ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ນາຍົກລັດຖະມົນຕີ    ເລກທີ 48/ນຍ
ນະຄອນຫຼວງວຽງຈັນ, ວັນທີ 26 ກໍລະກົດ 2018

ຂໍ້ຕົກລົງ

ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ

  •    ອີງຕາມກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ເລກທີ 04/ສພຊ ລົງວັນທີ 08 ພະຈິກ 2016
  •    ອີງຕາມຂໍ້ຕົກລົງ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ແຜນດໍາເນີນງານວຽກຄວາມສະດວກທາງດ້ານການຄ້າ ປີ 2017-2022, ເລກທີ 0051/ກຂອຄ, ລົງວັນທີ 25 ກັນຍາ 2017;
  •    ອີງຕາມໜັງສືສະເໜີ ສະບັບເລກທີ 0547/ອຄ, ລົງວັນທີ 08 ພຶດສະພາ 2018 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ

ນາຍົກລັດຖະມົນຕີ ຕົກລົງ:

ມາດຕາ 1: ແຕ່ງຕັ້ງຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ “ຄອຄສ” ຊຶ່ງປະກອບດ້ວຍບັນດາທ່ານ ດັ່ງລຸ່ມນີ້ :

1. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ  ເປັນຫົວໜ້າ ຄະນະ;

2. ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ເປັນຮອງຫົວໜ້າຄະນະ ແລະ ທັງເປັນຜູ້ປະຈໍາການ;

3. ທ່ານ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ  ເປັນຮອງຫົວນ້າຄະນະ ;

4. ທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ   ເປັນຮອງຫົວນ້າຄະນະ ແລະ ຫົວໜ້າກອງເລຂາ;

5. ທ່ານ ຮອງລັດຖະມົນຕີກະຊວງການເງິນ    ເປັນຄະນະ;

6. ທ່ານ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ   ເປັນຄະນະ;

7. ທ່ານ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້   ເປັນຄະນະ;

8. ທ່ານ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ   ເປັນຄະນະ;

ມາດຕາ 2: ຄະນະກໍາມະການດັ່ງກາວ ມີສິດ ແລະ ໜ້າທີ່ດັ່ງນີ້ :

1.  ຊ່ວຍລັດຖະບານ ຕິດຕາມ ຊຸກຍູ້ ແລະ ປະເມີນຜົນຈັດຕັ້ງປະຕິບັດບັນດານິຕິກໍາ ພ້ອມທັງສຶກສາຄົ້ນຄ້ວາ ແລະ ສະເໜີປະກອບຄຳເຫັນຕໍ່ ບັນດານະໂຍບາຍ ແຜນຍຸດທະສາດ, ແຜນແມ່ບົດ, ນິຕິກໍາ, ສັນຍາ ແລະ ສົນທິສັນຍາ ສາກົນ ທີ່ ສປປ ລາວ ເປັນ ພາຄີ;

2. ຊີ້ນໍາ ການປະສານງານກັບດາກະຊວງ, ອົງການລັດທຽບເທົ່າກະຊວງ, ພາກລັດ ແລະ ພາກທຸລະກິດ ຂັ້ນສູນກາງ ແລະທ້ອງຖີີ່ນ, ເພື່ອພິຈາລະນາແກ້ໄຂບັນຫາ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ;

3. ຊີ້ນໍາການປະສານງານກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນການເຂົ້າຮ່ວມເຈລະຈາ ບັນດາສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແລະ ເປັນຈຸດປະສານງານ ໃນການຊອກຫາແຫຼ່ງທືນ ແລະ ຊ່ຽວຊານ ເພື່ອພັດທະນາວຽກງານອໍານວຍຄວາມສະດວກທາງດ້ານການຄ້າ;

4. ຄົ້ນຄວ້າ ປັບປຸງຂັ້ນຕອນ ແລະ ມາດຕະການທາງດ້ານການຄ້າ ທີ່ບໍ່ແມ່ນ ພາສີ (Non-Tarff Measures: NTMs) ທີ່ຕິດພັນກັບການເຄື່ອນຍ້າຍສີນຄ້າ, ການນໍາເຂົ້າ-ສົ່ງອອກ ແລະ ການຂົນສົ່ງສິນຄ້າຜ່ານແດນສາກົນ ໃຫ້ສອດຄ່ອງກັບບັນດາສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;

5. ຊຸກຍູ້ ແລະ ສົ່ງເສີມ ການນໍາໃຊ້ລະບົບເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານທາງດ້ານການຄ້າ ທີ່ທັນສະໄໝ ເພື່ອເຊື່ອມໂຍງກັບສາກົົນ;

