ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ       ເລກທີ 48/ສພຊ
ນະຄອນຫຼວງວຽງຈັນ, ວັນທີ 27 ທັນວາ 2013

ກົດໝາຍ
ວ່າດ້ວຍ ອຸດສາຫະກຳປຸງແຕ່ງ (ສະບັບປັບປຸງ)

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1(ປັບປຸງ)  ຈຸດປະສົງ

ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມອຸດສາຫະກຳປຸງແຕ່ງ ເພື່ອຊຸກຍູ້ການຜະລິດສິນຄ້າຢ່າງແຂງແຮງ, ສ້າງຖານກຳລັງການ ຜະລິດອຸດສາຫະກຳໃຫ້ເຂັ້ມແຂງ ເຮັດໃຫ້ອຸດສາຫະກຳປຸງແຕ່ງມີການພັດທະນາ ຂະຫຍາຍຕົວ, ມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມປອດໄພ ແລະ ປົກປັກຮັກສາສິ່ງແວດລ້ອມ ແນໃສ່ ສ້າງວຽກເຮັດງານທຳ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ປະກອບ ສ່ວນເຂົ້າໃນການສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ຢ່າງໜັກແໜ້ນ.

ມາດຕາ 2(ປັບປຸງ)  ອຸດສາຫະກຳປຸງແຕ່ງ

ອຸດສາຫະກຳປຸງແຕ່ງ ແມ່ນ ກິດຈະກຳການຜະລິດ ດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນ ຢູ່ໃນໂຮງງານ ໂດຍຜ່ານຂະບວນການຜະລິດແປຮູບວັດຖຸດິບ ຫຼື ວັດຖຸເຄິ່ງສຳເລັດຮູບ ຈາກສະພາບເດີມໄປສູ່ຜະລິດຕະພັນໃໝ່ເປັນສິນຄ້າ.

ມາດຕາ 3(ໃໝ່)  ການອະທິບາຍຄຳສັບ

ຄຳສັບ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ສະຖານທີ່ຕັ້ງໂຮງງານ ໝາຍເຖິງ ບໍລິເວນໂຮງງານຕັ້ງຢູ່ ໃນເຂດອຸດສາຫະກຳ, ນິຄົມອຸດສາຫະກຳ, ເຂດເສດຖະກິດພິເສດ, ເຂດການຜະລິດເພື່ອສົ່ງອອກ ຫຼື ສະຖານທີ່ອື່ນ;

2. ເຄື່ອງຈັກ ໝາຍເຖິງ ສິ່ງທີ່ປະກອບດ້ວຍຫຼາຍຊິ້ນສ່ວນ ເພື່ອໃຊ້ຜະລິດ, ນຳສົ່ງພະລັງງານ, ປ່ຽນ ຫຼື ສັບປ່ຽນທີ່ ຂອງພະລັງງານໃດໜຶ່ງ ເປັນພະລັງງານອື່ນ ດ້ວຍການໃຊ້ພະລັງນ້ຳ, ອາຍນ້ຳ, ນ້ຳມັນເຊື້ອໄຟ, ອາກາດ, ອາຍແກັດ, ໄຟຟ້າ, ພະລັງງານລົມ ຫຼື ພະລັງງານຊະນິດອື່ນ ຢ່າງໃດຢ່າງໜຶ່ງ ຫຼື ຫຼາຍຢ່າງລວມກັນ;

3. ກຳລັງແຮງລວມຂອງເຄື່ອງຈັກ ໝາຍເຖິງ ກຳລັງແຮງຂອງເຄື່ອງຈັກ ຫຼື ກຳລັງແຮງ ທຽບເທົ່າທັງໝົດ ທີ່ໄດ້ຕິດຕັ້ງຢູ່ໃນໂຮງງານ ຊຶ່ງມີຫົວໜ່ວຍຄິດໄລ່ເປັນແຮງມ້າ;

4. ວັດຖຸດິບ ໝາຍເຖິງ ວັດຖຸທີ່ໄດ້ມາຈາກຊັບພະຍາກອນແຮ່ທາດທຳມະຊາດ ເຊັ່ນ ໂລຫະ, ອະໂລຫະ, ມາຈາກແຫຼ່ງກະສິກຳ ແລະ ປ່າໄມ້ ເຊັ່ນ ພືດ ແລະ ສັດລ້ຽງປະເພດຕ່າງໆ ແລະ ມາຈາກສິ່ງເສດເຫຼືອ ເຊັ່ນ ເສດເຈັ້ຍ, ເສດໄມ້, ເສດເຫຼັກ, ເສດຢາງປລາສະຕິກ;

5. ວັດຖຸເຄິ່ງສຳເລັດຮູບ ໝາຍເຖິງ ຜະລິດຕະພັນທີ່ໄດ້ຜ່ານຂັ້ນຕອນໃດໜຶ່ງຂອງຂະບວນການປຸງແຕ່ງມາແລ້ວ ເຊັ່ນ ຢາງປລາສະຕິກ, ເຫຼັກກ້າ, ແມ່ເຫຼັກ, ແກ້ວ, ແຜ່ນແພ, ວັດຖຸສັງເຄາະ ແລະ ອື່ນໆ ທີ່ສາມາດສືບຕໍ່ປຸງແຕ່ງ ເປັນສ່ວນປະກອບ ຫຼື ຜະລິດໃຫ້ກາຍເປັນຜະລິດຕະພັນສຳເລັດຮູບ;

6. ຜະລິດຕະພັນອຸດສາຫະກຳປຸງແຕ່ງ ໝາຍເຖິງ ໝາກຜົນທີ່ໄດ້ຮັບ ໂດຍຜ່ານຂະບວນ ການຜະລິດຂອງໂຮງງານ ຊຶ່ງນຳໃຊ້ອຸປະກອນ, ເຄື່ອງຈັກ, ເຕັກໂນໂລຊີ ຫຼື ແຮງງານຄົນ ເຂົ້າໃນຂະບວນການຜະລິດ;

7. ເຂດກັນຊົນ ໝາຍເຖິງ ເຂດສະຫງວນໄວ້ເປັນເຂດອ້ອມຮອບໂຮງງານ, ນັບແຕ່ອາ ຄານໂຮງງານ ເຖິງ ຮົ້ວ ຫຼື ກຳແພງໂຮງງານ ເພື່ອຮັບປະກັນຄວາມປອດໄພ ຕໍ່ສິ່ງແວດລ້ອມ;

8. ອຸດສາຫະກຳສີຂຽວ ໝາຍເຖິງ ອຸດສາຫະກຳ ທີ່ເປັນມິດກັບສິ່ງແວດລ້ອມ, ການນຳໃຊ້ສິ່ງເສດເຫຼືອຄືນໃໝ່, ການນຳໃຊ້ພະລັງງານຢ່າງມີປະສິດທິພາບ ເພື່ອຮັບປະກັນການຜະລິດແບບຍືນຍົງ;

9. ອຸດສາຫະກຳແບບຄອບຄົວ ໝາຍເຖິງ ອຸດສາຫະກຳທີ່ນຳໃຊ້ເຕັກໂນໂລຊີທີ່ງ່າຍ ດາຍ, ມີການລົງທຶນບໍ່ສູງ, ດຳເນີນກິດຈະການໃນຄົວເຮືອນ, ໃຊ້ແຮງງານໃນຄອບຄົວເປັນຕົ້ນຕໍ ທີ່ມີແຮງງານຕ່ຳກວ່າ 10 ຄົນ ຫຼື ໃຊ້ເຄື່ອງຈັກຂະໜາດນ້ອຍ ຕ່ຳກວ່າ 10 ແຮງມ້າ ຊ່ວຍໃນການຜະລິດ.

ມາດຕາ 4(ໃໝ່)  ນະໂຍບາຍກ່ຽວກັບວຽກງານອຸດສາຫະກຳປຸງແຕ່ງ

 ລັດ ຊຸກຍູ້, ສົ່ງເສີມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລົງທຶນໃສ່ການພັດທະນາອຸດສາ ຫະກຳປຸງແຕ່ງ ໃຫ້ກວ້າງຂວາງ ແລະ ກ້າວໄປສູ່ທັນສະໄໝ ຕາມທິດອຸດສາຫະກຳສີຂຽວ ເພື່ອຜະລິດສິນ ຄ້າທີ່ມີມູນຄ່າເພີ່ມສູງ, ສ້າງຄວາມອາດສາມາດແຂ່ງຂັນ ໂດຍເນັ້ນໃສ່ພັດທະນາອຸດສາຫະກຳທີ່ມີທ່າແຮງ, ອຸດສາຫະກຳຂະໜາດນ້ອຍ ແລະ ຂະໜາດກາງ, ຮັບປະກັນການພັດທະນາໄປສູ່ເຂດແຄວ້ນ ແລະ ທ້ອງຖິ່ນຫ່າງໄກສອກຫຼີກ, ສ້າງພື້ນຖານເສດຖະກິດ ໃຫ້ມີຄວາມໝັ້ນຄົງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອສ້າງວຽກເຮັດງານທຳ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ.

ມາດຕາ 5(ໃໝ່)  ຫຼັກການພື້ນຖານກ່ຽວກັບວຽກງານອຸດສາຫະກຳປຸງແຕ່ງ

ຫຼັກການພື້ນຖານກ່ຽວກັບວຽກງານອຸດສາຫະກຳປຸງແຕ່ງ ມີ ດັ່ງນີ້:

1. ສອດຄ່ອງກັບແນວທາງນະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ ແລະ ຖືກຕ້ອງຕາມລະບຽບກົດໝາຍ;

2. ຮັບປະກັນການນຳໃຊ້້ຊັບພະຍາກອນຢ່າງມີປະສິດທິພາບ, ການສ້າງມູນຄ່າເພີ່ມ, ການ ພັດທະນາແບບຍືນຍົງ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ;

3. ຮັບປະກັນມາດຕະຖານເຕັກນິກ, ຄວາມປອດໄພ, ສຸຂານາໄມ, ສິ່ງແວດລ້ອມ ແລະ ຄວາມເປັນລະບຽບຮຽບຮ້ອຍ;

4. ຮັບປະກັນຄວາມສະດວກ, ວ່ອງໄວ, ໂປ່ງໃສ, ຍຸຕິທຳ ແລະ ສະເໝີພາບຕໍ່ໜ້າກົດ ໝາຍ.

ມາດຕາ 6(ປັບປຸງ)  ຂອບເຂດການນຳໃຊ້ກົດໝາຍ

ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະການ ກ່ຽວກັບອຸດສາຫະກຳປຸງແຕ່ງ ທຸກປະເພດ, ທຸກຂະໜາດ ແລະ ທຸກລະດັບ ຢູ່ ສປປ ລາວ, ຍົກເວັ້ນອຸດສາຫະກຳແບບຄອບຄົວ.

ອຸດສາຫະກຳແບບຄອບຄົວ ມີ ລະບຽບການຄຸ້ມຄອງ ແລະ ສົ່ງເສີມສະເພາະ.

