ກອງປະຊຸມທຸລະກິດລາວໃນຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ. ທ່ານນາງ ເຂັມມະນີ ພົນເສນາ ໄດ້ກ່າວຕໍ່ທີ່ປະຊຸມວ່າ “ການປັບປຸງກົດໝາຍ ແລະ ກົດລະບຽບຕ່າງໆ ແມ່ນເປັນພຽງສ່ວນໜຶ່ງ ທີ່ຈໍາເປັນຕໍ່ການຂະຫຍາຍຕົວ ຂອງພາກທຸລະກິດເທົ່ານັ້ນ. ສິ່ງທີ່ສໍາຄັນ ແມ່ນຕ້ອງ ຮັບປະກັນວ່າ ກົດໝາຍ ແລະ ລະບຽບການຕ່າງໆນັ້ນ ແມ່ນຈະໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ໃນທຸກລະດັບການຄຸ້ມຄອງບໍລິຫານຂອງພາກລັດ. ກົນໄກການປຶກສາຫາລື ພາຍໃຕ້ ກອງປະຊຸມທຸລະກິດລາວນີ້ ຈະເປັນເຄື່ອງມື ທີ່ສໍາຄັນໃນການ ກວດກາຕິດຕາມ ການຈັດຕັ້ງປະຕິບັດ ກົດໝາຍ ແລະ ລະບຽບການຕ່າງໆ.”

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ

 

ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ກໍ່ໄດ້ກ່າວມີຄໍາເຫັນຕໍ່ທີ່ປະຊຸມກ່ຽວກັບບົດບາດຄວາມສໍາຄັນຂອງ ກອງປະຊຸມທຸລະກິດລາວ ໃນການປັບປຸງສະພາບ ແວດລ້ອມທຸລະກິດວ່າ “ຕັ້ງແຕ່ຜົນສໍາເລັດກອງປະຊຸມ ທຸລະກິດລາວຄັ້ງທີ 10, ພາກທຸລະກິດແມ່ນສາມາດເຫັນໄດ້ວ່າ ຂະບວນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ແມ່ນໄດ້ຮັບການປັບປຸງຂຶ້ນ ໃນທຸກລະດັບ. ເປັນຕົ້ນແມ່ນເຫັນໄດ້ວ່າ ທາງພາກລັດ ແມ່ນໄດ້ມີຄວາມເອົາໃຈໃສ່ໃນການແກ້ໄຂບັນຫາຂອງພາກທຸລະກິດຢ່າງເປັນຮູບປະທໍາ.”  

ຫຼັງຈາກຜົນສໍາເລັດຂອງ ກອງປະຊຸມ ທຸລະກິດລາວ ຄັ້ງທີ 10 ໃນວັນທີ 28 ມີນາ 2017, ແມ່ນມີ 4 ບັນຫາບູລິມະສິດທີ່ໄດ້ຮັບການແກ້ໄຂເກືອບສົມບູນແລ້ວ ແລະບັນຫາທີ່ີໄດ້ມີຄວາມຄືບໜ້າທີ່ດີ ໃນການແກ້ໄຂ  ມີ 7 ບັນຫາ. ໃນກອງປະຊຸມໃນຄັ້ງນີ້ ແມ່ນມີ 3 ກຸ່ມບັນຫາໃຫຍ່ທີ່ໄດ້ຍົກມາປຶກສາຫາລືກັນຄື: ກຸ່ມບັນຫາອາກອນສໍາລັບທຸລະກິດມີ 2 ບັນຫາຄື: ບັນຫາການສົ່ງຄືນເງິນອາກອນມູນຄ່າເພີ່ມ ແລະ ບັນຫາອາກອນຊົມໃຊ້ອິນເຕີເນັດ; ກຸ່ມບັນຫາການອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງໃນ ສປປ ລາວ ມີ 4 ບັນຫາຄື: ບັນຫາ ການນໍາເຂົ້າສິນຄ້າ ແລະ ວັດຖຸດິບ ທີ່ໄດ້ຮັບການຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມ ພາຍໃຕ້ກົດໝາຍສົ່ງເສີມການລົງທຶນ ຕ້ອງຜ່ານຫຼາຍຂອດຂັ້ນ ແລະ ໃຊ້ເວລາຫຼາຍ, ການນໍາເຂົ້າ ສິນຄ້າ ຜ່ານດ່ານປະເພນີ ທີ່ມີລັກສະນະການຄ້າ, ລາຄາຂົນສົ່ງສິນຄ້າພາຍໃນ ແລະ ຕ່າງປະເທດແພງ, ແລະ  ຂັ້ນຕອນການຂໍອະນຸຍາດຂົນສົ່ງ ສໍາລັບການຂົນສົ່ງສິນຄ້າຜ່ານແດນ; ແລະ ບັນຫາ ອຸປະສັກຕໍ່ການພັດທະນາຂະແໜງການທ່ອງທ່ຽວ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ

