ຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ) ສາມາດຍຶດໄດ້ ຈຳນວນ 782.044 ທ່ອນສັ້ນ/ຕັບ/ເສັ້ນ, ບໍລິມາດ 3.296,287 ແມັດກ້ອນ. ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໃນໂມງລັດຖະການ.

ວັນເວລາເປີດຂາຍຊອງປະມູນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ:

  • ກຳນົດວັນເວລາຂາຍຊອງປະມູນ ແມ່ນ 15 ວັນລັດຖະການ (ນັບຕັ້ງແຕ່ວັນທີ 15 ຫາ 31 ສິງຫາ 2018)
  • ກຳນົດວັນເວລາມື້ເປີດຊອງປະມູນແມ່ນເວລາ 09:00 ໂມງເຊົ້າ ຂອງວັນທີ 03 ກັນຍາ 2018
  • ສະຖານທີ່ ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ
  • ລາຄາຊອງປະມູນ 1.000.000 ກີບ/ຊອງ (ສຳລັບຄ່າຊອງປະມູນນັ້ນແມ່ນບໍ່ໄດ້ສົ່ງຄືນ)
  • ກະລຸນາຖືຊອງປະມູນໄວ້ກັບຕົນເອງ ຈົນຮອດເວລາ 09:00 ໂມງເຊົ້າຂອງວັນທີ 03 ກັນຍາ 2018, ຈຶ່ງໃຫ້ມາມອບສົ່ງນຳຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດ. ຖ້າກາຍຖືວ່າສະຫຼະສິດ.

ທ່ານສາມາດຕິດຕໍ່ພົວພັນຫາ:

ທ່ານ ທອງສຸກ ກອງແກ້ວ 020 96519888

ທ່ານ ນາງ ອຸໄທທິບ ວົງຈັນທະລາ 020 55630937

ທ່ານ ທັດສະນະເດືອນ ຄຳແກ້ວ 020 95440773

ທ່ານ ນາງ ວັນເພັງ ສຸລິຍາ 020 22028886

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການເລກທີ 1010/ອຄ.ຈສ, ລົງວັນທີ 14 ສິງຫາ 2018

 

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.