ສາທາລະນະ​ລັດ ປະຊາ​ທີ​ປະ​ໄຕ ປະຊາຊົນ​ລາວ
ສັນຕິພາບ ​ເອກະລາດ ປະຊາ​ທີ​ປະ​ໄຕ ​ເອກະ​ພາບ ວັດທະນາ​ຖາວອນ

ສະ​ພາ​ແຫ່ງ​ຊາດ         ​ເລກທີ 11/ສພຊ
ນະຄອນຫຼວງວຽງຈັນ, ວັນທີ 21 ທັນວາ 2011

ກົດໝາຍ

ວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການ, ການຈັດຕັ້ງ ແລະ ການເຄື່ອນໄຫວ ກ່ຽວກັບວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການພັດທະນາ ແລະ ສ້າງຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຊຸກຍູ້ການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ, ແນໃສ່ສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກສູງລະດັບຊີວິດການເປັນຢູ່, ຂອງປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາເສດທະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງໝັ້ນຄົງ.

ມາດຕາ 2. ວິສາຫະກິດຂະໜາດນ້ອຍ ແລະ ກາງ

ວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນ ຫົວໜ່ວຍທຸລະກິດທີ່ໄດ້ຂຶ້ນທະບຽນ ແລະ ເຄື່ອນໄຫວຢ່າງຖືກຕ້ອງ ຕາມກົດໝາຍ ສປປ ລາວ. ຂະໜາດຂອງວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໄດ້ກຳນົດຕາມແຕ່ລະຂະແໜງວິສາຫະກິດ ໂດຍຖືເອົາ ຈຳນວນແຮງງານສະເລ່ຍໃນປີ, ມູນຄ່າສັບສິນທັງໝົດ ແລະ ລວມຍອດລາຍຮັບທຸລະກິດປະຈຳປີ ເປັນພື້ນຖານບ່ອນອີງ.

ເງື່ອນໄຂການຈັດແບ່ງຂະໜາດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນລັດຖະບານເປັນຜູ້ກຳນົດໃນແຕ່ລະໄລຍະ.

ມາດຕາ 3. ການສົ່ງເສີມວິສາຫະກິດຂະໜາດນ້ອຍແລະ ກາງ

ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນການວາງນະໂຍບາຍ ແລະ ການກຳນົດມາດຕະການ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂດ້ານຕ່າງໆ ທີ່ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບກິດຈະການ ໃນການສ້າງຕັ້ງ, ດຳເນີນ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ.

ມາດຕາ 4. ການອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້:

  1. ວນກ ໝາຍເຖິງ ວິສາຫະກິດຂະໜາດນ້ອຍ ແລະ ກາງ
  2. ຜູ້ປະກອບກິດຈະການໝາຍເຖິງ ເຈົ້າຂອງ ຫຼື ຜູ້ບໍລິຫານວິສາຫະກິດທີ່ເຮັດທຸລະກິດໃດໜຶ່ງເພື່ອສ້າງລາຍໄດ້ທີ່ເກິດຈາກຫົວຄິດປະດິດສ້າງ, ພູມປັນຍາ ແລະມີຄວາມຮັບຜິດຊອບຕໍ່ຄວາມສ່ຽງ ທັງກຳໄລ-ຂາດທຶນ ດ້ວຍຕົວເອງ;
  3. ສູນກໍ່ໍ່ສ້າງຜູ້ປະກອບກິດຈະການ ໝາຍເຖິງ ສະຖານທີ່ຮັບເອົາຜູ້ທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດໃໝ່ເຂົ້າຝຶກອົບຮົມ, ເຮັດຈຳລອງ ກ່ຽວກັບການຜະລິດທຸລະກິດ ໂດຍມີລະບົບບໍລິຫານຈັດການ ແລະ ໃຫ້ຄຳປຶກສາ;
  4. ທຸລະກິດຕົວແທນໝາຍເຖິງ ທຸລະກິດທີ່ໄດ້ຮັບການອະນຸຍາດໃຫ້ເປັນຕົວແທນໃນການຜະລິດ, ການຈຳໜ່າຍສິນຄ້າ ແລະ ການບໍລິການ ພາຍໃຕ້ຊື່ຂອງທຸລະກິດຕົ້ນແບບທີ່ເປັນເຈົ້າຂອງຍີ່ຫໍ້ການຄ້າໄດໜຶ່ງ;
  5. ຕ່ອງໂສ້ມູນຄ່າເພີ່ມ ໝາຍເຖິງ ບັນດາຂອດການເຄື່ອນໄຫວທຸລະກິດທີ່ພົວພັນກັນ ຊຶ່ງເລີ່ມຈາກຂອດວັດຖຸດິບ ເພື່ອສະໜອງໃຫ້ແກ່ການຜະລິດ, ການແປຮູບ, ການຄ້າ, ການຕະຫຼາດ ຈົນເຖິງການຊົມໃຊ້ ສຳລັບສິນຄ້າໃດໜຶ່ງ;
  6. ຜະລິດຕະພັນໝາຍເຖິງ ປະສິດທິພາບ ແລະ ປະສິດທິຜົນຂອງການເຄື່ອນໄຫວວຽກງານ, ການຜະລິດທຸລະກິດ ໂດຍເປັນການປຽບທຽບລະຫວ່າງຜົນໄດ້ຮັບ ແລະ ປັດໃຈນຳເຂົ້າ ເຊັ່ນ: ແຮງງານ, ທຶນ, ວັດຖຸດິບ, ເວລາ;
  7. ອົງການຜະລິດຕະພາບແຫ່ງອາຊີ ໝາຍເຖິງ ອົງການຈັດຕັ້ງລະຫວ່າງລັດຖະບານຂອງບັນດາປະເທດ ຫຼຶ ເຂດເສດຖະກິດໃນພາກພື້ນອາຊີ-ປາຊີຟິກ ທີ່ເປັນພາຄີ ຊຶ່ງມີພາບະບົດບາດ ໃນການສົ່ງເສີມການເພີ່ມຜະລິດຕະພາບ ເພຶ່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກ;
  8. ອົງການຜະລິດຕະພາບແຫ່ງຊາດລາວ ໝາຍເຖິງ ອົງການທີ່ໄດ້ຮັບການແຕ່ງຕັ້ງຈາກລັດຖະບານ ເພື່ອເຄື່ອນໄຫວວຽກງານຮ່ວມກັບອົງການຜະລິດຕະພາບແຫ່ງອາຊີ.