ມາດຕາ 7(ປັບປຸງ)  ການຮ່ວມມືສາກົນ

ລັດ ຊຸກຍູ້ສົ່ງເສີມໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານອຸດສາຫະກຳປຸງແຕ່ງ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ເຕັກໂນໂລຊີ, ການຝຶກອົບຮົມ ແລະ ການຄົ້ນຄວ້າ ເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ ເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນ ແລະ ປະຕິບັດຕາມສັນຍາສາກົນ  ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ II
ກິດຈະການອຸດສາຫະກຳປຸງແຕ່ງ

ໝວດທີ 1
ປະເພດອຸດສາຫະກຳປຸງແຕ່ງ

ມາດຕາ 8(ປັບປຸງ)  ປະເພດອຸດສາຫະກຳປຸງແຕ່ງ

ປະເພດອຸດສາຫະກຳປຸງແຕ່ງ ໄດ້ຈັດແບ່ງຕາມລະຫັດສາລະບານການຈັດແບ່ງຂະແໜງເສດ ຖະກິດຂອງ ສປປ ລາວ ໂດຍສອດຄ່ອງກັບລະຫັດສາລະບານການຈັດແບ່ງຂອງສາກົນ ຊຶ່ງປະກອບ ດ້ວຍ:

1. ອຸດສາຫະກຳສະບຽງອາຫານ;

2. ອຸດສາຫະກຳເຄື່ອງດື່ມ;

3. ອຸດສາຫະກຳຢາສູບ;

4. ອຸດສາຫະກຳແຜ່ນແພ;

5. ອຸດສາຫະກຳເຄື່ອງນຸ່ງຫົ່ມ;

6. ອຸດສາຫະກຳໜັງ ແລະ ຜະລິດຕະພັນທີ່ກ່ຽວຂ້ອງ;

7. ອຸດສາຫະກຳໄມ້ ແລະ ຜະລິດຕະພັນຈາກໄມ້ ແລະ ຫວາຍ, ຜະລິດຕະພັນຈາກເຟືອງ ແລະ ວັດຖຸຈັກສານ;

8. ອຸດສາຫະກຳເຈັ້ຍ ແລະ ຜະລິດຕະພັນເຈັ້ຍ;

9. ອຸດສາຫະກຳກ່ຽວກັບການພິມ, ການອັດສຳເນົາພາບ, ແສງ, ສີ, ສຽງ ທີ່ອັດບັນທຶກມາ;

10. ອຸດສາຫະກຳຖ່ານຫີນ ແລະ ຜະລິດຕະພັນນ້ຳມັນກັ່ນກອງ;

11. ອຸດສາຫະກຳທາດເຄມີ ແລະ ຜະລິດຕະພັນເຄມີ;

12. ອຸດສາຫະກຳຢາປົວພະຍາດ, ຜະລິດຕະພັນເຄມີໃຊ້ປຸງຢາ ແລະ ຜະລິດຕະພັນການຢາ ຈາກພືດ;

13. ອຸດສາຫະກຳຢາງ ແລະ ປລາສະຕິກ;

14. ອຸດສາຫະກຳແຮ່ທາດ ທີ່ບໍ່ແມ່ນໂລຫະ;

15. ອຸດສາຫະກຳໂລຫະຂັ້ນພື້ນຖານ;

16. ອຸດສາຫະກຳໂລຫະປະດິດ;

17. ອຸດສາຫະກຳເຄື່ອງຄອມພີວເຕີ, ເຄື່ອງເອເລັກໂຕຣນິກ ແລະ ຜະລິດຕະພັນກ່ຽວກັບສາຍຕາ;

18. ອຸດສາຫະກຳອຸປະກອນໄຟຟ້າ;

19. ອຸດສາຫະກຳເຄື່ອງຈັກ ແລະ ເຄື່ອງປະກອບທີ່ບໍ່ທັນໄດ້ຈັດເຂົ້າບ່ອນໃດ;

20. ອຸດສາຫະກຳລົດຍົນ, ລົດພວງ ແລະ ອຸປະກອນຕິດລົດພວງ;

21. ອຸດສາຫະກຳອຸປະກອນຂົນສົ່ງອື່ນໆ ເຊັ່ນ ເຮືອ, ກຳປັ່ນ, ເຮືອບິນ, ລົດຈັກ;

22. ອຸດສາຫະກຳເຄື່ອງເຟີນີເຈີ;

23. ອຸດສາຫະກຳອື່ນ ເຊັ່ນ ການຜະລິດເຄື່ອງເອ້ປະດັບ, ເຄື່ອງດົນຕີ;

24. ອຸດສາຫະກຳກ່ຽວກັບການສ້ອມແປງ ແລະ ຕິດຕັ້ງເຄື່ອງຈັກ ແລະ ອຸປະກອນ.

ປະເພດອຸດສາຫະກຳປຸງແຕ່ງ ໄດ້ຈັດແບ່ງອອກເປັນຫຼາຍກຸ່ມ ແລະ ຫຼາຍຊະນິດ ຊຶ່ງໄດ້ກຳນົດ ໄວ້ໃນບັນຊີສະເພາະ.

ມາດຕາ 9(ປັບປຸງ)  ຂະໜາດໂຮງງານອຸດສາຫະກຳປຸງແຕ່ງ

ອີງໃສ່ກຳລັງແຮງລວມຂອງເຄື່ອງຈັກ ຫຼື ຈຳນວນແຮງງານ ຫຼື ທຶນ ໂຮງງານອຸດສາຫະກຳປຸງແຕ່ງ ປະກອບດ້ວຍ ສາມຂະໜາດ ດັ່ງນີ້:

1. ໂຮງງານຂະໜາດນ້ອຍ ປະກອບດ້ວຍ ກຳລັງແຮງຂອງເຄື່ອງຈັກ ແຕ່ 10 ແຮງມ້າ ຫາ 50 ແຮງມ້າ ຫຼື ຈຳນວນແຮງງານແຕ່ 10 ຄົນ ຫາ 50 ຄົນ;

2. ໂຮງງານ ຂະໜາດກາງ ປະກອບດ້ວຍ ກຳລັງແຮງຂອງເຄື່ອງຈັກ ແຕ່ 51 ແຮງມ້າ ຫາ 200  ແຮງມ້າ ຫຼື ຈຳນວນແຮງງານ ແຕ່ 51 ຄົນ ຫາ 200 ຄົນ;

3. ໂຮງງານ ຂະໜາດໃຫຍ່ ປະກອບດ້ວຍ ກຳລັງແຮງຂອງເຄື່ອງຈັກ ແຕ່ 201 ແຮງມ້າຂຶ້ນໄປ ຫຼື ຈຳນວນແຮງງານ ແຕ່ 201 ຄົນຂຶ້ນໄປ.

ສຳລັບທຶນຂອງແຕ່ລະຂະໜາດໂຮງງານອຸດສາຫະກຳປຸງແຕ່ງ  ໄດ້ກຳນົດໄວ້ໃນລະບຽບການ ຕ່າງຫາກ.

ໝວດທີ 2
ການສ້າງຕັ້ງໂຮງງານ

ມາດຕາ 10(ປັບປຸງ)  ໂຮງງານ

 ໂຮງງານ ປະກອບດ້ວຍ ສະຖານທີ່, ອາຄານ ຫຼື ພາຫະນະ ທີ່ບັນຈຸເຄື່ອງຈັກ ຊຶ່ງມີກຳລັງແຮງລວມ ຫຼື ກຳລັງແຮງທຽບເທົ່າແຕ່ 10 ແຮງມ້າ ຫຼື 7,46 ກິໂລວັດ ຂຶ້ນໄປ ຫຼື ໃຊ້ຄົນງານແຕ່ 10 ຄົນຂຶ້ນໄປ ເພື່ອດຳເນີນການ ຜະລິດ, ປະກອບ, ສ້ອມແປງ, ປັບປຸງ, ດັດແປງ, ບັນຈຸ ຫຼື ປຸງແຕ່ງຄືນໃໝ່.

ມາດຕາ 11(ໃໝ່)  ການຂໍອະນຸຍາດສ້າງຕັ້ງໂຮງງານ

ຜູ້ມີຈຸດປະສົງລົງທຶນດ້ານອຸດສາຫະກຳປຸງແຕ່ງປະເພດໃດໜຶ່ງ ຕ້ອງຍື່ນຄຳຮ້ອງແຈ້ງຂຶ້ນທະ ບຽນວິສາຫະກິດ ຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມຂັ້ນຕອນການແຈ້ງຂຶ້ນທະບຽນວິສາ ຫະກິດ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ມີໃບຢັ້ງຢືນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ໃບອະນຸຍາດການປຸກສ້າງໂຮງງານ, ບົດວິພາກເສດຖະກິດ-ເຕັກນິກ ແລະ ໃບຢັ້ງຢືນດຳເນີນກິດຈະການໂຮງງານ.

ມາດຕາ 12(ໃໝ່)  ທີ່ຕັ້ງໂຮງງານ

ທີ່ຕັ້ງໂຮງງານອຸດສາຫະກຳປຸງແຕ່ງ ທຸກປະເພດ ແລະ ທຸກຂະໜາດ ຕ້ອງມີເງື່ອນໄຂ  ດັ່ງນີ້:

1.ສອດຄ່ອງກັບແຜນແມ່ບົດຈັດສັນການນຳໃຊ້ທີ່ດິນແຫ່ງຊາດ;

2.ມີເນື້ອທີ່ເໝາະສົມກັບການດຳເນີນກິດຈະການຕາມຂະໜາດ ແລະ ປະເພດໂຮງງານ;

3.ມີເສັ້ນທາງເຂົ້າ-ອອກ ສະດວກ;

4. ມີໄລຍະຫ່າງຈາກຊຸມຊົນ, ໂຮງຮຽນ, ໂຮງໝໍ, ວັດ, ແຫຼ່ງວັດທະນະທຳ, ເຂດປ້ອງກັນຄວາມສະຫງົບ, ປ່າສະຫງວນ, ປ່າປ້ອງກັນ, ແຫຼ່ງຕົ້ນນ້ຳ,ເຂດອະນຸລັກຊີວະນາໆພັນ ແລະ ອື່ນໆ.

ໄລຍະຫ່າງ ຂອງທີ່ຕັ້ງໂຮງງານ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 13(ໃໝ່)  ອາຄານໂຮງງານ

ອາຄານໂຮງງານ ຕ້ອງມີໂຄງສ້າງຖືກຕ້ອງຕາມມາດຕະຖານເຕັກນິກ ຕາມແຕ່ລະປະເພດຂອງໂຮງງານ ຊຶ່ງອາດປະກອບດ້ວຍ:

1. ອາຄານສຳລັບການຜະລິດ;

2. ສາງເກັບມ້ຽນວັດຖຸດິບ;

3. ສາງຜະລິດຕະພັນ;

4.ອາຄານສຳລັບການຄຸ້ມຄອງບໍລິຫານ;

5. ອາຄານອື່ນ ຕາມຄວາມຈຳເປັນ.

ມາດຕາ 14(ໃໝ່)  ການຕິດຕັ້ງເຄື່ອງຈັກ

 ການຕິດຕັ້ງເຄື່ອງຈັກ ແລະ ອຸປະກອນ ຕ້ອງປະຕິບັດຕາມແຜນຜັງ ແລະ ລະບົບເຕັກນິກ ຕາມທີ່ໄດ້ກຳນົດໄວ້ໃນບົດວິພາກເສດຖະກິດ-ເຕັກນິກ.

ມາດຕາ 15(ໃໝ່)  ຄວາມປອດໄພ ແລະ ສຸຂານາໄມໃນໂຮງງານ

ໂຮງງານ ຕ້ອງມີ ລະບົບຄຸ້ມຄອງຄວາມປອດໄພ, ສຸຂານາໄມ ແລະແຜນຄຸ້ມຄອງໄພພິບັດ ປະຈຳໂຮງງານ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ.

ໝວດທີ 3
ການປ່ຽນແປງກິດຈະການ

ມາດຕາ 16(ປັບປຸງ)  ການຂະຫຍາຍໂຮງງານ ແລະ ການເພີ່ມກິດຈະການ

 ການຂະຫຍາຍໂຮງງານ ແມ່ນ ການເພີ່ມຈຳນວນ ຫຼື ແຮງມ້າຂອງເຄື່ອງຈັກ ຫຼື ການເພີ່ມເນື້ອທີ່ອາຄານໂຮງງານ ຫຼື ຈຳນວນກຳມະກອນ ຫຼື ທັງສາມຢ່າງພ້ອມກັນ.

