ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມເປັນຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ໜ່ວຍງານ NTMs ຮ່ວມກັບ ບໍລິສັດທີ່ປຶກສາ EMC ຈະຈັດ ກອງປະຊຸມນຳສະເໜີບົດສຶກສາ ກ່ຽວກັບການອອກອະນຸຍາດນໍາເຂົ້າສິນຄ້າ ທີ່ຕິດພັນກັບ 04 ຂະແໜງການ ຂຶ້ນໃນລະຫວ່າງວັນທີ 28-29 ສິງຫາ 2018, ທີ່ ຫ້ອງປະຊຸມຊັ້ນ 03 ຂອງກະຊວງອຸດສາຫະກຳ ແລະ ການຄ້າ. ການອອກອະນຸຍາດນໍາເຂົ້າສິນຄ້າ ທີ່ຕິດພັນກັບ 04 ຂະແໜງການ ເຊັ່ນ: ຂະແໜງປູກຝັງ, ຂະແໜງລ້ຽງສັດ ແລະ ການປະມົງ, ຂະແໜງມາດຕະຖານ ແລະ ວັດແທກ, ຂະແໜງອາຫານ ແລະ ຢາ. ກອງປະຊຸມນີ້ ຈະໄດ້ຮັບກຽດເປັນປະທານໂດຍ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການນໍາສະເໜີຂອງຕາງໜ້າບໍລິສັດ EMC ກ່ຽວກັບຜົນການສຶກສາ ການອອກອະນຸຍາດນໍາເຂົ້າສິນຄ້າ ພ້ອມທັງປຶກສາຫາລື ເພື່ອຮັບຮອງ ແລະ ເປັນເອກະພາບຕໍ່ກັບຂໍ້ສະເໜີປັບປຸງການອອກອະນຸຍາດດັ່ງກ່າວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.