ມາດຕາ 5. ນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍແລະ ກາງ

ລັດຊຸກຍູ້ ແລະ ສົ່ງເສີມການພັດທະນາວິສາກະກິດຂະໜາດນ້ອຍ ແລະ ກາງ ແນ່ໃສສ້າງຄວາມສາມາດໃນການແຂ່ງຂັນ ດ້ານການຜະລິດ, ການຄ້າ ແລະ ການບໍລິການ ດ້ວຍການສະໜັບສະໜູນທາງດ້ານທຶນຮອນ, ວິຊາການ, ເຕັກໂນໂລຊີ, ການຕະຫຼາດ, ການຄົນຄວ້າທາງດ້ານວິທະຍາສາດ ແລະ ອື່ນໆ.

ມາດຕາ 6. ຫຼັກການກ່ຽວກັບການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຕ້ອງປະຕິບັດຕາມຫຼັກການຕົ້ນຕໍ ດັ່ງນີ້:

  1. ສອດຄ່ອງກັບນະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດ, ເຂດແຄວ້ນ, ຂະແໜງການ ແລະສອດຄ່ອງກັບເງື່ອນໄຂຂອງຂະແໜງ ວນກ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້;
  2. ຮັບປະກັນໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຮັບການສ້າງຕັ້ງ, ດຳເນີນ ແລະ ພັດທະນາ ດ້ວຍຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ;
  3. ຮັບປະກັນການສ້າງວຽກງານເຮັດງານທຳ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ;
  4. ຮັບຮູ້, ຮັບປະກັນການປົກປ້ອງກຳມະສິດ ແລະ ສິດຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ;
  5. ປົກປັກຮັກສາ ແລະ ຟື້ນຟູ ຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ຮັບປະກັນ ຄວາມປອດໄພຂອງສັງຄົມ.

ມາດຕາ 7. ຂອບເຂດການນຳໃຊ້ກົດໝາຍ

ກົດໝາຍສະບັບນີ້ ນຳໃຊ້ສຳລັບທຸກຂະແໜງວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ສ້າງຕັ້ງຂຶ້ນ ແລະ ດຳເນີນກິດຈະການ ຢ່າງຖືກຕ້ອງຕາມກົດໝາຍຂອງ ສ​ປປລາວ.

ມາດຕາ 8. ການຮ່ວມມືສາກົນ

ລັດ ສົ່ງເສີມການຮ່ວມມືກັບຕ່າງປະເທດ, ພາກພື້ນສາກົນ ກ່ຽວກັບວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນຕົ້ນ ວຽກງານຜະລິດຕະພາບ ດ້ວຍການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ, ການຍົກລະດັບຄວາມຮູ້ ແລະຄວາມສາມາດຂອງບຸກຄະລາກອນ, ການຖ່າຍທອດເຕັກໂນໂລຊີ, ການຍາດແຍ່ງການຊ່ວຍເຫລືອ ແລະ ອື່ນໆ ບົນພື້ນຖານຄວາມເປັນເອກກະລາດ, ສະເໜີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ປະຕິບັດຢ່າງສອດຄ່ອງກັບສັນຍາ, ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນ ພາຄີ.

ພາກທີ II
ບັນດາຂະແໜງວິສາຫະກິດຂະໜາດນ້ອຍ ແລະ ກາງ

ມາດຕາ 9. ບັນດາຂະແໜງວິສາຫະກິດຂະໜາດນ້ອຍ ແລະ ກາງ

ວິສາຫະກິດຂະໜາດນ້ອຍ ແລະ ກາງ ແບ່ງອອກເປັນສາມ ຂະແໜງດັ່ງນີ້:

  1. ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດຳເນີນການຜະລິດສິນຄ້າ;
  2. ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດຳເນີນການຄ້າ;
  3. ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດຳເນີນການບໍລິການ.

ມາດຕາ​ 10. ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດໍາເນີນການຜະລິດສິນຄ້າ

ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດຳເນີນການຜະລິດສິນຄ້າ ແມ່ນຂະແໜງວິສາຫະກິດທີ່ເຄື່ອນໄຫວທຸລະກິດໃນຂົງເຂດອຸດສະຫະກຳປຸງແຕ່ງ, ຫັດຖະກຳ ແລະ ການຜະລິດກະສິກຳ ເພື່ອເປັນສິນຄ້າ.

ມາດຕາ 11. ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດຳເນີນການຄ້າ

ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດຳເນີນການຄ້າ ແມ່ນຂະແໜງວິສາຫະກິດທີ່ເຄື່ອນໄຫວ ທຸລະກິດໃນຂົງເຂດການຄ້າ ຂາຍຍົກ ແລະ ຂາຍຍ່ອຍ.

ມາດຕາ 12. ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດຳເນີນການບໍລິການ

ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດຳເນີນການບໍລິການ ແມ່ນຂະແໜງວິສາຫະກິດທີ່ເຄື່ອນໄຫວທຸລະກິດໃນຂົງເຂດການບໍລິການ ດ້ານການທ່ອງທ່ຽວ, ຄົມມະນາຄົມ-ຂົນສົ່ງ, ທະນາຄານ-ການເງິນ, ການສຶກສາ, ສາທາລະນະສຸກ ແລະ ການບໍລິການອື່ນທີ່ບໍ່ຂັດກັບກົດໝາຍ.

ພາກທີ III
ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ມາດຕາ 13. ກິດຈະການສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ

ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ປະກອບດ້ວຍກິດຈະການຕົ້ນຕໍ ດັ່ງນີ້:

  1. ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ;
  2. ການເຂົ້າເຖິງແຫຼ່ງທຶນ;
  3. ນະໂຍບາຍດ້ານພາສີ ແລະ ອາກອນ;
  4. ການສ້າງ ແລະ ພັດທະນາຜູ້ປະະກອບກິດຈະການ;
  5. ການບໍລິການໃຫ້ຄຳປຶກສາ ພັດທະນາທຸລະກິດ
  6. ການຮ່ວມມືທຸລະກິດ ລະຫວ່າງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກັບວິສາຫະກິດຂະນາດໃຫຍ່ ແລະ ວິສາຫະກິດການລົງທຶນຂອງຕ່າງປະເທດ;
  7. ການເພີ່ມຜະລິດຕະພາບ;
  8. ການເຂົ້າເຖິງ ແລະ ການຂະຫຍາຍຕະຫຼາດ;
  9. ການຮ່ວມກຸ່ມທຸລະກິດ ;
  10. ສະຖານທີ່ປະກອບກິດຈະການ;
  11. ການສົ່ງເສີມການນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ;
  12. ການນໍາໃຊ້ ແລະ ການປົກປ້ອງຊັບສິນທາງປັນຍາ;
  13. ການສະໜອງ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ.

