ໃນ 6 ເດືອນ 2018 ຜ່ານມາ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ສາມາດບັນລຸໄດ້ທັງໝົດ US$ 5,011 ລ້ານ[1], ເພີ່ມ​ຂຶ້ນ 14.5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ. ໃນນີ້:

ການສົ່ງອອກປະຕິບັດໄດ້ US$ 2,262 ລ້ານ, ​ເພີ່ມ​ຂຶ້ນ 4.5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​​ປີຜ່ານມາ. ສິນຄ້າທີ່ສົ່ງອອກຕົ້ນຕໍແມ່ນ ໄຟຟ້າ, ທອງ ແລະ ແຮ່ທອງ, ໂຄງຮ່າງກ້ອງບັນທຶກພາບ, ເຄື່ອງໃຊ້ໄຟຟ້າ, ເຄື່ອງນຸ່ງຫົ່ມ, ຄຳປະສົມ, ກາເຟ, ໝາກກ້ວຍ ແລະ ຢາງພາລາ, ປະ​ເທດ​ສົ່ງ​ອອກ​ຕົ້ນຕໍ​ແມ່ນ: ​ໄທ, ຈີນ, ຫວຽດນາມ, ອິນເດຍ, ຍີ່ປຸ່ນ ແລະ ​ເຢຍລະ​ມັນ.

ສ່ວນການນໍາເຂົ້າບັນລຸໄດ້ US$ 2,212 ລ້ານ​, ເພີ່ມ​ຂຶ້ນ 24.2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​​ປີຜ່ານມາ, ສິນຄ້າທີ່ນຳ ເຂົ້າຕົ້ນຕໍ ແມ່ນ: ນໍ້າມັນ​ເຊຶ້ອ​ໄຟ (ນໍ້າມັນ​ແອັດ​ຊັງ, ກາ​ຊວນ ​ແລະ ກາດ), ເຄື່ອງໃຊ້ໄຟຟ້າ, ພາຫະນະທາງບົກ ແລະ ຊິ້ນສ່ວນອາໄຫຼ່, ​ອຸປະກອນກົນຈັກ, ເຄື່ອງໃຊ້ໄຟຟ້າ, ເຫຼັກ ​ແລະ ອຸປະກອນ​ທີ່​ເຮັດ​ດ້ວຍ​ເຫຼັກ. ປະ​ເທດ​ທີ່ ສປປ ລາວ​ ນໍາ​ເຂົ້າສ່ວນ​ໃຫຍ່ ຍັງ​ແມ່ນ​ບັນດາ​ປະ​ເທດ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ ​ເຊັ່ນ: ​ໄທ, ຈີນ ແລະ ຫວຽດ ນາມ. ນອກ​ນັ້ນ, ຍັງ​ນໍາ​ເຂົ້າ​ມາ​ຈາກປະເທດ ​ຍີ່ປຸ່ນ, ສ.​ເກົາຫຼີ, ອິນ​ໂດ​ເນ​ເຊຍ, ສິງກະ​ໂປ, ອົດສະຕາລີ, ຮົງກົງ...

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.