6. ຊີ້ນໍາ ແລະ ຊຸກຍູ້ທຸກພາກສ່ວນທີ່ກ່ຽວຂ້ອງ  ທັງພາກລັດ ແລະ ທຸລະກິດ  ເພື່ອຍົກສູງການຮ່ວມມືໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ/ແຜນດໍາເນີນງານ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ທີ່ວາງອອກໃນແຕ່ລະໄລຍະ ພ້ອມທັງຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ປະກອບສ່ວນເຂົ້າໃນການປັບປຸງເຂົ້າໃນການວຽກງານດັ່ງກ່າວ ໃຫ້ນັບມື້ນັບດີຂື້ນ;

7. ຄົ້ນຄວ້າ ແລະ ນໍາສະເໜີໃຫ້ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂ ບັນຫາ ແລະ ສິ່ງທີ່ກີດຂວາງໃນການອໍານວຍຄວາມສະດວກທາງດ້ານການຄ້າ ໃຫ້ມີຄວາມເປັນເອກະພາບ, ສະດວກ, ວ່ອງໄວ, ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງ ກັບລະບຽບກົດໝາຍຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;

8. ຈັດກອງປະຊຸມຮ່ວມ ລະຫ່ວາງ ຂັ້ນສູນກາງ ແລະ ຂັ້ນແຂວງ 02 ຄັ້ງຕໍ່ປີ ເພື່ອສະຫຼຸບ, ຖອດຖອນບົດຮຽນ ແລະ ລາຍງານຂໍທິດຊີ້ນໍາຈາກລັດຖະບານ ໃນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ພ້ອມທັງຝຶກອົບຮົມ, ຍົກລະດັບ ແລະ ໂຄສະນາ ເຜີຍແຜ່ ໃຫ້ພາກລັດ ແລະ ພາກທຸລະກິດ  ກ່ຽວກັບບັນດານິຕິກໍາ ສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;

9. ຊີ້ນໍາໃນການຂຶ້ນແຜນວຽກ, ແຜນງົບປະມານປະຈໍາປີ  ແລະ ນໍາໃຊ້ພາຫະນະ, ອຸປະກອນຕ່າງໆ ທີ່ ລັດຖະບານ ປະກອບໃຫ້ ເພື່ອນໍາໃຊ້ເຂົ້າໃນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ;

10. ແຕ່ງຕັ້ງກອງເລຂາຊ່ວຍວຽກງານ ພ້ອມທັງກໍານົດສິດ ແລະ ໜ້າທີ່ ໃຫ້ລະອຽດ, ໂດຍໃຫ້ຖືເອົາຫ້ອງການປະຈໍາ ຕັ້ງຢູ່ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນກອງເລຂາ;

11. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະບານ.

ມາດຕາ 3: ແຕ່ງຕັ້ງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ ແລະ ນະຄອນຫຼວງ “ຄອຄຂ”, ຊຶ່ງປະກອບມີບັນດາທ່ານ ດັ່ງລຸ່ມນີ້;

1. ທ່ານ ຮອງເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງ ຜູ້ຊີ້ນໍາວຽກງານເສດຖະກິດ  ເປັນຫົວໜ້າຄະນະ;

2. ທ່ານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ  ເປັນຮອງຫົວໜ້າຄະນະ, ທັງເປັນຜູ້ປະຈໍາການ;

3. ທ່ານ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ  ເປັນຮອງຫົວໜ້າຄະນະ;

4. ທ່ານ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້  ເປັນຮອງຫົວໜ້າຄະນະ;

5. ທ່ານ ຫົວໜ້າພະແນກສາທາລະນະສຸກ   ເປັນຮອງຫົວໜ້າຄະນະ;

6. ທ່ານ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ   ເປັນຮອງຫົວໜ້າຄະນະ;

7. ທ່ານ ຫົວໜ້າກອງຄຸ້ມຄອງພາສີ ຫຼື ກອງກວດກາພາສີ ທີ່ມີສໍານັກງານ ຕັ້ງຢູ່ແຂວງ/ ນະຄອນຫຼວງ  ເປັນຮອງຫົວໜ້າຄະນະ;   

8. ທ່ານ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່   ເປັນຄະນະ;

9. ທ່ານ ຮອງຫົວໜ້າພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ   ເປັນຄະນະ;

10. ທ່ານ ຮອງຫົວໜ້າພະແນກສ່ວຍສາອາກອນ   ເປັນຄະນະ;

11. ທ່ານ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ   ເປັນຄະນະ;

12. ທ່ານ ຮອງຫົວໜ້າພະແນກການເງິນ   ເປັນຄະນະ;

13. ທ່ານ ຮອງຫົວໜ້າພະແນກການຕ່າງປະເທດ    ເປັນຄະນະ;

14. ທ່ານ ຮອງຫົວໜ້າຫ້ອງວ່າການແຂວງ ແລະ ນະຄອນຫຼວງ   ເປັນຄະນະ;