ມາດຕາ14. ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ

ລັດ ເອົາໃຈໃສ່ຕໍ່ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສ້າງຕັ້ງ ແລະ ກຳເນີນ ທຸລະກິດ ຂອງ ວນກ ໂດຍເນັນໃສການສ້າງ ແລະ ປັບປຸງລະບຽບກົດໝາຍໃຫ້ມີຄວາມແຈມແຈ້ງ ແລະ ເຮັດກຸມ, ກຳນົດ ວິທີການແກ້ໄຂບັນຫາທີ່ເປັນການກົດໜ່ວງພ້ອມກັນນັ້ນ ກໍຕ້ອງເພີ່ມທະວີການບໍລິຫານ ແລະ ການບໍລິການຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ໂປ່ງໃສ.

ມາດຕາ15. ການເຂົ້າເຖິງແຫຼ່ງທຶນ

ລັດອຳນວຍຄວາມສະດ້ວຍໃຫ້ວິສະຫະກິດຂະໜາດນ້ອຍ ແລະ ກາງ ສາມາດເຂົ້າເຖິງແຫຼ່ງທຶນດ້ວຍການສ້າງລະບຽບການ, ມາດຕະການດ້ານການເງິນ ແລະ ນະໂຍບາຍສິນເຊື່ອ.

ລັດ ມີນະໂຍບາຍສະໜອງທຶນໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ເພື່ອເປັນສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນອັດຕາດອກເບັ້ຍ ແລະ ກຳນົດເວລາທີ່ເໝາະສົມ ຫຼື ອະນຸຍາດໃຫ້ສ້າງຕັ້ງທະນາຄານວິສາຫະກິດຂະໜາດນ້ອຍແລະ ກາງ ເປັນການສະເພາະ

ທະນາຄານແຫ່ງ ສປປລາວ ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ທຸລະກິດ ແລະ ສະຖາບັນການເງິນອື່ນ ສ້າງກົນໄກ, ປັບປຸງໂຄງສ້າງດ້ານສິນເຊື່ອ ແລະ ຜະລິດຕະພັນດ້ານການເງິນຫຼາຍປະເພດ ໃນການສະໜອງສິນເຊື່ອ, ການຄ້ຳປະກັນສິນເຊື່ອ, ການເຊົ່າສິນເຊື່ອ, ການຮ່ວມລົງທຶນ ແລະ ອື່ນໆ ເພື່ອຮັບປະກັນໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດເຂົ້າເຖິງແຫຼ່ງທຶນໄດ້ຢ່າງງ່າຍດາຍ ກ້ວາງຂວາງ ແລະທົ່ວເຖິງ.

ກະຊວງການເງິນ, ທະນາຄານແຫຼ່ງ ສປປ ລາວ ແລະ ກະຊວງອຸດສະຫະກຳ ແລະ ການຄ້າ ເປັນເຈົ້າການຮ່ວມກັນ ກຳນົດຫຼັກການ, ລະບຽບການ ແລະ ວິທີການລະອຽດ ກ່ຽວກັບການສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບວິສາຫະກິດຂະໜາດນ້ອຍແລະ ກາງ.

ມາດຕາ16. ນະໂຍບາຍດ້ານພາສີ ແລະ ອາກອນ

ນະໂຍບາຍດ້ານພາສີ ແລະອາກອນ ແກ່ ວນກ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ພາສີ ແລະ ກົດໝາຍວ່າດ້ວຍ ສ່ວຍສາອາກອນ. ໃນກໍລະນີພິເສດ ເປັນຕົ້ນ ການຝຶກອົບຮົມ, ການສ້າງວຽກເຮັດງານທຳໃຫ້ແກ່ຜູ້ດ້ອຍໂອກາດ, ຜູ້ທຸກຍາກ, ການປົກປັກຮັກສາ ແລະ ຟື້ນຟູສີ່ງແວດລ້ອມ, ການເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ພູມປັນຍາ ຈະໄດ້ຮັບນະໂຍບາຍຍົກເວັ້ນ ຫຼື ຫຼຸດຜ່ອນດ້ານພາສີ ແລະ ອາກອນທີ່ລັດທະບານສະເໜີຕໍ່ສະພາແຫ່ງຊາດ ຫຼື ຄະນະປະຈຳສະພາແຫຼ່ງຊາດ ພິຈາລະນາຕົກລົງ

ມາດຕາ 17. ການສ້າງ ແລະພັດທະນາຜູ້ປະກອບການກິດຈະການ

ລັດຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ພາກສ່ວນຕ່າງໆ ເຂົ້າຮ່ວມໃນການສ້າງ ແລະພັດທະນາຜູ້ປະກອບກິດຈະການ ໂດຍສະເພາະແມ່ນຜູ້ປະກອບກິດຈະການເພດຍິງ ດ້ວຍການຕ່າງໆ ເປັນຕົ້ນ ການຝຶກອົບຮົມ, ການສ້າງສູນກໍສ້າງຜູ້ປະກອບກິດຈະການ, ການດຳເນີນທຸລະກິດຕົວແທນ.

ລັດ ເອົາໃຈໃສ່ຕໍ່ການສ້າງ, ພັດທະນາ ແລະ ບັນຈຸຫຼັກສູດກ່ຽວກັບການປະກອບກິດຈະການເຂົ້າໃນລະບົບການສຶກສາແຫຼ່ງຊາດ ແລະ ສ້າງລະບົບການຍ້ອງຍໍຜູ້ປະກອບກິດຈະການ.

ມາດຕາ 18. ການບໍລິການໃຫ້ຄຳປຶກສາ ພັດທະນາທຸລະກິດ

ລັດ ສ້າງເງື່ອນໄຂ, ອຳນວຍຄວາມສະດວກ, ຊຸກຍູ້ ແລະ ສົ່ງເສີມພາກສ່ວນຕ່າງໆ ເຄື່ອນໄຫວເຮັດການບໍລິການໃຫ້ຄຳປຶກສາ ພັດທະນາທຸລະກິດ ດ້ວຍການສ້າງຕັ້ງໜ່ວຍງານ ຫຼື ວິສາຫະກິດບໍລິການໃຫ້ຄຳປຶກສາດ້ານລະບຽບກົດໝາຍ ແລະ ດ້ານວິຊາການຕ່າງໆ, ການສ້າງເຄືອຂ່າຍຂອງຜູ້ຊ່ຽວຊານດ້ານຕ່າງໆ ເຊັ່ນ: ດ້ານການຕະຫຼາດ, ການພັດທະນາຜະລິດຕະພັນ, ການບໍລິຫານ ແລະ ອື່ນໆ​.

ລັດ ສະໜັບສະໜູນດ້ານທຶນຮອນຕາມເງື່ອນໄຂຕົວຈິງໃຫ້ແກ່ ວນກ ເພື່ອເຂົ້າເຖິງການບໍລິການໃຫ້ຄຳປຶກສາ ພັດທະນາທຸລະກິດ.

