ກະຊວງການເງິນໄດ້ອອກແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (AHTN 2017) ເລກທີ 1434, ລົງວັນທີ 14 ພຶດສະພາ 2018, ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍ ເນື້ອໃນ ດໍາລັດວ່າດ້ວຍການປະກາດໃຊ້ ສາລະບານອັດຕາພາສີລະບົບເອກະພາບຂອງອາຊຽນ ລຸ້ນປີ 2017, ສະບັບເລກທີ 122/ນຍ, ລົງວັນທີ 03 ເມສາ 2018 ໃຫ້ສອດຄ່ອງກັບລະບຽບການພາກພື້ນ, ສາກົນທີ່ ສປປ ລາວ ເຂົ້າເປັນພາຄີ ແນ່ໃສ່ເຮັດໃຫ້ການຈັດສິນຄ້າ, ເຄື່ອງຂອງ ເຂົ້າໃສ່ເລກລະຫັດ ໃຫ້ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ ໃນປື້ມສາລະບານອັດຕາພາສີລະບົບເອກະພາບ ລຸ້ນປີ 2017, ຊຶ່ງຈະປ່ຽນແທນສາລະບານ ອັດຕາພາສີລະບົບເອກະພາບ ລຸ້ນປີ 2012. ສາລະບານອັດຕາພາສີລະບົບເອກະພາບ ປີ 2017 ປະກອບມີ 21 ພາກ ແລະ 97 ໝວດສິນຄ້າ. ຫລັກການໃນການຈຳແນກປະເພດສິນຄ້າ ໄດ້ກຳນົດໄວ້ດ້ວຍລະຫັດເຄົ້າ 1.222 ລະຫັດເຄົ້າ (04 ຕົວເລກ), 5.387 ລະຫັດຍ່ອຍ (06 ຕົວເລກ)ແລະ 10.813 ລະຫັດຍ່ອຍ (08 ຕົວເລກ).

ນອກຈາກນັ້ນ, ກົມພາສີໄດ້ອອກ ບົດແນະນຳການຈັດຕັ້ງປະຕິບັດ ສາລະບານສິນຄ້າລະບົບເອກະພາບຂອງອາຊຽນ ລຸ້ນປີ 2017 ລະອຽດກ່ຽວກັບການຈັດຕັ້ງປະຕິບັດ ສາລະບານອັດຕາພາສີລະບົບເອກະພາບ ລຸ້ນປີ 2017 ພ້ອມທັງຈັດຝຶກອົບຮົມໃຫ້ເຈົ້າໜ້າທີ່ພາສີ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮັບຊາບ ແລະ ເຂົ້າໃຈ.  ສາລະບານອັດຕາພາສີລະບົບເອກະພາບ ລຸ້ນປີ 2017 ມີຜົນບັງຄັບໃຊ້ ນັບແຕ່ວັນທີ 01 ກໍລະກົດ 2018 ເປັນຕົ້ນໄປ, ແຕ່ສຳລັບພາກປະຕິບັດຕົວຈີງ ອາດຈະມີການລ່າຊ້າ ເນື່ອງຈາກການກະກຽມທາງດ້ານວິຊາການ,  ອັດຕາພາສີລະບົບເອກະພາບ ລຸ້ນປີ 2017 ດັ່ງກ່າວ ຈະເອົາລົງໃນເວັບໄຊສູນຂໍ້ມູນຂ່າວສານທາງດ້ານການຄ້າທັນທີ ທີ່ກົມພາສີເລີ່ມ ປະຕິບັດນຳໃຊ້ ສາລະບານອັດຕາພາສີລະບົບເອກະພາບ ລຸ້ນປີ 2017.

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.