ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແຈ້ງມາຍັງທ່ານຊາບວ່າ ຜະລິດຕະພັນອາຫານເສີມຫຼຸດນ້ຳໜັກ Lyn FS-Three ມີລັກສະນະເມັດສີຂຽວ ແລະ Lyn Block Burn Break Build ມີລັກສະນະເມັດສີຂາວ ໃນແຜງອາລູມີນຽມປຼາສຕິກ ບັນຈຸໃນກ່ອງເຈ້ຍ, ຈາກຜົນການກວດວິເຄາະຜະລິດຕະພັນດັ່ງກ່າວພົບວ່າ ມີສານບີຊາໂຄດິວ (Bisacodyl) ແລະ ສານໄຊບູຕຣາມິນ (Sibutramine) ຊຶ່ງເປັນສານທີ່ຫ້າມໃສ່ໃນອາຫານ ແລະ ເປັນອັນຕະລາຍຕໍ່ສຸຂະພາບ.

ອີງຕາມແຫຼ່ງຂ່າວ https://www.khaosod.co.th/breaking-news/news_1016694, ຖ້າບໍລິໂພກສານບີຊາໂຄດິວ (Bisacodyl) ຈະມີຜົນຂ້າງຄຽງເຮັດໃຫ້ຮ່າງກາຍຂາດນຳ້, ລຳໃສ້ບີບຕົວ ແລະ ມີເລືອດອອກທາງຮູທະວານ. ສ່ວນສານໄຊບູຕຣາມິນ (Sibutramine) ຈະມີຜົນຂ້າງຄຽງເກີດພາວະຜິດປົກກະຕິຂອງຫຼອດເລືອດຫົວໃຈ, ວິນຫົວ, ເຈັບທ້ອງ ແລະ ເປັນໄຂ້.

ສະນັ້ນ, ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງທ່ານ ຫ້າມບໍລິໂພກ, ຈຳໜ່າຍ ຜະລິດຕະພັນດັ່ງກ່າວ. ຖ້າຫາກເຈົ້າໜ້າທີ່ອາຫານ ແລະ ຢາ ພົບເຫັນແມ່ນຈະໄດ້ຢຶດອາຍັດ ແລະ ປະຕິບັດມາດຕະການຕາມກົດໝາຍວ່າດ້ວຍອາຫານ ສະບັບເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາພົວພັນໄດ້ທີ່

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ
ບ້ານສີເມືອງ, ຖະໜົນເສດຖາທີຣາດ, ນະຄອນຫຼວງວຽງຈັນ, ສປປລາວ 
ໂທລະສັບ: +(856-21) 214013
ໂທລະສານ: +(856-21) 214015
ເວັບໄຊທ໌: www.fdd.gov.la
ອີເມວ: [email protected]

# ຫົວຂໍ້ ດາວໂຫຼດ
1 ກະຊວງສາທາລະນະສຸກສັ່ງຫ້າມບໍລິໂພກ ຜະລິດຕະພັນອາຫານເສີມ Lyn FS-Three ແລະ Lyn Block Burn Break Build PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.