 ທຸກກິດຈະການອຸດສາຫະກຳປຸງແຕ່ງ ສາມາດດຳເນີນການຂະຫຍາຍກິດຈະການໂຮງງານ ແລະ ເພີ່ມການຜະລິດໄດ້ ແຕ່ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການຂອງບັນດາຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 17(ປັບປຸງ)  ການຍົກຍ້າຍໂຮງງານ

 ການຍົກຍ້າຍໂຮງງານຈາກສະຖານທີ່ໜຶ່ງ ໄປສະຖານທີ່ອື່ນ ຖືວ່າເປັນການສ້າງຕັ້ງໂຮງງານໃໝ່, ຈຶ່ງຕ້ອງໄດ້ດຳເນີນຕາມການສະເໜີສ້າງຕັ້ງໂຮງງານໃໝ່ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດຕາ 11, 12, 13, 14 ແລະ ມາດຕາ15 ຂອງກົດໝາຍສະບັບນີ້.

ມາດຕາ 18(ປັບປຸງ) ການໃຫ້ເຊົ່າ, ເຊົ່າຊື້ ແລະ ການໂອນ ກິດຈະການໂຮງງານ

 ກິດຈະການໂຮງງານ ສາມາດໃຫ້ເຊົ່າ, ເຊົ່າຊື້, ໂອນ ຫຼື ຊື້-ຂາຍ ໃຫ້ບຸກຄົນ ຫຼື ນິຕິບຸກຄົນ ໂດຍອີງໃສ່ລະບຽບກົດໝາຍທ່ີກ່ຽວຂ້ອງໄດ້ກຳນົດໄວ້.

 ຜູ້ໄດ້ຮັບໂອນ, ສືບທອດ ຫຼື ຜູ້ຊື້ ກິດຈະການໂຮງງານ ມີສິດ ແລະ ພັນທະຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

 ຜູ້ໄດ້ຮັບໂອນ, ສືບທອດ ຫຼື ຜູ້ຊື້ ກິດຈະການໂຮງງານ ຕ້ອງແຈ້ງຂໍດັດແກ້ທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ ແລະ ຂໍໃບຢັ້ງຢືນດຳເນີນກິດຈະການໂຮງງານນຳຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອຢັ້ງຢືນເອກະສານຄວາມເປັນເຈົ້າຂອງຜູ້ໃໝ່. ສຳລັບການເຊົ່າ ຫຼື ເຊົ່າຊື້ ກິດຈະການໂຮງງານ ຕ້ອງແຈ້ງໃຫ້ຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອຊາບ ແລະ ສືບຕໍ່ສົ່ງເສີມ ແລະ ຄຸ້ມຄອງຕໍ່ໄປ.

ໝວດທີ 4
ການນຳໃຊ້ເຄື່ອງຈັກ ແລະ ເຕັກໂນໂລຊີໃນອຸດສາຫະກຳປຸງແຕ່ງ

ມາດຕາ 19(ໃໝ່)  ເຄື່ອງຈັກ ແລະ ເຕັກໂນໂລຊີທີ່ນຳໃຊ້ໃນອຸດສາຫະກຳປຸງແຕ່ງ

 ເຄື່ອງຈັກ ແລະ ເຕັກໂນໂລຊີທີ່ນຳໃຊ້ໃນອຸດສາຫະກຳປຸງແຕ່ງ ຕ້ອງແມ່ນເຄື່ອງຈັກທີ່ເໝາະສົມກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ ເພື່ອຮັບປະກັນໃຫ້ການຜະລິດມີຄຸນນະພາບ, ມີປະສິດທິພາບ, ປະສິດທິຜົນສູງ ແລະ ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ, ຫັນໄປສູ່ເຕັກໂນໂລຊີໃໝ່ທີ່ທັນສະໄໝເທື່ອລະກ້າວ.

ມາດຕາ 20(ໃໝ່)  ການຮັກສາຄຸນນະພາບຂອງເຄື່ອງຈັກໃນໂຮງງານ

 ເຄື່ອງຈັກທີ່ນຳໃຊ້ໃນໂຮງງານ ຕ້ອງໄດ້ຮັບການຮັກສາຄຸນນະພາບ ໃຫ້ຢູ່ໃນສະພາບດີຕະ ຫຼອດໄລຍະເວລາຂອງການດຳເນີນກິດຈະການ. ຖ້າຫາກເຄື່ອງຈັກມີການຊຸດໂຊມ ສົ່ງຜົນກະທົບຕໍ່ມາດ ຕະຖານຂອງຜະລິິດຕະພັນ ຫຼື ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ  ຕ້ອງໄດ້ປັບປຸງ, ປ່ຽນເຄື່ອງຈັກ ຫຼື ປ່ຽນອາ ໄຫຼ່ເຄື່ອງຈັກ ໃຫ້ໄດ້ຕາມມາດຕະຖານ.

ໝວດທີ 5
ຜະລິດຕະພັນອຸດສາຫະກຳປຸງແຕ່ງ

ມາດຕາ 21(ໃໝ່)  ມາດຕະຖານຜະລິດຕະພັນອຸດສາຫະກຳປຸງແຕ່ງ

ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ສາມາດນຳໃຊ້ມາດຕະຖານແບບສະໝັກ ໃຈ ແຕ່ຕ້ອງຮັບປະກັນໃຫ້ຜະລິດຕະພັນ ມີຄຸນນະພາບ, ໄດ້ມາດຕະຖານ, ມີສຸຂານາໄມ,  ຄວາມປອດໄພ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ.

ຜະລິດຕະພັນອຸດສາຫະກຳປຸງແຕ່ງ ກ່ຽວກັບການປ້ອງກັນຄວາມສະຫງົບ, ຄວາມປອດໄພ, ສຸຂານາໄມ, ສຸຂະພາບ ແລະ ສິ່ງແວດລ້ອມ ຫຼື ຜະລິດຕະພັນຍຸດທະສາດສຳຄັນ ຕ້ອງປະຕິບັດຕາມມາດຕະຖານແບບບັງຄັບ ຫຼື ລະບຽບການດ້ານເຕັກນິກ ຊຶ່ງລັດເປັນຜູ້ກຳນົດໃນແຕ່ລະໄລຍະ.

ການສ້າງມາດຕະຖານ, ລະບຽບການດ້ານເຕັກນິກ ແລະ ຂະບວນການປະເມີນຄວາມສອດ ຄ່ອງ ສຳລັບອຸດສາຫະກຳປຸງແຕ່ງ ຕ້ອງສອດຄ່ອງກັບກົດໝາຍວ່າດ້ວຍມາດຕະຖານ.

ມາດຕາ 22(ໃໝ່)  ຊັບສິນທາງປັນຍາດ້ານອຸດສາຫະກຳປຸງແຕ່ງ

 ລັດ ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາດ້ານອຸດ ສາຫະກຳປຸງແຕ່ງ ເພື່ອປົກປ້ອງສິດ ຜົນປະໂຫຍດ ແລະ ຮັບປະກັນຄວາມຍຸຕິທຳຕໍ່ຜູ້ລົງທຶນ ຫຼື ເຈົ້າຂອງ ຊັບສິນທາງປັນຍາດ້ານອຸດສາຫະກຳ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍຊັບສິນທາງປັນຍາ.

ໝວດທີ 6
ການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 23(ໃໝ່)  ອຸດສາຫະກຳສີຂຽວ

ລັດ ຊຸກຍູ້ ສົ່ງເສີມໂຮງງານອຸດສາຫະກຳປຸງແຕ່ງ ເພື່ອພັດທະນາໃຫ້ເປັນອຸດສາຫະກຳສີຂຽວ ໂດຍປະຕິບັດຕາມນະໂຍບາຍ ແລະ ລະບຽບກົດໝາຍດ້ານສິ່ງແວດລ້ອມຂອງ ສປປ ລາວ ເພື່ອໃຫ້ຂະບວນການຜະລິດເປັນມິດກັບສິ່ງແວດລ້ອມ.

ມາດຕາ 24(ໃໝ່)  ລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານ

ອີງໃສ່ຄວາມສຳຄັນ ແລະ ຈຳເປັນໃນການຄວບຄຸມ ແລະ ປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມແລະ ສັງຄົມນັ້ນ ຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານ ແບ່ງອອກເປັນ ສາມລະດັບ ດັ່ງນີ້:

1. ລະດັບໜຶ່ງ ແມ່ນ ໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ ຫຼື ຄວາມ ເປັນອັນຕະລາຍ ໃນລະດັບຕ່ຳ ຊຶ່ງຕ້ອງປະຕິບັດຕາມລະບຽບການຄຸ້ມຄອງ ແລະ ຄວບຄຸມໂຮງງານໃຫ້ເຂັ້ມງວດ;

2. ລະດັບສອງ ແມ່ນ ໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ  ຫຼື ຄວາມ ເປັນອັນຕະລາຍ ໃນລະດັບປານກາງ ຊຶ່ງຕ້ອງສ້າງແຜນການຄຸ້ມຄອງດ້ານສິ່ງແວດລ້ອມ ແລະ ຕິດຕາມ ເປັນແຕ່ລະໄລຍະ;

3. ລະດັບສາມ ແມ່ນ ໂຮງງານທີ່ມີຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມ  ຫຼື ຄວາມ ເປັນອັນຕະລາຍ ໃນລະດັບສູງ ຊຶ່ງຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຕ້ອງສ້າງແຜນ ການຄຸ້ມຄອງດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ແລະ ຕິດຕາມເປັນປະຈຳ;

ລາຍລະອຽດສຳລັບລະດັບຄວາມສ່ຽງຜົນກະທົບດ້ານສິ່ງແວດລ້ອມຂອງໂຮງງານ ໄດ້ກຳນົດ ໄວ້ໃນລະບຽບການຕ່າງຫາກ.

ມາດຕາ 25(ປັບປຸງ)  ມາດຕະການປົກປັກຮັກສາສິ່ງແວດລ້ອມ

  ການດຳເນີນກິດຈະການໂຮງງານ ຕ້ອງປະຕິບັດມາດຕະການປົກປັກຮັກສາສິ່ງແວດລ້ອມ ດັ່ງນີ້:

1. ຮັບປະກັນການປະຕິບັດຕາມມາດຕະຖານດ້ານສິ່ງແວດລ້ອມ ເປັນຕົ້ນ ການສັນ ຈອນ, ສຽງ, ແສງ, ສີ, ກິ່ນ, ອາຍພິດ, ຝຸ່ນ, ຄວັນ, ແຮງສັ່ນສະເທືອນ, ອຸນຫະພູມ, ຄວາມຊຸ່ມ ແລະ ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງ;

2. ຮັບປະກັນໃຫ້ໂຮງງານທີ່ມີຄວາມສ່ຽງລະດັບໜຶ່ງ ມີເຂດກັນຊົນຕ່ຳສຸດບໍ່ຫຼຸດສີ່ແມັດ, ໂຮງງານທີ່ມີຄວາມສ່ຽງລະດັບສອງ ຕ້ອງມີເຂດກັນຊົນບໍ່ຫຼຸດສິບແມັດ ແລະ ໂຮງງານທີ່ມີຄວາມສ່ຽງລະ ດັບສາມ ຕ້ອງມີເຂດກັນຊົນບໍ່ຫຼຸດ ຊາວແມັດ ຕາມແຕ່ລະກໍລະນີ;

3. ຕ້ອງມີການປະສານສົມທົບລະຫວ່າງຂະແໜງການອຸດສາຫະກຳ ແລະ ການຄ້າກັບ ຂະແໜງການອື່ນທີ່ກ່ຽວຂ້ອງ.

ມາດຕາ 26(ປັບປຸງ)  ການບຳບັດ ແລະ ກຳຈັດ ສິ່ງເສດເຫຼືອຂອງໂຮງງານ

 ສິ່ງເສດເຫຼືອທຸກປະເພດຂອງໂຮງງານ ຕ້ອງຖືກບຳບັດ ແລະ ກຳຈັດ ຕາມກຳມະວິທີ ແລະ ຫຼັກວິຊາການທີ່ຖືກຕ້ອງ ຢູ່ ສະຖານທີ່ຕາມທີ່ໄດ້ກຳນົດໄວ້ໃນລະບຽບການ.

