ອີງຕາມຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນໍາເຂົ້າ ແລະ ສົ່ງອອກຜ່ານອາຫານສະບັບເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018 ສໍາລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຂໍ້ຕົກລົງສະບັບດັ່ງກ່າວ ຈະຖືກສືກສາອົບຮົມ, ກ່າວເຕືອນ, ປັບໃໝ ຫຼື ລົງໂທດ ຕາມກໍລະນີເບົາ ຫຼື ໜັກດັ່ງນີ້:

1. ການກະທໍາຜິດໃນຄັ້ງທີ່ 1 ຕໍ່ບັນດາມາດຕາຕ່າງໆ ທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້ ຄື:

  • ກະທໍາຜິດໃນມາດຕາ 20 ຂໍ້ 1 ແລະ ຂໍ້ 2, ມາດຕາ 24, ມາດຕາ 25 ແລະ ມາດຕາ 35 ຂໍ້ 4, ຂໍ້ 6 ແລະ ຂໍ້ 10 ຈະຖືກກ່າວເຕືອນ ແລະ ຂຽນຄໍາປະຕິຍານເປັນລາຍລັກອັກສອນ;
  • ກະທໍາຜິດໃນມາດຕາ 35 ຂໍ້ 3 ຈະຖືກກ່າວເຕືອນ,ຂຽນຄໍາປະຕິຍານເປັນລາຍລັກອັກສອນ ພ້ອມທັງປັບຖືກໃໝ 2,500,000 ກີບ (ສອງລ້ານຫ້າແສນກີບ);
  • ກະທໍາຜິດໃນມາດຕາ 35 ຂໍ້ 1-2 ແລະ 5 ຈະຖືກກ່າວເຕືອນ,ຂຽນຄໍາປະຕິຍານເປັນລາຍລັກອັກສອນ,ປັບຖືກໃໝ 5,000,000 ກີບ (ຫ້າລ້ານກີບ);
  • ກະທໍາຜິດໃນມາດຕາ 35 ຂໍ້ 7-9 ຈະຖືກກ່າວເຕືອນ, ຂຽນຄໍໍາປະຕິຍານເປັນລາຍລັກອັກສອນ, ປັບໃໝ 5,000,000 ກີບ (ຫ້າລ້ານກີບ) ແລະ ພ້ອມທັງຢຶດສິນຄ້າໄວ້.
ແຫຼ່ງຂໍ້ມູນພາບ: http://meconferences.com/blog/transmission-of-food-borne-illness/

2. ການກະທໍາຜິດເປັນຄັ້ງທີ 2 ໂທດຈະເພີ່ມຂຶ້ນ ດັ່ງນີ້:

  • ກະທໍາຜິດໃນມາດຕາ 20 ຂໍ້ 1 ແລະ ຂໍ້ 2, ມາດຕາ 24, ມາດຕາ 25 ແລະ ມາດຕາ 35 ຂໍ້ 4, ຂໍ້ 6 ແລະ ຂໍ້ 10 ຈະຖືກກ່າວເຕືອນ,ຂຽນຄໍາປະຕິຍານເປັນລາຍລັກອັກສອນ ແລະ ປັບໃໝ 1,000,000 ກີບ (ໜຶ່ງລ້ານກີບ);
  • ກະທຳຜິດໃນມາດຕາ 19 ຈະຖືກກ່າວເຕືອນ, ຂຽນຄໍາປະຕິຍານເປັນລາຍລັກອັກສອນ ແລະ ຖືກປັບໃໝສອງເທົ່າຕົວຂອງມູນຄ່າສິນຄ້າຕາມທ້ອງຕະຫຼາດ;
  • ກະທໍາຜິດໃນມາດຕາ 35 ຂໍ້ 3 ຈະຖືກກ່າວເຕືອນ, ຂຽນຄໍາປະຕິຍານເປັນລາຍລັກອັກສອນ ພ້ອມທັງປັບຖືກໃໝ 5,000,000 ກີບ (ຫ້າລ້ານກີບ);
  • ກະທໍາຜິດໃນມາດຕາ 35 ຂໍ້ 1-2 ແລະ 5 ຈະຖືກກ່າວເຕືອນ, ຂຽນຄໍາປະຕິຍານເປັນລາຍລັກອັກສອນ,ປັບຖືກໃໝ 10,000,000 ກີບ (ສິບລ້ານກີບ) ແລະ ສັ່ງປິດກິດຈະການຊົ່ວຄາວ ຫົກເດືອນ ຫາ ໜຶ່ງປີ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ;
  • ກະທໍາຜິດໃນມາດຕາ 35 ຂໍ້ 7-9 ຖືກຂຽນຄໍໍາປະຕິຍານເປັນລາຍລັກອັກສອນ, ປັບໃໝ 10,000,000 ກີບ (ສິບລ້ານກີບ), ຢຶດສິນຄ້າໄວ້,ພ້ອມທັງຖືກສັ່ງປິດກິດຈະການຊົ່ວຄາວ ຫົກເດືອນ ຫາ ໜຶ່ງປີ ໂດຍປະສົມທົບກັບຂະແໜງການກ່ຽວຂ້ອງ;
ແຫຼ່ງຂໍ້ມູນພາບ: https://vietnammoi.vn/kinh-hoang-12-tan-mang-tuoi-ngam-trong-hoa-chat-doc-hai-3656.html