15. ທ່ານ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ  ເປັນຄະນະ;

16. ທ່ານ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ  ເປັນຄະນະ;

17. ທ່ານ ຮອງຫົວໜ້າພະແນກປ້ອງກັນເສດຖະກິດ ປກສ  ເປັນຄະນະ;

18. ທ່ານ ຮອງຫົວໜ້າພະແນກຈາລະຈອນ ປກສ   ເປັນຄະນະ;

19. ທ່ານ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ຂັ້ນແຂວງ   ເປັນຄະນະ;

ມາດຕາ 4:  ຄະນະຂັ້ນແຂວງ ແລະ ນະຄອນຫຼວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.  ຊ່ວຍຂັ້ນແຂວງ, ນະຄອນຫຼວງ ໃນການຕິດຕາມຊຸກຍູ້ ແລະ ປະເມີນຜົນການຈັດຈັ້ງປະຕິບັດ ບັນດານິຕິກໍາ ທີ່ຕິດພັນກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ພ້ອມທັງຄົ້ນຄວ້າ ແລະ ສະເໜີ ປະກອບຄຳເຫັນບັນດານະໂຍບາຍ, ແຜນຍຸດທະສາດ, ແຜນແມ່ບົດ, ນິຕິກໍາ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;

2. ເປັນຈຸດປະສານງານ ກັບບັນດາຂະແໜງທີ່ກ່ຽວຂ້ອງ ຂັ້ນແຂວງ, ນະຄອນຫຼວງ ທັງພາກທຸລະກິດ ເພື່ອພິຈາລະນາແກ້ໄຂບັນຫາ ແລະ ເປັນເອກະພາບ  ໃນການຈັດຕັ້ງປະຕິບັດ;

3. ເປັນຈຸດປະສານງານ ໃນການຊອກຫາແຫຼ່ງທຶນ ແລະ ຊ່ຽວຊານ  ເພື່ອພັດທະນາວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ

4. ຄົ້ນຄວ້າ ແລະ ນໍາສະເໜີປັບປຸງ ຂັ້ນຕອນ ແລະ ມາດຕະການທາງດ້ານການຄ້າ ທີ່ບໍ່ແມ່ນພາສີ (Nom-Tarff Measures: NTMs )  ທີ່ຕິດພັນກັບການເຄື່ອນຍ້າຍສີນຄ້າ ການນໍາເຂົ້າ-ສົ່ງອອກ  ແລະ ການສົ່ງສິນຄ້າຜ່ານແດນສາກົນ ໃຫ້ສອດຄ່ອງ ກັບບັນດາສັນຍາ  ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;

5. ຊີ້ນໍາ, ຊຸກຍູ້, ຄຸ້ມຄອງ ຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ ໃຫ້ໄດ້ຮັບຜົນດີຂື້ນເປັນກ້າວໆ, ພ້ອມທັງສົ່ງເສີມການນໍາໃຊ້ ລະບົບເຕັກໂນໂລຊີ ການສື່ສານ  ແລະ ຂໍ້ມູນຂ່າວສານທາງດ້ານການຄ້າ ທີ່ທັນສະໄໝເພື່ອເຊື່ອມໂຍງກັບສາກົນ;

6. ເຂົ້າຮ່ວມກອງປະຊຸມຢູ່ ຂັ້ນສູຸນກາງ  ເພື່ອສະຫຼຸບຖອດຖອນບົດຮຽນ ແລະ ລາຍງານຂໍທິດຊີ້ນໍາຈາກຄະນະນໍາຂັ້ນສູນກາງ ແລະ ຂັ້ນແຂວງ ໃນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກ ທາງດ້ານການຄ້າ  ແລະ ຝຶກອົບຮົມ, ຍົກລະດັບ  ແລະ ໂຄສະນາເຜີຍແຜ່ ໃຫ້ພາກລັດ ແລະ ພາກທຸລະກິດ  ກ່ຽວກັບບັນດານິຕິກໍາ, ສັນຍາ ແລະສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;

7. ສະເໜີ ລາຍງານ ຄະນະຂັ້ນແຂວງ ແລະ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ  ເພຶ່ອພິຈາລະນາ ສະເໜີສ້າງ ຫຼື ປັບປຸງ ບັນດານິຕິກໍາ ທີ່ຕິດພັນກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ  ຂັ້ນແຂວງ;

8. ປະສານສົມທົບກັບທຸກພາກສ່ວນ ທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ພາຍໃນຂັ້ນແຂວງ ເພຶ່ອຍົກສູງການຮ່ວມມື ໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ/ແຜນດໍາເນີນງານ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ທີ່ວາງອອກ ແຕ່ລະໄລຍະ;