ມາດຕາ 19. ການຮ່ວມືທຸລະກິດລະຫ່ວາງ ວິສາຫະກິດຂະໜາດນ້ອຍ ແລະ ກາງກັບວິສາຫະກິດຂະໜາດໃຫຍ່ ແລະ ວິສາຫະກິດການລົງທຶນຂອງຕ່າງປະເທດ.

ລັດ ສົ່ງເສີມການຮ່ວມມື ລະຫວ່າງ ວນກ ກັບວິສາຫະກິດຂະໜາດໃຫຍ່ ແລະ ວິສາຫະກິດການລົງທຶນຂອງຕ່າງປະເທດ ດ້ວຍການສ້າງນະໂຍບາຍ ແລະກົນໄກທີ່ເອື້ອອຳນວຍ ພ້ອມທັງກໍານົດລະບຽບການ ແລະ ມາດຕະການທີ່ຈຳເປັນ.

ວິສາຫະກິດຂະໜາດໃຫຍ່ ແລະ ວິສາຫະກິດການລົງທຶນຂອງຕ່າງປະເທດ ຕ້ອງໃຫ້ໂອກາດແກ່ ວນກ ເປັນຜູ້ສະໜອງວັດຖຸດິບ, ວັດຖຸເຄິ່ງສຳເລັດຮູບ, ສິນຄ້າ ແລະ ການບໍລິການ ລວມທັງການຮັບເໝົາຕໍ່ຊ່ວງ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ ວນກ ໂດຍການຖ່າຍທອດເຕັກໂນໂລຊີ ແລະ ຄວາມຮູ້ຄວາມສາມາດທາງດ້ານການບໍລິຫານ.

ວນກ ຕ້ອງໄດ້ປັບປຸງຄວາມສາມາດບໍລິຫານຈັດການ ແລະ ພັດທະນາເຕັກໂນໂລຊີ ໃນການຜະລິດ ເພື່ອຮັບປະກັນການສະໜອງສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບ ແລະ ປະລິມານ ໂດຍສອດຄ່ອງກັບຄວາມຕ້ອງການຂອງວິສາຫະກິດໃຫຍ່ ແລະ ວິສາຫະກິດການລົງທຶນຂອງຕ່າງປະເທດ.

ມາດຕາ 20. ການເພີ່ມຜະລິດຕະພາບ

ລັດ ສົ່ງເສີມການເພີ່ມພະລິດຕະພາບ ເພື່ອຍົກສູງຄວາມສາມາດໃນການແຂ່ງຂັ້ນ ແລະ ການພັດທະນາແບບຍືນຍົງຂອງ ວນກ ດ້ວຍການປັບປ່ຽນແບບແຜນວິທີເຮັດວຽກ ແລະ ສະຕິການອອກແຮງງານໄປສູ່ຮູບແບບອຸດສະຫະກຳ ແລະ ມີລັກສະນະປະດິດສ້າງ.

ລັດ ສະໝັບສະໜູນໂຄງການຕ່າງໆ ກຽ່ວກັບການຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ ທັງໃນພັກລັດ ແລະ ພາກທຸລະກິດ ເຊັ່ນ ການບໍາລຸງຍົກລະດັບຜູ້ປະກອບກິກຈະການ,ການພັດທະນາສີມືແຮງງານ, ການຍົກລະດັບ ແລະ ການນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ, ການປັບປຸງຄຸນນະພາບ ແລະ ມາດຕະຖານຜະລິດຕະພັນ ແລະ ການບໍລິການ.

ມາດຕາ 21. ການເຂົ້າເຖິງ ແລະ ການຂະຫຍາຍ ຕະຫຼາດ

ລັດ ຊຸກຍູ້ ແລະ ສົ່ງເສີິມສ່ວນຕ່າງໆ ໃຫ້ການສະໜັບສະໜູນ ວນກ ເພື່ອໃຫ້ສາມາດເຂົ້າເຖິງ ແລະ ຂະຫຍາຍຕະຫຼາດດ້ວຍການຈັດການວາງສະແດງສິນຄ້າ ແລະ ການບໍລິການ, ການໂຄສະນາສິນຄ້າ, ການສຶກສາກ່ຽວກັບຕະຫຼາດ, ການແນະນຳຜະລິດຕະພັນ ແລະ ເຂົ້າຮ່ວມງານວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ, ການຈັບຄູ່ທຸລະກິດ ແລະ ການຮ່ວມລົງທຶນ ເພື່ອຂະຫຍາຍຕະຫຼາດ.

ລັດ ສ້າງເງື່ອນໄຂ ແລະ ໃຫ້ໂອກາດແກ່ ວນກ ເປັນຜູ້ສະໜອງສິນຄ້າ ແລະ ການບໍລິການ ໃນໂຄງການຈັດຊື້ດ້ວຍງົບປະມານຂອງລັດ.

ມາດຕາ 22. ການຮ່ວມກຸ່ມທຸລະກິດ

ລັດ ສົ່ງເສີມການຮ່ວມກຸ່ມທຸລະກິດຂອງ ວນກ ຕາມລະບຽບກົດໝາຍ ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດດັ່ງກ່າວ ໄດ້ຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເປັນຕົ້ນ ການນຳໃຊ້ເຄື່ອງມືການຜະລິດ ແລະ ສິ່ງອຳນວຍຄວາມສະດວກຮ່ວມກັນ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ການບໍລິການ ພ້ອມທັງ ເພີ່ມຄວາມສາມາດໃນການສະໜອງສິນຄ້າ ແລະ ການບໍລິການຕາມຄວາມຕ້ອງການຂອງຕະຫຼາດ.

ມາດາ 23. ສະຖານທີ່ປະກອບກິດຈະການ

ລັດ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຜູ້ປະກອບກິດຈະການ ວນກ ໄດ້ເຂົ້າເຖິງສະຖານທີ່ປະກອບກິດຈະການທີ່ໝັ້ນຄົງ ໃນການດຳເນີນທຸລະກິດ ດ້ານການຜະລິດ, ການຄ້າ ແລະ ການບໍລິການ.

ຂະແໜງການອຸດສະຫະກຳ ແລະ ການຄ້າ ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກຽ່ວຂ້ອງ ສ້າງແຜນການກຳນົດສະຖານທີ່ປະກອບກິດຈະການ ທັງໄລຍະສັ້ນ ແລະ ໄລຍະຍາວ.