3. ການກະທໍາຜິດເປັນຄັ້ງທີ 3 ໂທດຈະໜັກຂື້ນ ດັ່ງນີ້:

  • ກະທໍາຜິດໃນມາດຕາ 20 ຂໍ້ 1 ແລະ ຂໍ້ 2, ມາດຕາ 24, ມາດຕາ 25 ແລະ ມາດຕາ 35 ຂໍ້ 4, ຂໍ້ 6 ແລະ ຂໍ້ 10 ຈະຖືກກ່າວເຕືອນ, ຂຽນຄໍາປະຕິຍານເປັນລາຍລັກອັກສອນ, ປັບໃໝ 5,000,000 ກີບ ແລະ ສັ່ງປິດກິດຈະການຊົ່ວຄາວ ຫົກເດືອນ ຫາ ໜຶ່ງປີ ໂດຍປະສົມທົບກັບຂະແໜງການກ່ຽວຂ້ອງ;
  • ກະທຳຜິດໃນມາດຕາ 19 ຈະຖືກກ່າວເຕືອນ,ຂຽນຄໍາປະຕິຍານເປັນລາຍລັກອັກສອນ ແລະ ປັບໃໝ ສີ່ເທົ່າຂອງມູນຄ່າສິນຄ້າໃນທ້ອງຕະຫຼາດ;
  • ກະທໍາຜິດໃນມາດຕາ 35 ຂໍ້ 3 ຈະຖືກກ່າວເຕືອນ, ຂຽນຄໍາປະຕິຍານເປັນລາຍລັກອັກສອນ ພ້ອມທັງປັບຖືກໃໝ 10,000,000 ກີບ (ສິບລ້ານກີບ) ແລະ ສັ່ງປິດກິດຈະການຊົ່ວຄາວ ຫົກເດືອນ ຫາ ໜຶ່ງປີ ໂດຍປະສົມທົບກັບຂະແໜງການກ່ຽວຂ້ອງ;
  • ກະທໍາຜິດໃນມາດຕາ 35 ຂໍ້ 1-2 ແລະ 5 ປັບຖືກໃໝ 15,000,000 ກີບ (ສິບຫ້າລ້ານກີບ) ແລະ ສັ່ງປິດກິດຈະການຖາວອນ ໂດຍປະສົມທົບກັບຂະແໜງການກ່ຽວຂ້ອງ;
  • ກະທໍາຜິດໃນມາດຕາ 35 ຂໍ້ 7-9 ປັບໃໝ 15,000,000 ກີບ (ສິບຫ້າລ້ານກີບ), ຢຶດສິນຄ້າໄວ້ ແລະ ພ້ອມທັງ ສັ່ງປິດກິດຈະການຖາວອນ ໂດຍປະສົມທົບກັບຂະແໜງການກ່ຽວຂ້ອງ;
ແຫຼ່ງຂໍ້ມູນພາບ: http://www.consumerthai.org

 

ຖ້າວ່າຜູ້ປະກອບການທີ່ດໍາເນີນທຸລະກິດອາຫານ ໄດ້ລະເມີດທຸກມາດຕະການທີ່ໄດ້ກ່າວມາຂ້າງເທິງບໍ່ວ່າຈະເປັນຄັ້ງທີ 1,2 ແລະ 3 ກໍຕາມ ທີ່ສ້າງຄວາມເສຍຫາຍຂັ້ນຮ້າຍແຮງ ຫຼື ອັນຕະລາຍຕໍ່ຊີວິດ ແລະ ເສດຖະກິດ ແມ່ນຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ. ດັ່ງນັ້ນ,ຈິ່ງຮຽກຮ້ອງໃຫ້ຜູ້ປະກອບການທີ່ດໍາເນີນທຸລະກິດອາ ຫານຢ່າງມີສະຕິ ແລະ ເອົາໃຈໃສ່ຕິດຕາມລະບຽບການ, ຂໍ້ກໍານົດ, ແຈ້ງການ, ແລະ ບັນດານິຕິກໍາຕ່າງໆ ຕິດພັນກັບການດໍາເນີນທຸລະກິດຂອງຕົນເອງ ທີ່ລັດຖະບານວາງອອກເພື່ອຫລີກລ້ຽງຜົນເສຍຫາຍທີ່ຈະຕາມມາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.