ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການບໍລິການການລົງທຶນປະຕູດຽວ ແລະ ໜ່ວຍງານປະສານງານການບໍລິການການລົງທຶນປະຕູດຽວຂັ້ນສູນກາງ ເລກທີ 002/ຄລທ.ສ, ລົງວັນທີ 20 ສິງຫາ 2018. ຫ້ອງການບໍລິການ ການລົງທຶນປະຕູດຽວຂັ້ນສູນກາງ ຕັ້ງຢູ່ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ປະກອບມີ 02 ພະແນກຄື: ພະແນກຄົ້ນຄວ້າ, ວິໄຈໂຄງການ ແລະ ກອງເລຂາ; ແລະ ພະແນກ ບໍລິການການລົງທຶນປະຕູດຽວ. ໜ່ວຍງານປະສານງານການບໍລິການການລົງທຶນປະຕູດຽວ ຂັ້ນສູນກາງ ປະກອບມີ: ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສ່ົງ, ກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງປ້ອງກັນຄວາມສະຫງົບ.  

ນອກຈາກນັ້ນ, ການບໍລິການການລົງທຶນປະຕູດຽວ ແມ່ນການເຄື່ອນໄຫວແບບລວມສູນ ໃນການບໍລິການການລົງທຶນ ໃຫ້ແກ່ຜູ້ລົງທຶນ ທີ່ລົງທຶນໃນກິດຈະການທົ່ວໄປ, ສຳປະທານ ແລະ ພັດທະນາເຂດເສດຖະກິດພິເສດ ໃຫ້ມີຄວາມກະທັດຮັດ, ສະດວກ, ວ່ອງໄວ, ໂປ່ງໃສ ແລະ ທັນການ. ໜ່ວຍງານປະສານງານປະຕູດຽວ ແມ່ນໜ່ວຍງານປະຈຳການ ຢູ່ຂະແໜງການກ່ຽວຂ້ອງໂດຍໄດ້ຮັບການແຕ່ງຕັ້ງ ແລະ ມອບໝາຍຈາກກະຊວງ, ອົງການລັດທຽບເທົ່າກະຊວງ ເພື່ອເຮັດໜ້າທີ່ປະສານງານການບໍລິການ ການລົງທອນປະຕູດຽວທີ່ກ່ຽວຂ້ອງກັບແຕ່ລະຂະແໜງການ.

ຄລິກທີນີ້ເພື່ອເບິ່ງລາຍລະອຽດ ແລະ ຂໍ້ຕົກລົງສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.