ມາດຕາ 24.ການສົງເສີມການນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ

ລັດ ສົ່ງເສີມ ວນກ ໃຫ້ມີການນຳໃຊ້ຜົນສຳເລັດດ້ານເຕັກນິກ-ເຕັກໂນໂລຊີ ທີ່ກ້າວໜ້າໃນການຜະລິດ, ການຄ້າ ແລະ ການບໍລິການ.

ລັດ ສະໜັບສະໜູນທຶນຮອນ ແລະ ຊຸກຍູ້ໃຫ້ສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາດຳເນີນການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ ເພື່ອໃຫ້ ວນກ ນໍາໃຊ້ເຂົ້າໃນການດໍາເນີນການຜະລິດທຸລະກິດ.

ມາດຕາ 25. ການນຳໃຊ້ ແລະ ການ ປົກປ້ອງຊັບສິນທາງປັນຍາ

ລັດ ສົ່ົງເສີມ ແລະສ້າງເງື່ອນໄຂສະດວກໃຫ້ ວກນ ປະດິດສ້າງ, ປະດິດຄິດແຕ່ງ, ສ້າງເສດຖະກິດພູມປັນຍາ ແລະ ນຳໃຊ້ຊັບສິນທາງປັນຍາ ພ້ອມກັັນນັ້ນກໍເອື້ອອຳນວຍໃຫ້ແກ່ ວນກ ໃນການຈົດທະບຽນ, ຄຸ້ມຄອງ ແລະ ປົກປ້ອງສິດຕໍ່ຊັບສິນທາງປັນຍາ.

ມາດຕາ 26. ການສະໜອງ ແລະ ການເຂົ້າເຖິງຂໍ້ມູນຂ່າວສານິມ

ລັດ ສົ່ງເສີມການສະໜອງ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ ໃຫ້ແກ່ ວນກ ດ້ວຍການສ້າງສູນຂໍ້ມູນຂ່າວສານ ເພື່ຶອເກັບກຳ ແລະ ສັງລວມຂໍ້ມູນກ່ຽວກັບການສົ່ງເສີມ ວນກ ແລະ ສ້າງເຄືອຂ່າຍການສະໜອງ ແລະ  ແລກປ່ຽນຂໍ້ມູນຂ່າວສານ ເປັນຕົ້ນ ຮູບແບບເເລັກໂຕຣນິກ, ປື້ມຄູ່ມື ວາລະສານ, ແຜ່ນພັບໂຄສະນາ, ສື່ມວນຊົນ ແລະ ອື່ນໆ ພ້ອມກັນນັ້ນ ກໍສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ ວນກ ໄດ້ ເຂົ້າເຖິງຂໍ້ມູນຂ່າວສານຢ່າງງ່າຍດາຍ ແລະ ທັນການ.

ລັດ ຊຸກຍູ້ຂະແໜງການ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງທັງພາກລັດ ແລະ ເອກກະຊົນ ໃຫ້ເຂົ້າຮ່ວມໃນການສະໜອງຂໍ້ມູນຂ່າວສານແກ່ ວນກ.

ມາດຕາ 27. ການປະສານສົມທົບ

ຂະແໜງການອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບຂະແໜງການອື່ນ, ອົງການປົກຄອງທ້ອງຖິ່ນ ແລະພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ກຳນົດ ລະບຽບການ, ມາດຕະການ ແລະ ວິທີການລະອຽດ ເພື່ອຈັດຕັ້ງປະຕິບັດ ບັນດາກິດຈະການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 13 ຂອງກົດໝາຍສະບັບນີ້ ຕາມຂອບເຂດຮັບຜິດຊອບຂອງຕົນ.

ພາກທີ lV
ການວາງແຜນພັດທະນາວິສາຫະກິີດຂະໜາດນ້ອຍ ແລະ ກາງ

ມາດຕາ 28. ການວ່າງແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ

ກະຊວງອຸດສາຫະກຳແລະ ການຄ້າ ເປັນເຈົ້າການຊີ້ນຳກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ວຄວ້າ ແລະ ວາງແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອນຳສະເໜີລັດຖະບານພິຈາລະນາ ແລະ ບັນຈຸເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳ ຫ້າປີ ແລະ ປະຈຳປີ.

ມາດຕາ 29 ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ

ບັນດາຂະແໜງການ, ອົງການປົກຄອງທອງຖິ່ນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ມີໜ້າທີ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແຕ່ໄລຍະ.

ບັນດາຂະແຫນງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຕ້ອງໃຫ້ການຮ່ວມມືໃນການສະໜອງຂໍ້ມູນ ແລະ ກາງ ຕໍ່ຂະແໜງການອຸດສະຫະກຳ ແລະ ການຄ້າຂັ້ນຂອງຕົນ ໃນແຕ່ລະໄລຍະ.

ມາດຕາ 30. ການຕິດຕາມປະເມີນຜົນ ແລະ ການລາຍງານ

ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການຊີ້ກຳກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການຕິດຕາມປະເມີນຜົນການຈັດຕັ້ງປະຕິບັດ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແຕ່ລະໄລຍະ.

ບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຕ້ອງໃຫ້ການຮ່ວມມືໃນການສະໜອງຂໍ້ມູນ ແລະ ລາຍງານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າຂັ້ນຂອງຕົນ ໃນແຕ່ລະໄລຍະ.

ພາກທີ V
ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ມາດຕາ 31. ການສ້າງຕັ້ງກອງທຶນ

ລັດ ອະນຸມັດໃຫ້ສ້າງຕັ້ງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອລະດົມທຶນ ຈາກແຫຼ່ງຕ່າງໆຢ່າງລວມສູນ ແນ່ໃສ່ຮັບປະກັນໃຫ້ມີທຶນຮ່ອນທີ່ໝັ້ນຄົງ ແລະ ຕໍ່ເນື່ອງເຂົ້າໃນວຽກງານ ສົ່ງເສີມ ວນກ ໃຫ້ມີປະສິດທິຜົນ.

ມາດຕາ 32. ຈຸດປະສົງຂອງກອງທຶນ

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ມີຈຸດປະສົງສ້າງເປັນແຫຼ່ງທຶນ ປະກອບສ່ວນ ໃຫ້ທະນາຄານທຸລະກິດ, ສະຖາບັນການເງິນອື່ນ ແລະ ໂຄງການສິນເຊື່ອທີ່ກ່ຽວຂ້ອງ ໃນການສະໜອງສິນເຊື່ອໃຫ້ແກ່ ວນກ ແລະ ເປັນງົບປະມານ ສຳລັບການຈັດຕັ້ງປະຕິບັດ ໂຄງການວິຊາການໃນການສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດໃນການແຂ່ງຂັ້ນ ໃຫ້ແກ່ ວນກ.

