ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ           ເລກທີ 0403/ກພສ
ກົມພາສີ      ນະຄອນຫຼວງວຽງຈັນ, ວັນທີ 26 ພະຈິກ 2009

ແຈ້ງການ

ເຖິງ: ບັນດາຫົວໜ້າພາສີປະຈໍາເຂດ ແລະ ຫົວໜ້າດ່ານພາສີຊາຍແດນ ໃນທົ່ວປະເທດ
ເລື່ອງ: ການຍົກເວັ້ນຄ່າຊັກພິເສດຂາອອກ ສໍາລັບຜະລິດຕະພັນໄມ້ສໍາເລັດຮູບ

   ຜ່ານມາການຄຸ້ມຄອງສົ່ງອອກໄມ້ສໍາເລັດຮູບ ຂອງບັນດາດ່ານພາສີຊາຍແດນໃນທົ່ວປະເທດ ແມ່ນຈັດຕັ້ງປະຕິບັດບໍ່ທັນເປັນເອກະພາບ, ໂດຍສະເພາະການເກັບຄ່າຊັກພິເສດຂາອອກ ຊຶ່ງໄດ້ສົ່ງຜົນກະທົບຕໍ່ນະໂຍບາຍລວມຂອງລັດຖະບານ ກ່ຽວກັບການສົ່ງເສີມການຜະລິດພາຍໃນ ເພື່ອການສົ່ງອອກ. ເພື່ອແກ້ໄຂບັນຫາດັ່ງກ່າວ ແນໃສ່ເຮັດໃຫ້ການຈັດຕັ້ງລະບຽບກົດໝາຍ ເປັນເອກະພາບໃນທົ່ວປະເທດ.

ຫົວໜ້າກົມພາສີແຈ້ງການຄື:

  1. ການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ ທີ່ກໍານົດໃນຂໍ້ຕົກລົງສະບັບເລກທີ 1415/ອຄ.ກອກ, ຊຶ່ງປະກອບມີ: ໄມ້ອັດ (ເລກລະຫັດ 1621), ເຄື່ອງປະກອບໃນອາຄານ (ເລກລະຫັດ 1622.2), ໄມ້ປູພື້ນ ແລະ ໄມ້ປັກເກ (ເລກລະຫັດ 1634), ພາຊະນະບັນຈຸທີ່ເຮັດດ້ວຍໄມ້ (ເລກລະຫັດ 1623), ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້ (ເລກລະຫັດ 1629), ເຄື່ອງເຟີນິເຈີທີ່ເຮັດດ້ວຍໄມ້ (ເລກລະຫັດ 3100), ຜະລິດຕະພັນຈາກຕໍໄມ້ແມ່ນໃຫ້ ຍົກເວັ້ນຄ່າຊັກພິເສດຂາອອກ ຕາມທີ່ກໍານົດໄວ້ໃນບົດແນະນໍາ ສະບັບເລກທີ 230/ກງ ມາດຕາ 1.7 ຂີດໜ້າທີ 9.
  2. ໃນການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບແຕ່ລະຄັ້ງ ຕ້ອງສົ່ງອອກຜ່ານດ່ານພາສີຊາຍແດນ ປະກອບເອກະສານໃຫ້ຄົບຖ້ວນຄື:
  • ໃບແຈ້ງພາສີເປັນລາຍລະອຽດ ລະບອບ 10 (ຖ້າມາຈາກຕ່າງແຂວງ ຕ້ອງມີ ບ83 ຕິດຕາມມານໍາ).
  • ໃບແຈ້ງລາຄາ, ໃບຫຸ້ມຫໍ່.
  • ໃບອະນຸຍາດຈາກຂະແໜງອຸດສາຫະກໍາ-ການຄ້າ.
  • ສໍາເນົາໃບທະບຽນວິສາຫະກິດ, ອະນຸຍາດດໍາເນີນທຸລະກິດຂອງ ບໍລິສັດສົ່ງອອກ.
  • ໃບສັ່ງຊື້ສິນຄ້າ.
  • ບົດບັນທຶກການກວດກາຂອງ ຂະແໜງອຸດສາຫະກໍາ-ການຄ້າ (ອ5).
  • ສັນຍາຊື້ຂາຍ.
  • ໃບຮັບເງິນຄ່າພັນທະອື່ນໆ ຈາກຂະແໜງການອາກອນ ແລະ ຊັບສິນ (ຕ້ອງແມ່ນສະບັບແທ້ ຖ້າມີ).
  • ໃບຕິດຕາມການຂົນສົ່ງສິນຄ້າ.
  • ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (C.O ຖ້າມີ)
  1. ມອບໃຫ້ເຈົ້າໜ້າທີ່ພາສີປະຈໍາດ່ານບ່ອນສິນຄ້າ, ເຄື່ອງຂອງສົ່ງອອກ ເອົາໃຈໃສ່ກວດກາໃຫ້ລະອຽດ ທາງດ້ານເອກະສານ ປະກອບຊະນິດ, ນໍ້າໜັກ, ຈໍານວນ ແລະ ບໍລິມາດ.
  2. ມອບໃຫ້ຫົວໜ້າດ່ານພາສີຊາຍແດນ, ພາສີປະຈໍາເຂດ ແລະ ບັນດາພະແນກການກົມພາສີ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ຢ່າງເຂັ້ມງວດ. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າພົບຂໍ້ຫຍຸ້ງຍາກໃຫ້ລາຍງານກົມພາສີຊາບໃນທັນທີ ເພື່ອມີທິດແກ້ໄຂ.
  3. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຫົວໜ້າກົມພາສີ
ອາດສະພັງທອງ ສີພັນດອນ

ນໍາສົ່ງ
- ຄະນະກົມພາສີ     1 ສະບັບ ເພື່ອຕິດຕາມກວດກາ
- ພະແນກການກົມພາສີ 1 ສະບັບ ເພື່ອຈັດຕັ້ງປະຕິບັດ
- ເກັບສໍາເນົາ        1 ສະບັບ

# ຫົວຂໍ້ ດາວໂຫຼດ
1 Notification on Exemption of Determination of Customs value of exported wood products for basis of calculation of export royalties No. 0403/CD PDF
2 ແຈ້ງການ ການຍົກເວັ້ນ ຄ່າຊັກພິເສດຂາອອກ ສຳລັບ ຜະລິດຕະພັນໄມ້ສຳເລັດຮູບ ເລກທີ 0403/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.