ປັດຈຸບັນໄດ້ມີບຸກຄົນບໍ່ດີຊາວຕ່າງປະເທດນຳເງິນຕາຕ່າງປະເທດປອມ (ເງິນໂດລາສະຫະລັດ) ເຂົ້າມາຈໍລະຈອນຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ ເປັນຈຳນວນຫຼາຍສົມຄວນ. ບຸກຄົນ ຫຼື ນິຕິບຸກຄົນໃດນຳເຂົ້າ, ປອມແປງ ຫຼື ນຳໃຊ້ເງິນຕາປອມ ຢູ່ດິນແດນ ສປປ ລາວ ແມ່ນຖືວ່າຜິດກົດໝາຍອາຍາ (ມາດຕາ 63) ແລະ ຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ.

ແຫຼ່ງຂໍ້ມູນພາບ: https://www.dreamstime.com/

ໃນກໍລະນີຫາກພົບເຫັນໃບເງິນຕາຕ່າງປະເທດປອມ ຫຼື ສົງໃສວ່າເປັນເງິນຕາຕ່າງປະເທດປອມ ກະລຸນາແຈ້ງໄປຍັງ ກົມບໍລິການ, ທະນາຄານແຫ່ງ ສປປ ລາວ. ໝາຍເລກໂທລະສັບ (021) 264036 ຫຼື (020) 54792626 ຫຼື ສາຂາທະນາຄານແຫ່ງ ສປປ ລາວ ປະຈຳພາກ ເພື່ອກວດກາຢັ້ງຢືນ ແລະ ເພື່ອປະສານສົມທົບກັບເຈົ້າໜ້າທີ່ດຳເນີນການກວດກາແຫຼ່ງທີ່ມາຕາມຂັ້ນຕອນຂອງລະບຽບ ແລະ ກົດໝາຍ.

ຄລິກທີ່ນີ້ເພື່ອເບິ່ງແຈ້ງການສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.