ໃນວັນທີ 06 ສິງຫາ 2018, ຫ້ອງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ສົ່ງ ຈົດໝາຍທາງການ ເລກທີ 2018/99614231-Viyentiyan BE/14142349, ລົງວັນທີ 24 ກໍລະກົດ 2018 ຈາກສະຖານທູດຕວັກກີ ທີ່ນະຄອນຫຼວງວຽງຈັນ ກ່ຽວກັບ ກະຊວງການຄ້າແຫ່ງ ສ.ຕວັກກີ ໄດ້ປັບປຸງໜັງສືຢັ້ງຢືນການນຳເຂົ້າ ເຖິງ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ. ການປັບປຸງໜັງສືຢັ້ງຢືນການນຳເຂົ້າ ແມ່ນເພື່ອຄຸ້ມຄອງການນຳເຂົ້າສິນຄ້າ ແລະ ເພື່ອຮັບປະກັນຄວາມຖືກຕ້ອງສອດຄ່ອງກັບຂັ້ນຕອນ, ລະບຽບການພາຍໃນ ແລະ ສາກົນ.

ຂໍ້ມູນເພີ່ມເຕີມ, ທ່ານສາມາດຕິດຕໍ່ໄດ້ທີ່:

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ກົມເອີຣົບ-ອາເມລິກາ

ພະແນກເອີຣົບຕາເວັນຕົກ

ໂທລະສັບ: +856 21 454117

# ຫົວຂໍ້ ດາວໂຫຼດ
1 ກະຊວງການຄ້າແຫ່ງ ສ.ຕວັກກີ ໄດ້ປັບປຸງໜັງສືຢັ້ງຢືນການນຳເຂົ້າ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.