ມາດຕາ 33.  ແຫຼ່ງຂອງກອງທຶນ

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ມາຈາກແຫຼ່ງຕ່າງໆ ດັ່ງນີ້:

  1. ງົບປະມານຂອງລັດ;
  2. ການຊ່ວຍເຫຼືອລ້າ;
  3. ການກູ້ຢືມຈາກພາຍໃນ ແລະ ຕ່າງປະເທດ;
  4. ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ດ້ວຄວາມສະໝັກໃຈ;
  5. ແຫຼ່ງອື່ນໆ ທີ່ບໍ່ຂັດກັບລະບຽບກົດໝາຍ.

ມາດຕາ 34. ການຄຸ້ມຄອງແລະນໍາໃຊ້ກອງທືນ

ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ຄຸ້ມຄອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ສ່ວນການນໍາໃຊ້ກອງທຶນດັ່ງກ່າວ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມຈຸດປະສົງຂອງກອງທຶນທີ່ໄດ້ກໍານົດໄວ້ໃນ ມາດຕາ 32 ຂອງກົດໝາຍສະບັບນີ້.

ລະບຽບການກ່ຽວກັບການຄຸ້ມຄອງ ແລະ ການນໍາໃຊ້ກອງທຶນດັ່ງກ່າວ ໄດ້ກໍານົດໄວ້ຕ່າງຫາກ.

ພາກທີ VI
ໂຄງປະກອບຈັດຕັ້ງວຽກງານວິສາຫະກິດຂະໜາດນ້ອຍ ແລະ ກາງ

ມາດຕາ 35. ໂຄງປະກອບການຈັດຕັ້ງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ໂຄງປະກອບການຈັດຕັ້ງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ມີດັ່ງນີ້:

  • ຢູ່ຂັ້ນສູນກາງ: ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນໃຈກາງ;
  • ຢູ່ຂັ້ນທ້ອງຖິ່ນ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ ໂດຍມີຂະແໜ່ງຮັບຜິດຊອບວຽກງານດັ່ງກ່າວ;
  • ຢູ່ບັນດາຂະແໜງການອື່ນ;
  • ຢູ່ພາກທຸລະກິດ.

ການຈັດຕັ້ງວຽກງານດັ່ງກ່າວ ໃຫ້ຖືເປັນອົງການຄຸ້ມຄອງວຽກງານສົ່ງເສີມ ວນກ.

ມາດຕາ 36. ສິດ ແລະ ໜ້າທີ່ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ

ໃນການຄຸ້ມຄອງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄ້ວາສ້າງ, ປັບປຸງນະໂຍບາຍ,ຍຸດທະສາດ,ແຜນພັດທະນາ ແລະ ກົດໝາຍ ກ່ຽວກັບວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອນໍາສະເໜີໃຫ້ລັດຖະບານພິຈາລະນາຕົກລົງ;
  2. ຊີ້ນໍາ ແລະ ຕິດຕາມການເຄື່ອນໄຫວຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ລວມທັງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ;
  3. ຄົ້ນຄ້ວາຂະໜາດ ແລະ ເງື່ອນໄຂສົ່ງເສີມ ວນກ ເພື່ອນໍາສະເໜີຕໍ່ລັດຖະບານພິຈາລະນາຕົກລົງ;
  4. ສະເໜີສ້າງຕັ້ງອົງການຜະລິດຕະພາບແຫ່ງຊາດລາວ ເພື່ອເຄື່ອນໄຫວວຽກງານ ຮ່ວມກັບອົງການຜະລິດຕະພາບແຫ່ງອາຊີ ເພື່ອໃຫ້ລັດຖະບານພິຈາລະນາຕົກລົງ.
  5. ສະເໜີນໍາໃຊ້ມາດຕະການສຸກເສີນ ເພື່ອຕອບໂຕ້ວິກິດການ ແລະ ໄພພິບັດຕ່າງໆ ທີ່ສົ່ງຜົນກະທົບທາງລົບຕໍ່ ວນກ ເພື່ອໃຫ້ລັດຖະບານພິຈາລະນາ;
  6. ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງປະຈໍາປີ ແລະ ປະຈໍາຫ້າປີ;
  7. ອອກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການກ່ຽວກັບການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ;
  8. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ແລະ ຄູ່ຮ່ວມພັດທະນາ ໃນການຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ ແລະ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ຕາມຄວາມຮັບຜິດຊອບຂອງຕົນ;
  9. ລະດົມ ແລະ ສະໜອງທຶນໃຫ້ແກ່ໂຄງການກ່ຽວຂ້ອງກັບການສົ່ງເສີມ ວນກ ທີ່ຈັດຕັ້ງປະຕິບັດ ໂດຍພາກສ່ວນຕ່າງໆ;
  10. ຊີ້ນໍາການເຜີຍແຜ່ຂໍ້ມູນຂ່າວສານ, ການຝຶກອົບຮົມ, ສໍາມະນາ ແລະ ອື່ນໆ ເພື່ອບໍາລຸງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດດ້ານການສົ່ງເສີມ ວນກ ໃຫ້ແກ່ພະນັກງານຂອງລັດ ແລະ ພາກທຸລະກິດ;
  11. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານສົ່ງເສີມ ວນກ;
  12. ສະຫຼຸບ ແລະ ລາຍງານຜົນຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ວນກ ຕໍ່ລັດຖະບານ ຢ່າງເປັນປົກກະຕິ;
  13. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ 37. ສິດ ແລະ ໜ້າທີ່ຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນ

ໃນການຄຸ້ມຄອງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ແຜນພັດທະນາ ແລະ ກົດໝາຍ ກ່ຽວກັບວິສາຫະກິດຂະໜາດນ້ອຍ ແລະ ກາງ;
  2. ຊີ້ນໍາ ແລະ ຕິດຕາມການເຄື່ອນໄຫວຂອງຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ເທດສະບານ ກ່ຽວກັບວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ;
  3. ສະໜອງຂໍ້ມູນຂ່າວສານ ກ່ຽວກັບວຽກງານສົ່ງເສີມ ວນກ ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນແຕ່ລະໄລຍະຢູ່ທ້ອງຖິ່ນຂອງຕົນ;
  4. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດໃນການຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ ແລະ ແຜນພັດທະນາຂະໜາດນ້ອຍ ແລະ ກາງຕາມຄວາມຮັບຜິດຊອບຂອງຕົນ;
  5. ລະດົມທຶນໃຫ້ແກ່ໂຄງການ ກ່ຽວຂ້ອງກັບການສົ່ງເສີມ ວນກ ຈາກພາກສ່ວນຕ່າງໆ;
  6. ເຜີຍແຜ່ຂໍ້ມູນຂ່າວສານ, ຈັດຕັ້ງການຝຶກອົບຮົມ, ສໍາມະນາ ແລະ ອື່ນໆ ເພື່ອບໍາລຸງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດດ້ານການສົ່ງເສີມ ວນກ ໃຫ້ແກ່ພະນັກງານຂອງລັດ ແລະ ພາກທຸລະກິດ ຕາມຄວາມຮັບຜິດຊອບອງຕົນ;
  7. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານສົ່ງເສີມ ວນກ ຕາມການມອບໝາຍ;
  8. ສະຫຼຸບ ແລະ ລາຍງານຜົນຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ວນກ ຕໍ່ອົງການປົກຄອງແຂວງ, ນະຄອນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ຢ່າງເປັນປົກກະຕິ;
  9. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມລະບຽບກົດໝາຍ ແລະ ຕາມການມອບໝາຍ ຂອງຂັ້ນເທິງ.
  10. ສໍາລັບສິດ ແລະ ໜ້າທີ່ຂອງຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ ກ່ຽວກັບວຽກງານສົ່ງເສີມ ວນກ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 38. ສິດ ແລະ ໜ້າທີ່ ຂອງບັນດາຂະແໜງການອື່ນ