9. ຄົ້ນຄ້ວາ ແລະ ນໍາສະເໜີ ຂະແໜງການທີ່ກ່ຽວຂ້ອງ ພິຈາລະນາ ແກ້ໄຂບັນຫາ ແລະ ສິ່ງກີດຂວາງ ໃນການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງໃຫ້ມີຄວາມເປັນເອກະພາບ ສະດວກວ່ອງໄວ ກະທັດຮັດ ໂປ່ງໃສ ແລະ ສອດຄ່ອງກັບລະບຽບກົດໝາຍ ຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;

10. ໃຫ້ຖືເອົາຫ້ອງການປະຈໍາຕັ້ງຢູ່ພະແນກອຸດສາຫະກໍາ  ແລະ ການຄ້າ ແຂວງ/ນະຄອນຫຼວງ ເປັນກອງເລຂາຊ່ວຍວຽກ ແລະ ປະສານງານຊ່ວຍວຽກກ່ຽວຂ້ອງ ໃຫ້ແກ່ຄະນະດັ່ງກ່າວ;

11. ຂຶ້ນແຜ່ນວຽກ ແລະ ງົບປະມານປະຈໍາປີ ເພື່ອນໍາສະເໜີ “ຄອຄສ” ຂັ້ນສູນກາງ ພິຈາລະນາອະນຸມັດນໍາໃຊ້ໃນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ;

12. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍສູນກາງ.

ມາດຕາ 5: ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແມ່ນການຈັດຕັ້ງທີ່ບໍ່ປະຈໍາການ ຊຶ່ງຂຽນເປັນພາສາອັງກິດວ່າ :National Trade Facilitation Committee ຂຽນຫຍໍ້  “NTFC”.

ມາດຕາ 6: ຕາປະທັບ

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ, ນະຄອນຫຼວງ ແລະ ຂັ້ນສູນກາງ ມີຕາປະທັບສະເພາະ ເພື່ອຮັບໃຊ້ການເຄຶ່ອນໄຫວວຽກງານ ລັດຖະການຂອງຕົນ.

ມາດຕາ 7: - ມອບໃຫ້ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ໃນແຕ່ລະຂັ້ນ ປຶກສາຫາລື ເພື່ອກໍານົດຫຼັກການ ແລະ ແບບແຜນວິທີ່ເຮັດວຽກ, ແບ່ງວຽກ ແບ່ງຄວາມຮັບຜິດຊອບ ພາຍໃນຄະນະໃຫ້ລະອຽດຈະແຈ້ງ  ພ້ອມທັງຊີ້ນໍາການເຄື່ອນໄຫວ ວຽກງານຂອງກອງເລຂາ ຕາມສິດ ແລະ ໜ້າທີ່ ໄດ້ກໍານົດ ໃນມາດຕາ 2;

  • ມອບໃຫ້ບັນດາກະຊວງ  ອົງການລັດທຽບເທົ່າກະຊວງ ນະຄອນຫຼວງ ແລະ ແຂວງ ແຕ່ງຕັ້ງຜູ້ຕາງໜ້າຂອງຕົນທີ່ຮັບຜິດຊອບວຽກງານ ທີ່ກ່ຽວຂ້ອງດັ່ງກ່າວ ເພື່ອປະກອບເຂົ້າໃນຄະນະ ຕາມທີ່ກໍານົດໄວ້ໃນມາດຕາ 1 ແລະ ມາດຕາ 3 ແລະ ແຈ້ງໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຫ້ອງການວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຊາບ.

ມາດຕາ 8: ງົບປະມານການເຄື່ອນໄຫວຂອງຄະນະດັ່ງກ່າວ ໃນໄລຍະແຕ່ປີ 2018-2022 ແມ່ນນໍາໃຊ້ງົບປະມານຂອງໂຄງການ Lao PDR Competitiveness and Trade Project ທີ່ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາໃຫ້ການສະໜັບສະໜູນ. ພາຍຫຼັງສີ້ນສຸດໂຄງການ  ແມ່ນນໍາໃຊ້ງົບປະມານຂອງລັດຖະບານ ໂດຍໃຫ້ຄະນະດັ່ງກ່າວ ຂື້ນແຜນງົບປະມານ ບ່ວງບໍລິຫານປົກກະຕິ.

ມາດຕາ 9: ບັນດາກະຊວງ ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ແລະ ທຸກພາກສ່ວນ ກ່ຽວຂ້ອງ ພ້ອມດ້ວຍບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົົນດີ .

ມາດຕາ 10: ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ສ່ວນຂໍ້ຕົກລົງອື່ນໆ ທີ່ມີຜ່ານມາ ແລະ ຄັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກລົບລ້າງ.

ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 Decision on the Establishment of National Trade Facilitation Committee No. 48/PM, dated 26 July 2018 PDF
2 ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການຊີ້ລວມອຳນວຍຄວາມສະດວກທາງດ້ານການຄ້າ ສະບັບເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.