ມາດຕາ 27(ໃໝ່)  ການຄຸ້ມຄອງທາດເຄມີ ແລະ ສິ່ງເສດເຫຼືອອັນຕະລາຍ

 ການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ ອັນຕະລາຍ ຕ້ອງປະຕິບັດຕາມລະບຽບກົດໝາຍ, ສັນຍາສາກົນ ແລະ ສົນທິສັນຍາ ທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນພາຄີ.

 ການຂໍໃບຢັ້ງຢືນ, ອອກໃບຢັ້ງຢືນ, ຕິດຕາມ, ກວດກາ ແລະ ຍົກເລີກໃບຢັ້ງຢືນ ກ່ຽວກັບທາດ ເຄມີ ແລະ ສິ່ງເສດເຫຼືອອັນຕະລາຍ ໄດ້ກຳນົດໄວ້ໃນນິຕິກຳສະເພາະ.

 ຂະແໜງການອຸດສາຫະກຳ ແລະ ການຄ້າ ເປັນໃຈກາງປະສານສົມທົບກັບຂະແໜງການອື່ນ ທີ່ກ່ຽວຂ້ອງ ໃນການຄຸ້ມຄອງການນຳເຂົ້າ ແລະ ການນຳໃຊ້ທາດເຄມີ ແລະ ແບ່ງຄວາມຮັບຜິດຊອບໃນການ ຄຸ້ມຄອງທາດເຄມີຕາມແຕ່ລະຂະແໜງການ.

ໝວດທີ 7
ເຂດ,
ນິຄົມ ອຸດສາຫະກຳ

ມາດຕາ 28(ປັບປຸງ)  ເຂດອຸດສາຫະກຳ

 ເຂດອຸດສາຫະກຳ ແມ່ນ ເນື້ອທີ່ດິນທີ່ໄດ້ສະຫງວນ ຫຼື ຈັດສັນໄວ້ ສຳລັບການສ້າງຕັ້ງໂຮງງານ ອຸດສາຫະກຳປຸງແຕ່ງ ຫຼື ກິດຈະການອື່ນ ທີ່ຮັບໃຊ້ໃຫ້ແກ່ການດຳເນີນກິດຈະການອຸດສາຫະກຳທີ່ໄດ້ຮັບການຮັບຮອງຢ່າງເປັນທາງການຈາກລັດຖະບານ ແລະ ບໍ່ນອນຢູ່ໃນເຂດເສດຖະກິດພິເສດ. 

 ລັດຖະບານ ກຳນົດນະໂຍບາຍສົ່ງເສີມການພັດທະນາ ແລະ ການລົງທຶນໃນເຂດອຸດສາຫະກຳ ຕາມຄວາມເໝາະສົມຕາມແຕ່ລະໄລຍະ.

 ຂະແໜງການອຸດສາຫະກຳ ແລະ ການຄ້າ ສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ພາກ ສ່ວນທີ່ກ່ຽວຂ້ອງກຳນົດ, ຈັດສັນທີ່ດິນເຂດອຸດສາຫະກຳ ເພື່ອຮັບປະກັນທີ່ຕັ້ງໂຮງງານ, ຫຼີກລ້ຽງ ຫຼື ຫຼຸດ ຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ມາດຕາ 29(ປັບປຸງ)  ນິຄົມອຸດສາຫະກຳ

 ນິຄົມອຸດສາຫະກຳ ແມ່ນ ເນື້ອທີ່ດິນທີ່ໄດ້ພັດທະນາລະບົບພື້ນຖານໂຄງລ່າງຄົບຊຸດ ເຊັ່ນ ຖະໜົນ, ລະບົບລະບາຍນ້ຳ, ລະບົບບຳບັດສິ່ງເສດເຫຼືອ, ລະບົບປ້ອງກັນນ້ຳຖ້ວມ,ໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ອາຄານ, ທີ່ຢູ່ອາໄສ, ສາງ ແລະ ສິ່ງອຳນວຍຄວາມສະດວກອື່ນທີ່ຈຳເປັນ ເພື່ອຮັບ ໃຊ້ການດຳເນີນກິດຈະການໂຮງງານອຸດສາຫະກຳ.

ມາດຕາ 30(ໃໝ່)  ເຂດອຸດສາຫະກຳປຸງແຕ່ງເພື່ອການສົ່ງອອກ

 ເຂດອຸດສາຫະກຳປຸງແຕ່ງເພື່ອການສົ່ງອອກ ແມ່ນ ເຂດທີ່ດຳເນີນກິດຈະການໂຮງງານການຜະລິດ, ການປຸງແຕ່ງ, ການບໍລິການ ເພື່ອສົ່ງອອກສະເພາະ.

 ການລົງທຶນ ແລະ ດຳເນີນກິດຈະການໂຮງງານໃນເຂດອຸດສາຫະກຳປຸງແຕ່ງເພື່ອການສົ່ງອອກ ໃຫ້ປະຕິບັດຕາມນະໂຍບາຍສົ່ງເສີມ ເພື່ອສົ່ງອອກສະເພາະ.

ມາດຕາ 31(ໃໝ່) ການສ້າງຕັ້ງນິຄົມອຸດສາຫະກຳ ແລະ ເຂດອຸດສາຫະກຳປຸງແຕ່ງເພື່ອການສົ່ງອອກ

 ຜູ້ມີຈຸດປະສົງສ້າງຕັ້ງນິຄົມອຸດສາຫະກຳ ຫຼື ເຂດອຸດສາຫະກຳປຸງແຕ່ງ ເພື່ອການສົ່ງອອກ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ຫຼື ລະບຽບການສະເພາະ.

 ລາຍລະອຽດການສ້າງຕັ້ງ, ການຄຸ້ມຄອງ ແລະ ການສົ່ງເສີມນິຄົມອຸດສາຫະກຳ ຫຼື ເຂດອຸດ ສາຫະກຳປຸງແຕ່ງ ເພື່ອການສົ່ງອອກ ມີ ນິຕິກຳສະເພາະ.

ມາດຕາ 32(ໃໝ່) ການລົງທຶນໃນນິຄົມອຸດສາຫະກຳແລະເຂດອຸດສາຫະກຳປຸງແຕ່ງ ເພື່ອການສົ່ງອອກ

 ຜູ້ມີຈຸດປະສົງລົງທຶນໃນນິຄົມອຸດສາຫະກຳ ຫຼື ເຂດອຸດສາຫະກຳປຸງແຕ່ງ ເພື່ອການສົ່ງອອກ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ຫຼື ລະບຽບການສະເພາະ.

ພາກທີ II
ການສົ່ງເສີມການລົງທຶນໃນຂະແໜງອຸດສາຫະກຳປຸງແຕ່ງ

ມາດຕາ 33(ປັບປຸງ)  ເນື້ອໃນການສົ່ງເສີມ

 ຜູ້ລົງທຶນໃນອຸດສາຫະກຳປຸງແຕ່ງ ນອກຈາກຈະໄດ້ຮັບນະໂຍບາຍສົ່ງເສີມຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແລ້ວ ຍັງໄດ້ຮັບການຊຸກຍູ້ສົ່ງເສີມຈາກລັດຖະບານ ຕາມເນື້ອໃນ ດັ່ງນີ້:

1.ການເຂົ້າຫາແຫຼ່ງທຶນ;

2.ການນຳໃຊ້ເຄື່ອງຈັກ ແລະ ເຕັກໂນໂລຊີ;

3.ການພັດທະນາອຸດສາຫະກຳສີຂຽວ;

4.ການສ້າງມູນຄ່າເພີ່ມ;

5.ວິຊາການ;

6.ການຝຶກອົບຮົມວິຊາຊີບ;

7.ການສະໜອງຂໍ້ມູນ ແລະ ຂ່າວສານ;

8.ການໃຫ້ຄຳປຶກສາ;

9. ການສະໜອງແຮງງານ;

10.ການໃຫ້ບຸລິມະສິດ;

11. ນະໂຍບາຍ ພາສີແລະອາກອນ;

12.ການຕະຫຼາດ;

13.ການກໍ່ສ້າງພື້ນຖານໂຄງລ່າງອຸດສາຫະກຳປຸງແຕ່ງ;

14.ການສ້າງຕັ້ງສະມາຄົມ ແລະ ກຸ່ມຜູ້ຜະລິດ;

15.ການສ້າງຕັ້ງສະຖາບັນ ຫຼື ສູນຄົ້ົ້ນຄວ້າ ທົດລອງອຸດສາຫະກຳປຸງແຕ່ງ.

ມາດຕາ 34(ປັບປຸງ)  ການເຂົ້າຫາແຫຼ່ງທຶນ

 ລັດ ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ, ທະນາຄານ ແລະ ສະຖາບັນການເງິນອື່ນ ທັງພາຍໃນ ແລະ ຕ່າງປະເທດ ປະກອບທຶນ, ສ້າງກອງທຶນ, ສ້າງທະນາຄານ ແລະ ໃຫ້ສິນເຊື່ອ ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງລົງທຶນເຂົ້ົ້າໃນກິດຈະການອຸດສາຫະກຳປຸງແຕ່ງ.

 ທະນາຄານແຫ່ງ ສປປ ລາວ ປະຕິບັດຕາມນະໂຍບາຍສົ່ງເສີມຂອງລັດຖະບານໃນການຊຸກ ຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ສ້າງກົນໄກອຳ ນວຍຄວາມສະດວກໃນການສະໜອງທຶນ ແລະ ໃຫ້ສິນເຊື່ອ, ການຄ້ຳປະກັນສິນເຊື່ອ, ການຮ່ວມລົງທຶນ ແລະ ກົນໄກອື່ນທີ່ຈຳເປັນ ເພື່ອຮັບປະກັນໃຫ້ກິດຈະການອຸດສາຫະກຳປຸງແຕ່ງ ສາມາດເຂົ້າເຖິງ ແລະ ນຳໃຊ້ແຫຼ່ງທຶນໄດ້ຢ່າງງ່າຍດາຍ ກວ້າງຂວາງ ແລະ ທົ່ວເຖິງ.

ມາດຕາ 35(ປັບປຸງ)  ການນຳໃຊ້ເຄື່ອງຈັກ ແລະ ເຕັກໂນໂລຊີ

 ລັດ ສົ່ງເສີມການນຳໃຊ້ເຄື່ອງຈັກ ແລະ ເຕັກໂນໂລຊີ ທີ່ເໝາະສົມ ເພື່ອປັບປຸງຄວາມອາດສາມາດແຂ່ງຂັນຂອງອຸດສາຫະກຳປຸງແຕ່ງຂອງ ສປປ ລາວ ໂດຍໃຫ້ສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ.

 ລັດ ສົ່ງເສີມ ດ້ານທຶນຮອນ ເພື່ອຊຸກຍູ້ໃຫ້ສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາດຳເນີນການຄົ້ນຄວ້າ, ພັດທະນາເຕັກໂນໂລຊີ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າໃນຂະບວນການຜະລິດອຸດສາຫະກຳປຸງແຕ່ງ.

ມາດຕາ 36(ໃໝ່)  ການພັດທະນາອຸດສາຫະກຳສີຂຽວ

 ລັດ ສະໜັບສະໜູນການພັດທະນາອຸດສາຫະກຳສີຂຽວ ໂດຍເນັ້ນໃສ່ການຜະລິດທີ່ເປັນມິດ ກັບສິ່ງແວດລ້ອມ. ກິດຈະການໂຮງງານທີ່ໄດ້ຮັບການຢັ້ງຢືນເປັນອຸດສາຫະກຳສີຂຽວ ຈະໄດ້ຮັບນະໂຍ ບາຍ ດັ່ງນີ້:

1.ຍົກເວັ້ນອາກອນກຳໄລ ເພີ່ມຕື່ມອີກ 3 ປີ ນອກຈາກໄດ້ຮັບຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແລ້ວ;

2.ໄດ້ຮັບການໂຄສະນາເຜີຍແຜ່ຜົນສຳເລັດ;

3.ໄດ້ຮັບເຄື່ອງໝາຍອຸດສາຫະກຳສີຂຽວຈາກຂະແໜງການອຸດສາຫະກຳ ແລະ ການຄ້າ.

