ໃນ 04 ເດືອນ (ມັງກອນ ຫາ ເມສາ) ປີ 2018, ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ບັນລຸໄດ້ທັງໝົດ 3,566 ລ້ານໂດລາສະຫາລັດ, ເພີ່ມຂຶ້ນ 13.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ການສົ່ງອອກປະຕິບັດໄດ້ 1,729 ລ້ານໂດລາສະຫາລັດ, ເພີ່ມ ຂຶ້ນ 3.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສິນຄ້າທີ່ສົ່ງອອກຕົ້ນຕໍແມ່ນ ທອງ ແລະ ແຮ່ທອງ, ໂຄງຮ່າງກ້ອງບັນທຶກພາບ, ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ, ກາເຟ, ໝາກກ້ວຍ, ນ້ຳຕານ.... ປະເທດສົ່ງອອກຕົ້ນຕໍແມ່ນ: ໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ, ເຢຍລະ ມັນ ແລະ ອິນເດຍ. ສ່ວນການນໍາເຂົ້າບັນລຸໄດ້ 1,837 ລ້ານໂດລາສະຫາລັດ, ເພີ່ມຂຶ້ນ 25.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ສິນຄ້າທີ່ນຳ ເຂົ້າຕົ້ນຕໍ ແມ່ນ: ​​ນໍ້າມັນ​ເຊຶ້ອ​ໄຟ (ນໍ້າມັນ​ແອັດ​ຊັງ, ກາ​ຊວນ ​ແລະ ກາດ), ພາຫະນະທາງບົກ ແລະ ຊິ້ນສ່ວນອາ ໄຫຼ່, ​ອຸປະກອນກົນຈັກ, ເຫຼັກ ​ແລະ ອຸປະກອນ​ທີ່​ເຮັດ​ດ້ວຍ​ເຫຼັກ, ເຄື່ອງໃຊ້ໄຟຟ້າ... ປະ​ເທດ​ທີ່ ສປປ ລາວ​ ນໍາ​ເຂົ້າສ່ວນ​ໃຫຍ່ ຍັງ​ແມ່ນ​ບັນດາ​ປະ​ເທດ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ ​ເຊັ່ນ: ​ໄທ, ຈີນ ແລະ ຫວຽດນາມ. ນອກ​ນັ້ນ, ຍັງ​ນໍາ​ເຂົ້າ​ມາ​ຈາກປະເທດ ​ຍີ່ປຸ່ນ, ສ.​ເກົາຫຼີ, ອິນ​ໂດ​ເນ​ເຊຍ, ສິງກະ​ໂປ, ອົດສະຕາລີ, ຮົງກົງ...

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດໃນຕາຕະລາງການນຳເຂົ້າ ແລະ ສົ່ງອອກ ຂອງ 04 ເດືອນ  (ມັງກອນ-ເມສາ) ປີ 2018



 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.