 

ໜ່ວຍງານພາກລັດທີ່ກ່ຽວຂ້ອງ ແລະ ຕ່າງໜ້າພາກທຸລະກິດ ແມ່ນໄດ້ເຫັນດີ ຮັບຮອງເອົາ ຫຼາຍມາດຕະການ ເພື່ອຫາແນວທາງໃນການແກ້ໄຂບັນຫາທີ່ຖືກ ສະເໜີໃນກອງປະຊຸມໃນຄັ້ງນີ້. ພາຍຫຼັງກອງປະຊຸມຄັ້ງນີ້ ຄາດວ່າ ທາງລັດຖະບານ ຈະອອກ ໜັງສືແຈ້ງການ ເປັນຄໍາແນະນໍາລາຍລະອຽດ ເພື່ອຕິດຕາມການແກ້ໄຂບັນຫາທີ່ຍົກຂຶ້ນພາຍໃຕ້ ຂະບວນການ ປຶກສາຫາລື ຂອງກອງປະຊຸມທຸລະກິດລາວ.

ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ

 

ພະນະທ່ານ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຕໍ່ ກອງປະຊຸມກ່ຽວກັບ ຜົນສໍາເລັດທີ່ສໍາຄັນ ຂອງ ລັດຖະບານ ໃນການຮັກສາສະເຖຍລະພາບທາງດ້ານ ເສດຖະກິດມະຫາພາກ, ການຫຼຸດຜ່ອນຄວາມທຸກຍາກ, ການລວມກຸ່ມທາງດ້ານເສດຖະກິດ, ແລະ ການປັບປຸງສະພາບແວດລ້ອມທຸລະກິດ. ພະນະທ່ານ ນາຍົກ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໜັກ ເຖິງ ຄວາມຈໍາເປັນ ໃນການສົ່ງເສີມ ການພັດທະນາ ພາກທຸລະກິດໃຫ້ມີຄວາມເຂັ້ມແຂງ ໂດຍຜ່ານຂະບວນການ ປັບປຸງກອບກົດໝາຍ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບການດໍາເນີນທຸລະກິດໃນ ສປປລາວ ໂດຍໄດ້ກ່າວວ່າ “ທາງລັດຖະບານ ແມ່ນໄດ້ເຫັນໄດ້ເຖິງ ບົດບາດຄວາມສໍາຄັນຂອງພາກທຸລະກິດເພື່ອ ໃຫ້ທາງພາກລັດຖະບານສາມາດ ບັນລຸເປົ້າໝາຍ ການພັດທະນາດ້ານເສດຖະກິດ-ສັງຄົມ, ແລະ ຈະນໍາໃຊ້ເອົາ ກອງປະຊຸມທຸລະກິດລາວນີ້ ເປັນເວທີ ປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ແລະ ຈະໝຸນໃຊ້ກອງປະຊຸມນີ້ໃຫ້ເປັນເຄື່ອງມືທີ່ມີປະສິດທິພາບໃນການກໍານົດ ແລະ ແກ້ໄຂບັນຫາ ທີ່ກ່ຽວຂ້ອງກັບການສ້າງຕັ້ງທຸລະກິດ ແລະ ຂໍ້ຫຍຸ້ງຍາກທີ່ເປັນອຸປະສັກໃນການນຂະຫຍາຍທຸລະກິດໃນ ສປປລາວ”.

ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວວ່າ ທາງພາກລັດຖະບານ ຈະນໍາເອົາບັນຫາຕ່າງໆທີ່ໄດ້ຖືກຍົກຂຶ້ນໃນກອງປະຊຸມໃນຄັ້ງນີ້ ໄປພິຈາລະນາ ແລະ ຍັງໄດ້ເນັ້ນໜັກ ເຖິງຄວາມຈໍາ ເປັນທີ່ໃຫ້ມີການສືບຕໍ່ ກົນໄກປຶກສາຫາລືທີ່ສ້າງສັນນີ້ ຕໍ່ໄປໃນອະນາຄົດ. 

ແຫຼ່ງຂ່າວ: ກອງເລຂາກອງປະຊຸມທຸລະກິດລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.