ລາຍລະອຽດກ່ຽວກັບອຸດສາຫະກຳສີຂຽວ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 37(ໃໝ່)  ການສ້າງມູນຄ່າເພີ່ມ

 ລັດ ສົ່ງເສີມການຜະລິດສິນຄ້າໃຫ້ມີມູນຄ່າເພີ່ມ ດ້ວຍການສະໜັບສະໜູນດ້ານວິຊາການ, ຍົກລະດັບສີມືີແຮງງານ, ຍົກລະດັບເຕັກນິກ-ເຕັກໂນໂລຊີການຜະລິດ.

 ການສົ່ງເສີມການສ້າງມູນຄ່າເພີ່ມ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 38(ປັບປຸງ)  ວິຊາການ

 ຂະແໜງການອຸດສາຫະກຳ ແລະ ການຄ້າ ສົມທົບກັບຂະແໜງການສຶກສາທິການ ແລະ ກິລາ, ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ແລະ ຂະແໜງການອື່ນ ເພື່ອສົ່ງເສີມການ ພັດທະນາແຮງງານໃຫ້ໄດ້ປະລິມານ ແລະ ຄຸນນະພາບທີ່ເໝາະສົມ ດ້ວຍຫຼາຍຮູບການ ເພື່ອສະໜອງໃຫ້ແກ່ອຸດສາຫະກຳປຸງແຕ່ງ.

 ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ເອົາໃຈໃສ່ສ້າງ ແລະ ຍົກລະດັບທາງ ດ້ານວິຊາການ ໃຫ້ແກ່ນັກບໍລິຫານ, ພະນັກງານວິຊາການ  ແລະ ກຳມະກອນ ດ້ວຍຫຼາຍຮູບການທັງຢູ່ພາຍໃນ ແລະ ຕ່າງປະເທດ.

ມາດຕາ 39(ປັບປຸງ)  ການຝຶກອົບຮົມວິຊາຊີບ

 ລັດ ສົ່ງເສີມໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລົງທຶນເຂົ້າໃນການສ້າງຕັ້ງສະຖາບັນ, ສູນຝຶກອົບຮົມວິຊາຊີບ ຫຼື ໂຮງຮຽນວິຊາຊີບ ເພື່ອຝຶກອົບຮົມ ແລະ ຍົກລະດັບສີມືແຮງງານ ກ່ຽວກັບການ ປະກອບວິຊາຊີບອຸດສາຫະກຳປຸງແຕ່ງ.

ມາດຕາ 40(ປັບປຸງ)  ການສະໜອງຂໍ້ມູນຂ່າວສານ

 ລັດ ສົ່ງເສີມໃຫ້ມີການເກັບກຳ ແລະ ສະໜອງຂໍ້ມູນຂ່າວສານ ກ່ຽວກັບກິດຈະການອຸດສາຫະກຳປຸງແຕ່ງ ຈາກພາຍໃນ ແລະ ຕ່າງປະເທດ ເຊັ່ນ ຂໍ້ມູນຂ່າວສານທາງດ້ານລະບຽບກົດໝາຍທີ່ກ່ຽວຂ້ອງ, ແຫຼ່ງທຶນ, ວັດຖຸດິບ, ແຮງງານ, ເຄື່ອງຈັກ, ເຕັກໂນໂລຊີ, ສິນຄ້າ, ລາຄາ,  ຕະຫຼາດ, ການຂົນ ສົ່ງ, ສິ່ງແວດລ້ອມ, ທາດເຄມີ ແລະ ອື່ນໆ ເພື່ອເຜີຍແຜ່ ແລະ ນຳໃຊ້ຂໍ້ມູນຂ່າວສານຢ່າງກວ້າງຂວາງ ແລະ ທົ່ວເຖິງ.

ມາດຕາ 41(ໃໝ່)  ການໃຫ້ຄຳປຶກສາ

 ລັດ ຊຸກຍູ້ ແລະ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃຫ້ຄຳປຶກສາທາງດ້ານລະ ບຽບກົດໝາຍທີ່ກ່ຽວຂ້ອງ, ນະໂຍບາຍດ້ານອຸດສາຫະກຳປຸງແຕ່ງ, ການເພີ່ມຜະລິດຕະພາບ, ມາດຕະ ຖານດ້ານເຕັກນິກ-ເຕັກໂນໂລຊີ, ການສ້າງຕັ້ງ ແລະ ດຳເນີນກິດຈະການໂຮງງານ, ການຕະຫຼາດ, ແຮງງານ, ສິ່ງແວດລ້ອມ ແລະ ເຄມີ, ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການດຳເນີນກິດຈະການໂຮງງານອຸດ ສາຫະກຳປຸງແຕ່ງ.

ມາດຕາ 42(ໃໝ່)  ການສະໜອງແຮງງານ

 ລັດ ສົ່ງເສີມການສຶກສາຄົ້ນຄວ້າກ່ຽວກັບ ຕະຫຼາດແຮງງານພາຍໃນ, ການສະໜອງຂໍ້ມູນ ຂ່າວສານດ້ານແຮງງານ, ການຈັດຫາ ແລະ ສະໜອງແຮງງານ.

 ການຈັດຫາ ແລະ ສະໜອງແຮງງານ ຕ້ອງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ ແລະ ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍການປະກັນ ສັງຄົມ.

ມາດຕາ 43(ປັບປຸງ)  ການໃຫ້ບຸລິມະສິດ

 ລັດ ໃຫ້ບຸລິມະສິດ ແກ່ການລົງທຶນໃສ່ປະເພດອຸດສາຫະກຳປຸງແຕ່ງ ດັ່ງນີ້:

1. ອຸດສາຫະກຳປຸງແຕ່ງ ສະບຽງອາຫານ, ເຄື່ອງດື່ມ, ແຜ່ນແພ ແລະ ປະເພດອື່ນທີ່ນຳໃຊ້ຜົນຜະລິດກະສິກຳ;

2.ອຸດສາຫະກຳປຸງແຕ່ງ ຈາກແຮ່ທາດ;

3.ອຸດສາຫະກຳ ອຸປະກອນໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ;

4.ອຸດສາຫະກຳຜະລິດເຄື່ອງກົນຈັກ ແລະ ຍານພາຫະນະ.

 ການໃຫ້ບຸລິມະສິດ ແລະ ນະໂຍບາຍ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 44(ປັບປຸງ)  ນະໂຍບາຍພາສີ ແລະ ອາກອນ

ຜູ້ດຳເນີນກິດຈະການອຸດສາຫະກຳປຸງແຕ່ງ ນອກຈາກໄດ້ຮັບນະໂຍບາຍດ້ານພາສີ ແລະ ອາ ກອນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແລ້ວ ຍັງໄດ້ຮັບການຍົກເວັ້ນອາ ກອນມູນຄ່າເພີ່ມ ສຳລັບເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດ ຕາມລະບຽບການ.

ມາດຕາ 45(ປັບປຸງ)  ການຕະຫຼາດ

 ກະຊວງອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ, ສະມາຄົມອຸດສາຫະກຳປຸງແຕ່ງທຸກຂະແໜງ, ຜູ້ປະກອບການອຸດສາຫະກຳປຸງແຕ່ງ ເພື່ອ ຊອກຫາຕະຫຼາດຈຳໜ່າຍຜະລິດຕະພັນ.

 ການຈັດຫາຕະຫຼາດພາຍໃນ ແລະ ຕ່າງປະເທດ ຈະດຳເນີນດ້ວຍຫຼາຍຮູບການ ເຊັ່ນ ການໂຄສະນາທຸກຮູບແບບ, ການເປີດງານວາງສະແດງສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ, ເປີດກວ້າງການພົວພັນ ແລະ ຮ່ວມມືການຄ້າກັບພາກພື້ນ ແລະ ສາກົນ, ການພັດທະນາ ແລະ ອອກແບບຜະລິດຕະພັນໂດຍສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ.

ມາດຕາ 46(ໃໝ່)  ການກໍ່ສ້າງພື້ນຖານໂຄງລ່າງອຸດສາຫະກຳປຸງແຕ່ງ

 ລັດ ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງອຸດສາຫະກຳປຸງແຕ່ງ ເພື່ອອຳນວຍຄວາມສະ ດວກ ແລະ ດຶງດູດການລົງທຶນເຂົ້າໃສ່ຂະແໜງອຸດສາຫະກຳປຸງແຕ່ງ.

 ລັດ ຊຸກຍູ້ ແລະ ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະ ເທດ ລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງອຸດສາຫະກຳປຸງແຕ່ງ ເປັນຕົ້ນ ການສ້າງເຂດອຸດສາຫະ ກຳ, ນິຄົມອຸດສາຫະກຳ ແລະ ເຂດອຸດສາຫະກຳປຸງແຕ່ງ ເພື່ອການສົ່ງອອກ ເພື່ອອຳນວຍຄວາມສະ ດວກ ແລະ ດຶງດູດການລົງທຶນເຂົ້າໃສ່ຂະແໜງອຸດສາຫະກຳປຸງແຕ່ງ.

 ຜູ້ລົງທຶນກໍ່ສ້າງພື້ນຖານໂຄງລ່າງດັ່ງກ່າວ ຈະໄດ້ຮັບນະໂຍບາຍສົ່ງເສີມ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 47(ໃໝ່)  ການສ້າງຕັ້ງສະມາຄົມ ຫຼື ກຸ່ມຜູ້ຜະລິດ

 ລັດ ຊຸກຍູ້ ແລະ ສົ່ງເສີມໃຫ້ສ້າງຕັ້ງສະມາຄົມ ຫຼື ກຸ່ມຜູ້ຜະລິດ ອຸດສາຫະກຳປຸງແຕ່ງ ໂດຍສອດຄ່ອງກັບລະບຽບກົດໝາຍ ເພື່ອສະດວກໃນການຄຸ້ມຄອງ, ສ້າງຄວາມອາດສາມາດໃນການແຂ່ງຂັນ ແລະ ການຕໍ່ລອງທາງທຸລະກິດ ແນໃສ່ສ້າງຄວາມເປັນເອກະພາບໃນການດຳເນີນທຸລະກິດ, ມີການພັດທະນາທີ່ໝັ້ນຄົງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ມາດຕາ 48(ປັບປຸງ)  ການສ້າງຕັ້ງສະຖາບັນ ຫຼື ສູນຄົ້ົ້ນຄວ້າທົດລອງອຸດສາຫະກຳປຸງແຕ່ງ

 ລັດ ຊຸກຍູ້ ແລະ ສົ່ງເສີມໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນສ້າງຕັ້ງສະຖາບັນ ຫຼື ສູນຄົ້ົ້ນຄວ້າທົດລອງ ແລະ ຝຶກອົບຮົມ ທາງດ້ານວິຊາການ ອຸດສາຫະກຳປຸງແຕ່ງ ເປັນຕົ້ນ ການເພີ່ມຜະລິດຕະພາບ, ການຄົ້ນຄວ້າເສດຖະກິດອຸດສາຫະກຳ, ການພັດທະນາອຸດສາຫະກຳ, ມາດຕະຖານອຸດສາຫະກຳ,  ສິ່ງແວດລ້ອມອຸດສາຫະກຳ, ເຄມີອຸດສາຫະກຳ ແລະ ການບໍລິການ ອຸດສາຫະກຳປຸງແຕ່ງອື່ນ.