ໃນການຄຸ້ມຄອງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ບັນດາຂະແໜງການອື່ນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ສ້າງຕັ້ງສູນ ຫຼື ສະຖາບັນວິຊາການ ເຮັດໜ້າທີ່ສະໜັບສະໜູນ ວນກ ໃນດ້ານຕ່າງໆທີ່ຕິດພັນກັບພາລະບົດບາດຂອງຂະແໜງການຕົນ ເຊັ່ນ: ການພັດທະນາຜູ້ປະກອບການ, ການພັດທະນາສີມືແຮງງານ, ການຄົ້ນຄ້ວາວິໄຈ ເພື່ອພັດທະນາຜະລິດຕະພັນ, ການຝຶກອົບຮົມ, ການສໍາມະນາ ການໃຫ້ຄໍາປຶກສາ ແລະ ການບລິການດ້ານວິຊາການອື່ນໆ.
  2. ໂຄສະນາ, ເຜີຍແຜ່, ຊີ້ນໍາ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ວນກ ທີ່ຂຶ້ນກັບຕົນ;
  3. ສະຫຼຸບ, ສັງລວມ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານສົ່ງເສີມ ວນກ ໃຫ້ຂັ້ນເທີງຂອງຕົນຢ່າງເປັນປົກກະຕິ;
  4. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມພາລະບົດບາດ ແລະ ລະບຽບກົດໝາຍ.

ມາດຕາ 39.​ ສິດ ແລະ ໜ້າທີ່ຂອງພາກທຸລະກິດ

ໃນການຄຸ້ມຄອງວຽກງານວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຂັ້ນແຂວງ, ບັນດາສະມາຄົມ ແລະ ກຸ່ມທຸລະກິດ ມີພາລະບົດບາດເປັນຕົວແທນແຫ່ງສິດຜົນປະໂຫຍດໃຫ້ແກ່ ວນກ, ມີສິດ ແລະ ໜ້າທີ່ສະໜອງການບໍລິການໃຫ້ຄໍາປຶກສາ ພັດທະນາທຸລະກິດໃນດ້ານຕ່າງໆ.

ພາກທີ VII
ຂໍ້ຫ້າມ

ມາດຕາ 40. ຂໍ້ຫ້າມສໍາລັບການຈັດຕັ້ງ ແລະ ພະນັກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ຫ້າມການຈັດຕັ້ງ ແລະ ພະນັກງານສົ່ງເສີມ ວນກ ມີການກະທໍາ ດັ່ງນີ້:

  1. ເປີດເຜີຍຂໍ້ມູນທີ່ເປັນຄວາມລັບທາງດ້ານທຸລະກິດຂອງ ວນກ ເວັ້ນເສັຍແຕ່ໄດ້ຮັບອະນຸຍາດຈາກ ວນກ ນັ້ນ;
  2. ປອມແປງ, ບິດເບືອນສະເພາະຂໍ້ມູນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ເພື່ອຜົນປະໂຫຍດສ່ວນຕົວ ຫຼື ສ້າງຄວາມເສັຍຫາຍໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ຫຼື ການຈັດຕັ້ງນັ້ນໂດຍເຈດຕະນາ;
  3. ທວງ, ຖາມເອົາ ຫຼື ຮັບສິນບົນຈາກຜູ້ປະກອບກິດຈະການ;
  4. ລະເມີດຈັນຍາບັນຂອງພະນັກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ;
  5. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 41. ຂໍ້ຫ້າມສໍາລັບຜູ້ປະກອບກິດຈະການ

ຫ້າມຜູ້ປະກອບກິດຈະການ ມີການກະທໍາ ດັ່ງນີ້:

  1. ລາຍງານເທັດຂໍ້ມູນ ກ່ຽວກັບສະພາບການເຄື່ອນໄຫວທຸລະກິດຂອງຕົນ;
  2. ປອມແປງ, ບິດເບືອນສະເພາະຂໍ້ມູນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ເພື່ອຜົນປະໂຫຍດຂອງທຸລະກິດຕົນ ຫຼື ສ້າງຄວາມເສັຍຫາຍແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງນັ້ນໂດຍເຈດຕະນາ;
  3. ສະເໜີໃຫ້ ຫຼື ໃຫ້ສິນບົນແກ່ການຈັດຕັ້ງ ແລະ ພະນັກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ;
  4. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ VIII
ການກວດກາ

ມາດຕາ 42. ອົງການກວດກາວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ອົງການກວດກາວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ປະກອບດ້ວຍ:

  • ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 35 ຂອງກົດໝາຍສະບັບນີ້;
  • ອົງການກວດກາພາຍນອກ ແມ່ນ ສະພາແຫ່ງຊາດ, ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ, ອົງການກວດສອບແຫ່ງລັດ.

ມາດຕາ 43. ຈຸດປະສົງຂອງການກວດກາ

ຈຸດປະສົງຂອງການກວດກາວຽກງານສົງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນເພື່ອເຮັດໃຫ້ການຄຸ້ມຄອງການເຄື່ອນໄຫວວຽກງານຂອງລະບົບການຈັດຕັ້ງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ມີປະສິດທິພາບ, ປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ມາຕາ 44. ແຜນການກວດກາ

ອົງການກວດກາ ສ້າງແຜນການດໍາເນີນງານການກວດກາຂອງຕົນ ເພື່ອຕິດຕາມ ກວດກາວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຕິດພັນກັບບັນດາກິດຈະການ ແລະ ຜົນຂອງການສົ່ງເສີມທີ່ໄດ້ກໍານົດໄວ້ໃນແຜນດໍາເນີນງານໃນແຕ່ລະໄລຍະ ຂອງລະບົບການຈັດຕັ້ງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.

