ພາຍຫລັງຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ຫລືນິຕິບຸກຄົນ) ແລ້ວ ວິສາຫະກິດທີ່ກ່ຽວຂ້ອງສາມາດນໍາເອົາໃບທະບຽນວິສາຫະກິດ ແລະ ໜັງສືແຈ້ງວັດຖຸປະສົງ ທີ່ເຈົ້າໜ້າທີ່ທະບຽນວິສາຫະກິດ ໄດ້ປະທັບຕາຮັບຮອງ (ສະບັບກາແດງ)ໄປຍື່ນຂໍອະນຸຍາດລົງທຶນຫລືອະນຸຍາດດໍາເນີນທຸລະກິດ ນໍາຂະແໜງການກ່ຽວຂ້ອງ ຕາມລະບຽບການ. ສໍາລັບສໍານວນຄໍາຮ້ອງ ທີ່ຕິດພັນກັບແຕ່ລະກິດຈະການ ແມ່ນໃຫ້ຂະແໜງການກ່ຽວຂ້ອງ ເປັນຜູ້ແນະນໍາລະອຽດກ່ຽວກັບແບບຟອມ, ເນື້ອໃນ ແລະ ຂັ້ນຕອນໃນການປະກອບເອກະສານຄໍາຮ້ອງໃຫ້ແກ່ວິສາຫະກິດທີ່ກ່ຽວຂ້ອງ.

ສຳລັບການຍື່ນຄໍາຮ້ອງຂໍອະນຸຍາດລົງທຶນ ຫລື ຂໍອະນຸຍາດດໍາເນີນທຸລະກິດ ຕ້ອງປະຕິບັດ ດັ່ງນີ້:
- ກິດຈະການທີ່ນອນໃນບັນຊີຄວບຄຸມ ໃຫ້ຍື່ນຂໍອະນຸຍາດລົງທຶນ ຜ່ານຫ້ອງການບໍລິການ ການລົງທຶນປະຕູດຽວ ຢູ່ຂະແໜງແຜນການ ແລະ ການລົງທຶນ ຕາມການແບ່ງຂັ້ນຄຸ້ມຄອງ ທີ່ກໍານົດໄວ້ໃນບັນຊີກິດຈະການຄວບຄຸມ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ2016;
- ກິດຈະການທີ່ຢູ່ນອກບັນຊີຄວບຄຸມ ໃຫ້ຍື່ນຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ ນໍາຂະແໜງການກ່ຽວຂ້ອງ ຕາມເງື່ອນໄຂ ແລະ ຂັ້ນຕອນ ທີ່ກໍານົດໄວ້ໃນກົດໝາຍ ແລະລະບຽບການ.

ສຳລັບເນື້ອໃນ ຮູບແບບໃບອະນຸຍາດລົງທຶນ ແມ່ນໃຫ້ປະຕິບັດຕາມ ລະບຽບການຂອງຂະແໜງການແຜນການແລະ ການລົງທຶນ. ສ່ວນເນື້ອໃນ ແລະ ຮູບແບບໃບອະນຸຍາດດໍາເນີນທຸລະກິດ ແມ່ນໃຫ້ປະຕິບັດຕາມລະບຽບການຂອງຂະແໜງການກ່ຽວຂ້ອງ ແຕ່ຕ້ອງມີເນື້ອໃນຕົ້ນຕໍ ດັ່ງນີ້:
- ຊື່ຂະແໜງການ ທີ່ອອກໃບອະນຸຍາດດໍາເນີນທຸລະກິດ;
- ຊື່ວິສາຫະກິດທີ່ໄດ້ຮັບອະນຸຍາດ (ເປັນພາສາລາວ ແລະ ເປັນພາສາຕ່າງປະເທດ);
- ເລກລະຫັດວິສາຫະກິດ;
- ເລກປະຈໍາຕົວຜູ້ເສັຍອາກອນ (ຖ້າມີ);
- ລາຍຊື່ກິດຈະການທີ່ອະນຸຍາດໃຫ້ດໍາເນີນທຸລະກິດ;
- ອາຍຸນໍາໃຊ້ຂອງໃບອະນຸຍາດລົງທຶນ ຫລື ໃບອະນຸຍາດດໍາເນີນທຸລະກິດ (ຖ້າມີ).

ນອກຈາກນັ້ນ, ການກໍານົດເວລາໃນການພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດ, ກິດຈະການທີ່ບໍ່ມີເງື່ອນໄຂ ສໍາລັບການພິຈາລະນາອອກກ່ອນໃບອະນຸຍາດດໍາເນີນທຸລະກິດ ແມ່ນໃຫ້ຂະແໜງການກ່ຽວຂ້ອງອອກອະນຸຍາດ ໂດຍໄວ ຫລື ຊ້າສຸດ ບໍ່ໃຫ້ເກີນ ສາມວັນລັດຖະການ ນັບແຕ່ວັນ ທີ່ໄດ້ຮັບສໍານວນຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດເປັນຕົ້ນໄປ. ກິດຈະການ ທີ່ມີເງື່ອນໄຂ ສໍາລັບການພິຈາລະນາກ່ອນອອກໃບອະນຸຍາດດໍາເນີນທຸລະກິດ ແມ່ນໃຫ້ຂະແໜງການກ່ຽວຂ້ອງ ອອກໃບອະນຸຍາດ ຢ່າງຊ້າບໍ່ໃຫ້ເກີນ 10 ວັນລັດຖະການ ຕາມບົດບັນຍັດວັກສອງ ມາດຕາ 17(ປັບປຸງ) ຂອງກົດໝາຍວ່າດ້ວຍວິສາຫະກິດ - 2013. ສໍາລັບກໍານົດເວລາໃນການພິຈາລະນາອອກໃບອະນຸຍາດລົງທຶນ ໃນບັນຊີຄວບຄຸມ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ສະບັບປັບປຸງ-2016.


 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.