ພາກທີ III
ສິດ ແລະ ພັນທະຂອງຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ

ມາດຕາ 49(ປັບປຸງ)  ສິດ ຂອງຜູ້ດຳເນີນກິດຈະການ

ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ມີ ສິດ ດັ່ງນີ້:

1.ເປັນເຈົ້ົ້າກຳມະສິດໂຮງງານ ແລະ ໝາກຜົນທີ່ໄດ້ຮັບຈາກການດຳເນີນກິດຈະການ;

2.ກໍ່ສ້າງສິ່ງປຸກສ້າງ ແລະ ຕິດຕັ້ງເຄື່ອງຈັກ, ອຸປະກອນຕ່າງໆ ເພື່ອການດຳເນີນກິດຈະການໂຮງງານ ຕາມລະບຽບກົດຫມາຍຂອງຂະແໜງການທີ່ກ່ຽວຂ້ອງ;

3.ເຄື່ອນໄຫວຕາມໃບຢັ້ງຢືນດຳເນີນກິດຈະການໂຮງງານ;

4.ສາມາດໄດ້ຮັບນະໂຍບາຍ, ການສົ່ງເສີມ,ການຊ່ວຍເຫຼືອ, ການແນະນຳຈາກລັດ ແລະ ພາກສ່ວນອື່ນ ທາງດ້ານວິຊາການ ແລະ ເຕັກໂນໂລຊີ ກ່ຽວກັບການດຳເນີນກິດຈະການໂຮງງານ;

5.ໃຫ້ເຊົ່າ, ໂອນ, ມອບ, ສືບທອດ, ຊື້, ຂາຍ, ຂະຫຍາຍ ແລະ ຢຸດເຊົາ ກິດຈະການ ໂຮງງານ ຕາມລະບຽບການ;

6. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຕາມກົດໝາຍ;

7.ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 50(ປັບປຸງ)  ພັນທະ ຂອງຜູ້ດຳເນີນກິດຈະການໂຮງງານ

ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ມີ ພັນທະ ດັ່ງນີ້:

1. ສ້າງຕັ້ງ ແລະ ດຳເນີນກິດຈະການ ໂຮງງານ ຕາມມາດຕະຖານເຕັກນິກ ແລະ ໃບຢັ້ງຢືນດຳເນີນກິດຈະການໂຮງງານ;

2.ປະຕິບັດຕາມລະບຽບການ ກ່ຽວກັບການນຳໃຊ້ແຮງງານ ເປັນຕົ້ນ ໃຫ້ສະຫວັດດີການສັງຄົມ ແລະ ປ້ອງກັນຄວາມປອດໄພຂອງຄົນງານ;

3.ເສັຍພາສີ, ອາກອນ, ພັນທະ ແລະ ຄ່າທຳນຽມອື່ນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ;

4.ສ້າງຂັ້ນຕອນດຳເນີນງານ ຫຼື ສ້າງຕັ້ງໜ່ວຍງານຄຸ້ມຄອງ ຄວາມປອດໄພ, ສຸຂານາ ໄມ, ສິ່ງແວດລ້ອມ, ເຄມີ ແລະ ໄພພິບັດປະຈຳໂຮງງານ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການ;

5.ລາຍງານການເກີດອຸປະຕິເຫດຂັ້ນຮ້າຍແຮງ ຢູ່ພາຍໃນໂຮງງານ  ໃຫ້ຂະແໜງການ ທີ່ກ່ຽວຂ້ອງ ລວມທັງຂະແໜງການອຸດສາຫະກຳ ແລະ ການຄ້າ;

6. ພົວພັນກັບອົງການປົກຄອງທ້ອງຖິ່ນ ບ່ອນໂຮງງານຕັ້ງຢູ່ ເພື່ອຄວາມສະດວກ ແລະ ໄດ້ຮັບການຊ່ວຍເຫຼືອ ກ່ຽວກັບການດຳເນີນກິດຈະການໂຮງງານ ເປັນຕົ້ນ ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສິ່ງແວດລ້ອມ;

7.ລາຍງານຂໍ້ມູນກ່ຽວກັບການສຳຫຼວດທາງລັດຖະການ ແລະ ສະໜອງຂໍ້ມູນກ່ຽວກັບການເຄື່ອນໄຫວຂອງໂຮງງານຕາມທີ່ກົດໝາຍໄດ້ກຳນົດໄວ້;

8.ແຈ້ງເຫດຜົນຂອງການຢຸດເຊົາຊົ່ວຄາວ, ຖາວອນ ຫຼື ການລົ້ມລະລາຍ ໃຫ້ຂະແໜງ ການອຸດສາຫະກຳ ແລະ ການຄ້າ;

9.ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຂອງລັດ ໃນການຈັດຕັ້ງປະຕິບັດລະບຽບກົດໝາຍ;

10.ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ.

ພາກທີ IV
ຂໍ້ຫ້າມ

ມາດຕາ 51(ໃໝ່)  ຂໍ້ຫ້າມສຳລັບເຈົ້າໜ້າທີ່ແລະພະນັກງານ

ຫ້າມເຈົ້າໜ້າທີ່ ແລະ ພະນັກງານຂະແໜງການອຸດສາຫະກຳ ແລະ ການຄ້າ ມີ ພຶດຕິກຳ ດັ່ງນີ້:

1. ສວຍໃຊ້ອຳນາດ, ໜ້າທີ່, ຕຳແໜ່ງ, ສົມຮູ້ຮ່ວມຄິດ ຫຼື ມີວິທີການອື່ນທຸກຮູບແບບ;

2. ຮັບສິນບົນ;

3. ເມີນເສີຍຕໍ່ການລາຍງານ ກ່ຽວກັບໂຮງງານທີ່ເຄື່ອນໄຫວກິດຈະການ ບໍ່ຖືກຕ້ອງຕາມລະບຽບກົດໝາຍ;

4. ເປີດເຜີຍເອກະສານລັບຂອງຊາດ, ຂອງລັດຖະການ  ແລະ ຜູ້ປະກອບການໂຮງງານ;

5. ກົດໜ່ວງ, ຖ່ວງດຶງ ເອກະສານ ຫຼື ປອມແປງລາຍເຊັນຜູ້ມີອຳນາດ;

6. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ລະບຽບກົດໝາຍ.

ມາດຕາ 52(ໃໝ່)  ຂໍ້ຫ້າມສຳລັບຜູ້ດຳເນີນກິດຈະການ

  ຫ້າມຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ມີ ພຶດຕິກຳ ດັ່ງນີ້:

1. ສ້າງຕັ້ງ, ຍົກຍ້າຍ ແລະ ດຳເນີນກິດຈະການໂຮງງານ ໂດຍບໍ່ສອດຄ່ອງກັບລະບຽບ ກົດໝາຍ;

2. ຕັ້ງໂຮງງານຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ ຫຼື ເຂດຫວງຫ້າມທາງການ;

3. ໃຫ້ສິນບົນ;

4. ເຄື່ອນໄຫວກິດຈະການໂດຍບໍ່ສອດຄ່ອງກັບໃບຢັ້ງຢືນດຳເນີນກິດຈະການໂຮງງານ;

5. ນຳວັດຖຸດິບ ແລະ ແຮງງານທີ່ບໍ່ຖືກຕ້ອງຕາມກົດໝາຍເຂົ້າໂຮງງານ;

6. ນຳໃຊ້ທາດເຄມີອັນຕະລາຍ ໂດຍບໍ່ໄດ້ຮັບອະນຸຍາດ;

7. ຕັດກົ່ວ, ກະແຈ ຫຼື ໂສ້ ທີ່ເຈົ້າໜ້າທີ່ກວດກາໂຮງງານໜີບໃສ່ເຄື່ອງຈັກ;

8. ປ່ຽນຊື່ໂຮງງານ, ຂາຍ, ເຊົ່າ ຫຼື ປ່ຽນຜູ້ດຳເນີນກິດຈະການໂຮງງານ ໂດຍບໍ່ສອດຄ່ອງ ກັບລະບຽບກົດໝາຍ;

9. ປອມແປງເອກະສານ, ປິດບັງຂໍ້ມູນຄວາມຈິງ, ຂັດຂວາງ ຫຼື ບໍ່ໃຫ້ຄວາມຮ່ວມມືກັບ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;

10. ປ່ອຍ ຫຼື ຖິ້ມ ສິ່ງເສດເຫຼືອທີ່ບໍ່ໄດ້ຜ່ານຂະບວນການບຳບັດຕາມລະບຽບການ;

11. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ລະບຽບກົດໝາຍ.

ມາດຕາ 53(ໃໝ່)  ຂໍ້ຫ້າມສຳລັບການຈັດຕັ້ງອື່ນ

 ຫ້າມການຈັດຕັ້ງອື່ນ ມີ ພຶດຕິກຳ ດັ່ງນີ້:

1. ອອກໃບຢັ້ງຢືນດຳເນີນກິດຈະການໂຮງງານທີ່ບໍ່ຢູ່ໃນ ສິດ ແລະ ໜ້າທີ່ ຂອງຕົນ ຫຼື ບໍ່ຖືກຕ້ອງຕາມລະບຽບກົດໝາຍ;

2. ໂຈະ ຫຼື ຖອນ ໃບຢັ້ງຢືນດຳເນີນກິດຈະການໂຮງງານ ທີ່ບໍ່ກ່ຽວຂ້ອງກັບ ສິດ ແລະ ໜ້າທີ່ຂອງຕົນ;

3. ສ້າງອຸປະສັກ, ສິ່ງກີດຂວາງ ຫຼື ຂັດຂວາງໃນທຸກຮູບການ ເກີນຂອບເຂດສິດ ແລະ ໜ້າທີ່ ຕໍ່ວຽກງານສົ່ງເສີມ ແລະ ພັດທະນາ ອຸດສາຫະກຳປຸງແຕ່ງ;

4. ອະນຸຍາດທຸກຮູບແບບ ໃຫ້ໂຮງງານເຄື່ອນໄຫວກິດຈະການ ທີ່ບໍ່ມີໃບຢັ້ງຢືນດຳເນີນ ກິດຈະການໂຮງງານ ຫຼື ບໍ່ລາຍງານກ່ຽວກັບການດຳເນີນກິດຈະການໂຮງງານ ທີ່ຜິດກົດໝາຍ;

5. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ລະບຽບກົດໝາຍ.

ພາກທີ V
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 54(ໃໝ່)  ຮູບການແກ້ໄຂຂໍ້ຂັດແຍ່ງ

 ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານອຸດສາຫະກຳປຸງແຕ່ງ ສາມາດດຳເນີນ  ຕາມຮູບການ ໃດໜຶ່ງ ດັ່ງນີ້:

1. ການແກ້ໄຂດ້ວຍການປະນີປະນອມກັນ;

2. ການແກ້ໄຂດ້ວຍການໄກ່ເກ່ຍ;

3. ການແກ້ໄຂທາງດ້ານບໍລິຫານ;

4. ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;

5. ການຮ້ອງຟ້ອງຕໍ່ສານ;

6. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ 55(ໃໝ່)  ການແກ້ໄຂດ້ວຍການປະນີປະນອມກັນ

ໃນກໍລະນີມີຂໍ້ຂັດແຍ່ງເກີດຂຶ້ນ ໃຫ້ຄູ່ກໍລະນີພະຍາຍາມແກ້ໄຂຂໍ້ຂັດແຍ່ງນັ້ນ ດ້ວຍການປຶກສາຫາລື  ແລະ ປະນີປະນອມກັນ ເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ມາດຕາ 56(ໃໝ່) ການແກ້ໄຂດ້ວຍການໄກ່ເກ່ຍ

 ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບອຸດສາຫະກຳປຸງແຕ່ງເກີດຂຶ້ນ ແລະ ບໍ່ສາມາດປະນີປະນອມ ກັນໄດ້ ຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງດ້ວຍການໄກ່ເກ່ຍ.

ມາດຕາ 57(ໃໝ່)  ການແກ້ໄຂທາງດ້ານບໍລິຫານ

ບຸກຄົນ ຫຼື ນິຕິບຸກຄົນ ສາມາດສະເໜີມາຍັງຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາຄືນຂໍ້ຕົກລົງໃນການປະຕິເສດໃບອະນຸຍາດ, ປະຕິເສດການໃຫ້ສິດ ຫຼື ໂຈະ ແລະ ຖອນ ໃບອະນຸຍາດ ຫຼື ການໃຫ້ສິດ. ຂະແໜງການອຸດສາຫະກຳ ແລະ ການຄ້າ ຕ້ອງແກ້ໄຂຂໍ້ສະເໜີດັ່ງກ່າວ ພາຍໃນເວລາ ສາມສິບວັນ ລັດຖະການ. ການທີ່ບໍ່ມີຄຳຕອບ ຕໍ່ຂໍ້ສະເໜີ ຫຼື ຂໍ້ຄັດຄ້ານ ເມື່ອຮອດກຳນົດ ເວລາດັ່ງກ່າວ ຕ້ອງຖືວ່າເປັນການຕົກລົງທີ່ປະຕິເສດຂໍ້ສະເໜີ ຫຼື ຂໍ້ຄັດຄ້ານນັ້ນ.