ມາດຕາ 45. ເນື້ອໃນກວດກາ

ເນື້ອໃນກວດກາ ມີ ດັ່ງນີ້:

  • ການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນດໍາເນີນງານການເຄື່ອນໄຫວຂອງລະບົບການຈັດຕັ້ງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ;
  • ການກໍານົດລະບຽບການ, ມາດຕະການ ແລະ ວິທີການແກ້ໄຂຜົນຂອງການກວດກາ;
  • ການລາຍງານກ່ຽວກັບຜົນຂອງການກວດກາ.

ມາດຕາ 46. ຮູບການກວດກາ

ການກວດກາມີ ສາມ ຮູບການ ດັ່ງນີ້:

  • ການກວດກາປົກກະຕິ
  • ການກວດກາ ໂດຍໃຫ້ມີການແຈ້ງຮູ້ລ່ວງໜ້າ;
  • ການກວດກາກະທັນຫັນ

  ການກວດກາປົກກະຕິແມ່ນ ການກວດກາທີ່ມີກໍານົດເວລາອັນແນ່ນອນ ຊຶ່ງຕ້ອງປະຕິບັດຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ.

  ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດກາເມື່ອເຫັນມີຄວາມຈໍາເປັນ ໂດຍແຈ້ງໃຫ້ເປົ້າໝາຍທີ່ຈະຖືກກວດກາຮູ້ລ່ວງໜ້າຢ່າງໜ້ອຍ ຊາວສີ່ ຊົ່ວໂມງ.

  ການກວດກາກະທັນຫັນ ແມ່ນ ການກວດກາເມື່ອເຫັນວ່າມີຄວາມຈໍາເປັນ ແຕ່ການລົງກວດການັ້ນແມ່ນດໍາເນີນຢ່າງຮີບດ່ວນ ໂດຍບໍ່ມີການແຈ້ງເປົ້າໝາຍທີ່ຈະຖືກກວດກາຮູ້ກ່ອນລ່ວງໜ້າ.

  ການກວດກາສາມາດດໍາເນີນທັງການກວດກາດ້ານເອກະສານ ແລະ ການລົງປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານ.

ມາດຕາ 47. ການກວດກາພາຍນອກ

ການກວດກາພາຍນອກ ມີຈຸດປະສົງກວດກາປະຕິບັດໜ້າທີ່ຂອງການຈັດຕັ້ງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ອົງການຄຸ້ມຄອງ ແລະ ອົງການກວດກາ ເພື່ອໃຫ້ມີຄວາມເຂັ້ມແຂງ, ໂປ່ງໄສ ແລະ ຍຸດຕິທໍາ.

ການກວດກາພາຍນອກ ມີດັ່ງນີ້:

  1. ການກວດກາຂອງສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການຕິດຕາມ ກວດກາຂອງສະພາແຫ່ງຊາດ;
  2. ການກວດກາຂອງອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດກາລັດ;
  3. ການກວດກາຂອງອົງການກວດສອບແຫ່ງລັດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການກວດສອບ.

ມາດຕາ 48. ການລາຍງານ ແລະ ການແກ້ໄຂຜົນຂອງການກວດກາ

ຄະນະກວດກາ ຕ້ອງສ້າງບົດບັນທຶກການກວດກາ, ບົດລາຍງານພ້ອມທັງສະເໜີວິທີການແກ້ໄຂຕໍ່ການລະເມີດ ແລະ ລາຍງານຕໍ່ອົງການທີ່ມີອໍານາດພິຈາລະນາ ກ່ຽວກັບຜົນຂອງການກວດກາ.

ຄະນະກວດກາ ຕ້ອງມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍ ກ່ຽວກັບການສະຫຼຸບລາຍງານຜົນຂອງການກວດກາ ແລະ ຮັກສາຄວາມລັບດ້ານເອກະສານວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.

ມາດຕາ 49. ສິດ ແລະ ພັນທະຂອງເປົ້າໝາຍທີ່ຖືກກວດກາ

ເປົ້າໝາຍທີ່ຖືກກວດກາ ມີສິດ ແລະ ພັນທະ ດັ່ງນີ້:

  1. ຮ້ອງຂໍໃຫ້ຄະນະກວດການໍາສະເໜີຂໍ້ຕົກລົງກ່ຽວກັບການກວດກາ
  2. ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງ ກ່ຽວກັບການກວດກາທີ່ບໍ່ຖືກຕ້ອງຕາມລະບຽບຫຼັກການທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງ;
  3. ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງຄະນະກວດກາ, ສະໜອງເອກະສານ,ຂໍ້ມູນ, ພະຍານຫຼັກຖານ ແລະ ຕອບບັນຫາທີ່ພົວພັນເຖິງເນື້ອໃນກວດກາ ຕາມການສະເໜີຂອງຄະນະກວດກາ.

ພາກທີ IX
ງົບປະມານ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 50. ງົບປະມານ

ລັດຖະບານ ຈັດສັນງົບປະມານເປັນການສະເພາະ ສໍາລັບການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍບັນຈຸເຂົ້າໃນສາລະບານງົບປະມານຂອງລັດ.

ການຄຸ້ມຄອງ ແລະ ການນໍາໃຊ້ງົບປະມານ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ.

ມາດຕາ 51. ເຄື່ອງໝາຍ ແລະ ຕາປະທັບ

ການຈັດຕັ້ງການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ມີເຄື່ອງໝາຍ ແລະ ຕາປະທັບຂອງຕົນເອງ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ.

ພາກທີ X
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 52. ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງມີປະສິດທິຜົນ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນຕາມລະບຽບການ.

ມາດຕາ 53. ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນຕົ້ນ ຂໍ້ຫ້າມຕ່າງໆ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໄໝ, ລົງໂທດທາງອາຍາຕາມກໍລະນີ ເບົາ ຫຼື ໜັກ ຫຼື ໃຊ້ແທນຄ່າເສັຍຫາຍທາງແພ່ງ ຕາມທີ່ຕົນໄດ້ກໍ່ຂຶ້ນຕາມລະບຽບກົດໝາຍ.

ພາກທີ XI
ບົດບັນຍັດສຸດທ້າຍ

ມາດຕາ 54. ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

ມາດຕາ 55. ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດຫຼາຍຫຼັງຫົກສິບວັນ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ.

ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ

ປານີ ຢາທໍ່ຕຸ້

 

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເລກທີ 11/ສພຊ, ລົງວັນທີ 21 ທັນວາ 2011 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.