂໍ້ມູນຂ່າວ: ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.