ຖ້າຜູ້ສະເໜີຫາກບໍ່ພໍໃຈຕໍ່ຂໍ້ຕົກລົງ ທັງໃນກໍລະນີທີ່ການສະເໜີອຸທອນ ຫາກຖືກປະຕິເສດ ໂດຍການທີ່ບໍ່ໄດ້ຮັບຄຳຕອບນັ້ນ ຜູ້ສະເໜີສາມາດອຸທອນກໍລະນີດັ່ງກ່າວໄປຍັງສານ ເພື່ອໃຫ້ມີການແກ້ ໄຂ ໂດຍສອດຄ່ອງກັບລະບຽບກົດໝາຍ.

ມາດຕາ 58(ໃໝ່) ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

 ໃນກໍລະນີມີຂໍ້ຂັດແຍ່ງທາງດ້ານເສດຖະກິດ ກ່ຽວກັບອຸດສາຫະກຳປຸງແຕ່ງ ຄູ່ກໍລະນີສາມາດແກ້ໄຂ ດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

ມາດຕາ 59(ໃໝ່)  ການຮ້ອງຟ້ອງຕໍ່ສານ

 ໃນກໍລະນີມີຂໍ້ຂັດແຍ່ງ ກ່ຽວກັບອຸດສາຫະກຳປຸງແຕ່ງ ຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາ ຊົນ ເພື່ອພິຈາລະນາຕັດສີນນຕາມລະບຽບກົດໝາຍ.

ມາດຕາ 60(ໃໝ່)  ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ເມື່ອມີຂໍ້ຂັດແຍ່ງກ່ຽວກັບອຸດສາຫະກຳປຸງແຕ່ງທີ່ມີລັກສະນະສາກົນ ໃຫ້ປະຕິບັດຕາມວິທີການ ແກ້ໄຂຂໍ້ຂັດແຍ່ງ ທີ່ໄດ້ກຳນົດໄວ້ໃນສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ VI
ການຄຸ້ມຄອງ ແລະ ກວດກາ

ໝວດທີ 1
ການຄຸ້ມຄອງ

ມາດຕາ 61(ປັບປຸງ)  ອົງການຄຸ້ມຄອງ

 ລັດຖະບານ ຄຸ້ມຄອງວຽກງານອຸດສາຫະກຳປຸງແຕ່ງ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າເປັນຜູ້ຮັບຜິດຊອບ ໂດຍກົງ ທັງເປັນເຈົ້າການປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕາມ ພາລະບົດບາດຂອງຕົນ.

 ອົງການຄຸ້ມຄອງວຽກງານອຸດສາຫະກຳປຸງແຕ່ງ ປະກອບດ້ວຍ:

1. ກະຊວງອຸດສາຫະກຳ ແລະ ການຄ້າ;

2. ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນ;

3. ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະບານ.

ມາດຕາ 62(ປັບປຸງ)  ສິດ ແລະ ໜ້າທີ່ ຂອງກະຊວງອຸດສາຫະກຳ ແລະ ການຄ້າ

 ໃນການຄຸ້ມຄອງວຽກງານອຸດສາຫະກຳປຸງແຕ່ງ ກະຊວງອຸດສາຫະກຳ ແລະ ການຄ້າ ມີ ສິດ ແລະ ໜ້າທີ່ດັ່ງນີ້:

1. ຄົ້ນຄວ້າ, ສ້າງ ແລະ ກຳນົດ ນະໂຍບາຍ, ແຜນຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການກ່ຽວກັບວຽກງານອຸດສາຫະກຳປຸງແຕ່ງ ເພື່ອສະເໜີລັດຖະບານພິຈາລະນາ;

2. ຄົ້ນຄວ້າ, ສ້າງ ແລະ ປັບປຸງກົດໝາຍເພື່ອສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ ຮັບຮອງ ແລະ ຄົ້ນຄວ້າ, ສ້າງ, ປັບປຸງລະບຽບການ ພ້ອມທັງໂຄສະນາ, ເຜີຍແຜ່, ຊີ້ນຳ ແລະ ຕິດຕາມ ການຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບອຸດສາຫະກຳປຸງແຕ່ງ;

3. ສະໜອງຂໍ້ມູນຂ່າວສານ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ດຳເນີນກິດຈະການອຸດສາຫະກຳປຸງແຕ່ງ;

4. ຄຸ້ມຄອງ, ຕິດຕາມ ແລະ ອອກ ຫຼື ຍົກເລີກ ໃບຢັ້ງຢືນ ການຂຶ້ນທະບຽນ ທາດເຄມີ ແລະ ສິ່ງເສດເຫຼືອອັນຕະລາຍສຳລັບອຸດສາຫະກຳປຸງແຕ່ງ;

5. ຄຸ້ມຄອງ ແລະ ຕິດຕາມ ສິ່ງແວດລ້ອມ ເປັນຕົ້ນ ສິ່ງເສດເຫຼືອທີ່ເປັນອັນຕະລາຍ ຂອງໂຮງງານອຸດສາຫະກຳປຸງແຕ່ງທຸກລະດັບ ໂດຍສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ.

6. ອອກ, ໂຈະ, ຖອນ, ຍົກເລີກ ໃບຢັ້ງຢືນດຳເນີນກິດຈະການໂຮງງານຂະໜາດໃຫຍ່;

7. ຕິດຕາມ ໂຮງງານອຸດສາຫະກຳປຸງແຕ່ງ ໃນຂອບເຂດທົ່ວປະເທດ;

8. ສ້າງພື້ນຖານໂຄງລ່າງທາງດ້ານເຕັກນິກ ເພື່ອນຳໃຊ້ເຂົ້າໃນຂະບວນການວິໄຈ, ທົດລອງ ແລະ ຢັ້ງຢືນຜະລິດຕະພັນ;

9. ສ້າງກົນໄກການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ເພື່ອພິຈາລະນາຄຳຮ້ອງອຸທອນ ຂໍ້ຕົກລົງດ້ານບໍລິຫານ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ກ່ຽວກັບວຽກງານອຸດສາຫະກຳປຸງແຕ່ງ;

10. ສ້າງບຸກຄະລາກອນທັງພາກລັດ ແລະ ພາກທຸລະກິດກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມອຸດສາຫະກຳ;

11. ສົ່ງເສີມ ແລະ ພັດທະນາອຸດສາຫະກຳປຸງແຕ່ງ;

12. ຄຸ້ມຄອງມະຫາພາກ ແລະ ຊຸກຍູ້, ສົ່ງເສີມ ການພັດທະນາເຂດອຸດສາຫະກຳ, ນິຄົມອຸດສາຫະກຳ ແລະ ເຂດອຸດສາຫະກຳປຸງແຕ່ງເພື່ອການສົ່ງອອກ ຕາມພາລະບົດບາດຂອງຕົນ;

13. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຮັບປະກັນການຈັດຕັ້ງປະຕິ ບັດລະບຽບການເຕັກນິກໃຫ້ມີປະສິດທິພາບ ແລະ ບໍ່ໃຫ້ມີລະບຽບການ ແລະ ການກວດກາ ທີ່ຊ້ຳຊ້ອນ ກັນ ໂດຍບໍ່ຈຳເປັນ;

14. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານ ອຸດສາຫະກຳປຸງແຕ່ງ;

15. ປະເມີນຜົນ, ສະຫຼຸບ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານອຸດສາ ຫະກຳປຸງແຕ່ງຕໍ່ລັດຖະບານຢ່າງເປັນປົກກະຕິ;

16. ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 63(ປັບປຸງ)  ສິດ ແລະ ໜ້າທີ່ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນ

  ໃນການຄຸ້ມຄອງວຽກງານອຸດສາຫະກຳປຸງແຕ່ງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນ ມີ ສິດ  ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຄົ້ນຄວ້າ, ຜັນຂະຫຍາຍບັນດາທິດທາງ, ແຜນຍຸດທະສາດ, ແຜນນະໂຍບາຍ, ແຜນພັດທະນາອຸດສາຫະກຳປຸງແຕ່ງ;

2. ຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບວຽກງານອຸດສາຫະກຳປຸງແຕ່ງ ພ້ອມທັງ ໂຄສະນາ, ເຜີຍແຜ່, ຊີ້ນຳ ແລະ ຕິດຕາມການຈັດຕັ້ງປະຕິບັດລະບຽບກົດໝາຍ;

3. ສະໜອງຂໍ້ມູນຂ່າວສານ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ດຳເນີນກິດຈະການອຸດສາຫະກຳປຸງແຕ່ງ;

4. ຄຸ້ມຄອງ, ຕິດຕາມ ການນຳເຂົ້າ, ສົ່ງອອກ ແລະ ນຳໃຊ້ທາດເຄມີ ສຳລັບອຸດສາ ຫະກຳປຸງແຕ່ງ;

5. ຄຸ້ມຄອງ ແລະ ຕິດຕາມສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງທຸກລະດັບ ພາຍໃນແຂວງ, ນະຄອນຂອງຕົນ ໂດຍສົມທົບກັບພະແນກການອື່ນທີ່ກ່ຽວຂ້ອງ;

6. ອອກ, ໂຈະ, ຖອນ, ຍົກເລີກ  ໃບຢັ້ງຢືນດຳເນີນກິດຈະການໂຮງງານ ຂະໜາດ ນ້ອຍ ແລະ ກາງ ແລະ ຕາມການມອບໝາຍຂອງກະຊວງ;

7. ສະເໜີຕໍ່ຂັ້ນເທິງຂອງຕົນ ເພື່ອປັບປຸງ, ດັດແກ້, ໂຈະ ຫຼື  ຍົກເລີກກິດຈະການໂຮງ ງານຂະໜາດໃຫຍ່  ພາຍໃນແຂວງ, ນະຄອນ ທີ່ເຄື່ອນໄຫວຜິດລະບຽບກົດໝາຍ;

8. ຕິດຕາມ ໂຮງງານອຸດສາຫະກຳປຸງແຕ່ງ;

9. ສ້າງພື້ນຖານໂຄງລ່າງທາງດ້ານເຕັກນິກ ເພື່ອນຳໃຊ້ເຂົ້າໃນຂະບວນການວິໄຈ, ທົດລອງ ແລະ ຢັ້ງຢືນຜະລິດຕະພັນ;

10. ສ້າງກົນໄກການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ເພື່ອພິຈາລະນາຄຳຮ້ອງອຸ ທອນ ຂໍ້ຕົກລົງດ້ານບໍລິຫານ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ກ່ຽວກັບວຽກງານອຸດສາ ຫະກຳປຸງແຕ່ງ;

11. ສ້າງຄວາມເຂັ້ມແຂງໃຫ້ບຸກຄະລະກອນທັງພາກລັດ ແລະ ພາກທຸລະກິດ ກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມອຸດສາຫະກຳປຸງແຕ່ງ;

12. ສົ່ງເສີມ ແລະ ພັດທະນາອຸດສາຫະກຳປຸງແຕ່ງ;

13. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການກຳນົດເຂດອຸດສາຫະກຳ ແລະ ຕິດຕາມ ຊຸກຍູ້ສົ່ງເສີມ ການພັດທະນາເຂດອຸດສາຫະກຳ, ນິຄົມອຸດສາຫະກຳ ແລະ ເຂດອຸດສາຫະ ກຳປຸງແຕ່ງ ເພື່ອການສົ່ງອອກ ໃນທ້ອງຖິ່ນຂອງຕົນ;

14. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຮັບປະກັນການຈັດຕັ້ງປະຕິ ບັດລະບຽບການເຕັກນິກໃຫ້ມີປະສິດທິພາບ ແລະ ບໍ່ໃຫ້ມີລະບຽບການ ແລະ ການກວດກາ ທີ່ຊ້ຳຊ້ອນ ກັນໂດຍບໍ່ຈຳເປັນ;

15. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານອຸດ ສາຫະກຳປຸງແຕ່ງ ຕາມການມອບໝາຍ;

16. ປະເມີນຜົນ, ສະຫຼຸບແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານອຸດສາ ຫະກຳປຸງແຕ່ງຕໍ່ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ;

17. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 64(ປັບປຸງ)  ສິດ ແລະ ໜ້າທີ່ ຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະບານ

    ໃນການຄຸ້ມຄອງວຽກງານອຸດສາຫະກຳປຸງແຕ່ງ  ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ເຜີຍແຜ່,ຈັດຕັ້ງປະຕິບັດແຜນຍຸດທະສາດ, ແຜນການ, ໂຄງການ, ກົດໝາຍ, ຂໍ້ຕົກ ລົງ, ຄຳສັ່ງ ແລະ ຄຳແນະນໍາ ກ່ຽວກັບອຸດສາຫະກຳປຸງແຕ່ງ;

2. ສະໜອງຂໍ້ມູນຂ່າວສານ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ດຳເນີນກິດຈະການອຸດສາຫະກຳປຸງແຕ່ງ;

3. ຕິດຕາມ ທາດເຄມີ ແລະ ສິ່ງເສດເຫຼືອອັນຕະລາຍ ທີ່ນຳໃຊ້ໃນອຸດສາຫະກຳປຸງແຕ່ງ ທີ່ໄດ້ຮັບອະນຸຍາດ ຕາມການກຳນົດ;

4. ຄຸ້ມຄອງ ແລະ ຕິດຕາມສິ່ງແວດລ້ອມຂອງໂຮງງານອຸດສາຫະກຳປຸງແຕ່ງທຸກລະດັບພາຍໃນ ເມືອງ, ເທດສະບານຂອງຕົນ;

5. ອອກ, ໂຈະ, ຖອນ, ຍົກເລີກ  ໃບຢັ້ງຢືນດຳເນີນກິດຈະການໂຮງງານ  ຕາມການ ມອບໝາຍຂອງແຂວງ, ນະຄອນ;

6. ສະເໜີຕໍ່ ຂັ້ນເທິງຂອງຕົນ ປັບປຸງ, ດັດແກ້, ໂຈະ ຫຼື ຍົກເລີກກິດຈະການໂຮງງານ ພາຍໃນເມືອງ, ເທດສະບານ ທີ່ເຄື່ອນໄຫວຜິດລະບຽບກົດໝາຍ;

7. ຕິດຕາມ ໂຮງງານອຸດສາຫະກຳປຸງແຕ່ງ;

8. ສ້າງຂະບວນການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ເພື່ອພິຈາລະນາຄຳຮ້ອງອຸ ທອນ ຂໍ້ຕົກລົງດ້ານບໍລິຫານ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ກ່ຽວກັບວຽກງານອຸດສາ ຫະກຳປຸງແຕ່ງ;

9. ສົ່ງເສີມ ແລະ ພັດທະນາອຸດສາຫະກຳປຸງແຕ່ງ;

10. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ລະບຽບການເຕັກນິກໃຫ້ມີປະສິດທິພາບ ແລະ ບໍ່ໃຫ້ມີລະບຽບການ ແລະ ການກວດກາ ທີ່ຊ້ຳຊ້ອນກັນ ໂດຍບໍ່ຈຳເປັນ;

11. ປະເມີນຜົນ,ສະຫຼຸບ ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານອຸດສາ ຫະກຳປຸງແຕ່ງຕໍ່ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ;

12. ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 65(ໃໝ່)  ສິດ ແລະ ໜ້າທີ່ຂອງຂະແໜງການ ແລະ ພາກສ່ວນອື່ນ

         ໃນການຄຸ້ມຄອງ ວຽກງານອຸດສາຫະກຳປຸງແຕ່ງ ບັນດາຂະແໜງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ມີສິດ ແລະ ໜ້າທີ່ປະສານສົມທົບກັບຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມພາລະບົດບາດຂອງຕົນ  ເພື່ອຮັບປະກັນການຈັດຕັ້ງປະຕິບັດ ລະບຽບການເຕັກນິກໃຫ້ມີປະສິດທິພາບ ແລະ ບໍ່ໃຫ້ມີລະບຽບການ ແລະ ການກວດກາຊ້ຳຊ້ອນທີ່ບໍ່ຈຳເປັນ.

ໝວດທີ 2
ການກວດກາ

ມາດຕາ 66(ປັບປຸງ)  ອົງການກວດກາ

  ອົງການກວດກາວຽກງານອຸດສາຫະກຳປຸງແຕ່ງ ປະກອບດ້ວຍ:

1.ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານອຸດສາ ຫະກຳປຸງແຕ່ງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 61 ຂອງກົດໝາຍສະບັບນີ້;

2.ອົງການກວດກາພາຍນອກ ແມ່ນ ສະພາແຫ່ງຊາດ, ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ, ອົງການກວດສອບແຫ່ງລັດ.

ມາດຕາ 67(ປັບປຸງ)  ເນື້ອໃນການກວດກາ

 ການກວດກາວຽກງານອຸດສາຫະກຳປຸງແຕ່ງ ມີ ເນື້ອໃນ ດັ່ງນີ້:

1. ການສ້າງຕັ້ງ, ການດຳເນີນ ແລະ ການສິ້ນສຸດ ກິດຈະການໂຮງງານ;

2. ເຕັກນິກຂອງອາຄານ,ລະບົບຄວາມປອດໄພ, ສຸຂານາໄມ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ, ເຄື່ອງຈັກ ແລະ ອຸປະກອນການຜະລິດ;

3. ຄວາມປອດໄພແຮງງານ ແລະ ການນຳໃຊ້ແຮງງານ;

4. ຜະລິດຕະພັນອຸດສາຫະກຳ;

5. ການປະຕິບັດສິດ ແລະ ພັນທະ ຂອງຜູ້ດຳເນີນກິດຈະການໂຮງງານ ຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍສະບັບນີ້ ແລະ ລະບຽບກົດໝາຍອື່ນ ທີ່ກ່ຽວຂ້ອງ.

ມາດຕາ 68(ປັບປຸງ)  ຮູບການການກວດກາ

 ການກວດກາກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ຕາມເນື້ອໃນທີ່ໄດ້ກຳນົດໄວ້ໃນມາດ ຕາ 67 ມີ ຮູບການດັ່ງນີ້:

1. ການກວດກາ ຕາມລະບົບປົກກະຕິ;

2. ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;

3. ການກວດກາ ແບບກະທັນຫັນ.

ການກວດກາ ຕາມລະບົບປົກກະຕິ ແມ່ນ ການກວດກາຕາມແຜນການ ແລະ ມີກຳນົດເວລາ ອັນແນ່ນອນ.

ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ.

ການກວດກາ ແບບກະທັນຫັນ ແມ່ນ ການກວດກາໃນເວລາທີ່ເຫັນວ່າມີຄວາມຈຳເປັນ ແລະ ຮີບດ່ວນ ໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ.

ການກວດກາ ສາມາດດຳເນີນການກວດກາດ້ານເອກະສານ ແລະ ການປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານ ແລະ ເຈົ້າໜ້າທີ່ກວດກາ ຕ້ອງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ພາກທີ VII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 69(ປັບປຸງ)  ນະໂຍບາຍຕໍ່ຜູ້ມີຜົນງານ

 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນຈັດຕັ້ງປະຕິບັດກົດໝາຍສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນຕາມລະບຽບກົດໝາຍ.

ມາດຕາ 70(ປັບປຸງ)  ມາດຕະການຕໍ່ຜູ້ລະເມີດ

 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍ ຫຼື ລົງໂທດທາງອາຍາຕາມແຕ່ລະກໍລະນີເບົາ ຫຼື ໜັກ ຕາມລະບຽບກົດໝາຍ.

ມາດຕາ 71(ປັບປຸງ)  ມາດຕະການສຶກສາອົບຮົມ

 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ທີ່ມີລັກສະນະເບົາ ເປັນຄັ້ງ ທຳອິດ ຈະຖືກກ່າວເຕືອນ ຫຼື ສຶກສາອົບຮົມ ຕາມແຕ່ລະກໍລະນີ.

ມາດຕາ 72(ໃໝ່)  ມາດຕະການທາງວິໄນ

 ເຈົ້າໜ້າທີ່ ຫຼື ພະນັກງານ ທີ່ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ການລະເມີດຂໍ້ຫ້າມທີ່ໄດ້ ຖືກກ່າວເຕືອນ ຫຼື ສຶກສາອົບຮົມມາກ່ອນແລ້ວ ແລະ ບໍ່ມີອົງປະກອບຂອງການກະທຳຜິດທາງອາຍາ   ຈະຖືກປະຕິບັດວິໄນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 73(ປັບປຸງ)  ມາດຕະການປັບໃໝ

 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ທີ່ບໍ່ເປັນການກະທຳຜິດທາງ ອາຍາ ຈະຖືກປັບໃໝຕາມແຕ່ລະກໍລະນີ ຊຶ່ງໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 74(ໃໝ່)  ມາດຕະການທາງແພ່ງ

 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງໄດ້ກໍ່ຄວາມເສັຍຫາຍແກ່ຜົນປະໂຫຍດຂອງລັດ, ລວມໜູ່ ແລະ ບຸກຄົນອື່ນ ຕ້ອງໃຊ້ແທນຄ່າເສັຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 75(ປັບປຸງ)  ມາດຕະການທາງອາຍາ

 ບຸກຄົນ ທີ່ລະເມີດກົດໝາຍສະບັບນີ້ ຫາກເປັນການກະທຳຜິດທາງອາຍາ ເປັນຕົ້ນ ປອມແປງ ເອກະສານ, ບໍ່ປະຕິບັດມາດຕະການທີ່ຮັບປະກັນຄວາມປອດໄພຂອງໂຮງງານ ຊຶ່ງພາໃຫ້ມີການບາດ ເຈັບ, ເສັຍອົງຄະ ຫຼື ເສັຍຊີວິດ ຈະຖືກລົງໂທດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ.

ມາດຕາ 76(ປັບປຸງ)  ມາດຕະການໂທດເພີ່ມ

 ນອກຈາກໂທດທີ່ໄດ້ກຳນົດໄວ້ໃນມາດຕາ 75 ຂອງກົດໝາຍສະບັບນີ້ ຜູ້ລະເມີດຍັງຈະຖືກປະຕິບັດມາດຕະການໂທດເພີ່ມອີກ ເປັນຕົ້ນ ໂຈະ ຫຼື ຖອນໃບຢັ້ງຢືນດຳເນີນກິດຈະການໂຮງງານ.

ພາກທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 77  ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.

ມາດຕາ 78  ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດປະກາດໃຊ້ ແລະ ພາຍຫຼັງລົງໃນຈົດໝາຍເຫດທາງລັດຖະ ການ ສິບຫ້າວັນ.

 ໂຮງງານອຸດສາຫະກຳປຸງແຕ່ງທີ່ໄດ້ຮັບການສ້າງຕັ້ງ ແລະ ດຳເນີນກິດຈະການ ກ່ອນການປະ ກາດໃຊ້ກົດໝາຍສະບັບນີ້ ທີ່ບໍ່ທັນມີເງື່ອນໄຂຄົບຖ້ວນ ມີລະບຽບການແນະນຳປະຕິບັດສະເພາະ.

 ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ສະບັບເລກທີ 01/99/ ສພຊ ລົງວັນທີ 3 ເມສາ 1999.

 ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ
ປານີ ຢາທໍ່ຕູ້

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.